ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວຸດຶກດາມ: ບໍ່ຫັນເປັນດີຈີຕອນຈະບໍ່ສາມາດແກ້ງແຍ່ງກັບສາກົນໄດ້
ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສຶກສາຄວາມເປັນໄປໄດ້ໂຄງການຫັນເປັນດີຈີຕອນຢູ່ ສປປ ລາວ | |
ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ |
![]() |
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ (ພາບ: VOV) |
ເມື່ອບໍ່ດົນມານີ້, ທີ່ການໂອ້ລົມສົນທະນາລະຫວ່າງບັນດາສະມາຄົມ ແລະ ສະຫະພັນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານດ້ວຍຫົວຂໍ້ແມ່ນ “ເຫັນເປັນດີຈີຕອນ - ກາລະໂອກາດ ແລະ ສິ່ງທ້າທາຍ”, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເນັ້ນໜັກວ່າ “ບໍ່ຫັນເປັນດີຈີຕອນຈະບໍ່ສາມາດແກ້ງແຍ່ງກັບສາກົນໄດ້”.
ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານເຕັກໂນໂລຢີຂໍ້ມູນຂ່າວສານໄດ້ໃຫ້ຂໍ້ສັງເກດວ່າ, ໂລກລະບາດ Covid – 19 ຢູ່ຫວຽດນາມແມ່ນໜຶ່ງໃນບັນດາປັດໄຈຊຸກຍູ້ວິວັດແຫ່ງການຫັນເປັນດີຈີຕອນຢູ່ຫວຽດນາມໃຫ້ໄວກ່ວາອີກ. ຍ້ອນວ່າຕາມຄວາມຈິງແລ້ວ, ໃນສະພາບການໂລກລະບາດຍັງມີການຜັນແປຢ່າງສັບສົນ, ລັດຖະບານ ແລະ ວິສາຫະກິດຫຼາຍແຫ່ງໄດ້ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງມີປະສິດທິຜົນ.
ພິເສດແມ່ນໃນວັນທີ 3 ມິຖຸນາ 2020, ນາຍົກລັດຖະມົນຕີໄດ້ອະນຸມັດຜ່ານໂຄງການຫັນເປັນດີຈີຕອນແຫ່ງຊາດ. ເຖິງຢ່າງໃດກໍ່ຕາມ, ບັນດານັກຊ່ຽວຊານຖືວ່າ, ວິວັດແຫ່ງການຫັນເປັນລັກສະນະຄົບຊຸດ, ປະສິດທິຜົນຈະປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ.
ຄຽງຄູ່ກັນນັ້ນ, ພື້ນຖານໂຄງລ່າງ, ສະພາບແວດລ້ອມດີຈີຕອນຍັງບໍ່ພ້ອມ, ຈຳນວນວິສາຫະກິດພ້ອມແລ້ວທີ່ຈະຫັນເປັນດີຈີຕອນຍັງໜ້ອຍ. ເພາະສະນັ້ນ, ໃນໄລຍະຈະມາເຖິງ, ວິວັດແຫ່ງການຫັນເປັນດີຈີຕອນສ້າງພື້ນຖານດີຈີຕອນເປີດ, ຄົບຊຸດ, ເຊື່ອມຕໍ່ສູງ, ຮັບປະກັນຄວາມໄວ້ເນື້ອເຊື່ອໃຈ, ຄວາມໂປ່ງໄສ, ຄວາມລັບ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫວູດຶກດາມ ໄດ້ເນັ້ນໜັກວ່າ: ຕາມຄວາມຈິງ, ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ນັບແຕ່ຕອນຍັງບໍ່ມີຜູ້ຕິດເຊື້ອ, ຫວຽດນາມ ໄດ້ຂຶ້ນແຜນການຜັນຂະຫຍາຍເຊື່ອມຕໍ່ໂຮງໝໍ 20 ແຫ່ງ. ຈາກນັ້ນ, ເມື່ອມີຄົນເຈັບ, ຕ້ອງການ ປຶກສາຫາລືບົ່ງມະຕິພະຍາດ, ອາດຈະເຊື່ອມຕໍ່ບັນດາທ່ານໝໍແຖວໜ້າເພື່ອປິ່ນປົວ. ນີ້ແມ່ນຍ້ອນມີເຕັກໂນໂລຢີຂໍ້ມູນຂ່າວສານ.
