15:40 | 17/07/2026

“ຝົນແດງ” ເຊື່ອມຕໍ່ຄວາມຊົງຈຳ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ

ຮັດແໜ້ນການຮ່ວມມື ຫວຽດນາມ - ລາວ ພາຍໃນວຽກງານຊາວຕ່າງດ້າວ
ນາຍທະຫານໜຸ່ມ ຫວຽດນາມ - ລາວ ພ້ອມກັນມີຄວາມເຊື່ອໝັ້ນ, ພ້ອມກັນພັດທະນາ

ພິທີສາຍຮູບເງົາໃນຄັ້ງນີ້ ແມ່ນຈັດຂຶ້ນໂດຍການຮ່ວມມືລະຫວ່າງ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ແລະ ບໍລິສັດ Star Telecom (Unitel).

ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ; ທ່ານ ຈັນສະໝອນ ຈັນຍາລາດ, ອະດີດກໍາມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານ ຈັນສີ ໂພສີຄໍາ, ອະດີດກໍາມະການກົມການເມືອງ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ ລາວ; ພ້ອມດ້ວຍບັນດາກໍາມະການສູນກາງພັກ, ອະດີດກໍາມະການສູນກາງພັກ, ການນໍາ, ພະນັກງານຂອງບັນດາຄະນະພັກ, ກະຊວງ, ຂະແໜງການຂອງລາວ ແລະ ຕາງໜ້າບັນດາອົງການສື່ມວນຊົນ, ສໍານັກຂ່າວສານຂອງທັງສອງປະເທດ.

“ຝົນແດງ” ເຊື່ອມຕໍ່ຄວາມຊົງຈຳ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ
ພິທີສາຍຮູບເງົາເລື່ອງ "ຝົນແດງ" ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ.

ກ່າວຄຳປາໄສຢູ່ທີ່ພິທີ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ເນັ້ນໜັກເຖິງຄວາມໝາຍທາງດ້ານປະຫວັດສາດ ຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ທີ່ໄດ້ຮັບການລົງນາມຮ່ວມກັນໃນປີ 1977. ນີ້ແມ່ນເອກະສານທີ່ມີຄວາມໝາຍຍຸດທະສາດ, ສ້າງພື້ນຖານທາງດ້ານການເມືອງ ແລະ ນິຕິກຳອັນສຳຄັນ ເພື່ອໃຫ້ສອງປະເທດບໍ່ຢຸດຢັ້ງໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ; ພ້ອມທັງສືບຕໍ່ສ້າງພື້ນຖານອັນໜັກແໜ້ນ ເພື່ອຊຸກຍູ້ການຮ່ວມສຳພັນຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະແຫ່ງການພັດທະນາໃໝ່.

ຕາມທ່ານເອກອັກຄະລັດຖະທູດ ງວຽນມິງເຕິມ ແລ້ວ, ຮູບເງົາເລື່ອງ "ຝົນແດງ" ໄດ້ຖ່າຍທອດອອກມາດ້ວຍພາສາຮູບເງົາ ກ່ຽວກັບການຕໍ່ສູ້ປົກປັກຮັກສາກຳແພງເມືອງເກົ່າ ກວາງຈິ ຢ່າງພິລະອາດຫານ ຕະຫຼອດ 81 ວັນແລະຄືນ, ໂດຍຜ່ານນັ້ນ ໄດ້ຊ່ວຍໃຫ້ຄົນຮຸ່ນຫຼັງໃນປັດຈຸບັນ ມີຄວາມເຂົ້າໃຈ ແລະ ຈົດຈຳບຸນຄຸນຕໍ່ກັບຄວາມເສຍສະຫຼະອັນໃຫຍ່ຫຼວງຂອງບັນພະບຸລຸດຮຸ່ນກ່ອນໆ, ພ້ອມທັງຍົກສູງສະຕິຄວາມຮັບຜິດຊອບໃນການປົກປັກຮັກສາສັນຕິພາບ.

