ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ
ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ | |
ທົ່ວໂລກມີ ຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 34,4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 1 ລ້ານຄົນ |
![]() |
ພາບປະກອບ |
ປະຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ 7.636.185 ຄົນ, ມີຜູ້ເສຍຊີວິດ 214.609 ຄົນ. ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ໃໝ່. ມາຮອດປະຈຸບັນ, ເປັນມື້ທີ 33 ຢ່າງລຽນຕິດ, ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົມ. ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເປັນປົກກະຕິ 1.020 ໃນຈຳນວນ 1096 ຄົນ, ມີຜູ້ເສຍຊີວິດ 35 ຄົນ.
ໃນວັນທີ 5 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ສປປ ລາວ ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນເຂົ້າຮ່ວມ. ທ່ານ ນາງ ດຣ.ພອນປະເສີດ ໄຊຍະມຸງຄຸນ ແຈ້ງໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 04 ຕຸລາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 1.310 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 576 ຄົນ (ແຮງງານລາວ ກັບມາແຕ່ໄທ 139 ຄົນ), ຈຸດຜ່ານດ່ານ ລາວ-ຈີນ 09 ຄົນ, ທັງໝົດແມ່ນ ຄົນຂັບລົດສົ່ງສິນຄ້າ, ຈຸດຜ່ານດ່ານ ລາວ-ຫວຽດນາມ 723 ຄົນ, ເຊິ່ງເຂົ້າມາໂດຍຖືກອະນຸຍາດຈາກ ຄະນະສະເພາະກິດ (ໃນນັ້ນມີນັກສຶກສາ 27 ຄົນ, ແຮງງານຫວຽດນາມ 128 ຄົນ, ນັກທຸລະກິດ 01 ຄົນ, ເຫລືອນັ້ນແມ່ນ ຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ສ່ວນຫລາຍແມ່ນ ເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ), ຈຸດຜ່ານດ່ານ ລາວ-ກຳປູເຈຍ 02 ຄົນ, ຄົນກໍາປູເຈຍ 01 ຄົນ ແລະ ອົດສະຕາລີ 01 ຄົນ, ເດີນທາງຜ່ານດ່ານ ລາວ-ມຽນມາ, ຜ່ານສະໜາມບິນສາກົນວັດໄຕ ບໍ່ມີ, ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທຸກຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນຄົບກຳນົດ 14 ວັນ. ປັດຈຸບັນ ທົ່ວປະເທດສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີທັງໝົດ 43 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.475 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
![]() | ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2 ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ. |
![]() | ນຳສົ່ງພົນລະເມືອງຫວຽດນາມ 230 ຄົນຈາກໄທກັບມາປະເທດຢ່າງປອດໄພ ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ |
![]() | ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 33.541.703 ຄົນ, ໃນນັ້ນ ມີ 1.006.072 ຄົນເສຍຊີວິດ ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນປະຈຸບັນແມ່ນ 24.868.567 ຄົນ. |
ໄຊພອນ