ເກີນເທີ ເປີດກວ້າງການຮ່ວມມືເຕັກໂນໂລຊີສູງກັບ ສ.ເກົາຫຼີ
| GDP ໄຕມາດ II/2026 ຂະຫຍາຍຕົວດີ, ຄາດຄະເນບັນລຸ 8,39% | |
| ແຜ່ຂະຫຍາຍຄວາມງົດງາມທາງມູນເຊື້ອ ຫວຽດນາມ ໄປສູ່ປະຊາຊົນ North Macedonia |
![]() |
| ການນຳ ນະຄອນ ເກີນເທີ ເຮັດວຽກຮ່ວມກັບຄະນະປະຕິບັດງານ ສ.ເກົາຫຼີ, ແລກປ່ຽນບັນດາໂອກາດການຮ່ວມມືພາຍໃນຂົງເຂດເຕັກໂນໂລຊີສູງ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ ແລະ ໂລຈິສຕິກ - ພາບ: VGP/ຮົງເວີນ |
ບໍ່ພຽງແຕ່ມຸ່ງໄປສູ່ການດຶງດູດບັນດາໂຄງການລົງທຶນເພີ່ມເຕີມເທົ່ານັ້ນ, ນະຄອນ ເກີນເທີ ຍັງຕັ້ງເປົ້າໝາຍສ້າງຕັ້ງບັນດາຮູບແບບການຮ່ວມມືເຂົ້າສູ່ລົງເລິກກ່ຽວກັບວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ ແລະ ການຫັນເປັນດິຈິຕອນ, ສ້າງຮາກຖານພື້ນຖານໃຫ້ແກ່ຂະບວນການຂະຫຍາຍຕົວຢ່າງຍືນຍົງພາຍໃນໄລຍະໃໝ່.
ນັ້ນກໍແມ່ນເນື້ອໃນຈຸດສຸມຢູ່ທີ່ການເຮັດວຽກລະຫວ່າງ ນະຄອນ ເກີນເທີ ແລະ ຄະນະປະຕິບັດງານ ສ.ເກົາຫຼີ ໂດຍແມ່ນທ່ານ Kim Hak Min, ປະທານຄະນະກຳມະການຈັນຍາບັນ ສ.ເກົາຫຼີ ເປັນຫົວໜ້າຄະນະ ນຳພາ ແນໃສ່ແລກປ່ຽນໂອກາດການຮ່ວມມືພາຍໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ, ສິ່ງແວດລ້ອມ, ໂລຈິສຕິກ ແລະ ກະສິກຳເຕັກໂນໂລຊີສູງ.
ຂະໜາດພື້ນທີ່ແຫ່ງການຂະຫຍາຍຕົວໃໝ່ ພາຍຫຼັງການຮວມເຂົ້າກັນ
ກ່າວປາໄສຢູ່ທີ່ການເຮັດວຽກ, ທ່ານ ຫງວຽນວັນເຄີຍ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ເກີນເທີ ໃຫ້ຮູ້ວ່າ, ພາຍຫຼັງເປີດກວ້າງຂອບເຂດບໍລິຫານ, ນະຄອນມີເນື້ອທີ່ຫຼາຍກວ່າ 6.360 ຕາຕະລາງກິໂລແມັດ, ປະຊາກອນຫຼາຍກວ່າ 3,2 ລ້ານຄົນ ດ້ວຍ 103 ຫົວໜ່ວຍບໍລິຫານຂັ້ນຕາແສງ, ສືບຕໍ່ຮັກສາບົດບາດເປັນສູນກາງເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ ແລະ ໂລຈິສຕິກ ຂອງເຂດທົ່ງພຽງແມ່ນ້ຳຂອງ.
