ນໍາສົ່ງພົນລະເມືອງຫວຽດນາມຈຳນວນ 405 ຄົນ ຈາກ ສ.ເກົາຫຼີ ກັບຄືນປະເທດຢ່າງປອດໄພ
ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 140 ຄົນຈາກພາກພື້ນຕາເວັນອອກກາງ ແລະ ອາຟຣິກາ | |
ນຳສົ່ງພົນລະເມືອງຫວຽດນາມ ຈຳນວນກວ່າ 240 ຄົນຈາກສິງກະໂປ ກັບຄືນປະເທດ |
ວັນທີ 5 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳປະເທດ ສ.ເກົາຫຼີ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າ 405 ຄົນໄດ້ກັບຄືນບ້ານຢ່າງປອດໄພ.
ຜູ້ໂດຍສານໃນຖ້ຽວບິນກັບຄືນຫວຽດນາມຈາກ ສ.ເກົາຫຼີ ແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
![]() |
ພົນລະເມືອງຫວຽດນາມຈຳນວນ 405 ຄົນໄດ້ກັບຄືນບ້ານຢ່າງປອດໄພ. (ພາບ: TTXVN) |
ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳປະເທດ ສ.ເກົາຫຼີ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.
ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ທ່ານ ຮ່ວາງບີງກວນ ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ ເຈລະຈາທາງອອນລາຍ ກັບທ່ານ Ogata Yasuo ຫົວຫນ້ຄະນະພົວພັນສາກົນ ສູນກາງພັກກອມມູນິດ ຍີ່ປຸ ຍສໝ - ທີ່ກອງປະຊຸມ, ທ່ານຮວ່າງບິ່ງກວນ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ແລະ ໝາກຜົນຂອງການປ້ອງກັນການລະບາດຂອງພະຍາດ Covid -19 ຢູ່ຫວຽດນາມ, ສະພາບເສດຖະກິດ - ສັງຄົມ; ທິດທາງແລະການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ; ມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນສະພາບການຂອງການປ້ອງກັນ Covid-19. |
![]() | ກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຫຼຽນໄຊມິດຕະພາບໃຫ້ທ່ານເອກອັກຄະລັດຖະທູດປະເທດ Azerbaijan ຍສໝ - ວັນທີ 5 ກັນຍາ ຢູ່ຮ່າໂນ້ຍ, ໂດຍໄດ້ຮັບອະນຸຍາດຈາກປະທານປະເທດຫວຽດນາມ, ກະຊວງການຕ່າງປະເທດ ໄດ້ຈັດພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Anar Imanov - ເອກອັກຄະລັດຖະທູດສາທາລະນະລັດ Azerbaijan ປະຈຳຫວຽດນາມ. |
![]() | ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20 ຍສໝ - ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20 ດ້ວຍຮູບການຖ່າຍທອດສົດ ມີບັນດາລັດຖະມົນຕີຕ່າງປະເທດຂອງບັນດາປະເທດສະມາຊິກ G20 ແລະ ບາງປະເທດທີ່ເປັນແຂກເຊີນ, ພ້ອມດ້ວຍຜູ້ນຳຂອງບັນດາອົງການຈັດຕັ້ງສາກົນທີ່ສຳຄັນ. |
ຄຳຮຸ່ງ