15:40 | 09/07/2026

ການຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດ - ເຊື່ອມຕໍ່ຊຸມຊົນ, ກະຈາຍຄຸນຄ່າວັດທະນະທຳຫວຽດນາມ

ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຈັດການແລກປ່ຽນນາຍທະຫານໜຸ່ມຄັ້ງທີ I
ການແລກປ່ຽນລະຫວ່າງປະຊາຊົນ ສືບຕໍ່ຖະນຸຖະໜອມສາຍພົວພັນ ຫວຽດນາມ - ຝຣັ່ງ
ການຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດ - ເຊື່ອມຕໍ່ຊຸມຊົນ, ກະຈາຍຄຸນຄ່າວັດທະນະທຳຫວຽດນາມ
ພາສາຫວຽດ ບໍ່ພຽງແຕ່ແມ່ນພາຫະນະໃນການສື່ສານເທົ່ານັ້ນ ແຕ່ຍັງແມ່ນຮາກເຫງົ້າຂອງເອກະລັກ, ແມ່ນຄວາມຊົງຈຳທາງວັດທະນະທຳ ແລະ ແມ່ນສາຍໃຍຮັດແໜ້ນຄວາມສະໜິດແໜ້ນ ຂອງຊາວຫວຽດນາມຫຼາຍລ້ານຄົນ ຢູ່ທົ່ວທຸກມຸມໂລກ.

ພາສາຫວຽດ – ມໍລະດົກວັດທະນະທຳເຊື່ອມຕໍ່ບັນດາຄົນຮຸ່ນຊາວຫວຽດນາມ

ພາສາຫວຽດ ບໍ່ພຽງແຕ່ຊ່ວຍໃຫ້ມະນຸດສື່ສານກັນເທົ່ານັ້ນ. ພາສາຫວຽດ ຍັງຮັກສາລະບົບຄຸນຄ່າວັດທະນະທຳ, ຄຸນສົມບັດສິນທຳ, ວິຖີຊີວິດ, ແນວຄິດຈິນຕະນາການ ແລະ ຈິດວິນຍານຫວຽດນາມ. ແຕ່ລະຄຳສັບຕ່າງກໍແບກຫາບຮ່ອງຮອຍທາງປະຫວັດສາດ. ແຕ່ລະຄຳສຸພາສິດ, ຄຳພັງເພີຍ ຕ່າງກໍບັນຈຸຄວາມຮູ້ພື້ນເມືອງ ທີ່ໄດ້ຮັບການສະສົມມາຜ່ານຫຼາຍເຊັ່ນຄົນ. ແຕ່ລະຮູບແບບການເອີ້ນສັບພະນາມ ຕ່າງກໍສະທ້ອນໃຫ້ເຫັນເຖິງຄວາມງົດງາມຂອງວັດທະນະທຳການປະພຶດຂອງຊາວຫວຽດນາມ. ອາດຈະແມ່ນຍ້ອນແນວນັ້ນ, ເມື່ອຊາວຫວຽດນາມແຕ່ລະຄົນຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ສິ່ງທີ່ເຂົາເຈົ້າຄິດຮອດກ່ອນໝູ່ ບໍ່ພຽງແຕ່ແມ່ນຫຼັງຄາເຮືອນ, ສາຍນ້ຳ ຫຼື ເສັ້ນທາງແຫ່ງໄວເດັກເທົ່ານັ້ນ, ແຕ່ແມ່ນສຽງເວົ້າຂອງບ້ານເກີດເມືອງນອນ. ຍ້ອນວ່າພາສາຫວຽດ ກໍແມ່ນສະຖານທີ່ຍຶດໜ່ຽວຮາກເຫງົ້າເອົາໄວ້.

ການອະນຸລັກ, ຮັກສາ ແລະ ເສີມຂະຫຍາຍພາສາຫວຽດໃນທຸກມື້ນີ້ ບໍ່ພຽງແຕ່ແມ່ນເລື່ອງລາວສະເພາະຂອງຂະແໜງການສຶກສາ, ຂອງວົງການພາສາສາດ ຫຼື ຂອງບັນດາອົງການຄຸ້ມຄອງລັດເທົ່ານັ້ນ. ແຕ່ມັນແມ່ນຄວາມຮັບຜິດຊອບລວມຂອງທົ່ວສັງຄົມ.

