ລະດົມທົ່ວປວງຊົນເຂົ້າຮ່ວມວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ
| ທ່ານ ເອກອັກຄະລັດຖະທູດ ມາເລເຊຍ Dato' Tan Yang Thai - "ເອກອັກຄະລັດຖະທູດແຫ່ງຄວາມມີເມດຕາທຳ" | |
| ປະຊາຊົນຫຼາຍພັນຄົນເຂົ້າຮ່ວມ ເທສະການວັດທະນະທຳ ຫວຽດນາມ ຢູ່ທີ່ Wroclaw, ປະເທດ ໂປໂລຍ |
![]() |
| ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກວດກາວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ສວນສາທາລະນະ ເລທິຣ່ຽງ , ແຂວງ/ຕາແສງ ຮ່ວາຮຶງ, ນະຄອນ ໂຮ່ຈີມິມ. (ແຫຼ່ງຂ່າວ: TTXVN) |
ທ່ານຮອງນາຍົກລັດຖະມົນຕີ ຟາມທິແທນຈ່າ - ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຊອກຫາ, ເກັບໂຮມ ແລະ ຢັ້ງຢືນຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຫາກຊົງລົງນາມປະກາດໃຊ້ ເອກະສານທາງການສະບັບເລກທີ 69/CV-BCĐQG ກ່ຽວກັບການຜັນຂະຫຍາຍວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ສວນສາທາລະນະ ເລທິຣ່ຽງ ແລະ ເທິງບໍລິເວນນະຄອນ ໂໂຮ່ຈີມິນ.
ເອກະສານທາງການລະບຸວ່າ: ໃນຕອນເຊົ້າວັນທີ 6 ກໍລະກົດ, ຢູ່ທີ່ສວນສາທາລະນະ ເລທິຣ່ຽງ, ນະຄອນ ໂໂຮ່ຈີມິນ, ພິທີຜັນຂະຫຍາຍການຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ໄດ້ຖືກຈັດຂຶ້ນຢ່າງສະຫງ່າຜ່າເຜີ ແລະ ສົມກຽດ ໂດຍມີການເຂົ້້າຮ່ວມ ແລະ ກ່າວຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ.
ອີງຕາມໝາກຜົນຕົວຈິງ ແລະ ການກຳແໜ້ນຢ່າງເລິກເຊິ່ງຕໍ່ກັບຈິດໃຈຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ, ເພື່ອສືບຕໍ່ເສີມຂະຫຍາຍປະສິດທິຜົນ, ລະດົມການເຂົ້າຮ່ວມຢ່າງເດັດດ່ຽວຂອງທົ່ວລະບົບການເມືອງ ຕໍ່ກັບໜ້າທີ່ການເມືອງໃນການຊອກຫາ, ເກັບໂຮມ ແລະ ຢັ້ງຢືນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຊອກຫາ, ເກັບໂຮມ ແລະ ຢັ້ງຢືນຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳແຫ່ງຊາດ) ໄດ້ສະຫຼຸບຕີລາຄາ ແລະ ຊີ້ນຳໃຫ້ປະຕິບັດບັນດາໜ້າທີ່ຈຸດສຸມ ພາຍໃນໄລຍະເວລາຕໍ່ໜ້າ ດັ່ງນີ້:
