11:36 | 13/07/2026

3 ບຸລິມະສິດຊຸກຍູ້ສາຍພົວພັນປະຊາຊົນ ຫວຽດນາມ - ຟີລິບປິນ

ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ: ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ເປີດໜ້າປະຫວັດສາດການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ຟີລິບປິນ
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48: ຟີລິບປິນ ເດ່ກາວ ວາຍຈໍ່, ກິງງ່ຽມ ກົວ ຫວຽດນາມ

ເຫດການດັ່ງກ່າວ ແມ່ນຈັດຕັ້ງໂດຍ ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ຟີລິບປິນ ປະສານງານກັບ ສະຖານເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ.

ເຂົ້າຮ່ວມແຜນງານ ມີທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ທ່ານ ຟຸງດຶກຕ໋ຽນ, ອະດີດລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານສະມາຄົມມິດຕະພາບ ຫວຽດນາມ - ຟີລິບປິນ; ທ່ານ Francisco Noel R. Fernandez III, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ; ຕາງໜ້າບັນດາອົງການການທູດອາຊຽນ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງປະຊາຊົນ, ວິສາຫະກິດ, ອະດີດນັກສຶກສາຫວຽດນາມ ຢູ່ ຟີລິບປິນ ແລະ ຊຸມຊົນຊາວຟີລິບປິນ ທີ່ພວມດຳລົງຊີວິດຢູ່ ຫວຽດນາມ.

3 ບຸລິມະສິດຊຸກຍູ້ສາຍພົວພັນປະຊາຊົນ ຫວຽດນາມ - ຟີລິບປິນ
ລາຍການສະແດງສິລະປະໜຶ່ງ ຂອງນັກສຶກສາຟີລິບປິນ ທີ່ພວມສຶກສາຢູ່ມະຫາວິທະຍາໄລ ໄທງວຽນ. (ພາບ: ດິງຮວ່າ)

ການຮ່ວມມືທະວິພາຄີຂະຫຍາຍຕົວພາຍໃນຫຼາກຫຼາຍຂົງເຂດ

ທ່ານ ຟານແອງເຊີນ ໃຫ້ຮູ້ວ່າ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຟີລິບປິນ ແມ່ນວິວັດທະນາການແຫ່ງການສ້າງສາຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມເດີນທາງລະຫວ່າງສອງປະເທດ ທີ່ຮ່ວມກັນແບ່ງປັນຜົນປະໂຫຍດ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງມາດປາດຖະໜາກ່ຽວກັບພາກພື້ນ ອາຊີຕາເວັນອອກສຽງໃຕ້ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

ເຖິງວ່າສາຍພົວພັນທາງການທູດຢ່າງເປັນທາງການ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12 ກໍລະກົດ 1976, ແຕ່ການແລກປ່ຽນລະຫວ່າງປະຊາຊົນສອງປະເທດ ແມ່ນໄດ້ກຳເນີດຂຶ້ນຕັ້ງແຕ່ຫຼາຍສະຕະວັດກ່ອນໜ້ານັ້ນ. ນັບຕັ້ງແຕ່ສະຕະວັດທີ XV, ບັນດາການເຄື່ອນໄຫວດ້ານການຄ້າຢູ່ທະເລຕາເວັນອອກ ໄດ້ເຊື່ອມຕໍ່ບັນດາທ່າເຮືອການຄ້າຂອງ ຫວຽດນາມ ແລະ ຟີລິບປິນ, ເປີດສາກໃຫ້ແກ່ບັນດາການພົວພັນດ້ານເສດຖະກິດ ແລະ ວັດທະນະທຳ.

ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ສອງປະເທດໄດ້ເທື່ອລະກ້າວຂະຫຍາຍການຮ່ວມມື, ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ພາຍໃນປີ 2015 ແລະ ຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ ພາຍໃນການຢ້ຽມຢາມລັດຖະກິດ ຢູ່ທີ່ ຟີລິບປິນ ຂອງທ່ຽມທ່ານ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພາຍໃນເດືອນມິຖຸນາ ປີ 2026.

