13:48 | 07/07/2026

ເຊື່ອມຕໍ່ປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ, ຊຸກຍູ້ການຮ່ວມມື, ນະວັດຕະກຳ

ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ເຊື່ອມຕໍ່ວິສາຫະກິດ ລະຫວ່າງ ຫວຽດນາມ ແລະ Kyushu
ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ເພີ່ມທະວີການຜູກພັນລະຫວ່າງປະຊາຊົນ ຫວຽດນາມ - ເຢຍລະມັນ

ໂຄງການໄດ້ເຕົ້າໂຮມບັນດາສາດສະດາຈານ, ນັກຄົ້ນຄວ້າ, ຊ່ຽວຊານ, ແລະ ນັກສຶກສາຕ່າງປະເທດ, ສ້າງເປັນເວທີປາໄສອັນມີຄວາມໝາຍ ແນໃສ່ເພີ່ມທະວີການແລກປ່ຽນທາງດ້ານວິຊາການ, ແບ່ງປັນປະສົບການ ແລະ ເປີດກວ້າງເຄືອຂ່າຍການຮ່ວມມືລະຫວ່າງ ຫວຽດນາມ ແລະ ໄຕ້ຫວັນ.

ຢູ່ທີ່ໂຄງການ, ບັນດາຜູ້ແທນໄດ້ຮັບຟັງບົດປະກອບຄຳເຫັນຢ່າງເລິກເຊິ່ງກ່ຽວກັບການຮ່ວມມືການສຶກສາມະຫາວິທະຍາໄລ, ການຖ່າຍທອດເຕັກໂນໂລຊີ ແລະ ທ່າອ່ຽງນະວັດຕະກຳລະຫວ່າງ ຫວຽດນາມ ແລະ ໄຕ້ຫວັນ. ບັນດາຊ່ຽວຊານກໍໄດ້ແບ່ງປັນປະສົບການຕົວຈິງພາຍໃນການຄົ້ນຄວ້າ, ການເຊື່ອມຕໍ່ວິສາຫະກິດ, ການຫັນຜົນການຄົ້ນຄວ້າໃຫ້ເປັນສິນຄ້າ ແລະ ການສ້າງລະບົບນິເວດນະວັດຕະກຳ.

ເຊື່ອມຕໍ່ປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ, ຊຸກຍູ້ການຮ່ວມມື, ນະວັດຕະກຳ
ພາບລວມຂອງການພົບປະ. (ພາບ: VIN Taiwan)

ໜຶ່ງໃນບັນດາຈຸດເດັ່ນຂອງເຫດການ ແມ່ນບັນດາການເຄື່ອນໄຫວເຊື່ອມຕໍ່ລະຫວ່າງ ຕາງໜ້າສູນນະວັດຕະກຳແຫ່ງຊາດ (NIC), ຄະນະບໍລິຫານ VIN Taiwan, ບັນດາສາດສະດາຈານ, ຊ່ຽວຊານ, ຊຸມຊົນປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ ພ້ອມກັບຕາງໜ້າຂອງຫຼາກຫຼາຍມະຫາວິທະຍາໄລພາຍໃນປະເທດ. ຜ່ານນັ້ນ, ບັນດາຝ່າຍແມ່ນມີໂອກາດເປີດກວ້າງເຄືອຂ່າຍການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ຊອກຫາບັນດາຄູ່ຮ່ວມມືທີ່ເໝາະສົມ ພາຍໃນການຄົ້ນຄວ້າວິທະຍາສາດ, ການກໍ່ສ້າງ ແລະ ການຂະຫຍາຍຕົວເຕັກໂນໂລຊີ.

ຄຽງຂ້າງນັ້ນ, ບັນດາວາລະປຶກສາຫາລືຕາມຫົວຂໍ້ສະເພາະ ກໍໄດ້ສຸມໃສ່ເຂົ້າໃນການຊຸກຍູ້ການຮ່ວມມືຄົ້ນຄວ້າ, ຂະຫຍາຍຕົວໂຄງການ, ຖ່າຍທອດເຕັກໂນໂລຊີ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ບັນດາຮາກຖານການສຶກສາມະຫາວິທະຍາໄລ, ວິສາຫະກິດ ແລະ ອົງການຈັດຕັ້ງຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືຢູ່ ໄຕ້ຫວັນ.