ບົນຮາກຖານພື້ນຖານຂະໜາດພື້ນທີ່ແຫ່ງການຂະຫຍາຍຕົວໃໝ່, ນະຄອນ ເກີນເທີ ພວມສຸມໃສ່ສ້າງຕັ້ງລະບົບນິເວດການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ, ຂະຫຍາຍຕົວປັນຍາປະດິດ (AI), ເຕັກໂນໂລຊີດິຈິຕອນ, ເຕັກໂນໂລຊີເຄິ່ງຕົວນຳ, ສູນຂໍ້ມູນຂ່າວສານ ແລະ ຕົວເມືອງສະຫຼາດ. ນີ້ໄດ້ຮັບການຖືວ່າແມ່ນບັນດາຂົງເຂດທີ່ສ້າງກຳລັງດັນການຂະຫຍາຍຕົວໃໝ່, ປະກອບສ່ວນຍົກສູງຄວາມສາມາດການແຂ່ງຂັນ ແລະ ຖານະບົດບາດຂອງນະຄອນພາຍໃນພາກພື້ນ.
ຕາມການໃຫ້ຮູ້ຂອງທ່ານ ຫງວຽນວັນເຄີຍ, ປັດຈຸບັນ ສ.ເກົາຫຼີ ແມ່ນໜຶ່ງພາຍໃນບັນດາຄູ່ຮ່ວມມືອັນສຳຄັນຂອງ ນະຄອນ ເກີນເທີ ດ້ວຍ 14 ໂຄງການລົງທຶນໂດຍກົງ, ມູນຄ່າທຶນຈົດທະບຽນລວມປະມານ 316 ລ້ານໂດລາສະຫະລັດ, ໂດຍສຸມໃສ່ຕົ້ນຕໍເຂົ້າໃນບັນດາຂົງເຂດປຸງແຕ່ງ, ຜະລິດສ້າງ, ການຄ້າ, ການບໍລິການ ແລະ ໂລຈິສຕິກ. ບັນດາໂຄງການດັ່ງກ່າວບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຂະຫຍາຍຕົວເສດຖະກິດເທົ່ານັ້ນ ແຕ່ຍັງຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດພາຍໃນປະເທດ ກັບບັນດານັກລົງທຶນສາກົນ.
ໜຶ່ງພາຍໃນບັນດາຈຸດເດັ່ນຂອງສາຍພົວພັນການຮ່ວມມືລະຫວ່າງສອງຝ່າຍ ແມ່ນສວນບົ່ມເພາະພັນເຕັກໂນໂລຊີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ (KVIP). ພາຍຫຼັງການເຄື່ອນໄຫວເກືອບ 11 ປີ, KVIP ໄດ້ກາຍເປັນຮູບແບບການຮ່ວມມືແບບຢ່າງລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ພາຍໃນການສະໜັບສະໜູນຊ່ວຍເຫຼືອວິສາຫະກິດຫັນປ່ຽນເຕັກໂນໂລຊີໃໝ່, ຖ່າຍທອດເຕັກນິກ ແລະ ຂະຫຍາຍຕົວແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງຮາກຖານພື້ນຖານເພື່ອເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດເຕັກໂນໂລຊີໃໝ່ພາຍໃນໄລຍະເວລາຈະມາເຖິງ.
![]() |
| ຄະນະປະຕິບັດງານ ສ.ເກົາຫຼີ ຢ້ຽມຊົມສວນບົ່ມເພາະພັນເຕັກໂນໂລຊີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ (KVIP), ຮູບແບບການຮ່ວມມືແບບຢ່າງລະຫວ່າງສອງປະເທດຢູ່ທີ່ ເກີນເທີ - ພາບ: VGP |
ເປີດກວ້າງການຮ່ວມມືຕັ້ງແຕ່ AI ໄປສູ່ logistics
ບົນຮາກຖານບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ນະຄອນ ເກີນເທີ ໄດ້ສະເໜີຫຼາກຫຼາຍຂົງເຂດບຸລິມະສິດການຮ່ວມມືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ພາຍໃນໄລຍະເວລາຈະມາເຖິງ. ພາຍໃນນັ້ນ, ນະຄອນມີຄວາມມຸ່ງມາດປາດຖະໜາຢາກດຶງດູດການລົງທຶນຂະຫຍາຍຕົວໂຄງລ່າງພື້ນຖານໂລຈິສຕິກທີ່ທັນສະໄໝ, ຄັງສິນຄ້າສະຫຼາດ, ທ່າບົກ, ສູນແຈກຢາຍ ແລະ ບັນດາໂຄງການອຸດສາຫະກຳເຕັກໂນໂລຊີສູງທີ່ເປັນມິດຕໍ່ສິ່ງແວດລ້ອມ, ປະກອບສ່ວນຍົກສູງຄວາມສາມາດການເຊື່ອມຕໍ່ຂອງສູນກາງເຂດທົ່ງພຽງແມ່ນ້ຳຂອງ.