3 ບຸລິມະສິດຊຸກຍູ້ສາຍພົວພັນປະຊາຊົນ ຫວຽດນາມ - ຟີລິບປິນ
ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ກ່າວຄຳປາໄສຢູ່ທີ່ແຜນງານ ພົບປະມິດຕະພາບ. (ພາບ: ດິງຮວ່າ)

ຕາມທ່ານ Francisco Noel R. Fernandez III, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ແລ້ວ, ກອບສາຍພົວພັນໃໝ່ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສອງປະເທດ ພາຍໃນການເພີ່ມທະວີການຮ່ວມມື ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ແລະ ຟີລິບປິນ, ໃນຂະນະດຽວກັນກໍສ້າງເງື່ອນໄຂຊຸກຍູ້ການຮ່ວມມື ພາຍໃນບັນດາຂົງເຂດປ້ອງກັນປະເທດ, ການເດີນທະເລ, ເສດຖະກິດ, ການທ່ອງທ່ຽວ ແລະ ການແແລກປ່ຽນລະຫວ່າງປະຊາຊົນ.

ພາຍໃນຂົງເຂດປ້ອງກັນປະເທດ ແລະ ການເດີນທະເລ, ສອງປະເທດໄດ້ລົງນາມໃນບົດບັນທຶກຄວາມເຂົ້າອົກເຂົ້າໃຈ (MOU) ກ່ຽວກັບການຮ່ວມມືດ້ານປ້ອງກັນປະເທດ, ເປີດວິໄສທັດແຫ່ງການເພີ່ມທະວີການປະສານງານ ລະຫວ່າງ ບັນດາອົງການປ້ອງກັນປະເທດ. ກໍາລັງປົກປັກຮັກສາຊາຍຝັ່ງທະເລ ຟີລິບປິນ ແລະ ກໍາລັງຕໍາຫຼວດທະເລ ຫວຽດນາມ ກໍໄດ້ຮັກສາບັນດາການເຄື່ອນໄຫວແລກປ່ຽນ, ພົບປະ ແລະ ຮ່ວມມືດ້ານວິຊາສະເພາະ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພທາງທະເລ.

ການຮ່ວມມືດ້ານການຄ້າ, ການລົງທຶນ ສືບຕໍ່ແມ່ນໜຶ່ງພາຍໃນບັນດາຈຸດສຸມ ພາຍໃນສາຍພົວພັນທະວິພາຄີ. ມູນຄ່າການຄ້າສອງສົ້ນ ບັນລຸໄດ້ 7,8 ຕື້ USD ພາຍໃນປີ 2025; ສອງປະເທດ ມຸ່ງໄປເຖິງຄາດໝາຍບັນລຸ ແລະ ລື່ນກາຍ 10 ຕື້ USD.

ຟີລິບປິນ ຊຸກຍູ້ໃຫ້ວິສາຫະກິດ ຫວຽດນາມ ຂະຫຍາຍການລົງທຶນ ຢູ່ທີ່ຕະຫຼາດ ຟີລິບປິນ. ບັນດາວິສາຫະກິດ ຟີລິບປິນ ປະຈຸບັນພວມລົງທຶນຢູ່ ຫວຽດນາມ ພາຍໃນບັນດາຂົງເຂດ ເຊັ່ນ: ການປຸງແຕ່ງສະບຽງອາຫານ, ໂຄງລ່າງພື້ນຖານຄົມມະນາຄົມ, ການບຳບັດນ້ຳ, ການສຶກສາ ແລະ ເພສັດຊະກຳ (ຢາປົວພະຍາດ). ຫວຽດນາມ ສືບຕໍ່ແມ່ນໜຶ່ງພາຍໃນບັນດາແຫຼ່ງສະໜອງເຂົ້າສານອັນສຳຄັນໃຫ້ແກ່ ຟີລິບປິນ, ປະກອບສ່ວນຕອບສະໜອງຄວາມຕ້ອງການດ້ານສະບຽງອາຫານ ຂອງປະເທດນີ້.