ນັກຂ່າວ ໂດທິມິງຫງອກ, ຮອງປະທານປະຈຳການ ສະໂມສອນມໍລະດົກວັດທະນະທຳພາສາຫວຽດ ໃຫ້ຮູ້ວ່າ: "ພາສາຫວຽດ ບໍ່ພຽງແຕ່ແມ່ນພາຫະນະໃນການສື່ສານເທົ່ານັ້ນ ແຕ່ຍັງແມ່ນຮາກເຫງົ້າຂອງເອກະລັກ, ແມ່ນຄວາມຊົງຈຳທາງວັດທະນະທຳ ແລະ ແມ່ນສາຍໃຍຮັດແໜ້ນຄວາມສະໜິດແໜ້ນ ຂອງຊາວຫວຽດນາມຫຼາຍລ້ານຄົນ ຢູ່ທົ່ວທຸກມຸມໂລກ. ການສ້າງຕັ້ງສະໂມສອນມໍລະດົກວັດທະນະທຳພາສາຫວຽດ ບໍ່ພຽງແຕ່ແນໃສ່ຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງການສ້າງສາຊຸມຊົນໜຶ່ງ ທີ່ຮ່ວມແຮງຮ່ວມໃຈກັນກະຈາຍຄວາມຮັກຕໍ່ກັບພາສາຫວຽດ, ບຳລຸງສ້າງຄວາມພາກພູມໃຈໃນປະຊາຊາດ ແລະ ເຊື່ອມຕໍ່ບັນດາຄົນຮຸ່ນຊາວຫວຽດນາມ ກັບບ້ານເກີດເມືອງນອນ.

ພວກຂ້າພະເຈົ້າມີຄວາມມຸ່ງມາດປາດຖະໜາເປັນພິເສດ ທີ່ຈະໄດ້ຮ່ວມເດີນທາງໄປພ້ອມກັບລູກຫຼານຊາວຫວຽດນາມອາໄສຢູ່ຕ່າງປະເທດ, ນັກຮຽນຢູ່ຕາມບັນດາໂຮງຮຽນສາກົນ ຢູ່ຫວຽດນາມ ແລະ ຊຸມຊົນຊາວຕ່າງປະເທດ ທີ່ຮັກແພງວັດທະນະທຳຫວຽດນາມ, ເພື່ອໃຫ້ພາສາຫວຽດ ກາຍເປັນຂົວຕໍ່ແຫ່ງຄວາມເຂົ້າອົກເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ບັນດາພື້ນຖານວັດທະນະທຳ. ແຕ່ລະຄົນທີ່ຮັກແພງພາສາຫວຽດ ຕ່າງກໍສາມາດກາຍເປັນ 'ທູດວັດທະນະທຳ' ຜູ້ໜຶ່ງ, ປະກອບສ່ວນນຳເອົາບັນດາຄຸນຄ່າອັນດີງາມຂອງຫວຽດນາມ ກະຈາຍໄປສູ່ເພື່ອນມິດສາກົນ." ນັກຂ່າວ ໂດທິມິງງອກ ເນັ້ນໜັກ.

ເມື່ອເດັກນ້ອຍຄົນໜຶ່ງຢູ່ຕ່າງປະເທດ ຍັງສາມາດເວົ້າພາສາແມ່ໄດ້, ເມື່ອນັກຮຽນສາກົນຄົນໜຶ່ງ ມີຄວາມມັກຮັກໃນການຮຽນພາສາຫວຽດ, ຫຼື ເມື່ອເພື່ອນມິດຊາວຕ່າງປະເທດຄົນໜຶ່ງ ມີຄວາມເຂົ້າໃຈຕື່ມກ່ຽວກັບວັດທະນະທຳຫວຽດນາມ ຜ່ານທາງດ້ານພາສາ, ນັ້ນກໍຄືຄວາມສຳເລັດຂອງວິວັດທະນາການແຫ່ງການອະນຸລັກ ແລະ ກະຈາຍມໍລະດົກວັດທະນະທຳຫວຽດນາມ. ສະໂມສອນມໍລະດົກວັດທະນະທຳພາສາຫວຽດ ມຸ່ງຫວັງທີ່ຈະກາຍເປັນຫຼັງຄາເຮືອນລວມ ຂອງບັນດາຜູ້ທີ່ຮັກແພງພາສາຫວຽດ ຢູ່ທົ່ວໂລກ.

ການຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດ - ເຊື່ອມຕໍ່ຊຸມຊົນ, ກະຈາຍຄຸນຄ່າວັດທະນະທຳຫວຽດນາມ
ການສ້າງຕັ້ງສະໂມສອນມໍລະດົກວັດທະນະທຳພາສາຫວຽດ ບໍ່ພຽງແຕ່ແນໃສ່ຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງການສ້າງສາຊຸມຊົນໜຶ່ງ ທີ່ຮ່ວມແຮງຮ່ວມໃຈກັນກະຈາຍຄວາມຮັກຕໍ່ກັບພາສາຫວຽດ, ບຳລຸງສ້າງຄວາມພາກພູມໃຈໃນປະຊາຊາດ ແລະ ເຊື່ອມຕໍ່ບັນດາຄົນຮຸ່ນຊາວຫວຽດນາມ ກັບບ້ານເກີດເມືອງນອນ.

ການສ້າງຕັ້ງສະໂມສອນມໍລະດົກວັດທະນະທຳພາສາຫວຽດ – ເຊື່ອມຕໍ່ຊຸມຊົນ, ກະຈາຍຄຸນຄ່າ

ສະໂມສອນມໍລະດົກວັດທະນະທຳພາສາຫວຽດ ແມ່ນອົງການຈັດຕັ້ງທີ່ຂຶ້ນກັບ ກອງທຶນສະໜັບສະໜູນການອະນຸລັກມໍລະດົກວັດທະນະທຳຫວຽດນາມ, ເຄື່ອນໄຫວບົນຈິດໃຈສະໝັກໃຈ, ບໍ່ສະແຫວງຫາຜົນກຳໄລ, ມຸ່ງໄປເຖິງຄາດໝາຍສ້າງສາຊຸມຊົນໜຶ່ງ ທີ່ມີຄວາມສາມັກຄີ, ສ້າງສັນ ແລະ ມີຄວາມຮັບຜິດຊອບ ພາຍໃນການຮັກສາ, ເສີມຂະຫຍາຍພາສາຫວຽດ.

ສະໂມສອນໄດ້ເຕົ້າໂຮມ: ບັນດານັກຄົ້ນຄວ້າ, ເຊ່ຽວຊານດ້ານພາສາ, ການສຶກສາ ແລະ ວັດທະນະທຳ; ຄູອາຈານ, ວັນນະຄະດີສິລະປິນ, ນັກຂ່າວ, ນັກທຸລະກິດ ແລະ ບັນດາຜູ້ເຄື່ອນໄຫວພາຍໃນຂົງເຂດວັດທະນະທຳ; ພົນລະເມືອງຫວຽດນາມ ພາຍໃນປະເທດ; ຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ; ນັກຮຽນ, ນັກສຶກສາ ແລະ ເຍົາວະຊົນ ທີ່ຮັກແພງພາສາຫວຽດ; ບັນດາໂຮງຮຽນ, ສະຖານທີ່ການສຶກສາ, ສູນຝຶກອົບຮົມພາສາຫວຽດ; ຊາວຕ່າງປະເທດ ທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກ ຢູ່ຫວຽດນາມ ທີ່ມີຄວາມມຸ່ງມາດປາດຖະໜາຢາກຊອກຮູ້ ກ່ຽວກັບພາສາຫວຽດ ແລະ ວັດທະນະທຳຫວຽດນາມ.

ການຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດ - ເຊື່ອມຕໍ່ຊຸມຊົນ, ກະຈາຍຄຸນຄ່າວັດທະນະທຳຫວຽດນາມ
ສຳລັບຊາວຫວຽດນາມແຕ່ລະຄົນ, ເປັນພິເສດແມ່ນຄົນຮຸ່ນໜຸ່ມທີ່ເກີດ ແລະ ເຕີບໃຫຍ່ພາຍໃຕ້ສະພາບແວດລ້ອມແຫ່ງການເຊື່ອມໂຍງ ຫຼື ຢູ່ຕ່າງປະເທດ, ພາສາຫວຽດ ບໍ່ພຽງແຕ່ແມ່ນພາສາໃນການສື່ສານເທົ່ານັ້ນ ແຕ່ຍັງແມ່ນສາຍໃຍເຊື່ອມຕໍ່ກັບຮາກເຫງົ້າ, ຄອບຄົວ ແລະ ບ້ານເກີດເມືອງນອນອີກດ້ວຍ.

