15:35 | 15/07/2026

ຫວຽດນາມ ຕິດຢູ່ໃນກຸ່ມ 5 ປະເທດ ທີ່ນຳພາການເຕີບໂຕໃໝ່ຂອງ ອາຊຽນ (ASEAN)

ຍົກສູງບົດບາດ ຫວຽດນາມ ພາຍໃນການຮ່ວມມື ວັດທະນະທຳ - ສັງຄົມ ASEAN
ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ

ຮອບວຽນແຫ່ງການເຕີບໂຕທາງດ້ານເສດຖະກິດໃນໄລຍະຕໍ່ໄປຂອງ ອາຊີຕາເວັນອອກສ່ຽງໃຕ້ ຈະບໍ່ຂຶ້ນກັບພື້ນຖານເສດຖະກິດດຽວ ຫຼື ຮອບວຽນສິນຄ້າປະເພດໃດໜຶ່ງອີກຕໍ່ໄປ, ແຕ່ຈະໄດ້ຮັບການກຳນົດ ແລະ ຂັບເຄື່ອນໂດຍກຸ່ມ 5 ປະເທດໃນພາກພື້ນ ເຊິ່ງປະກອບມີ: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ໄທ ແລະ ຟີລິບປິນ, ນີ້ແມ່ນຂໍ້ມູນຈາກໜັງສືພິມ VietnamPlus.

ທ່ານ Shan Saeed, ຊ່ຽວຊານດ້ານເສດຖະກິດຫົວໜ້າລະດັບໂລກຂອງ Juwai IQI ໄດ້ເນັ້ນໜັກວ່າ, ການປະສານສົມທົບລະຫວ່າງຂະໜາດປະຊາກອນ, ຄວາມເລິກເຊິ່ງທາງດ້ານອຸດສາຫະກຳ, ບັນດາເຂດກັນຊົນພາຍນອກ ແລະ ລະບຽບວິນໄອທາງດ້ານນະໂຍບາຍຂອງ 5 ພື້ນຖານເສດຖະກິດນີ້ ພວມກຳນົດທິດທາງການພັດທະນາຄືນໃໝ່ຂອງ ອາຊຽນ.

ຕາມໜັງສືພິມ ໂລກ ແລະ ຫວຽດນາມ ແລ້ວ, ດ້ວຍຈຳນວນປະຊາກອນທັງໝົດຫຼາຍກວ່າ 610 ລ້ານຄົນ, ກວມເອົາເກືອບ 9/10 ຂອງປະຊາກອນທົ່ວພາກພື້ນ, ກຸ່ມນີ້ແມ່ນຄອບຄອງທ່າແຮງທາງດ້ານຂະໜາດໂຄງສ້າງ, ນັບຕັ້ງແຕ່ຕະຫຼາດພາຍໃນປະເທດອັນມະຫາສານຂອງ ອິນໂດເນເຊຍ ທີ່ມີປະຊາກອນ 287 ລ້ານຄົນ ໄປຈົນຮອດຄວາມສາມາດໃນການຜະລິດເພື່ອສົ່ງອອກອັນແຂງແຮງຂອງ ຫວຽດນາມ ທີ່ມີປະຊາກອນຫຼາຍກວ່າ 100 ລ້ານຄົນ.

ຫວຽດນາມ ບັນທຶກອັດຕາການເຕີບໂຕທີ່ວ່ອງໄວກວ່າໝູ່ ບັນລຸເຖິງ 7,83% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ອິນໂດເນເຊຍ ບັນລຸ 5,61% ແລະ ມາເລເຊຍ ບັນລຸ 5,4% ຍ້ອນໄດ້ຮັບແຮງຊຸກຍູ້ຈາກການບໍລິໂພກພາກເອກະຊົນ ແລະ ການຜະລິດ.

ໄທ ແລະ ຟີລິບປິນ ລ້ວນແຕ່ບັນທຶກອັດຕາການເຕີບໂຕຢູ່ທີ່ 2,8%, ເຊິ່ງສະທ້ອນໃຫ້ເຫັນເຖິງບັນດາສິ່ງທ້າທາຍສະເພາະ ຕັ້ງແຕ່ຄວາມຊັກຊ້າໃນການຈັດຕັ້ງປະຕິບັດງົບປະມານ ໄປຈົນຮອດຂະບວນການຟື້ນຕົວຂອງຂະແໜງທ່ອງທ່ຽວ ແລະ ການສົ່ງອອກ.

ທ່ານ Shan Saeed ຕີລາຄາວ່າມີພື້ນຖານເສດຖະກິດມະຫາພາກອັນໜັກແໜ້ນ ທີ່ໄດ້ຮັບການຄ້ຳຊູດ້ວຍຄັງສຳຮອງລະຫວ່າງປະເທດຢ່າງຫຼວງຫຼາຍ, ຊ່ວຍໃຫ້ບັນດາປະເທດເຫຼົ່ານີ້ມີສະມັດຖະພາບສູງພາຍໃນການຕ້ານທານກັບຄວາມຜັນຜວນຂອງອັດຕາດອກເບ້ຍທົ່ວໂລກ ແລະ ຄວາມສ່ຽງທາງດ້ານພູມສາດ.