ຄຽງຄູ່ກັນນັ້ນ, ນະຄອນກໍໃຫ້ບຸລິມະສິດການຮ່ວມມືປະຍຸກໃຊ້ປັນຍາປະດິດ (AI), ເຕັກໂນໂລຊີຊີວະພາບ, ການຫັນເປັນອັດຕະໂນມັດ ແລະ ເຕັກໂນໂລຊີຫຼັງການເກັບກ່ຽວ ພາຍໃນການຜະລິດກະສິກຳ ແນໃສ່າຍົກສູງສະມັດຖະພາບ, ຄຸນນະພາບ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ. ນີ້ໄດ້ຮັບການຖືວ່າແມ່ນທິດທາງທີ່ສອດຄ່ອງກັບທ່າແຮງຂອງ ນະຄອນ ເກີນເທີ ກໍຄືຄວາມຕ້ອງການຫັນປ່ຽນຮູບແບບການຂະຫຍາຍຕົວຕາມທິດທາງສີຂຽວ, ທັນສະໄໝ ແລະ ຍືນຍົງ.
ຝ່າຍ ສ.ເກົາຫຼີ, ທ່ານ Kim Hak Min ໄດ້ຕີລາຄາສູງຕໍ່ກັບທິດທາງການຂະຫຍາຍຕົວວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ, ການຜະລິດຊິບທາດເຄິ່ງຊັກນຳໄຟຟ້າ, ການປົກປັກຮັກສາສິ່ງແວດລ້ອມ ແລະ ກະສິກຳເຕັກໂນໂລຊີສູງຂອງ ນະຄອນ ເກີນເທີ. ທ່ານໃຫ້ຮູ້ວ່າ ຄະນະປະຕິບັດງານຈະສືບຕໍ່ສົມທົບກັບບັນດາອົງການຈັດຕັ້ງຂອງນະຄອນ ເພື່ອຄົ້ນຄວ້າ, ສ້າງຕັ້ງບັນດາໂຄງການຮ່ວມມືແບບລະອຽດ, ມຸ່ງໄປສູ່ບັນດາໂຄງການທີ່ນຳມາເຊິ່ງປະສິດທິຜົນເຂົ້າສູ່ຄວາມເປັນຈິງໃຫ້ແກ່ທັງສອງຝ່າຍ.
KVIP - ຮາກຖານພື້ນຖານການຮ່ວມມືທີ່ໄດ້ຮັບການພິສູດແລ້ວ
ບໍ່ພຽງແຕ່ຢຸດຢູ່ທີ່ບັນດາທິດທາງການຮ່ວມມືໃໝ່ເທົ່ານັ້ນ, ສາຍພົວພັນລະຫວ່າງ ນະຄອນ ເກີນເທີ ແລະ ສ.ເກົາຫຼີ ໄດ້ມີຮາກຖານພື້ນຖານຕົວຈິງ ຜ່ານທາງສວນບົ່ມເພາະພັນເຕັກໂນໂລຊີອຸດສາຫະກຳ ຫວຽດນາມ - ສ.ເກົາຫຼີ (KVIP) – ເຊິ່ງເປັນຮູບແບບການຮ່ວມມືຮອບດ້ານລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ສ.ເກົາຫຼີ ພາຍໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ.
