ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 880 ຄົນຈາກຟີລິບປິນ, ສ.ເກົາຫຼີ, ສະຫະລັດອາເມລິກາ ແລະ ເອີຣົບກັບຄືນບ້ານຢ່າງປອດໄພ
ໃນວັນທີ 23 ຕຸລາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຟີລິບປິນ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືບັນດາອົງການທີ່ມີໜ້າທີ່ຟີລິບປິນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 240 ຄົນ ກັບບ້ານຢ່າງປອດໄພ. ສະຖານທູດຫວຽດນາມ ປະຈຳຟີລິບປິນ ໄດ້ສົ່ງພະນັກງານໂດຍກົງໄປຊ່ວຍພົນລະເມືອງ ຢູ່ສະໜາມບິນ.
ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 880 ຄົນຈາກຟີລິບປິນ, ສ.ເກົາຫຼີ, ສະຫະລັດອາເມລິກາ ແລະ ເອີຣົບກັບຄືນບ້ານຢ່າງປອດໄພ. (ພາບ: thoidai.com.vn) |
ແລະກໍ່ໃນວັນທີ 22 - 23 ຕຸລາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ຢູ່ອາເມລິກາ ແລະ ສ.ເກົາຫຼີ, ສາຍການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມຫຼາຍກວ່າ 360 ຄົນໄປກັບຄືນບ້ານຢ່າງປອດໄພ.
ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
ບັນດາອົງການທີ່ມີໜ້າທີ່ຫວຽດນາມ ໄດ້ສະໜັບສະໜູນພົນລະເມືອງຢ່າງຕັ້ງໜ້າ, ເຊິ່ງໃນມັ້ໃມີຫຼາຍຄົນຢູ່ເຂດຫ່າງໄກ, ຕ້ອງການຄວາມຊ່ວຍເຫຼືອພິເສດ ໃນການຍ້າຍໄປຢູ່ຈຸດເຕົ້າໂຮມທີ່ສະໜາມບິນ San Francisco, ອາເມລິກາ ແລະ ຢູ່ Seoul, ສ.ເກົາຫຼີ; ພ້ອມດຽວກັນນີ້, ສະຖານທູດຫວຽດນາມ ໄດ້ສົ່ງພະນັກງານທີ່ລົງສະໜາມບິນໂດຍກົງ ເພື່ອຊ່ວຍເຫຼືອພົນລະເມືອງໃນການປະຕິບັດລະບຽບການ ແລະ ການຂຶ້ນເຮືອບິນໂດຍໄວ ແລະ ປອດໄພ.
ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ດ່ານັງ, ເວີນໂດນ ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ລາວ: ສຸມໃສ່ການຊຸກຍູ້ເສດຖະກິດໃນໄລຍະການລະບາດຂອງ Covid-19 ກອງປະຊຸມເປັນເອກະພາບ ຕໍ່ບັນດາທິດທາງ ມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງ ເສດຖະກິດ-ສັງຄົມ ໂດຍສະເພາະໃນໄລຍະ ທີ່ເສດຖະກິດ ຖືກຜົນກະທົບຈາກພະຍາດ ໂຄວິດ-19 ໄດ້ພະຍາຍາມປັບປຸງ ສະພາບແວດລ້ອມຂອງການລົງທຶນ ໃຫ້ມີຄວາມສອດຄ່ອງ ແລະ ສືບຕໍ່ຍູ້ແຮງການຜະລິດ ເປັນສິນຄ້າຕາມທ່າແຮງ ຂອງແຕ່ລະຂະແໜງການ ແລະ ແຕ່ລະທ້ອງຖິ່ນ, ມີການປັບປຸງການຄຸ້ມຄອງ ແລະ ສົ່ງເສີມການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ... |
ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ສະສົມແມ່ນ 1.126 ຄົນ, ໃນນັ້ນ ມີ 1.031 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ເປັນມື້ທີ 46 ແລ້ວ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ. ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ສະສົມແມ່ນ 1.126 ຄົນ, ໃນນັ້ນ ມີ 1.031 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. |
ຕ່າງປະເທດ ຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເພີ່ມຂຶ້ນ38 ລ້ານກວ່າຄົນ ຍອດຜູ້ຕິດເຊື້ອໂຄວິດ19 ທົ່ວໂລກ ເພີມຂື້ນ 38.006.121 ລ້ານຄົນ ແລະ ຍອດຜູ້ເສຍຊີວິດແມ່ນ1.083.875 ຄົນ. |
ຄຳຮຸ່ງ