ປັບປຸງການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ 18 ແຂວງ, ນະຄອນ ຂອງລາວ
ຕາມຂໍ້ມູນຈາກ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ, ພິທີປະກາດຂໍ້ຕົກລົງສ້າງຕັ້ງ ຄະນະຄຸ້ມຄອງຄົນຫວຽດນາມ ປະຈຳແຂວງ ວຽງຈັນ ແມ່ນໄດ້ຈັດຕັ້ງຂຶ້ນຢູ່ທີ່ ຫ້ອງວ່າການອຳນາດການປົກຄອງແຂວງ ວຽງຈັນ.
ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ທ່ານ ສີວຽງໄຊ ອໍລະບູນ, ຮອງເຈົ້າແຂວງ, ປະທານຄະນະກຳມະການຄຸ້ມຄອງຄົນຫວຽດນາມ ແຂວງ ວຽງຈັນ; ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕິມ; ທ່ານ ພົນຈັດຕະວາ ຮວິ່ງເຕິ່ນແຮັ້ງ, ຫົວໜ້າກອງຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ປະຈຳລາວ; ພ້ອມດ້ວຍ ຕາງໜ້າຫ້ອງການທູດຝ່າຍປ້ອງກັນຊາດ, ອົງການທູດຝ່າຍການຄ້າ ຫວຽດນາມ ປະຈຳລາວ, ສະມາຄົມໃຫຍ່ຄົນຫວຽດນາມ ຢູ່ລາວ, ພະນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ແລະ ພໍ່ແມ່ປະຊາຊົນຄົນຫວຽດນາມ ທີ່ພວມດຳລົງຊີວິດ, ອອກແຮງງານ ແລະ ດຳເນີນທຸລະກິດ ຢູ່ແຂວງ ວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
![]() |
| ສະມາຄົມໃຫຍ່ຄົນຫວຽດນາມ ຢູ່ລາວ ປະສານສົມທົບກັບ ວັດບາງລອງ ຈັດຕັ້ງແຜນງານ “ຄ່ຳຄືນບຸນໄຫວ້ພະຈັນ” ເນື່ອງໃນໂອກາດບຸນໄຫວ້ພະຈັນ. |
ການປັບປຸງລະບົບການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ລາວ ໃຫ້ມີຄວາມສົມບູນແບບ
ຕາມຂໍ້ຕົກລົງທີ່ໄດ້ຮັບການປະກາດໃນພິທີ, ຄະນະຄຸ້ມຄອງຄົນຫວຽດນາມ ປະຈຳແຂວງ ວຽງຈັນ ປະກອບມີສະມາຊິກທັງໝົດ 9 ທ່ານ ທີ່ເປັນຕົວແທນໃຫ້ແກ່ຊຸມຊົນຄົນຫວຽດນາມ ຢູ່ໃນທ້ອງຖິ່ນ. ໂດຍແມ່ນທ່ານ ໄມຫາຍລອງ ໄດ້ຮັບມອບໝາຍໃຫ້ດຳລົງຕຳແໜ່ງເປັນປະທານ; ທ່ານ ໄມຈຽນຢຸງ ແລະ ທ່ານ ຫວໍດ້າຍທັນ ດຳລົງຕຳແໜ່ງເປັນຮອງປະທານ.
ກ່າວຄຳປາໄສຢູ່ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ຕີລາຄາວ່າ ການສ້າງຕັ້ງຄະນະຄຸ້ມຄອງຄົນຫວຽດນາມ ປະຈຳແຂວງ ວຽງຈັນ ແມ່ນຂີດໝາຍອັນສຳຄັນ ພາຍໃນວຽກງານຕໍ່ກັບຄົນຫວຽດນາມ ຢູ່ລາວ.