ຄະນະຊີ້ນຳແຫ່ງຊາດ ຮັບຮູ້, ສະຫຼຸບຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ກັບຄວາມເດັດດ່ຽວ, ຄວາມພະຍາຍາມ, ຄວາມມານະພະຍາຍາມຢ່າງບໍ່ກົດຖອຍ ຂອງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ຄະນະຊີ້ນຳການຊອກຫາ, ເກັບໂຮມ ແລະ ຢັ້ງຢືນຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ໂໂຮ່ຈີມິນ, ກອງບັນຊາການທະຫານເຂດ 7 ແລະ ກອງບັນຊາການທະຫານນະຄອນ ໂໂຮ່ຈີມິນ ທີ່ໄດ້ເປັນເຈົ້າການກະກຽມຢ່າງລະອຽດຖີ່ຖ້ວນໃຫ້ແກ່ບັນດາເງື່ອນໄຂ, ປະສານງານຢ່າງສະໜິດແໜ້ນ, ວິທະຍາສາດ, ມີປະສິດທິຜົນ ກັບບັນດາອົງການ, ຫົວໜ່ວຍຊ່ຽວຊານ ຂອງກະຊວງປ້ອງກັນປະເທດ, ບັນດາອົງການຈັດຕັ້ງຄົ້ນຄວ້າວິທະຍາສາດ ເຊັ່ນ: ມະຫາວິທະຍາໄລສັບພະວິຊາ, ມະຫາວິທະຍາໄລວິທະຍາສາດທໍາມະຊາດ ສັງກັດມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ... ແລະ ບັນດາຊ່ຽວຊານ, ກຸ່ມຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ກຸ່ມຄົ້ນຄວ້າຂອງມະຫາວິທະຍາໄລເຕັກໂນໂລຊີ Texas ເພື່ອວິເຄາະ, ຢັ້ງຢືນ, ສະຫຼຸບຕີລາຄາຂໍ້ມູນເອກະສານປະຫວັດສາດ, ເປັນພິເສດແມ່ນສໍານວນເອກະສານທາງການທະຫານ ທີ່ໄດ້ຮັບການເປີດເຜີຍຄວາມລັບ ແລະ ສະໜອງໃຫ້ຈາກຝ່າຍບັນດາອົງການຈັດຕັ້ງ ແລະ ອະດີດທະຫານຜ່ານສຶກສະຫະລັດອາເມລິກາ ທີ່ເຄີຍເຂົ້າຮ່ວມສົງຄາມຢູ່ ຫວຽດນາມ ແນໃສ່ກຳນົດຂອບເຂດ, ຊອກຄົ້ນ, ຊອກຫາບໍລິເວນຂຸມຝັງສົບລວມ ຂອງບັນດາວິລະຊົນທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ສວນສາທາລະນະ ເລທິຣ່ຽງ.
ມາຮອດປະຈຸບັນ, ບັນດາກຳລັງປະຕິບັດໜ້າທີ່ ໄດ້ສຳເລັດຂັ້ນຕອນພື້ນຖານພາຍໃນການຊອກຄົ້ນ, ຊອກຫາບັນດາແຖວຂຸມຝັງສົບລວມ ຂອງບັນດາວິລະຊົນທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ໄດ້ຈັດຕັ້ງພິທີຜັນຂະຫຍາຍການຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ບໍລິເວນສວນສາທາລະນະ ເລທິຣ່ຽງ ຢ່າງປະສົບຜົນສຳເລັດເປັນຢ່າງຍິ່ງ.
ພາຍໃນບັນດາມື້ທຳອິດ, ໄດ້ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໄດ້ 9 ອັດຖິ, ຕາມນັ້ນແມ່ນພວມດຳເນີນການຢັ້ງຢືນຕົວຕົນ ຂອງທະຫານເສຍສະຫຼະຊີວິດເພື່ອຊາດ ຮວິ່ງວັນເກວັນ ແລະ ສືບຕໍ່ຂະຫຍາຍຂອບເຂດການຊອກຫາ, ເກັບໂຮມ. ໝາກຜົນດັ່ງກ່າວ ປະກອບສ່ວນປຸກລະດົມຢ່າງແຂງແຮງ ແລະ ກະຈາຍຢ່າງກວ້າງຂວາງ ເລິກເຊິ່ງ ຕໍ່ກັບຄຸນສົມບັດສິນທຳ "ກິນນ້ຳຄຶດຫາແຫຼ່ງນ້ຳ", "ຕອບບຸນແທນຄຸນ" ຂອງປະຊາຊາດ, ລະດົມການເຂົ້າຮ່ວມຂອງທົ່ວລະບົບການເມືອງ ຄຽງຄູ່ກັບຄວາມເຫັນພ້ອມ, ການສະໜັບສະໜູນ ແລະ ການຮ່ວມແຮງຮ່ວມໃຈ ຂອງທົ່ວສັງຄົມ.