ທ່ານເອກອັກຄະລັດຖະທູດ Francisco Noel R. Fernandez III ຍັງໄດ້ກ່າວເຖິງການທີ່ ຫວຽດນາມ ແລະ ຟີລິບປິນ ໄດ້ຮັບການຈັດອັນດັບຈາກ ທະນາຄານໂລກ (World Bank) ເຂົ້າໃນກຸ່ມບັນດາພື້ນຖານເສດຖະກິດທີ່ມີລາຍຮັບປານກາງລະດັບສູງ ນັບຕັ້ງແຕ່ເດືອນກໍລະກົດ ປີ 2026. ຕາມທ່ານແລ້ວ, ຂີດໝາຍດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງໝາກຜົນຂອງການບໍລິຫານເສດຖະກິດມະຫາພາກ ແລະ ບັນດາການປະຕິຮູບເສດຖະກິດ ທີ່ສອງປະເທດໄດ້ຜັນຂະຫຍາຍພາຍໃນໄລຍະເວລາຜ່ານມາ.

3 ບຸລິມະສິດຊຸກຍູ້ສາຍພົວພັນປະຊາຊົນ ຫວຽດນາມ - ຟີລິບປິນ
ທ່ານ Francisco Noel R. Fernandez III, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ກ່າວຄຳປາໄສຢູ່ທີ່ແຜນງານ ພົບປະມິດຕະພາບ. (ພາບ: ດິງຮວ່າ)

ພາຍໃນຂົງເຂດການທ່ອງທ່ຽວ, ແຜນງານຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ຟີລິບປິນ ໄລຍະ 2026-2029, ພ້ອມກັບການເພີ່ມທະວີການເຊື່ອມຕໍ່ທາງອາກາດ, ແມ່ນໄດ້ຮັບຄວາມມຸ່ງຫວັງວ່າຈະສ້າງຄວາມສະດວກໃຫ້ແກ່ການໄປມາຫາສູ່ ແລະ ຊຸກຍູ້ການແລກປ່ຽນນັກທ່ອງທ່ຽວ ລະຫວ່າງ ສອງປະເທດ.

ເມື່ອເຕືອນເຖິງຊຸມຊົນຊາວ ຟີລິບປິນ ທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ສະຖານເອກອັກຄະລັດຖະທູດ ຟີລິບປິນ ຈະສືບຕໍ່ປະສານງານກັບບັນດາອົງການຈັດຕັ້ງທີ່ມີພາລະບົດບາດຂອງ ຫວຽດນາມ ແນໃສ່ຮັບປະກັນຄວາມປອດໄພ, ສິດຜົນປະໂຫຍດ ແລະ ສະຫວັດດີການ ຂອງພົນລະເມືອງ ຟີລິບປິນ.

ຢູ່ທີ່ລະດັບພາກພື້ນ, ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ສາຍພົວພັນ ຫວຽດນາມ - ຟີລິບປິນ ທີ່ຂະຫຍາຍຕົວຢ່າງໝັ້ນຄົງ ເຂັ້ມແຂງ ຈະປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ຂອງ ອາຊຽນ (ASEAN). ສອງປະເທດຮ່ວມກັນສະໜັບສະໜູນການແກ້ໄຂບັນດາບັນຫາພາກພື້ນ ດ້ວຍມາດຕະການສັນຕິພາບ, ບົນພື້ນຖານການເຄົາລົບກົດໝາຍສາກົນ.

ບົນຖານະເປັນປະທານອາຊຽນ ພາຍໃນປີ 2026, ຟີລິບປິນ ສະຫຼຸບຕີລາຄາສູງ ຕໍ່ກັບການຮ່ວມເດີນທາງ ຂອງ ຫວຽດນາມ ຕໍ່ກັບບັນດາແຜນງານວາລະປະຊຸມຂອງພາກພື້ນ, ພາຍໃນນັ້ນມີຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ການສ້າງສາປະຊາຄົມອາຊຽນທີ່ກຸ້ມຕົນເອງ ແລະ ການປົກປ້ອງພົນລະເມືອງອາຊຽນ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ຕ່າງປະເທດ.

ຂະຫຍາຍການເຊື່ອມຕໍ່ທ້ອງຖິ່ນ, ວິສາຫະກິດ ແລະ ຄົນຮຸ່ນໜຸ່ມ

ທ່ານ ຟານແອງເຊີນ ເນັ້ນໜັກວ່າ, ການທູດຂອງລັດ ແມ່ນການສ້າງກອບການຮ່ວມມື, ສ່ວນການທູດປະຊາຊົນ ແມ່ນປະກອບສ່ວນສ້າງກຳລັງແຮງແຫ່ງຊີວິດອັນຍືນຍົງ ໃຫ້ແກ່ສາຍພົວພັນລະຫວ່າງບັນດາປະເທດ.