ຄຽງຄູ່ກັບການຈົດຈຳ ແລະ ຍົກຍ້ອງບັນດາການປະກອບສ່ວນຂອງຊຸມຊົນຄົນຫວຽດນາມ ຕໍ່ກັບການພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ວຽງຈັນ ແລ້ວ, ເຫດການດັ່ງກ່າວ ຍັງໄດ້ເຮັດໃຫ້ລະບົບການຈັດຕັ້ງຊຸມຊົນຄົນຫວຽດນາມ ຢູ່ທົ່ວທຸກ 18/18 ແຂວງ, ນະຄອນຫຼວງ ຂອງລາວ ມີຄວາມສົມບູນແບບ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ນີ້ແມ່ນພື້ນຖານເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີພາຍໃນຊຸມຊົນ, ຍົກສູງປະສິດທິຜົນພາຍໃນການຊ່ວຍເຫຼືອ ແລະ ປົກປ້ອງພົນລະເມືອງ, ພ້ອມທັງຜັນຂະຫຍາຍບັນດາການເຄື່ອນໄຫວມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດ.
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ສະແດງຄວາມຂອບໃຈຕໍ່ກັບການນຳແຂວງ ວຽງຈັນ ແລະ ບັນດາອົງການຈັດຕັ້ງທີ່ມີສິດອຳນາດຂອງທ້ອງຖິ່ນ ທີ່ໄດ້ໃຫ້ຄວາມສົນໃຈ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ຊຸມຊົນຄົນຫວຽດນາມ, ພ້ອມທັງປະສານສົມທົບກັບ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ເພື່ອເຮັດໃຫ້ບັນດາຂັ້ນຕອນການສ້າງຕັ້ງຄະນະຄຸ້ມຄອງມີຄວາມສົມບູນ.
ທ່ານເອກອັກຄະລັດຖະທູດ ໄດ້ຈົດຈຳ ແລະ ຍົກຍ້ອງຊຸມຊົນຄົນຫວຽດນາມ ປະຈຳແຂວງ ວຽງຈັນ ໃນໄລຍະຜ່ານມາ ທີ່ໄດ້ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບເປັນຢ່າງດີ, ຮັກສາເອກະລັກວັດທະນະທຳຂອງຊາດ, ຕັ້ງໜ້າອອກແຮງງານ, ດຳເນີນທຸລະກິດ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງທ້ອງຖິ່ນ ກໍຄືສາຍພົວພັນ ຫວຽດນາມ - ລາວ.
ເພີ່ມທະວີການຊ່ວຍເຫຼືອຊຸມຊົນ, ຮັກສາພາສາຫວຽດ
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ສະເໜີໃຫ້ຄະນະຄຸ້ມຄອງ ປະສານສົມທົບຢ່າງແໜ້ນແຟ້ນກັບ ສະມາຄົມໃຫຍ່ຄົນຫວຽດນາມ ຢູ່ລາວ, ເພື່ອກຳແໜ້ນຄວາມຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຢ່າງທັນການ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂບັນດາບັນຫາທີ່ເກີດຂຶ້ນ ພາຍໃນຂະບວນການດຳລົງຊີວິດ, ການຮ່ຳຮຽນ, ການອອກແຮງງານ ແລະ ການດຳເນີນທຸລະກິດ.
ຄະນະຄຸ້ມຄອງ ກໍໄດ້ຮັບການສະເໜີໃຫ້ຈັດຕັ້ງບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ການສຶກສາ, ການຮັກສາເອກະລັກຂອງຊາດ ແລະ ການຮັກສາວຽກງານການຮຽນ-ການສອນພາສາຫວຽດ ພາຍໃນຊຸມຊົນຢ່າງມີປະສິດທິຜົນ.
ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຈະຮ່ວມເດີນທາງ, ແນະນຳ ແລະ ສະໜັບສະໜູນຄະນະຄຸ້ມຄອງ ພາຍໃນຂະບວນການເຄື່ອນໄຫວ; ພ້ອມທັງສະແດງຄວາມມຸ່ງຫວັງວ່າ ອຳນາດການປົກຄອງແຂວງ ວຽງຈັນ ຈະສືບຕໍ່ສ້າງເງື່ອນໄຂ ເພື່ອໃຫ້ຊຸມຊົນຄົນຫວຽດນາມ ມີຄວາມສະຖຽນລະພາບໃນການດຳລົງຊີວິດ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ທ້ອງຖິ່ນ.