ການຈັດຕັ້ງສາຍຮູບເງົາເລື່ອງດັ່ງກ່າວຢູ່ທີ່ປະເທດ ລາວ ຍັງແມ່ນໜຶ່ງໃນບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ພາຍໃນຂົງເຂດວັດທະນະທຳ, ຂໍ້ມູນຂ່າວສານ ແລະ ການໂຄສະນາເຜີຍແຜ່ຕ່າງປະເທດ. ໂດຍຜ່ານບັນດາເລື່ອງລາວທາງປະຫວັດສາດ ທີ່ໄດ້ຮັບການຖ່າຍທອດດ້ວຍສິລະປະຮູບເງົາ, ຜູ້ຊົມຂອງທັງສອງປະເທດ ຈະມີໂອກາດຕື່ມອີກໃນການຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄຸນຄ່າຂອງເອກະລາດ, ສັນຕິພາບ ແລະ ຄວາມເສຍສະຫຼະຂອງບັນດາຮຸ່ນຄົນຜູ້ມີຄຸນງາມຄວາມດີໃນອະດີດ.

“ຝົນແດງ” ເຊື່ອມຕໍ່ຄວາມຊົງຈຳ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ
ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

"ຝົນແດງ" ແມ່ນຜົນງານຮູບເງົາ ຫວຽດນາມ ທີ່ເຄີຍຍາດໄດ້ລາງວັນດອກບົວຄຳ ຢູ່ທີ່ງານມະໂຫລານຮູບເງົາ ຫວຽດນາມ ປະຈຳປີ 2025, ລາງວັນວ່າວສີຄຳ ປະຈຳປີ 2025 ແລະ ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນຂອງວົງການຮູບເງົາ ຫວຽດນາມ ເຂົ້າຮ່ວມງານປະກາດລາງວັນ Oscar ຄັ້ງທີ 98.

ພິທີສາຍຮູບເງົາໃນຄັ້ງນີ້ ແມ່ນດຳເນີນໄປໃນໂອກາດທີ່ສອງປະເທດ ສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ, ໂດຍຜ່ານນັ້ນ ໄດ້ປະກອບສ່ວນເຮັດໃຫ້ບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ ກາຍເປັນຂົວຕໍ່ລະຫວ່າງປະຊາຊົນສອງປະເທດ, ເຜີຍແຜ່ຄຸນຄ່າແຫ່ງສັນຕິພາບ ແລະ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ ລະຫວ່າງ ຫວຽດນາມ - ລາວ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

ສືບຕໍ່ຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສືບຕໍ່ຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ

ຍສໝ - ດຳເນີນໄປເປັນເວລາ 2 ວັນ ຄືວັນທີ 9 ແລະ 10 ກໍລະກົດ ຢູ່ທີ່ແຂວງ ບໍລິຄຳໄຊ (ປະເທດລາວ) ແລະ ແຂວງ ເງ້ອານ (ປະເທດຫວຽດນາມ), ແຜນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 ໄດ້ປະສົບຜົນສຳເລັດຢ່າງຈົບງາມ; ສືບຕໍ່ຢັ້ງຢືນບົດບາດອັນສຳຄັນຂອງວຽກງານການທູດປ້ອງກັນຊາດ, ...

ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ

ຍສໝ - ໃນຂອບເຂດແຜນງານ ການແລກປ່ຽນມິດຕະພາບປ້ອງກັນຊາດ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ຫວ່າງມໍ່ໆມານີ້, ຢູ່ທີ່ຕາແສງ ກິມບ໋າງ, ແຂວງ ເຫງະອານ, ໄດ້ມີບັນດາກິດຈະກຳເປີດສາກ ແຜນງານການແແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ປະຈຳປີ 2026.

Link: https://huunghivietlao.thoidai.com.vn/detail-article-22353.html

In bài biết