ພາຍໃນການປະຕິບັດງານ, ຄະນະ ສ.ເກົາຫຼີ ໄດ້ເຂົ້າຢ້ຽມຊົມ KVIP ເພື່ອຊອກຫາຂໍ້ມູນກ່ຽວກັບການເຄື່ອນໄຫວຄົ້ນຄວ້າ, ບົ່ມເພາະພັນວິສາຫະກິດ ແລະ ການຖ່າຍທອດເຕັກໂນໂລຊີ. ພາຍຫຼັງການເຄື່ອນໄຫວເກືອບ 11 ປີ, ສວນບົ່ມເພາະພັນໄດ້ສະໜັບສະໜູນຊ່ວຍເຫຼືອ 11 ວິສາຫະກິດເຂົ້າຮ່ວມການບົ່ມເພາະພັນ, 20 ວິສາຫະກິດຄົ້ນຄວ້າຜະລິດຕະພັນໃໝ່ ແລະ ພວມຮັບເອົາເອກະສານລົງທະບຽນບົ່ມເພາະພັນເພີ່ມເຕີມອີກ 5 ຊຸດ. ໃນຂະນະດຽວກັນ, ຫົວໜ່ວຍດັ່ງກ່າວກໍໄດ້ສະໜັບສະໜູນຊ່ວຍເຫຼືອນັກສຶກສາ, ວິສາຫະກິດ ແລະ ບັນດາມະຫາວິທະຍາໄລ ຫຼາຍກວ່າ 3.000 ເທື່ອຄົນ ເຂົ້ານຳໃຊ້ລະບົບອຸປະກອນເພື່ອຮັບໃຊ້ໃຫ້ແກ່ການຄົ້ນຄວ້າວິທະຍາສາດ, ການຂະຫຍາຍຕົວຜະລິດຕະພັນ ແລະ ການຝຶກອົບຮົມພາກປະຕິບັດຕົວຈິງ.
ປັດຈຸບັນ KVIP ກໍພວມຜັນຂະຫຍາຍໂຄງການ ODA "ສະໜັບສະໜູນການຫັນເປັນກົນຈັກກະສິກຳ ຫວຽດນາມ ຢູ່ທີ່ ນະຄອນ ເກີນເທີ " ໂດຍແມ່ນລັດຖະບານ ສ.ເກົາຫຼີ ໃຫ້ການຊ່ວຍເຫຼືອລ້າ; ໃນຂະນະດຽວກັນ ກໍເຂົ້າຮ່ວມເຄືອຂ່າຍເລີ່ມຕົ້ນທຸລະກິດ (startup) ເຂດທົ່ງພຽງແມ່ນ້ຳຂອງ, ເຊື່ອມຕໍ່ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ຜູ້ຊ່ຽວຊານ ເພື່ອສະໜັບສະໜູນຊ່ວຍເຫຼືອວິສາຫະກິດຄົ້ນຄວ້າ, ຫັນປ່ຽນເຕັກໂນໂລຊີໃໝ່.
ພາຍໃນໄລຍະເວລາຈະມາເຖິງ, KVIP ຈະສືບຕໍ່ເປີດກວ້າງການເຄື່ອນໄຫວບົ່ມເພາະພັນ, ໂດຍໃຫ້ບຸລິມະສິດບັນດາຂົງເຂດທີ່ສອດຄ່ອງກັບທິດທາງການຂະຫຍາຍຕົວຂອງນະຄອນ ແລະ ພາກພື້ນ ເຊັ່ນ: ເຕັກໂນໂລຊີປຸງແຕ່ງຜະລິດຕະພັນກະສິກຳ - ສັດນ້ຳ, ກົນຈັກຜະລິດສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີຊີວະພາບ, ສິ່ງແວດລ້ອມ, ພະລັງງານ ແລະ ກະສິກຳເຕັກໂນໂລຊີສູງ. ນີ້ໄດ້ຮັບການຄາດຫວັງວ່າຈະແມ່ນໜຶ່ງພາກສ່ວນແກນກາງ ຊຸກຍູ້ລະບົບນິເວດການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງຂອງ ນະຄອນ ເກີນເທີ ໃຫ້ຂະຫຍາຍຕົວຢ່າງແຂງແຮງກວ່າເກົ່າພາຍໃນໄລຍະໃໝ່.