ເຊື່ອມຕໍ່ປັນຍາຊົນ ຫວຽດນາມ ຢູ່ ໄຕ້ຫວັນ, ຊຸກຍູ້ການຮ່ວມມື, ນະວັດຕະກຳ
ບັນດາຜູ້ແທນຖ່າຍພາບຮ່ວມກັນເພື່ອເປັນທີ່ລະນຶກ. (ພາບ: VIN Taiwan)

ໂດຍຜ່ານບັນດາການເຊື່ອມຕໍ່ທີ່ຖືກສ້າງຂຶ້ນຢູ່ພາຍໃນໂຄງການ, ຄະນະຈັດຕັ້ງໄດ້ມີຄວາມມຸ່ງຫວັງວ່າ ຈະເປີດກວ້າງຫຼາກຫຼາຍໂອກາດການຮ່ວມມືຢ່າງແທ້ຈິງ ພາຍໃນການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ, ຖ່າຍທອດເຕັກໂນໂລຊີ ແລະ ຂະຫຍາຍຕົວການສຶກສາ. ໃນຂະນະດຽວກັນ, ເຫດການກໍປະກອບສ່ວນຊຸກຍູ້ການກໍ່ສ້າງແຫຼ່ງບຸກຄະລາກອນຄຸນນະພາບສູງ, ເພີ່ມທະວີການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ວິສາຫະກິດ ແລະ ບັນດາອົງການຈັດຕັ້ງຂອງ ຫວຽດນາມ ແລະ ໄຕ້ຫວັນ, ຜ່ານນັ້ນໄດ້ເສີມຂະຫຍາຍບົດບາດຂອງເຄືອຂ່າຍປັນຍາຊົນຄົນ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າໃນພາລະກິດຂະຫຍາຍຕົວວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງປະເທດຊາດ.

ສະມາຄົມ GCVF ເປີດໂຕຢູ່ທີ່ ຝຣັ່ງ, ເຊື່ອມຕໍ່ປັນຍາຊົນ ຫວຽດນາມ ກັບເຕັກໂນໂລຊີ AI ສະມາຄົມ GCVF ເປີດໂຕຢູ່ທີ່ ຝຣັ່ງ, ເຊື່ອມຕໍ່ປັນຍາຊົນ ຫວຽດນາມ ກັບເຕັກໂນໂລຊີ AI

ຍສໝ - ສະມາຄົມ GCVF ໄດ້ເປີດໂຕຢ່າງເປັນທາງການຢູ່ທີ່ປະເທດ ຝຣັ່ງ ແນໃສ່ເຊື່ອມຕໍ່ຖັນແຖວປັນຍາຊົນ, ຊ່ຽວຊານ ແລະ ນັກທຸລະກິດ ຫວຽດນາມ ຢູ່ທີ່ທະວີບເອີຣົບ, ເພື່ອຊຸກຍູ້ການຮ່ວມມືທາງດ້ານເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ເຕັກໂນໂລຊີປັນຍາປະດິດ (AI).

ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ນະຄອນຫຼວງ​ໃນ​ສະພາບ​ການ​ນະວັດຕະກຳ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ນະຄອນຫຼວງ​ໃນ​ສະພາບ​ການ​ນະວັດຕະກຳ

ຍສໝ - ດ້ວຍຄຳຂວັນທີ່ວ່າ “ຕັ້ງໜ້າ,​ ຄວາມ​ມີໄຫວພິບ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ”, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ໄດ້ເປີດກວ້າງເຄືອຂ່າຍຮ່ວມມືສາກົນ, ນຳໃຊ້ເຕັກໂນໂລຢີ, ປະຕິບັດຫຼາຍຮູບຫຼາຍແບບແລກປ່ຽນ, ປະກອບສ່ວນຮັດແໜ້ນທີ່ຕັ້ງ “ນະຄອນເພື່ອສັນຕິພາບ” ແລະ ເສີມຂະຫຍາຍກຳລັງແຮງຂອງນະຄອນຫຼວງ.

Link: https://huunghivietlao.thoidai.com.vn/detail-article-22303.html

In bài biết