ເພື່ອຍູ້ໄວຄວາມຄືບໜ້າ ແລະ ຍົກສູງປະສິດທິຜົນວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ສວນສາທາລະນະ ເລທິຣ່ຽງ ແລະ ເທິງບໍລິເວນນະຄອນ ໂໂຮ່ຈີມິນ, ຄະນະຊີ້ນຳແຫ່ງຊາດ ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນນະຄອນ ໂໂຮ່ຈີມິນ, ຄະນະຊີ້ນຳນະຄອນ ໂໂຮ່ຈີມິນ, ກອງບັນຊາການທະຫານເຂດ 7 ແລະ ບັນດາອົງການທີ່ກ່ຽວຂ້ອງ ສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມດັ່ງຕໍ່ໄປນີ້:
ກຳແໜ້ນ, ປະຕິບັດຢ່າງເຂັ້ມງວດຕາມຄຳຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢູ່ທີ່ພິທີ "ເດັດຂາດບໍ່ຢຸດເຊົາ ໃນເວລາທີ່ອັດຖິຂອງບັນດາທະຫານເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ທັນໄດ້ຮັບການເກັບໂຮມຢ່າງຄົບຖ້ວນ", ສູ້ຊົນບັນລຸ ແລະ ລື່ນກາຍບັນດາຄາດໝາຍທີ່ວາງໄວ້ ພາຍໃນຂອບເຂດບັ້ນຮົບ 500 ວັນແລະຄືນ. ວິວັດທະນາການຊອກຫາ, ເກັບໂຮມ ຈະຕ້ອງໄດ້ຮັບການປະຕິບັດ ດ້ວຍຄວາມເດັດດ່ຽວທາງການເມືອງສູງທີ່ສຸດ; ຮັບປະກັນຄວາມຮີບຮ້ອນ, ເປັນລະບົບແບບແຜນ, ວິທະຍາສາດ, ຮອບຄອບ, ລະອຽດລະອໍ ແລະ ມີຄວາມປອດໄພຢ່າງເດັດຂາດ.
ຄະນະຊີ້ນຳແຫ່ງຊາດ ມອບໝາຍໃຫ້ຄະນະກຳມະການປະຊາຊົນນະຄອນ ໂໂຮ່ຈີມິນ:
ເປັນປະທານ, ປະສານງານກັບກອງບັນຊາການທະຫານເຂດ 7, ບັນດາອົງການຊ່ຽວຊານຂອງກະຊວງປ້ອງກັນປະເທດ ແລະ ກຸ່ມຊ່ວຍວຽກຄະນະຊີ້ນຳແຫ່ງຊາດ ເພື່ອຮີບຮ້ອນກວດກາ, ສະຫຼຸບຕີລາຄາວິວັດທະນາການປະຕິບັດມາຮອດປະຈຸບັນ, ຖອດຖອນບົດຮຽນປະສົບການ; ໃນຂະນະດຽວກັນກໍສົນທະນາຢ່າງລະອຽດ, ເລິກເຊິ່ງ ແນໃສ່ເອກະພາບຕໍ່ກັບແຜນການອັນເໝາະສົມທີ່ສຸດ ເພື່ອຜັນຂະຫຍາຍວຽກງານຊອກຫາ, ຂຸດຄົ້ນ, ເກັບໂຮມ ຢ່າງເປັນຮູບປະທຳ, ສະໜິດແໜ້ນ, ຮັບປະກັນປະສິດທິຜົນ, ບໍ່ປ່ອຍໃຫ້ຕົກເຮ່ຍອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ມີຄວາມປອດໄພຢ່າງເດັດຂາດ; ສະເໜີ, ລາຍງານຕໍ່ຄະນະຊີ້ນຳແຫ່ງຊາດຢ່າງທັນການ ຕໍ່ກັບບັນດາບັນຫາໃໝ່ ແລະ ຍາກ ທີ່ເກີດຂຶ້ນພາຍໃນວິວັດທະນາການຈັດຕັ້ງປະຕິບັດ.
