ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນ່ວນ 225 ຄົນ ຈາກຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ
ຫວຽດນາມ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນເປີດກ້ວາງ | |
ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81% |
ໃນວັນທີ 30 ມິຖຸນາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ແລະ ບໍລິສັດການບິນ VietJet ໄດ້ປະສານສົມທົບ ກັບອົງການທີ່ມີໜ້າທີ່ຍີ່ປຸ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 225 ຄົນຈາກຍີ່ປຸ່ນ ໄດ້ກັບຄືນປະເທດຢ່າງປອດໄພ.
ຜູ້ໂດຍສານທີ່ຢູ່ໃນຖ້ຽວບິນດັ່ງກ່າວ ປະກອບມີເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຜູ້ຍິງຖືພາ, ຄົນປ່ວຍ, ຜູ້ອອກແຮງງານໝົດກຳນົດສັນຍາ, ບໍ່ມີບ່ອນຢູ່ອາໄສ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ ແລະ ບັນດາກໍລະນີທີ່ຫຍຸ້ງຍາກໂດຍສະເພາະ.
![]() |
ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງ ຈາກຍີ່ປຸ່ນ ກັບຄຶ້ນປະເທດຢ່າງປອດໄພ. (ພາບ: TTXVN) |
ພ້ອມກັນນັ້ນ, ເອກອັກຄະລັດຖະທູດ ແລະ ພະນັກງານການທູດຂອງສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ໄດ້ໄປສະໜາມບິນໂດຍກົງ ເພື່ອປະສານສົມທົບກັບສາຍການບິນ ແລະ ອຳນາດການປົກຄອງທ້ອງຖິ່ນ ເຊິ່ງໄດ້ແນະນຳ ແລະ ສະໜັບສະໜູນພົນລະເມືອງ ໃຫ້ສຳເລັດຂັ້ນຕອນລະບຽບການທີ່ຈຳເປັນ.
ດ້ວຍເປົ້າໝາຍຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນ VietJet ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ ແລະ ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.
ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ນະຄອນດານັງ, ຜູ້ໂດຍສານທຸກຄົນ ໄດ້ ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ແລະ ສາຍການບິນພາຍໃນປະເທດ ຈະສືບຕໍ່ປະຕິບັດຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປພະຍາດໃນປະເທດ ແລະ ສາກົນ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ສຳຫຼັບການພັດທະນາສັນຕິພາບຂອງພາກພື້ນອາຊີ - ປາຊີຟິກ ຍສໝ - ຕາມທ່ານ Igor Olegovich Mishin ແລ້ວ, ວິທີສຳຜັດຂອງຫວຽດນາມ ສໍາລັບບັນດາບັນຫາຢູ່ພາກພື້ນອາຊີ-ປາຊີຟິກ ແລະທະເລຕາເວັນອອກອີງໃສ່ບັນດາຫຼັກການຮັກສາສັນຕິພາບ ແລະບ້ານໃກ້ເຮືອນຄຽງມິດຕະພາບ. |
![]() | “ອາວຸດ" ຕ້ານ "ສັດຕູ" Covid-19: ດ້ານວັດທະນະທຳ - ສິລະປະ ທີ່ໜ້າຕື່ນເຕັ້ນ ຍສໝ - ໃນໄລຍະຜ່ານມາ, ການໄປສະນີຫວຽດນາມ ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ໄດ້ສ້າງປ້າຍໂຄສະນາ, ພິມບັນດາຮູບພາບຂອງແພດ ແລະ ທ່ານໝໍ ຢູ່ແຖວໜ້າຕໍ່ຕ້ານການລະບາດ. ຮູບພາບການໂຄສະນາ ຂອງນັກແຕ້ມ ເລດຶກຮຽບ, ນັກແຕ້ມ ຟ້າມຈູງຮ່າ ແລະ ນັກແຕ້ມ ລືວອຽນເທ… ທັງໝົດ ລ້ວນແຕ່ມີຜົນສະທ້ອນເຖິງກຳລັງໃຈທີ່ຍິ່ງໃຫຍ່ໃນການຕໍ່ສູ້ຕ້ານກັບ Covid-19. |
![]() | ເອກອັກຄະລັດຖະທູດອັງກິດ ຂອບໃຈຖັນແຖວແພດໝໍຫວຽດນາມ ຍສໝ - ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ຖັນແຖວແພດໝໍ ແລະພາລະກອນການແພດຢູ່ໂຮງໝໍເຂດຮ້ອນນະຄອນໂຮ່ຈີມິນ ຍ້ອນໄດ້ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນໃນການຊ່ວຍເຫຼືອ, ເບິ່ງແຍງດູແລ ແລະປິ່ນປົວໃຫ້ແກ່ຄົນເຈັບທີ 91, ນັກບິນຊາວອັງກິດ ໃນໄລຍະຜ່ານມາ. |
ຄຳຮຸ່ງ