ທ່ານນາງ ໂດທິມິງຫງອກ, ຮອງປະທານປະຈຳການ ສະໂມສອນມໍລະດົກວັດທະນະທຳພາສາຫວຽດ ໃຫ້ຮູ້ເພີ່ມເຕີມວ່າ: "ທັນທີພາຍຫຼັງການສ້າງຕັ້ງ, ສະໂມສອນຈະຜັນຂະຫຍາຍຫຼາຍແຜນງານຈຸດສຸມ: ຈັດຕັ້ງວັນບຸນມໍລະດົກພາສາຫວຽດ ແລະ ບັນດາເຫດການປະຈຳປີເພື່ອເຊີດຊູພາສາຫວຽດ; ຈັດຕັ້ງເວທີປາໄສ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາກ່ຽວກັບການອະນຸລັກ ແລະ ເສີມຂະຫຍາຍພາສາຫວຽດ ພາຍໃຕ້ສະພາບແວດລ້ອມແຫ່ງການເຊື່ອມໂຍງສາກົນ.

ຄຽງຄູ່ກັນນັ້ນ, ສ້າງບັນດາແຜນງານທັດສະນະສຶກສາ ແລະ ປະສົບການຕົວຈິງກ່ຽວກັບພາສາຫວຽດ ແລະ ວັດທະນະທຳຫວຽດນາມ ໃຫ້ແກ່ເດັກນ້ອຍ, ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດທີ່ຮັກແພງພາສາຫວຽດ ແລະ ວັດທະນະທຳຫວຽດ. ປະສານງານກັບບັນດາໂຮງຮຽນ, ສະຖາບັນຄົ້ນຄວ້າ, ອົງການຈັດຕັ້ງການສຶກສາ ແລະ ວັດທະນະທຳ ທັງພາຍໃນປະເທດ ແລະ ສາກົນ ເພື່ອຂະຫຍາຍບັນດາແຜນງານການຮຽນ-ການສອນພາສາຫວຽດ.

ໃນຂະນະດຽວກັນ, ຈັດຕັ້ງບັນດາການແຂ່ງຂັນ, ແຜນງານແລກປ່ຽນວັດທະນະທຳ, ສິລະປະ ແລະ ການທັດສະນະສຶກສາມໍລະດົກ ໃຫ້ແກ່ໄວໜຸ່ມ, ເຍົາວະຊົນ ແລະ ຊຸມຊົນສາກົນ. ສ້າງຕັ້ງບັນດາສະໂມສອນສະມາຊິກ, ສາຂາ ແລະ ເຄືອຂ່າຍຜູ້ຕາງໜ້າຢູ່ຕາມບັນດາທ້ອງຖິ່ນ, ພ້ອມທັງຂະຫຍາຍການເຊື່ອມຕໍ່ກັບຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ".

ພາຍໃນກະແສຟອງແຫ່ງການເຊື່ອມໂຍງ ແລະ ໂລກາພິວັດ, ພາສາຫວຽດ ພວມຢືນຕໍ່ໜ້າໂອກາດເພື່ອແຜ່ຂະຫຍາຍ, ແຕ່ກໍຕ້ອງຜະເຊີນໜ້າກັບຄວາມສ່ຽງທີ່ຈະຖືກມູນເຊື້ອຫລົງລືມ ຫາກຂາດການຮັກສາຢ່າງເປັນເຈົ້າການ. ການຮັກສາຄວາມບໍລິສຸດຜຸດຜ່ອງຂອງພາສາຫວຽດ ບໍ່ແມ່ນສິ່ງທີ່ໃຫຍ່ໂຕມະໂຫລານໄກຕົວ, ແຕ່ມັນເລີ່ມຕົ້ນມາຈາກການເວົ້າ, ການຂຽນ ແລະ ການປະພຶດປະຕິບັດປະຈຳວັນຂອງແຕ່ລະຄົນ. ແຕ່ລະຄຳເວົ້າທີ່ຖືກຕ້ອງຕາມມາດຕະຖານ, ແຕ່ລະຕົວອັກສອນທີ່ສະແດງເຖິງຄວາມເຄົາລົບ ຕ່າງກໍແມ່ນການກະທຳໜຶ່ງທີ່ປະກອບສ່ວນປົກປັກຮັກສາມໍລະດົກທາງດ້ານພາສາຂອງປະຊາຊາດ. ພາຍໃຕ້ສະພາບແວດລ້ອມແຫ່ງການເຊື່ອມໂຍງຢ່າງກວ້າງຂວາງເລິກເຊິ່ງ, ໃນເວລາທີ່ບັນດາຄຸນຄ່າວັດທະນະທຳມີການປະສົມປະສານກັນຢ່າງຕໍ່ເນື່ອງ, ພາສາຫວຽດ ແຮ່ງຈຳເປັນຕ້ອງໄດ້ຮັບການຮັກສາໄວ້ ຄືດັ່ງ "ບັດປະຈຳຕົວທາງວັດທະນະທຳ" ທີ່ບໍ່ສາມາດປ່ຽນແທນໄດ້.