ສ້າງຕັ້ງອົງການປາຍຍອດໜຶ່ງອົງການ ເພື່ອຊີ້ນຳ, ບໍລິຫານເປັນປະຈຳ ແລະ ໂດຍກົງໃນທຸກໆມື້ ຕໍ່ກັບວຽກງານຊອກຫາ, ເກັບໂຮມ ແລະ ບັນດາກຸ່ມໜ້າທີ່ທີ່ກ່ຽວຂ້ອງຢູ່ພາກສະໜາມຕົວຈິງ; ສ້າງແຜນການຊອກຫາ, ເກັບໂຮມຢ່າງລະອຽດ, ວິທະຍາສາດ, ແບ່ງສ່ວນໜ້າທີ່ຢ່າງຈະແຈ້ງ ຕິດພັນກັບຄວາມຄືບໜ້າສະເພາະໃຫ້ແກ່ແຕ່ລະໝູ່, ຄະນະ, ບຸກຄົນ; ປະຕິບັດລະບອບການລາຍງານດ່ວນໃນທຸກໆມື້ ແລະ ລາຍງານຕາມກຳນົດເວລາ ກ່ອນເວລາ 17:00 ໂມງ ຂອງທຸກໆວັນສຸກປະຈຳອາທິດ ກ່ຽວກັບໝາກຜົນການຊອກຫາ, ເກັບໂຮມ ຕໍ່ທ່ານຫົວໜ້າຄະນະຊີ້ນຳແຫ່ງຊາດ, ຄະນະຊີ້ນຳແຫ່ງຊາດ. ເທິງພື້ນຖານດັ່ງກ່າວ, ແມ່ນໃຫ້ມີເອກະສານລາຍງານ, ສະເໜີ, ສົ່ງມາຍັງຄະນະຊີ້ນຳແຫ່ງຊາດ ກ່ອນວັນທີ 15/ກໍລະກົດ.
ແບ່ງສ່ວນໜ້າທີ່ຢ່າງສະເພາະ ເກືອບບັນດາພະແນກ, ຂະແໜງການ, ຫົວໜ່ວຍປະຕິບັດໜ້າທີ່ ເພື່ອເປັນເຈົ້າການ, ຕັ້ງໜ້າປະສານງານຜັນຂະຫຍາຍບັນດາໜ້າທີ່ຊອກຫາ, ເກັບໂຮມ; ໃນຂະນະດຽວກັນ, ຕາມພາລະບົດບາດ, ໜ້າທີ່ທີ່ໄດ້ຮັບການມອບໝາຍ ແມ່ນໃຫ້ປະສານງານຢ່າງສະໜິດແໜ້ນກັບຄະນະກຳມະການແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ເພື່ອຍູ້ແຮງການໂຄສະນາ, ປຸກລະດົມບັນດາອົງການຈັດຕັ້ງ, ວິສາຫະກິດ, ບັນດາບຸກຄົນໃຫ້ມີຄວາມສົນໃຈ, ຢ້ຽມຢາມ, ໃຫ້ກຳລັງໃຈ ແລະ ສະໜັບສະໜູນຊ່ວຍເຫຼືອຢ່າງແທດຕົວຈິງ ໃຫ້ແກ່ບັນດາກຳລັງທີ່ເຮັດໜ້າທີ່ໂດຍກົງພາຍໃນການຂຸດຄົ້ນ, ເກັບໂຮມຢູ່ພາກສະໜາມຕົວຈິງ; ສືບຕໍ່ກະຈາຍຄວາມສົນໃຈຢ່າງແຂງແຮງ, ການຮ່ວມເດີນທາງຕະຫຼອດໄລຍະເວລາບັ້ນຮົບ 500 ວັນແລະຄືນ, ຜ່ານນັ້ນກໍປຸກລະດົມຈິດໃຈປະຕິວັດ, ສ້າງບັນຍາກາດອັນຟົດຟື້ນ, ລະດົມທົ່ວປວງຊົນເຂົ້າຮ່ວມວຽກງານຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ດ້ວຍຄວາມຮູ້ສຶກໄວ້ອາໄລຢ່າງເລິກເຊິ່ງ.