ຕາງໜ້າການນຳແຂວງ ວຽງຈັນ ໃຫ້ຮູ້ວ່າ, ການສ້າງຕັ້ງຄະນະຄຸ້ມຄອງ ແມ່ນບາດກ້າວເດີນທີ່ຈຳເປັນ ແນໃສ່ນຳເອົາວຽກງານການຄຸ້ມຄອງ, ການຊ່ວຍເຫຼືອຊຸມຊົນຄົນຫວຽດນາມ ຢູ່ໃນທ້ອງຖິ່ນເຂົ້າສູ່ລະບຽບແບບແຜນ. ອົງການຈັດຕັ້ງນີ້ ຈະກາຍເປັນຫົວໜ່ວຍປະສານງານ ລະຫວ່າງຊຸມຊົນຄົນຫວຽດນາມ ກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ໂດຍຜ່ານນັ້ນ ປະກອບສ່ວນເພີ່ມທະວີສາຍພົວພັນຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.
ທ່ານ ໄມຫາຍລອງ ໃຫ້ຮູ້ວ່າ ຄະນະຄຸ້ມຄອງ ຈະເສີມຂະຫຍາຍຈິດໃຈແຫ່ງຄວາມສາມັກຄີ, ຄວາມຮັບຜິດຊອບ, ປະຕິບັດບົດບາດເປັນຂົວຕໍ່ລະຫວ່າງຊຸມຊົນ ກັບອຳນາດການປົກຄອງທ້ອງຖິ່ນ ແລະ ສະຖານເອກອັກຄະລັດຖະທູດເປັນຢ່າງດີ, ປະກອບສ່ວນສ້າງສາຊຸມຊົນຄົນຫວຽດນາມ ປະຈຳແຂວງ ວຽງຈັນ ໃຫ້ມີຄວາມສະຖຽນລະພາບ, ສາມັກຄີ ແລະ ຂະຫຍາຍຕົວ.
| ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ຍສໝ - ໃນຂອບເຂດແຜນງານ ການແລກປ່ຽນມິດຕະພາບປ້ອງກັນຊາດ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3, ຫວ່າງມໍ່ໆມານີ້, ຢູ່ທີ່ຕາແສງ ກິມບ໋າງ, ແຂວງ ເຫງະອານ, ໄດ້ມີບັນດາກິດຈະກຳເປີດສາກ ແຜນງານການແແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ ປະຈຳປີ 2026. |
| ນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ຖະໜອມບຳລຸງສາຍພົວພັນມິດຕະພາບ ຈາກບັນດານາທີ່ຢູ່ແນວໜ້າ ຍສໝ - ພາຍໃນຂອບເຂດໂຄງການພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ປີ 2026, ໃນຄ່ຳຄືນວັນທີ 4 ກໍລະກົດ ຢູ່ທີ່ແຂວງ ເຫງະອານ ໄດ້ມີການຈັດຕັ້ງງານເສວະນາ, ພົບປະແລກປ່ຽນ ພາຍໃຕ້ຫົວຂໍ້ "ມິດຕະພາບສະໜິດແໜ້ນ - ກ້າວເດີນຢ່າງໝັ້ນຄົງສູ່ອະນາຄົດ". ໂຄງການດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມສອງປະເທດ ໄດ້ແບ່ງປັນບົດຮຽນວຽກງານເທົ່ານັ້ນ, ແຕ່ຍັງສືບຕໍ່ຢັ້ງຢືນເຖິງບົດບາດຂອງຮຸ່ນໜຸ່ມ ພາຍໃນການຮັກສາເສັ້ນຊາຍແດນສັນຕິພາບ, ຖະໜອມບຳລຸງສາຍພົວພັນຄວາມສາມັກຄີພິເສດ ... |