ການແຍກຕົວອອກຈາກກັນນີ້ (ຄວາມແຕກຕ່າງດ້ານອັດຕາການເຕີບໂຕ) ບໍ່ໄດ້ເຮັດໃຫ້ບົດບາດຂອງ ອາຊຽນ ອ່ອນແອລົງ ແຕ່ໃນທາງກົງກັນຂ້າມ ມັນຍັງຊ່ວຍເພີ່ມແຮງດຶງດູດຂອງພາກພື້ນຕໍ່ກັບກະແສຟອງທຶນສາກົນ, ເຊິ່ງເປັນແຫຼ່ງທຶນທີ່ໃຫ້ຄວາມສຳຄັນເປັນອັນດັບຕົ້ນໆແກ່ບັນດາພື້ນຖານເສດຖະກິດ ທີ່ສາມາດປະສານສົມທົບການເຕີບໂຕເຂົ້າກັບອິດທິພົນຊື່ສຽງຂອງສະຖາບັນ ແລະ ຄວາມສະຖຽນລະພາບພາຍນອກ.

ຂໍ້ມູນການເຕີບໂຕໃນໄຕມາດທີ I/2026 ສະແດງໃຫ້ເຫັນເຖິງການແບ່ງຂົ້ວຢ່າງຈະແຈ້ງ, ເຊິ່ງແມ່ນປັດໄຈທີ່ບັນດາກະແສທຶນການລົງທຶນໃນປັດຈຸບັນພວມມຸ່ງໄປຫາ ແທນທີ່ຈະເບິ່ງພຽງແຕ່ອັດຕາການເຕີບໂຕລວມເທົ່ານັ້ນ.

ຫວຽດນາມ ຕິດຢູ່ໃນກຸ່ມ 5 ປະເທດ ທີ່ນຳພາການເຕີບໂຕໃໝ່ຂອງ ອາຊຽນ (ASEAN)
ຫວຽດນາມ ແມ່ນຈຸດສະຫວ່າງທາງດ້ານເສດຖະກິດ, ໂດຍບັນທຶກອັດຕາການເຕີບໂຕທີ່ວ່ອງໄວກວ່າໝູ່ ບັນລຸເຖິງ 7,83% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ທ່ານ Shan Saeed ໄດ້ຕີລາຄາວ່າ: “ພື້ນຖານເສດຖະກິດມະຫາພາກອັນໜັກແໜ້ນ ທີ່ໄດ້ຮັບການຄ້ຳຊູດ້ວຍຄັງສຳຮອງລະຫວ່າງປະເທດຢ່າງຫຼວງຫຼາຍ ໄດ້ຊ່ວຍໃຫ້ບັນດາປະເທດເຫຼົ່ານີ້ ມີສະມັດຖະພາບສູງພາຍໃນການຕ້ານທານກັບຄວາມຜັນຜວນ ຂອງອັດຕາດອກເບ້ຍທົ່ວໂລກ ແລະ ຄວາມສ່ຽງທາງດ້ານພູມສາດການເມືອງ. ໄລ່ຮອດເຄິ່ງທຳອິດຂອງປີ 2026, ຄັງສຳຮອງເງິນຕາຕ່າງປະເທດຂອງ ໄທ ແມ່ນນຳໜ້າໝູ່ ໂດຍບັນລຸປະມານ 280,5 ຕື້ USD, ຖັດມາແມ່ນ ອິນໂດເນເຊຍ ບັນລຸ 148,2 ຕື້ USD ແລະ ມາເລເຊຍ ບັນລຸ 130,5 ຕື້ USD.

ບັນດາແຫຼ່ງຄັງສຳຮອງດັ່ງກ່າວ ບໍ່ພຽງແຕ່ຮັບປະກັນຄວາມສາມາດພາຍໃນການຊຳລະການນຳເຂົ້າເທົ່ານັ້ນ, ແຕ່ຫາກຍັງເພີ່ມທະວີຄວາມເຊື່ອໝັ້ນຂອງນັກລົງທຶນ ຕໍ່ກັບການຟື້ນຕົວຂອງສະກຸນເງິນ ແລະ ສະພາບຄ່ອງຂອງຊາດ”.

ຄຽງຂ້າງນັ້ນ, ບັນດາທ່າແຮງທາງດ້ານຊັບພະຍາກອນຍຸດທະສາດ ເຊັ່ນ: ນ້ຳມັນປາມ ຢູ່ ມາເລເຊຍ ແລະ ອິນໂດເນເຊຍ, ຫຼື ຜະລິດຕະພັນກະສິກຳສົ່ງອອກຕົ້ນຕໍ ຂອງ ຫວຽດນາມ ແລະ ໄທ ກໍຍັງຄົງສືບຕໍ່ສະແດງບົດບາດເປັນຄືກັນກັບສະໝໍເຮືອຂອງພື້ນຖານເສດຖະກິດຕົວຈິງ, ຊ່ວຍໜູນແຫຼ່ງລາຍຮັບເງິນຕາຕ່າງປະເທດ ແລະ ດຸນການຊຳລະຂອງຊາດ.