ໃນຂະນະດຽວກັນ, ເປັນປະທານ, ປະສານງານຢ່າງສະໜິດແໜ້ນກັບກະຊວງປ້ອງກັນປະເທດ ເພື່ອຮີບຮ້ອນຖອດລະຫັດບັນດາສໍານວນເອກະສານ, ຂໍ້ມູນ, ສັງລວມ, ຈັດລະບົບຂໍ້ມູນ ກ່ຽວກັບຂຸມຝັງສົບລວມທີ່ກ່ຽວຂ້ອງກັບບັນດາບັ້ນຮົບ, ບັ້ນລົບໃຫຍ່ ເທິງບໍລິເວນ, ເປັນພິເສດແມ່ນພາຍໃນບັນດາປີ 1968, 1972...
ເພີ່ມທະວີການວິເຄາະ, ກວດກາ, ປຽບທຽບເອກະສານ, ຂຸດຄົ້ນຂໍ້ມູນຈາກບັນດາພະຍານບຸກຄົນປະຫວັດສາດ ເພື່ອຂະຫຍາຍຂອບເຂດການກຳນົດບໍລິເວນ, ຊອກຄົ້ນ ແລະ ຊອກຫາ; ສະເພາະໜ້າແມ່ນບໍລິເວນທິດເໜືອ ຂອງສະໜາມບິນ ເຕີນເຊີນເຍິດ ແລະ ບັນດາສະຖານທີ່ທີ່ມີຄວາມສາມາດ ທີ່ຈະມີຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດແບບລວມ.
ປະສານງານກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ເພື່ອລະດົມບັນດາແຫຼ່ງກຳລັງໃຫ້ໄດ້ສູງສຸດ, ຍູ້ແຮງການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເປັນພິເສດແມ່ນພາຍໃນວຽກງານກວດສອບ ADN ແນໃສ່ຍູ້ໄວຄວາມຄືບໜ້າການຢັ້ງຢືນຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ.
ສືບຕໍ່ລະດົມການເຂົ້າຮ່ວມ, ການສະໜັບສະໜູນຊ່ວຍເຫຼືອ ຂອງບັນດາອົງການຈັດຕັ້ງຄົ້ນຄວ້າວິທະຍາສາດ, ບັນດາຊ່ຽວຊານ ແລະ ບັນດາກຸ່ມຄົ້ນຄວ້າ ພາຍໃນວິວັດທະນາການວິເຄາະ, ສະຫຼຸບຕີລາຄາ ຢັ້ງຢືນຂໍ້ມູນ, ເອກະສານ, ຜັນຂະຫຍາຍການຊອກຄົ້ນ, ຊອກຫາ, ເກັບໂຮມ, ຢັ້ງຢືນຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ.
ກອງບັນຊາການທະຫານເຂດ 7 ເປັນປະທານ, ປະສານງານກັບຄະນະກຳມະການປະຊາຊົນນະຄອນ ໂໂຮ່ຈີມິນ ແລະ ກອງບັນຊາການທະຫານນະຄອນ ໂໂຮ່ຈີມິນ ເພື່ອສຸມໃສ່ບັນດາກຳລັງທີ່ມີບົດຮຽນປະສົບການ ເຂົ້າໃນການປະຕິບັດໜ້າທີ່ຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ບໍລິເວນສວນສາທາລະນະ ເລທິຣ່ຽງ ແນໃສ່ປະຕິບັດໃຫ້ຖືກຕ້ອງຕາມຮຽກຮ້ອງຄຳຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ; ອີງຕາມປະລິມານວຽກງານ ເພື່ອສືບຕໍ່ເພີ່ມທະວີກຳລັງມືອາຊີບ, ມີບົດຮຽນປະສົບການ ເຂົ້າຮ່ວມການຂຸດຄົ້ນ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ເພື່ອຮັບປະກັນຄວາມຄືບໜ້າ, ປະສິດທິຜົນສູງທີ່ສຸດ.