![]() |
| ທ່ານ ຫງວຽນຕວນແອງ (Nguyễn Tuấn Anh), ຮອງເລຂາຄະນະພັກ ນະຄອນ ເກີນເທີ ສະເໜີໃຫ້ເປີດກວ້າງການຮ່ວມມືເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ພາຍໃນບັນດາຂົງເຂດເຕັກໂນໂລຊີສູງ ແລະ ການຂະຫຍາຍຕົວຢ່າງຍືນຍົງ - ພາບ: VGP/ຮົງເວີນ |
ມຸ່ງໄປສູ່ຂົ້ວການຂະຫຍາຍຕົວໃໝ່ ຂອງເຂດທົ່ງພຽງແມ່ນ້ຳຂອງ
ກ່າວສະຫຼຸບປິດການເຮັດວຽກ, ທ່ານ ຫງວຽນຕວນແອງ, ຮອງເລຂາຄະນະພັກ ນະຄອນ ເກີນເທີ ໄດ້ເນັ້ນໜັກວ່າ, ນັບຕັ້ງແຕ່ວັນທີ 1 ກໍລະກົດ 2025, ນະຄອນ ເກີນເທີ ໄດ້ກ້າວເຂົ້າສູ່ໄລຍະແຫ່ງການຂະຫຍາຍຕົວໃໝ່ ພາຍຫຼັງການຮວມເຂົ້າກັນກັບ ແຂວງ ເຮົ່າຢາງ ແລະ ແຂວງ ຊອກຈັງ ໃນເມື່ອກ່ອນ, ສ້າງໃຫ້ມີຂະໜາດພື້ນທີ່ແຫ່ງການຂະຫຍາຍຕົວອັນກວ້າງໃຫຍ່ໄພສານ, ແຫຼ່ງພະລັງງານອັນອຸດົມສົມບູນ ແລະ ຖານະບົດບາດເປັນສູນກາງຂອງເຂດທົ່ງພຽງແມ່ນ້ຳຂອງ. ນີ້ແມ່ນຮາກຖານພື້ນຖານອັນສຳຄັນ ເພື່ອໃຫ້ນະຄອນເສີມຂະຫຍາຍບົດບາດເປັນຂົ້ວການຂະຫຍາຍຕົວຂອງປະເທດຊາດ, ມຸ່ງໄປສູ່ການສ້າງຕັ້ງຕົວເມືອງທີ່ທັນສະໄໝ, ມີຄວາມເປັນນິເວດ, ສະຫຼາດ ແລະ ຂະຫຍາຍຕົວຢ່າງຍືນຍົງ.