ການຫັນເປັນດິຈິຕອນ ແລະ ໂຄງລ່າງພື້ນຖານຂໍ້ມູນ ໄດ້ຮັບການຄາດຄະເນວ່າ ຈະເປັນກຳລັງຂັບເຄື່ອນຕົ້ນຕໍ ໃຫ້ແກ່ໄລຍະແຫ່ງການຈັດສັນແຫຼ່ງທຶນໃນຂັ້ນຕໍ່ໄປຂອງພາກພື້ນ.

ໄທ ແລະ ມາເລເຊຍ ພວມບຸກທະລຸຢ່າງແຂງແຮງ ໃນນາມເປັນຕະຫຼາດສູນຂໍ້ມູນ (Data Center) ທີ່ຂະຫຍັນຂັນເຄື່ອນທີ່ສຸດໃນ ອາຊຽນ.

ຫວຽດນາມ ກໍພວມດຶງດູດບັນດາຄຳໝັ້ນສັນຍາ ກ່ຽວກັບໂຄງລ່າງພື້ນຖານທີ່ຕິດພັນກັບປັນຍາປະດິດ (AI) ແລະ ເຄິ່ງຊັກນຳໄຟຟ້າ (Semiconductor).

ອິນໂດເນເຊຍ ຍັງຄົງຮັກສາຕຳແໜ່ງເປັນຕະຫຼາດຜູ້ບໍລິໂພກດິຈິຕອນ ທີ່ມີຂະໜາດໃຫຍ່ທີ່ສຸດ.

ຫາກໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ, ຂໍ້ຕົກລົງຂອບເສດຖະກິດດິຈິຕອນ ອາຊຽນ ຈະສາມາດຊ່ວຍໃຫ້ຂະໜາດເສດຖະກິດດິຈິຕອນຂອງກຸ່ມ ເພີ່ມຂຶ້ນເກືອບສອງເທົ່າ, ບັນລຸເຖິງ 2.000 ຕື້ USD ພາຍໃນປີ 2030.

ເຖິງຢ່າງໃດກໍຕາມ, ຕາມທ່ານນັກເສດຖະສາດ Shan Saeed ແລ້ວ, ບັນດາປະເທດກໍຍັງຄົງຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທາງດ້ານໂຄງສ້າງ ເຊັ່ນ: ໜີ້ສິນຂອງຄົວເຮືອນ ຢູ່ ໄທ ຫຼື ຄວາມຮຽກຮ້ອງຕ້ອງການພາຍໃນການຮັກສາທ່າແຮງແຫ່ງການປະຕິຮູບ ແລະ ການດຶງດູດຜູ້ມີຄວາມຮູ້ຄວາມສາມາດ ຢູ່ ມາເລເຊຍ ເພື່ອຮັກສາທ່າແຮງການແຂ່ງຂັນໃນໄລຍະຍາວ.

ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ

ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ.

ເພື່ອນມິດສາກົນຕີລາຄາສູງຕໍ່ບົດບາດຂອງ ປະເທດ ຫວຽດນາມ ພາຍໃດການກຳນົດທິດທາງອະນາຄົດຂອງ ASEAN ເພື່ອນມິດສາກົນຕີລາຄາສູງຕໍ່ບົດບາດຂອງ ປະເທດ ຫວຽດນາມ ພາຍໃດການກຳນົດທິດທາງອະນາຄົດຂອງ ASEAN

ຍສໝ - ພາຍໃດຂອບເຂດເວທີປາໄສອະນາຄົດ ASEAN (ASEAN Future Forum - AFF) 2026 ທີ່ໄດ້ຈັດຂຶ້ນຢູ່ທີ່ ຮ່າໂນ້ຍ ໃນວັນທີ 8-9 ມິຖຸນາ, ຫຼາກຫຼາຍທ່ານເອກອັກຄະລັດຖະທູດ ແລະ ນັກການທູດສາກົນ ໄດ້ຕີລາຄາສູງຕໍ່ກັບບົດບາດທີ່ນັບມື້ນັບເປັນເຈົ້າການຂອງ ປະເທດ ຫວຽດນາມ ພາຍໃດການຊຸກຍູ້ການເຈລະຈາ, ຮັດແໜ້ນຄວາມສາມັກຄີພາຍໃດກຸ່ມ ແລະ ການປະກອບສ່ວນເຂົ້າໃສ່ວິວັດທະນາການແຫ່ງການກຳນົດວິໄສທັດການພັດທະນາຂອງ ...

Link: https://huunghivietlao.thoidai.com.vn/detail-article-22338.html

In bài biết