ພາຍໃນກໍລະນີທີ່ຈຳເປັນ, ແມ່ນໃຫ້ເປັນເຈົ້າການ, ລາຍງານຢ່າງທັນການ, ສະເໜີກະຊວງປ້ອງກັນປະເທດ ພິຈາລະນາ, ເພີ່ມເຕີມກຳລັງ, ພາຫະນະ, ອຸປະກອນສະເພາະຂະແໜງການໃນທັນທີ ໃຫ້ສອດຄ່ອງກັບຄຸນລັກສະນະສະເພາະຂອງການຂຸດຄົ້ນ, ຊອກຫາຢູ່ພູມສັນຖານຕົວເມືອງ.
ສະຫາຍຫົວໜ້າການເມືອງ ກອງບັນຊາການທະຫານເຂດ 7 ຊີ້ນຳໂດຍກົງ ຕໍ່ກັບການສືບຕໍ່ກວດກາສໍານວນເອກະສານບັນດາບັ້ນຮົບ, ບັ້ນລົບໃຫຍ່ ເທິງບໍລິເວນ, ປະສານງານກັບບັນດາອົງການຊ່ຽວຊານ ຂອງກະຊວງປ້ອງກັນປະເທດ ແລະ ບັນດາອົງການຈັດຕັ້ງ, ບຸກຄົນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຄົ້ນຄວ້າ, ວິເຄາະ, ສະຫຼຸບຕີລາຄາ, ປຽບທຽບ, ຢັ້ງຢືນຂໍ້ມູນ, ຮັບປະກັນຄວາມລະອຽດຖີ່ຖ້ວນ, ວິທະຍາສາດ, ສອດຄ່ອງກັບຂໍ້ມູນປະຫວັດສາດ ແລະ ຕົວຈິງ, ຜ່ານນັ້ນກໍຍູ້ໄວຄວາມຄືບໜ້າການຊອກຫາ, ເກັບໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ເປັນພິເສດແມ່ນບັນດາຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດແບບລວມ.
ກະຊວງການຕ່າງປະເທດ ເປັນປະທານປະສານງານກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອຍູ້ແຮງການໂຄສະນາ, ປຸກລະດົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ, ບັນດາອະດີດທະຫານຜ່ານສຶກ ທີ່ເຄີຍເຂົ້າຮ່ວມສົງຄາມຢູ່ ຫວຽດນາມ ສືບຕໍ່ຮ່ວມເດີນທາງ, ສະໜອງຂໍ້ມູນ, ຮັບໃຊ້ໃຫ້ແກ່ວຽກງານຊອກຫາ, ເກັບໂຮມ.
| ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການປະດັບຫຼຽນໄຊ "ວີລະຊົນ ເວເນຊູເອລາ " ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ ຕາມເວລາທ້ອງຖິ່ນ, ໂດຍໄດ້ຮັບການມອບສິດຈາກລັດຖະບານ ເວເນຊູເອລາ, ພັນໂທ ຣາອູນ Raúl Serrano Chacón ສັງກັດກອງບັນຊາການທະຫານຮັກສາການປະທານາທິບໍດີ - ຜູ້ປະສານງານຄະນະກູ້ໄພກູ້ຊີບ ຫວຽດນາມ - ໄດ້ເປັນປະທານພິທີມອບຫຼຽນໄຊ “ວີລະຊົນ ເວເນຊູເອລາ” ຊັ້ນໜຶ່ງ ໃຫ້ແກ່ ຄະນະກູ້ໄພກູ້ຊີບ ຫວຽດນາມ ... |
| ທ່ານ ເອກອັກຄະລັດຖະທູດ ປາເລັສຕິນ Saadi Salama ຮັບຫຼຽນກາລະນຶກ "ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ" ຍສໝ - ໃນຕອນເຊົ້າວັນທີ 6 ກໍລະກົດ, ຢູ່ທີ່ ຮ່າໂນ້ຍ, ທ່ານນາງ ເລີມທິເຟືອງແທງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ມອບຫຼຽນກາລະນຶກ "ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ" ໃຫ້ແກ່ທ່ານ Saadi Salama ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງລັດປາເລັសຕິນ ປະຈຳ ... |