ພາຍໃນ 50 ປີຜ່ານມາ, ສາຍພົວພັນປະຊາຊົນ ຫວຽດນາມ - ຟີລິບປິນ ໄດ້ຮັບການຊຸກຍູ້ຜ່ານການຮ່ວມມືດ້ານເສດຖະກິດ, ການສຶກສາ, ວັດທະນະທຳ ແລະ ການເຊື່ອມຕໍ່ລະຫວ່າງບັນດາອົງການຈັດຕັ້ງ, ທ້ອງຖິ່ນ, ສະຖານທີ່ການສຶກສາ ແລະ ຊຸມຊົນຂອງສອງປະເທດ.

3 ບຸລິມະສິດຊຸກຍູ້ສາຍພົວພັນປະຊາຊົນ ຫວຽດນາມ - ຟີລິບປິນ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກຮ່ວມກັນ. (ພາບ: ດິງຮວ່າ)

ພາຍໃນໄລຍະເວລາຕໍ່ໜ້າ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະປະສານງານກັບ ສະຖານເອກອັກຄະລັດຖະທູດ ຟີລິບປິນ ແລະ ບັນດາຄູ່ຮ່ວມມືປະຊາຊົນ ເພື່ອຜັນຂະຫຍາຍຖະແຫຼງການຮ່ວມ ກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີ, ໂດຍສຸມໃສ່ 3 ບຸລິມະສິດຄື:

ທີໜຶ່ງ: ຂະຫຍາຍເຄືອຂ່າຍການແລກປ່ຽນ, ເຊື່ອມຕໍ່ປະຊາຊົນ ນັບຕັ້ງແຕ່ບັນດາຕົວເມືອງໃຫຍ່ ໄປຮອດບັນດາທ້ອງຖິ່ນ ແລະ ຊຸມຊົນປະຊາຊົນ ຜ່ານບັນດາການເຄື່ອນໄຫວວັດທະນະທຳ, ການສຶກສາ ແລະ ການແລກປ່ຽນມິດຕະພາບ.

ທີສອງ: ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງການທູດປະຊາຊົນ ພາຍໃນການເຊື່ອມຕໍ່ບັນດາສະມາຄົມວິສາຫະກິດ, ວິສາຫະກິດເລີ່ມຕົ້ນທຸລະກິດ (Start-up) ແລະ ທ້ອງຖິ່ນຂອງສອງປະເທດ; ຜ່ານນັ້ນ ສະໜັບສະໜູນການຮ່ວມມືດ້ານການຄ້າ, ກະສິກຳເຕັກໂນໂລຊີສູງ ແລະ ເສດຖະກິດດິຈິຕອນ.

ທີສາມ: ເພີ່ມທະວີການເຊື່ອມຕໍ່ຄົນຮຸ່ນໜຸ່ມ, ເທື່ອລະກ້າວສ້າງຕັ້ງບັນດາເຄືອຂ່າຍໃຫ້ແກ່ຜູ້ນຳໜຸ່ມ, ນັກວິຊາການ, ນັກຮຽນ-ນັກສຶກສາ ແລະ ນັກທຸລະກິດໜຸ່ມ; ຊຸກຍູ້ການສ້າງບັນດາຂໍ້ລິເລີ່ມຮ່ວມກັນກ່ຽວກັບການສຶກສາ, ຄວາມສາມາດດ້ານດິຈິຕອນ ແລະ ການຂະຫຍາຍຕົວຢ່າງຍືນຍົງ.

ການສຶກສາ ແມ່ນໜຶ່ງພາຍໃນບັນດາຊ່ອງທາງການເຊື່ອມຕໍ່ ທີ່ບັນດາຜູ້ແທນໄດ້ຍົກຂຶ້ນມາຢູ່ທີ່ແຜນງານ. ນັກສຶກສາຫວຽດນາມ ຫຼາຍຮ້ອຍຄົນໄດ້ສຶກສາຢູ່ ຟີລິບປິນ; ພົນລະເມືອງຟີລິບປິນ ຫຼາຍທ່ານກໍພວມສຶກສາ, ເຮັດວຽກ, ສິດສອນພາສາອັງກິດ ແລະ ຊອກຮູ້ວັດທະນະທຳຢູ່ ຫວຽດນາມ.

