ຄະນະກຳມະການເຈລະຈາ RCEP ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການນຳພາອາຊຽນ
ເມື່ອບໍ່ດົນມານີ້, ໃນກອງປະຊຸມປະຈຳປີຂອງອາຊຽນ, ທ່ານ Iman Pambagyo, ປະທານຄະນະກຳມະການເຈລະຈາການຮ່ວມມືດ້ານເສດຖະກິດຮອບດ້ານ ໃນພາກພື້ນອາຊຽນ (RCEP) ໄດ້ກ່າວວ່າ ຖ້າລົງນາມຖືກກຳນົດເວລາ ໃນເດືອນພະຈິກນີ້, ສັນຍາ RCEP ຈະເປັນ “ສັນຍານທາງດ້ານການເມືອງທີ່ເຂັ້ມແຂງ” ຕໍ່ໂຄງການທີ່ນຳພາໂດຍອາຊຽນ.
ທ່ານ Pambagyo ກ່າວວ່າ ໃນຄວາມຈິງລັດຖະບານ ແລະ ຊຸມຊົນຫຼາຍປະເທດ ໄດ້ສະແດງຄວາມສົງໄສກ່ຽວກັບລະບົບການຄ້າຫຼາຍຝ່າຍ, ສະນັ້ນການເຊັນສັນຍາດັ່ງກ່າວຈະ "ຢັ້ງຢືນຄວາມຕັດສິນໃຈ" ໃນການເຊື່ອມໂຍງເສດຖະກິດພາກພື້ນ.
![]() |
ທ່ານ Iman Pambagyo, ປະທານຄະນະ ກຳມະການເຈລະຈາການຮ່ວມມືດ້ານເສດຖະກິດຮອບດ້ານ ໃນພາກພື້ນອາຊຽນ (RCEP). (ພາບ: baoquocte) |
ຂໍ້ຕົກລົງດັ່ງກ່າວອາດຈະມີຜົນບັງຄັບນຳໃຊ້ໃນເວລາ 2-3 ປີຫຼັງຈາກການລົງນາມ, ແຕ່ໃນສະພາບການພະຍາດ COVID-19 ທົ່ວໂລກ, ການເຊັນສັນຍາດັ່ງກ່າວຈະສົ່ງ "ສັນຍານທາງການເມືອງທີ່ແຂງແຮງ " ແລະ ຈະແມ່ນວິທີການທີ່ລົບລ້າງຄວາມສົງໃສຂອງຫຼາຍຝ່າຍຕ່າງໆ ໃນໄລຍະການເຈລະຈາ.
ກ່ຽວກັບຄວາມຫຍຸ້ງຍາກໃນວິວັດການເຈລະຈາ RCEP, ທ່ານ Iman Pambagyo ໄດ້ເຊື່ອວ່າ RCEP ຈະໄດ້ຮັບການລົງນາມໃນເດືອນພະຈິກ ແລະ ກາຍເປັນໜຶ່ງໃນບັນດາໝາກຜົນສຳຄັນຕົ້ນຕໍ ຂອງປີປະທານອາຊຽນ 2020.
ກ່ຽວກັບຜົນກະທົບຂອງສັນຍາ RCEP ວ່າດ້ວຍການແລກປ່ຽນການຄ້າລະຫວ່າງອິນໂດເນເຊຍ ແລະ ຫວຽດນາມ, ທ່ານ Iman Pambagyo ກ່າວວ່າປະຈຸບັນ ອິນໂດເນເຊຍ ແລະ ຫວຽດນາມ ພວມຮ່ວມມືກັນພາຍໃນຂອບເຂດອາຊຽນ, ສະນັ້ນສອງປະເທດຕ້ອງສຸມໃສ່ກຳລັງແຮງເພື່ອເພີ່ມທະວີການຮ່ວມມືໃນຫຼາຍດ້ານ.
ເສດຖະກິດດີຈີຕອນ ແລະ ການຜະລິດແມ່ນຂົງເຂດທີ່ສອງປະເທດ ສາມາດຮ່ວມມື ໃນສັນຍາ RCEP, ໂດຍສະເພາະໃນຂົງເຂດການຜະລິດລົດຍົນ. ນອກຈາກນັ້ນ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນອື່ນໆຫລາຍຢ່າງໃນການຮ່ວມມື, ເຊັ່ນ: ກະສິກຳ ແລະການປຸງແຕ່ງອາຫານ.
![]() | ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຫງວຽນຊວນຟຸກ, ວັນທີ 5 ກໍລະກົດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ ໄດ້ເດີນທາງຢ້ຽມຢາມເຮັດວຽກທີ່ຫວຽດນາມ ໃນລະຫວ່າງແຕ່ວັນທີ 5 - 6 ມິຖຸນານີ້. |
![]() | ອາຊຽນ 2020: ຫວຽດນາມພວມຊີ້ໃຫ້ເຫັນບັນດາຄຸນຄ່າຂອງການນໍາໃໝ່ຂອງ ອາຊຽນ ຍສໝ - ໂດຍພາຍໃຕ້ການເປັນປະທານຂອງຫວຽດນາມ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ດ້ວຍຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ການນໍາບັນດາປະເທດ ໄດ້ປຶກສາຫາລືຫຼາຍບັນຫາ ເຊິ່ງພາກພື້ນມີຄວາມສົນໃຈ, ໃນນັ້ນ ຈຸດສຸມແມ່ນຊອກຫາບັນດາມາດຕະການເພື່ອຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ - 19 ກໍຄືບັນຫາເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືອື່ນໆ. |
![]() | ບັນດາປະເທດຕ້ອງຍາດແຍ້ງທັງກາລະໂອກາດ ແລະ ສິ່ງທ້າທາຍເພື່ອຟື້ນຟູເສດຖະກິດ ແລະ ບັນດາກົນໄກການຄ້າ ຫຼາຍຝ່າຍ ຍສໝ - ໃນທຸກໆສິ່ງທ້າທາຍລ້ວນແຕ່ຄົງຕົວກາລະໂອກາດ ແລະ ສິ່ງສຳຄັນທີ່ສຸດແມ່ນບັນດາປະເທດ RCEP ຕ້ອງຍາດແຍ້ງກາລະໂອກາດດັ່ງກ່າວໃຫ້ດີທີ່ສຸດເພື່ອຍູ້ແຮງເປົ້າໝາຍຟື້ນຟູເສດຖະກິດ ກໍ່ຄືຍາດເອົາທີ່ຕັ້ງເປັນໃຈກາງສຳລັບພື້ນຖານເສດຖະກິດທົ່ວໂລກ ຄືນໃໝ່. |
ຄຳຮຸ່ງ