ທ່ານ ຫວູດຶກດາມ ຖືວ່າ, ການຫັນເປັນດີຈີຕອນເຮັດໃຫ້ປະເທດຊາດພັດທະນາໄວກ່ວາ, ສັງຄົມມີຄວາມສະຖຽນລະພາບກ່ວາ, ຮັບໃຊ້ໃຫ້ແກ່ປະຊາຊົນໄດ້ດີກວ່າອີກ, ເສີມຂະຫຍາຍໄດ້ສິດເປັນເຈົ້າການຂອງປະຊາຊົນ. ພິເສດໃນບັນດາຂົງເຂດທີ່ມີເຕັກໂນໂລຢີຂໍ້ມູນຂ່າວວານ, ບໍ່ສາມາດຕັກແຍກອອກຈາກເງື່ອນໄຂເສດຖະກິດ ການເມືອງສັງຄົມ. ໃນໄລຍະຈະມາເຖິງ, ການຫັນເປັນດີຈີຕອນຕ້ອງຖືປະຊາຊົນເປັນໃຈກາງ.
![]() | ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສຶກສາຄວາມເປັນໄປໄດ້ໂຄງການຫັນເປັນດີຈີຕອນຢູ່ ສປປ ລາວ ເມື່ອບໍ່ດົນມານີ້, ພິທີເຊັນບົດບັນທຶກຄວາມ ເຂົ້າໃຈໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມຂອງບໍລິສັດສະຕາ ໂທລະຄົມ ໃຫ້ກຽດລົງນາມຄັ້ງນີ້ມີ ທ່ານ ປອ. ຄຳເພັດ ວົງດາລາ, ຫົວ ໜ້າກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ ແລະ ທ່ານ ລິວ ແມ໋ງ ຮ່າ, ຜູ້ອຳນວຍການໃຫຍ່ບໍລິສັດສະຕາໂທລະຄົມ (Unitel) ... |
![]() | ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ ຍສໝ - ກອງປະຊຸມລັດຖະມົນຕີ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນຄັ້ງທີ 19 (TELMIN 19) ໄດ້ໄຂຂຶ້ນພາຍໃຕ້ຫົວຂໍ້“ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ” ໃນວັນທີ 24 ຕຸລາ ຢູ່ ນະຄອນຫຼວງ ວຽງຈັນ, ປະເທດລາວ. |
![]() | ງານວາງສະແດງ ລາວ ໄອຊີທີ 2019 ຫວັງສ່ົງເສີມການຫັນເປັນດີຈີຕອນ ໃນ ລາວ ງານວາງສະແດງ ລາວ ໄອຊີທີ 2019 ມີຜູ້ປະກອບການກ່ຽວກັບລະບົບສື່ສານໂທລະຄົມ, ລະບົບໂປຼແກຼມຮັບໃຊ້ການຫັນເປັນດີຈີຕອນ, ລະບົບການປ້ອງກັນຄວາມປອດໄພທາງດ້ານໄຊເບີ, ເຄື່ອງອຸປະກອນໄອຊີທີຕ່າງໆເຂົ້າຮ່ວມວາງສະແດງ 50 ກວ່າຮ້ານ ຊຶ່ງເປີດໃຫ້ມວນຊົນຜູ້ສົນໃຈເຂົ້າໄປທ່ຽວຊົມຈົນຮອດວັນທີ 30 ມິຖຸນາ ນີ້. |
ບຸນຄົງ