13:52 | 14/07/2026

ການກວດກາພາກສະໜາມຕົວຈິງ, ຊຸກຍູ້ແຜນງານ 500 ວັນ ແລະ ຄືນ ຢູ່ທ້ອງຖິ່ນ

ຂຸດຄົ້ນ ແລະ ກູ້ຊ່ວຍອັດຖິເສຍສະຫຼະຊີວິດເພື່ອຊາດ ໄດ້ຫຼາຍກວ່າ 1.300 ສະຫາຍ ຫຼັງຈາກຜ່ານຜ່າ 111 ວັນ ແລະ ຄືນ
ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ

ເມື່ອບໍ່ດົນມານີ້ (ວັນທີ 13 ກໍລະກົດ), ບັນດາຄະນະປະຕິບັດງານຂອງ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີບເພື່ອຊາດ (ຄະນະຊີ້ນຳ 515) ແລະ ຂອງກອງທັບເຂດ 3 ໄດ້ດຳເນີນການລົງກວດກາພາກສະໜາມຕົວຈິງ ຢູ່ແຂວງ ກວາງງາຍ, ແຂວງ ນິງບິ່ງ ແລະ ເຮັດວຽກຮ່ວມກັບອຳນາດການປົກຄອງທ້ອງຖິ່ນ ແນໃສ່ເລັ່ງລັດການຈັດຕັ້ງປະຕິບັດ “ແຜນງານ 500 ວັນ ແລະ ຄືນ” ພາຍໃນການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີບເພື່ອຊາດ.

ການກວດກາພາກສະໜາມຕົວຈິງ, ຊຸກຍູ້ແຜນງານ 500 ວັນ ແລະ ຄືນ ຢູ່ທ້ອງຖິ່ນ
ທ່ານພົນໂທ ຫງວຽນວັນເກົ໋າ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີບເພື່ອຊາດ ກ່າວຄຳປາໄສຢູ່ທີ່ກອງປະຊຸມເຮັດວຽກ.

ສຳລັບ 6 ເຂດໃໝ່ທີ່ມີຂໍ້ມູນສົງໄສວ່າອາດຈະມີອັດຖິນັກຮົບເສຍສະຫຼະຊີບເພື່ອຊາດນັ້ນ, ທ່ານພົນໂທ ຫງວຽນວັນເກົ໋າ ໄດ້ຮຽກຮ້ອງໃຫ້ຮີບຮ້ອນສັງລວມ, ປຽບທຽບ ແລະ ກວດກາຢັ້ງຢືນ: "ບົນພື້ນຖານເນື້ອໃນບົດສະຫຼຸບຂອງແຕ່ລະທ້ອງຖິ່ນ, ແມ່ນໃຫ້ສ້າງແຜນທີ່ຊອກຫາ, ທ້ອນໂຮມ ແລະ ສັງລວມບັນດາແຫຼ່ງຂໍ້ມູນຂ່າວສານທີ່ເກັບກຳໄດ້. ແຂວງ ກວາງງາຍ ຕ້ອງສືບຕໍ່ເກັບກຳ, ກວດກາຄືນ, ຢັ້ງຢືນ ແລະ ຈັດກອງປະຊຸມສໍາມະນາຢ່າງລະອຽດຖີ່ຖ້ວນກ່ຽວກັບບັນດາແຫຼ່ງຂ່າວ; ໂດຍສຸມໃສ່ບັນດາເຂດທີ່ຍັງມີອັດຖິນັກຮົບເສຍສະຫຼະຊີບເພື່ອຊາດເປັນຈຳນວນຫຼາຍ ແລະ ເຂດທີ່ມີຂຸມຝັງສົບລວມຂອງນັກຮົບເສຍສະຫຼະຊີບເພື່ອຊາດທີ່ໄດ້ກຳນົດໄວ້ແລ້ວ. ສູ້ຊົນເຮັດໃຫ້ສຳເລັດຄາດໝາຍການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີບເພື່ອຊາດ ທີ່ທາງກອງທັບເຂດມອບໝາຍໃຫ້. ໃນປະຈຸບັນ, ຜ່ານບັນດາເບາະແສທີ່ປະຊາຊົນ ແລະ ແຫຼ່ງຂໍ້ມູນຕ່າງໆສະໜອງໃຫ້, ແມ່ນໄດ້ກຳນົດ 6 ເຂດ ທີ່ມີຄວາມເປັນໄປໄດ້ວ່າອາດຈະຍັງມີອັດຖິນັກຮົບເສຍສະຫຼະຊີບເພື່ອຊາດ. ສຳລັບ 6 ເຂດດັ່ງກ່າວນີ້, ຂ້າພະເຈົ້າສະເໜີໃຫ້ຄະນະຊີ້ນຳຂັ້ນແຂວງ ແລະ ບັນດາກຳລັງການ ເຂົ້າຮ່ວມຢ່າງຮີບດ່ວນ, ສັງລວມ, ກວດກາຄືນ, ປຽບທຽບ ແລະ ກວດກາຢັ້ງຢືນໃຫ້ລະອຽດທີ່ສຸດ."