ບັນດາສັນຍາລັກທາງດ້ານວັດທະນະທຳ, ປະຫວັດສາດ ກໍປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. ຮູບປັ້ນປະທານ ໂຮ່ຈີມິນ ໄດ້ຮັບການປະດິດສະຖານໄວ້ຢູ່ທີ່ນະຄອນຫຼວງ ມານີລາ (Manila) ແລະ ພາຍໃນບໍລິເວນ ມະຫາວິທະຍາໄລເຕັກໂນໂລຊີແຫ່ງຊາດ Laguna; ຮູບປັ້ນປະທານ ໂຮ່ຈີມິນ ແລະ ວີລະບູລຸດປະຊາຊົນ ຟີລິບປິນ José Rizal ໄດ້ຮັບການປະດິດສະຖານໄວ້ຢູ່ທີ່ ມະຫາວິທະຍາໄລ ໄທງວຽນ.

ຕາມທ່ານ ຟານແອງເຊີນ, ບັນດາກິດຈະການເຫຼົ່ານີ້ ໄດ້ສະແດງໃຫ້ເຫັນເຖິງການເຊີດຊູມະຫາບຸລຸດທັງສອງທ່ານ, ສອງແນວຄິດອັນຍິ່ງໃຫຍ່ກ່ຽວກັບເອກະລາດປະຊາຊາດ, ໃນຂະນະດຽວກັນກໍຕັກເຕືອນຄົນຮຸ່ນໜຸ່ມກ່ຽວກັບບັນດາຄຸນຄ່າລວມ ທີ່ສອງປະຊາຊາດຮ່ວມກັນສະແຫວງຫາ: ເສລີພາບ, ຄວາມຍຸຕິທຳ ແລະ ຄວາມຮັກຊາດ.

ຕາງໜ້າໃຫ້ແກ່ອະດີດນັກສຶກສາຫວຽດນາມ ຢູ່ ຟີລິບປິນ, ທ້າວ ຫງວຽນຮຶງບິ່ງ, ອະດີດນັກສຶກສາ ມະຫາວິທະຍາໄລ Far Eastern, ໃຫ້ຮູ້ວ່າ ໄລຍະເວລາຮໍ່າຮຽນຢູ່ ຟີລິບປິນ ໄດ້ຊ່ວຍໃຫ້ລາວໄດ້ຮັບຄວາມຮູ້, ຝຶກຝົນຫຼໍ່ຫຼອມພາສາຕ່າງປະເທດ, ວິທີການຮຽນ ແລະ ຊອກຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບວັດທະນະທຳ, ສັງຄົມຂອງປະເທດເພື່ອນມິດ.

ຕາມລາວແລ້ວ, ສະພາບແວດລ້ອມການຮຽນທີ່ເປີດກວ້າງ, ຫຼາຍຮູບຫຼາຍສີທາງວັດທະນະທຳ ພ້ອມກັບການສະໜັບສະໜູນຊ່ວຍເຫຼືອຈາກຄູອາຈານ, ເພື່ອນມິດ ແລະ ຊຸມຊົນທ້ອງຖິ່ນ ໄດ້ຊ່ວຍໃຫ້ນັກສຶກສາຕ່າງປະເທດ ຍົກສູງຄວາມສາມາດແຫ່ງການເຊື່ອມໂຍງ, ເຂົ້າໃຈ ແລະ ເຄົາລົບຄວາມແຕກຕ່າງທາງດ້ານວັດທະນະທຳ.

“ຈາກບັນດາປະສົບການຕົວຈິງພາຍໃນການຮຽນ ແລະ ວິຖີຊີວິດ, ຂ້າພະເຈົ້າເຂົ້າໃຈວ່າ ສາຍພົວພັນ ຫວຽດນາມ - ຟີລິບປິນ ບໍ່ພຽງແຕ່ໄດ້ສະແດງອອກຜ່ານບັນດາກອບການຮ່ວມມືລະຫວ່າງສອງປະເທດເທົ່ານັ້ນ, ແຕ່ມັນຍັງໄດ້ຮັບການບຳລຸງສ້າງມາຈາກສາຍພົວພັນອັນສະໜິດສະໜົມ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ”, ທ້າວ ຫງວຽນຮຶງບິ່ງ ກ່າວ.

