ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ ສປປ.ລາວ ປ້ອງກັນພະຍາດ COVID-19
ຫວຽດນາມ ມອບເງິນ 50.000 USD ໃຫ້ແກ່ລັດຖະບານ ແລະ ປະຊາຊົນມຽນມາ ເພື່ອປ້ອງກັນ, ຕ້ານພະຍາດ ໂຄວິດ -19 | |
ແຂວງກວາງຈີ້ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແຂວງສາລະວັນ ເພື່ອສະກັດກັ້ນພະຍາດ COVID-19ທີ່ |
ທີ່ພິທີມອບຮັບ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ສປປ.ລາວ ປະຈຳຫວຽດນາມ ໄດ້ຕາງໜ້າໃຫ້ສະຖານທູດ ສປປ.ລາວ ໄດ້ຮັບອຸປະກອນການແພດຈາກກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ແລະ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ພະນັກງານທັງໝົດ ຂອງກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງແທດຈິງ ໃຫ້ແກ່ປະຊາຊົນລາວ.
![]() |
ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ ສປປ.ລາວ ເພື່ອປ້ອງກັນພະຍາດ COVID-19. (ພາບ: Laotholakhong) |
ທ່ານ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ ເຖີງວ່າ ປະເທດຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະກຳລັງປະເຊີນໜ້າກັບສະພາບການແຜ່ລະບາດຢ່າງສັບສົນຂອງພະຍາດ Covid -19, ແຕ່ພະນັກງານທັງໝົດຂອງກະຊວງແຜນການ ແລະ ການລົງທຶນ, ແລະ ຄະນະກຳມາທິການຮ່ວມມື ຫວຽດນາມ-ລາວ, ກໍ່ຄືລັດຖະບານຫວຽດນາມ ຍັງໄດ້ແບ່ງປັນຄວາມຫຍຸ້ງຍາກ, ໃຫ້ການຊ່ວຍເຫຼືອ ຕໍ່ປະເທດລາວ ໃນການສະກັດກັ້ນພະຍາດ COVID-19. ບັນດາການຊ່ວຍເຫຼືອຢ່າງແທດຈິງນັ້ນ ກໍ່ໄດ້ສະແດງຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ.
ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ສປປ.ລາວ ປະຈຳຫວຽດນາມ ກໍ່ໄດ້ຢືນຢັນວ່າ ຈະນຳເຄື່ອງຊ່ວຍເຫຼືອນີ້ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ເພຶ່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ປ້ອງກັນພະຍາດ Covid - 19 ຢູ່ ລາວ ຢ່າງມີປະສິດທິຜົນ.
ເນື່ອງໃນໂອກາດນີ້, ທ່ານ ຫງວຽນຈີ່ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ-ລາວ ກໍ່ໄດ້ອວຍພອນປີໃໝ່ລາວ ໄປຍັງພະນັກງານສະຖານທູດ ລາວ ປະຈໍາ ສສ.ຫວຽດນາມ, ພ້ອມກັນນັ້ນ ກໍ່ມີຄວາມຫວັງວ່າ ປະຊາຊົນ ແລະ ລັດຖະບານ ສປປ.ລາວ ຈະຜ່ານຜາຄວາມຫຍຸ້ງຍາກ, ເອົາຊະນະພະຍາດ Covid – 19, ຟື້ນຟູເສດຖະກິດ ແລະ ກັບຄືນຊີວິດການເປັນຢູ່ປົກກະຕິໂດຍໄວ.
![]() | ຊຸດຮູບພາບ: ພໍ່ແມ່ປະຊາຊົນ ລາວ ປະຕິບັດຄຳສັ່ງແຍກຫ່າງໃນສັງຄົມ ໃນຊ່ວງບຸນປີໃໝ່ ຍສໝ - ບຸນປີໃໝ່ລາວ ໄດ້ດຳເນີນແຕ່ວັນທີ 14 ຫາ 16 ເມສາ ທຸກໆປີ. ເນື່ອງຈາກປະເຊີນໜ້າກັບສະພາບການຜັນແປທີ່ສັບສົນຂອງການລະບາດພະຍາດ ໂຄວິດ - 19, ລັດຖະບານ ສປປ.ລາວ ໄດ້ອອກຄຳສັ່ງວ່າ ໃຫ້ຢຸດບັນດາກິດຈະກຳຕ່າງໆໃນຊ່ວງປີໃໝ່ ລາວ ເພື່ອບໍ່ໃຫ້ມີການເຕົ້າໂຮມຫຼາຍຄົນ, ຫຼຸດຜ່ອນຄວາມສ່ຽງການຕິດແປດຂອງການລະບາດພະຍາດ ໂຄວິດ - 19. |
![]() | ຫວຽດນາມ ຮຽກຮ້ອງໃຫ້ ສປ.ຈີນ ຕ້ອງການຖອນກຸ່ມກຳປັ່ນທັງໝົດ ໄປອອກຈາກເຂດທະເລຂອງຫວຽດນາມ ຍສໝ - ທ່ານນາງ ເລຖິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ກ່າວວ່າ , ຫວຽດນາມ ຄັດຄ້ານ ການລະເມີດອະທິປະໄຕ ຫວຽດນາມ ຂອງກຸ່ມກຳປັ່ນ Haiyang 8 ຂອງປະເທດຈີນ. ດ້ວຍເຫດຜົນດັ່ງກ່າວ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະເທດຈີນ ຢຸດຕິການກະທຳທີ່ຮຸນແຮງດັ່ງກ່າວຢ່າງທັນທີ ແລະ ຖອນກຳປັ່ນທັງໝົດໄປອອກຈາກເຂດທະເລຂອງ ຫວຽດນາມ.” |
![]() | ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19 ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ. |
ຄຳຮຸ່ງ