ຢູ່ແຂວງ ນິງບິ່ງ, ທ່ານພົນໂທ ເລືອງວັນກ໋ຽມ, ຜູ້ບັນຊາການກອງທັບເຂດ 3, ໄດ້ລົງກວດກາວຽກງານການຈັດຕັ້ງປະຕິບັດ "ບັ້ນຮົບ 500 ວັນ ແລະ ຄືນ", ແນໃສ່ຕີລາຄາການຜັນຂະຫຍາຍບັ້ນຮົບໃນພາກສະໜາມຕົວຈິງ, ແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງໃຫ້ທັນການ, ພ້ອມທັງຊີ້ນຳບັນດາທາງອອກເພື່ອຍົກສູງປະສິດທິຜົນການປະຕິບັດໜ້າທີ່ໃນຕໍ່ໜ້າ. ຢູ່ທີ່ບັນດາປ່າຊ້ານັກຮົບເສຍສະຫຼະຊີບເພື່ອຊາດ, ຄະນະປະຕິບັດງານໄດ້ຈຸດທູບ, ອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີບເພື່ອຊາດ; ກວດກາຕົວຈິງວຽກງານຜັນຂະຫຍາຍການເກັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີບເພື່ອຊາດ ເພື່ອຮັບໃຊ້ໃຫ້ແກ່ວຽກງານກຳນົດຕົວຕົນ; ຢ້ຽມຢາມ, ຖາມຂ່າວຄາວ, ປຸກລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ແກ່ບັນດາໝວດ, ໜ່ວຍງານ ທີ່ປະຕິບັດໜ້າທີ່ເກັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີບເພື່ອຊາດໂດຍກົງ.

ໃນວັນດຽວກັນ, ກອງບັນຊາການທະຫານ ນະຄອນ ດານັງ ໄດ້ຄົ້ນພົບ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີບເພື່ອຊາດໄດ້ 5 ອັດຖິ ຢູ່ເຂດຖ້ຳ ດ໋າຊັບ , ຂຶ້ນກັບຕາແສງ ຮ່າຢາ, ນະຄອນ ດານັງ. ຕາມແຜນການ, ພິທີໄວ້ອາໄລ ແລະ ປົງສົບອັດຖິນັກຮົບເສຍສະຫຼະຊີບເພື່ອຊາດທັງ 5 ອັດຖິ ຈະໄດ້ຈັດຂຶ້ນໃນຕອນບ່າຍມື້ນີ້ (14 ກໍລະກົດ), ຢູ່ປ່າຊ້ານັກຮົບເສຍສະຫຼະຊີບເພື່ອຊາດ ດ້າຍດົ່ງ, ຕາແສງ ຮ່າຢາ.

ຢູ່ແຂວງ ກາວບັງ, ກອງບັນຊາການທະຫານແຂວງ ກາວບັງ ກໍໄດ້ຈັດຕັ້ງການຂຸດຄົ້ນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີບເພື່ອຊາດ ໝາວັນຢີ ຢູ່ທີ່ບ້ານ ລາງມົນ, ຕາແສງ ມິງເຕິມ , ແຂວງ ກາວບັງ.

ວັນ​ທີ 2 ກັນຍາ ​ແມ່ນ​ວັນ​ມໍລະດົກ​ມິດຕະພາບ ​ຫວຽດນາມ - ອາ​ເມ​ລິ​ກາ ຢູ່ນະຄອນ ຊານຟານຊິດສໂກ ວັນ​ທີ 2 ກັນຍາ ​ແມ່ນ​ວັນ​ມໍລະດົກ​ມິດຕະພາບ ​ຫວຽດນາມ - ອາ​ເມ​ລິ​ກາ ຢູ່ນະຄອນ ຊານຟານຊິດສໂກ

ຍສໝ - ໃນ​​ການໄປ​ຢ້ຽມ​ຢາມ ແລະ ເຮັດວຽກ​ຂອງ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ຢູ່ອາ​ເມ​ລິ​ກາ ໃນ​ທ້າຍ​ເດືອນສິງຫາ 2024, ທ່ານນາງ​ຮອງ​ລັດ​ຖະ​ມົນ​ຕີ ເລ​ທິ​ທູ​ຮັ່ງ, ປະ​ທານ​ຄະ​ນະ​ກຳ​ມະ​ການ ໄດ້​ຮັບ​ຖະ​ແຫຼງ​ການ​ຈາກ​ເຈົ້າ​ຄອງ​ນະ​ຄອນຊານຟານຊິດສໂກ ລົງນາມ ດ້ວຍ​ເນື້ອ​ໃນ​ປະກາດ​ເອົາ​ວັນ​ທີ 2 ກັນຍາ ປີ 2024 ເປັນ​ວັນ​ມໍລະດົກ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ ຢູ່​ນະຄອນ ...

ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD ຫວຽດນາມ ແລະ ສີລັງກາ ມຸ່ງໄປເຖິງເຕີບໂຕວົງເງິນການຄ້າສອງຝ່າຍທີ່ບັນລຸ 500 ລ້ານ USD

ຍສໝ - ຕອນ​ບ່າຍ​ວັນ​ທີ 22 ພະຈິກ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂດະຮູ່ງຫວຽດ ໄດ້​​ຕ້ອນຮັບ​ທ່ານ Saj U. Mendis ​ເອກ​ອັກຄະ​ລັດຖະທູດ ສີ​ລັງກາ ປະຈຳ ຫວຽດນາມ.

Link: https://huunghivietlao.thoidai.com.vn/detail-article-22331.html

In bài biết