ອົງການອາສາສະໝັກ Paint A ຂົນຂວາຍໃຫ້ບໍລິຈາກເງິນຊ່ວຍເຫຼືອຜູ້ທຸກຍາກຢູ່ກວາງງາຍ, ແຂວງກວາງນາມ
ອົງການ Paint A Dream (PAD) ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນເມສາ ປີ 2018. |
ອົງການ Paint A Dream (PAD) ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນເມສາ ປີ 2018 ໂດຍມີຈຸດປະສົງຂົນຂວາຍບໍລິຈາກຢູ່ສະຫະລັດອາເມລິກາ ເພື່ອສະໜັບສະໜູນ ແລະຈັດຕັ້ງບັນດາໂຄງການການສຶກສາໃຫ້ເດັກນ້ອຍຢູ່ຫວຽດນາມ. ສະມາຊິກຂອງກຸ່ມລວມມີຊາວອາເມລິກາທີ່ອາໄສຢູ່ນະຄອນ Saint Louis, MO; ຊາວຫວຽດນາມທີ່ອາໄສ ແລະ ເຮັດວຽກ ຢູ່ ສະຫະລັດອາເມລິກາ ແລະ ສະມາຊິກອາສາສະໝັກທີ່ອາໄສຢູ່ຫວຽດນາມ.
ໃນເດືອນກັນຍາປີ 2020, ອົງການອາສາສະໝັກ Paint A Dream ໄດ້ຈັດຕັ້ງໂຄງການ Paint A Heart - ແຕ້ມຫົວໃຈເພື່ອຂົນຂວາຍໃຫ້ບໍລິຈາກເງິນຊ່ວຍເຫຼືອຜູ້ທຸກຍາກຜູ້ທີ່ໄດ້ຮັບຜົນກະທົບ ຈາກ ໂລກລະບາດ COVID -19 ຢູ່ ແຂວງ ກວາງງາຍ ແລະ ກວາງນາມ.
ໃນລະຫວ່າງປີ 2018-2020, Paint A Dream ໄດ້ປະຕິບັດ 2 ໂຄງການໃຫຍ່ຄື: ໂຄງການທີໜຶ່ງແມ່ນການຂົນຂວາຍບໍລິຈາກທຶນເພື່ອສະໜັບສະໜູນໃຫ້ໂຮງຮຽນບິ່ງຫາຍ (ເມືອງບິ່ງເຊີນ, ແຂວງກວາງຫງາຍ. ໂຄງການທີສອງແມ່ນການສ້າງຫໍສະມຸດພາສາອັງກິດສຳລັບເດັກນ້ອຍທີ່ມີປື້ມ ຈຳນວນ 1000 ຫົວ. ຢູ່ນະຄອນໂຮ່ຈີມິນ, ຈັດຕັ້ງການອ່ານພາສາອັງກິດໃນທ້າຍອາທິດຂອງແຕ່ລະອາທິດ.
ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ແລະ ອຸປະທູດຊົ່ວຄາວສະຖານທູດປາກິດສະຖານ ໄດ້ແລກປ່ຽນກ່ຽວກັບການພົບປະແລກປ່ຽນດ້ານປະຊາຊົນ ຍສໝ - ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບການສ້າງຕັ້ງບັນດາກຸ່ມມິດຕະພາບ - ເຊິ່ງກາຍເປັນບັນດາຂົວຕໍ່ໃນການຮ່ວມມືໃນທຸກຂົງເຂດ. ຈາກນັ້ນ, ມຸ່ງໄປເຖິງການພັດທະນາບັນດາການເຄື່ອນໄຫວການພົບປະແລກປ່ຽນດ້ານປະຊາຊົນ, ມຸ່ງໄປເຖິງການສ້າງຕັ້ງສະມາຄົມມິດຕະພາບລະຫວ່າງສອງປະເທດ. |
ໜູນຊ່ວຍວັດຖຸໃຫ້ກໍາລັງປະກອບອາວຸດ ແລະປະຊາຊົນປະເທດເພື່ອນມິດລາວ ທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19 ຍສໝ - ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫ້ວ, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ, ອໍານາດການປົກຄອງ ແລະປະຊາຊົນເມືອງອາເລື໊ອຍ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກໍາລັງປະກອບອາວຸດ ແລະປະຊາຊົນບັນດາບ້ານທີ່ຢູ່ຕິດກັບຊາຍແດນລາວ ຈັດກິດຈະກໍາຕ່າງໆເພື່ອໜູນຊ່ວຍສະບຽງອາຫານ, ອຸປະກອນການແພດ, ພິເສດແມ່ນໃນໄລຍະປ້ອງກັນ, ຕ້ານພະຍາດໂຄວິດ-19. |
ນັກຊ່ຽວຊານສາກົນ ຕີລາຄາສູງບົດບາດນໍາພາຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາພາກພື້ນ ຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020, ໄດ້ນໍາພາອາຊຽນໃຫ້ບຸລິມະສິດແຖວໜ້າຖືກຕ້ອງກັບການຮັບມືກັບພະຍາດໂຄວິດ-19. ນອກຈາກການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລ້ວ, ອາຊຽນ ໂດຍຫວຽດນາມ ນໍາພາຍັງໄດ້ເອົາໃຈໃສ່ຕໍ່ການຮ່ວມມືພັດທະນາເສດຖະກິດ-ການຄ້າ. |
ໄຊພອນ