ເພື່ອຫັນປ່ຽນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ນະຄອນ ເກີນເທີ ມີຄວາມມຸ່ງມາດປາດຖະໜາຢາກສືບຕໍ່ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ບົນຈິດໃຈມີປະສິດທິຜົນ, ເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງ ແລະ ຮ່ວມກັນຂະຫຍາຍຕົວ, ໂດຍສຸມໃສ່ເຂົ້າໃນບັນດາຂົງເຂດທີ່ມີຄວາມສາມາດສ້າງແຮງແຜ່ຂະຫຍາຍອັນໃຫຍ່ຫຼວງ ເຊັ່ນ: ກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ - ສັດນ້ຳ, ຕົວເມືອງສະຫຼາດ, ການຫັນເປັນດິຈິຕອນ, ໂຄງລ່າງພື້ນຖານດິຈິຕອນ, ພະລັງງານສີຂຽວ, ພະລັງງານທົດແທນ, ການຮັບມືກັບການປ່ຽນແປງຂອງສະພາບພູມອາກາດ, ການຂະຫຍາຍຕົວໂຄງລ່າງພື້ນຖານຄົມມະນາຄົມ, ທ່າເຮືອ, ໂລຈິສຕິກ, ສາທາລະນະສຸກ, ການສຶກສາ ແລະ ຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຮອງເລຂາຄະນະພັກ ນະຄອນ ເກີນເທີ ກໍໄດ້ສະເໜີໃຫ້ບັນດາພະແນກ, ຂະແໜງການ ຮີບຮ້ອນສະໜອງຂໍ້ມູນຂ່າວສານໃຫ້ແກ່ຝ່າຍ ສ.ເກົາຫຼີ ກ່ຽວກັບບັນດາໂຄງການຈຸດສຸມ ທີ່ຂຶ້ນກັບຂົງເຂດວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ, AI, ເຕັກໂນໂລຊີເຄິ່ງຕົວນຳ (semiconductor), ເຕັກໂນໂລຊີຊີວະພາບ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ສິ່ງແວດລ້ອມ; ໃນຂະນະດຽວກັນ ກໍສ້າງບັນຊີລາຍຊື່ບັນດາໂຄງການບຸລິມະສິດ ພ້ອມກັບຄວາມຕ້ອງການດ້ານເຕັກໂນໂລຊີຂອງນະຄອນ ໄລຍະປີ 2026-2030 ເພື່ອເຮັດເປັນຮາກຖານຊຸກຍູ້ການຮ່ວມມືລົງທຶນອັນມີປະສິດທິຜົນ ແລະ ຍືນຍົງ ລະຫວ່າງ ສອງຝ່າຍ.
ຕາມການໃຫ້ຮູ້ຂອງການນຳຄະນະພັກ ນະຄອນ ເກີນເທີ, ດ້ວຍຮາກຖານພື້ນຖານການຮ່ວມມືທີ່ໄດ້ຮັບການຢັ້ງຢືນ ແລະ ບັນດາທິດທາງການຂະຫຍາຍຕົວໃໝ່ພາຍຫຼັງການຮວມເຂົ້າກັນ, ນະຄອນ ເກີນເທີ ຄາດຫວັງວ່າຈະດຶງດູດບັນດາກຸ່ມບໍລິສັດ, ວິສາຫະກິດ ສ.ເກົາຫຼີ ເຂົ້າມາລົງທຶນພາຍໃນບັນດາຂົງເຂດເຕັກໂນໂລຊີສູງ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ ແລະ ການຂະຫຍາຍຕົວສີຂຽວ ຕື່ມອີກຫຼາກຫຼາຍແຫ່ງ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອເປີດກວ້າງການຮ່ວມມືທວິພາຄີເທົ່ານັ້ນ, ແຕ່ຍັງປະກອບສ່ວນຍົກສູງຄວາມສາມາດການແຂ່ງຂັນ, ຊຸກຍູ້ການຫັນປ່ຽນຮູບແບບການຂະຫຍາຍຕົວ ແລະ ຢັ້ງຢືນບົດບາດເປັນສູນກາງກຳລັງດັນຂອງ ນະຄອນ ເກີນເທີ ພາຍໃນເຂດທົ່ງພຽງແມ່ນ້ຳຂອງ.
| ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ຍສໝ - ໃນຕອນເຊົ້າວັນທີ 2 ມິຖຸນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Choi Young Sam, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສ.ເກົາຫຼີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ຫວຽດນາມ. |
| ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ຍສໝ - ການເຊີດຊູ ປະທານ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ບໍ່ພຽງແຕ່ມີຄວາມໝາຍຄວາມສຳຄັນ ຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມເຫັນອົກເຫັນໃຈ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ສ.ເກົາຫຼີ ບົນພື້ນຖານຄຸນຄ່າລວມ ກ່ຽວກັບສັນຕິພາບ, ການຮ່ວມມື ແລະ ການພັດທະນາ. |