ລາວໄດ້ສະເໜີໃຫ້ສອງປະເທດ ສືບຕໍ່ຂະຫຍາຍບັນດາແຜນງານແລກປ່ຽນນັກສຶກສາ, ແລກປ່ຽນເຍົາວະຊົນ ແລະ ເຊື່ອມຕໍ່ອະດີດນັກສຶກສາຕ່າງປະເທດ. ເຄືອຂ່າຍຊາວຫວຽດນາມ ທີ່ເຄີຍສຶກສາຢູ່ ຟີລິບປິນ ສາມາດເສີມຂະຫຍາຍບົດບາດເປັນຂົວຕໍ່ພາຍໃນບັນດາຂົງເຂດການສຶກສາ, ວັດທະນະທຳ, ເສດຖະກິດ, ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ທ່ານ Francisco Noel R. Fernandez III, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ ຢັ້ງຢືນວ່າ, ບັນດາໝາກຜົນພົ້ນເດັ່ນພາຍໃນສາຍພົວພັນທະວິພາຄີ ແມ່ນໝາກຜົນມາຈາກຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນສອງປະເທດ. ຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ບັນດາການເຄື່ອນໄຫວຮ່ວມມື ລະຫວ່າງ ປະຊາຊົນ ຫວຽດນາມ ແລະ ຟີລິບປິນ ແມ່ນພື້ນຖານເພື່ອໃຫ້ສາຍພົວພັນຂອງສອງປະເທດ ສືບຕໍ່ຂະຫຍາຍຕົວພາຍໃນໄລຍະເວລາຕໍ່ໜ້າ.

ຂໍ້ລິເລີ່ມຫຼາຍຢ່າງເພື່ອເຊື່ອມຕໍ່ການຮ່ວມມືລະຫວ່າງ ດ່າຫນັງ ແລະ ຟີລິບປິນ ຂໍ້ລິເລີ່ມຫຼາຍຢ່າງເພື່ອເຊື່ອມຕໍ່ການຮ່ວມມືລະຫວ່າງ ດ່າຫນັງ ແລະ ຟີລິບປິນ

ຍສໝ - ທ່ານນາງ ຫງວຽນທິກິມຕວຽນ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ, ຫວ່າງມໍ່ໆມານີ້ ໄດ້ມີການຕ້ອນຮັບ ທ່ານ ສາດສະດາຈານ Roland G. Simbulan, ສັງກັດມະຫາວິທະຍາໄລ ຟີລິບປິນ, ປະທານສູນກາງມອບສິດໃຫ້ປະຊາຊົນໃນປົກຄອງບໍລິຫານ (CenPeg) ແລະ ພັນລະຍາ ເນື່ອງໃນການຢ້ຽມຢາມນະຄອນ ດ່າໜັງ. 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ຂໍ້​ລິ​ເລີ່ມ​ເຊື່ອມ​ຕໍ່​ລະຫວ່າງ​ນະຄອນ ດ່າ​ໜັງ ​ແລະ ...

ຟີລິບປິນ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ເພື່ອແນໃສ່ການຮັບປະກັນແຫຼ່ງການສະໜອງເຂົ້າສານ ຟີລິບປິນ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ເພື່ອແນໃສ່ການຮັບປະກັນແຫຼ່ງການສະໜອງເຂົ້າສານ

ຍສໝ - ຟີ​ລິບ​ປິນ ​ນຳ​ເຂົ້າ​ເຂົ້າສານຈາກ​ຫວຽດ​ນາມ ເຖິງ 80% . ຟີ​ລິບ​ປິນ ກໍາລັງຖື​ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ເພື່ອ​ຮັບ​ປະ​ກັນ​ຄວາມໝັ້ນຄົງດ້ານສະ​ບຽງ​ອາ​ຫານ​ພາຍ​ໃນ​ປະ​ເທດ.

Link: https://huunghivietlao.thoidai.com.vn/detail-article-22321.html

In bài biết