ສະໂມສອນມໍລະດົກວັດທະນະທຳພາສາຫວຽດ ຍ້ອນແນວນັ້ນ ຈຶ່ງບໍ່ພຽງແຕ່ແມ່ນສະຖານທີ່ເຊື່ອມຕໍ່ບັນດາຜູ້ທີ່ຮັກແພງພາສາຫວຽດເທົ່ານັ້ນ, ແຕ່ຍັງແມ່ນເນື້ອທີ່ເພື່ອປຸກຝັງຄວາມຮັບຜິດຊອບຂອງພົນລະເມືອງທາງວັດທະນະທຳ, ເຊິ່ງແຕ່ລະບຸກຄົນສາມາດກາຍເປັນ "ທູດວັດທະນະທຳ" ຜູ້ໜຶ່ງ ທີ່ຊ່ວຍກະຈາຍຄວາມງົດງາມຂອງພາສາປະຊາຊາດ. ເມື່ອພາສາຫວຽດ ໄດ້ຮັບການເຄົາລົບ ແລະ ນຳໃຊ້ຢ່າງຖືກຕ້ອງຕາມຄວາມເໝາະສົມ, ນັ້ນກໍແມ່ນເວລາທີ່ເອກະລັກຫວຽດ ໄດ້ຮັບການຢັ້ງຢືນຢ່າງໝັ້ນຄົງ, ປະກອບສ່ວນນຳພາບພົດປະເທດຊາດ, ຊາວຫວຽດນາມ ກະຈາຍໄປຢ່າງກວ້າງຂວາງ ເລິກເຊິ່ງ ແລະ ຍືນຍົງ ຢູ່ເທິງເວທີສາກົນ.

ຍົກສູງບົດບາດ ຫວຽດນາມ ພາຍໃນການຮ່ວມມື ວັດທະນະທຳ - ສັງຄົມ ASEAN ຍົກສູງບົດບາດ ຫວຽດນາມ ພາຍໃນການຮ່ວມມື ວັດທະນະທຳ - ສັງຄົມ ASEAN

ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫາກຊົງປະກາດໃຊ້ ຂໍ້ຕົກລົງສະບັບເລກທີ 1541/QĐ-BVHTTDL ກ່ຽວກັບ ແຜນການເຄື່ອນໄຫວ ໄລຍະປີ 2026-2030 ຜັນຂະຫຍາຍ ແຜນງານເຄື່ອນໄຫວ ປະຕິບັດແຜນການຍຸດທະສາດ ປະຊາຄົມວັດທະນະທຳ - ສັງຄົມ ASEAN ຢູ່ ຫວຽດນາມ ໄລຍະປີ 2026-2035.

ລະດົມທົ່ວປວງຊົນເຂົ້າຮ່ວມວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ລະດົມທົ່ວປວງຊົນເຂົ້າຮ່ວມວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ

ຍສໝ - ກຳແໜ້ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢູ່ທີ່ພິທີ "ເດັດຂາດບໍ່ຢຸດເຊົາ ໃນເວລາທີ່ອັດຖິຂອງບັນດາທະຫານເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ທັນໄດ້ຮັບການເກັບໂຮມຢ່າງຄົບຖ້ວນ", ສູ້ຊົນບັນລຸ ແລະ ລື່ນກາຍຄາດໝາຍທີ່ວາງໄວ້ ຢູ່ທີ່ບັ້ນຮົບ 500 ວັນແລະຄືນ.

Link: https://huunghivietlao.thoidai.com.vn/detail-article-22317.html

In bài biết