19:00 | 03/07/2026

GDP ໄຕມາດ II/2026 ຂະຫຍາຍຕົວດີ, ຄາດຄະເນບັນລຸ 8,39%

ອັນ​ໃດແມ່ນກຳລັງໜູນທີ່​​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸໄດ້ 8%?
ສະຖາບັນການເມືອງເຂດ II ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນໂຮງຮຽນການເມືອງ - ການປົກຄອງ ແຂວງ ຈໍາປາສັກ, ລາວ
GDP ໄຕມາດ II/2026 ຂະຫຍາຍຕົວດີ, ຄາດຄະເນບັນລຸ 8,39%
ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ, ກະຊວງການເງິນ ກ່າວປາໄສຢູ່ທີ່ການຖະແຫຼງຂ່າວ

ພາຍໃນນັ້ນ, ຂົງເຂດກະສິກຳ, ປ່າໄມ້ ແລະ ສັດນ້ຳ ເພີ່ມຂຶ້ນ 4,06%, ປະກອບສ່ວນ 5,65% ເຂົ້າໃນລະດັບການເພີ່ມຂຶ້ນຂອງມູນຄ່າເພີ່ມຂຶ້ນລວມຂອງທົ່ວພື້ນຖານເສດຖະກິດ; ຂົງເຂດອຸດສາຫະກຳ ແລະ ການກໍ່ສ້າງ ເພີ່ມຂຶ້ນ 10,51%, ປະກອບສ່ວນ 50,07%; ຂົງເຂດບໍລິການ ເພີ່ມຂຶ້ນ 7,87%, ປະກອບສ່ວນ 44,28%.

ຄິດທົ່ວເຖິງເຄິ່ງຕົ້ນປີ, GDP ເພີ່ມຂຶ້ນ 8,18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ (ໄລຍະດຽວກັນຂອງປີ 2025 ເພີ່ມຂຶ້ນ 7,63%). ພາຍໃນລະດັບການເພີ່ມຂຶ້ນຂອງມູນຄ່າເພີ່ມຂຶ້ນລວມຂອງທົ່ວພື້ນຖານເສດຖະກິດ, ຂົງເຂດກະສິກຳ, ປ່າໄມ້ ແລະ ສັດນ້ຳ ເພີ່ມຂຶ້ນ 3,87%, ປະກອບສ່ວນ 5,66%; ຂົງເຂດອຸດສາຫະກຳ ແລະ การກໍ່ສ້າງ ເພີ່ມຂຶ້ນ 9,81%, ປະກອບສ່ວນ 47,20%; ຂົງເຂດບໍລິການ ເພີ່ມຂຶ້ນ 8,09%, ປະກອບສ່ວນ 47,14%.

ສຳລັບຂົງເຂດກະສິກຳ, ປ່າໄມ້ ແລະ ສັດນ້ຳ, ຂະແໜງກະສິກຳໄດ້ຮັກສາການຂະຫຍາຍຕົວຢ່າງສະຖຽນລະພາບ, ສະໜອງຕອບຄວາມຕ້ອງການບໍລິໂພກພາຍໃນປະເທດ, ໃນຂະນະດຽວກັນ ຕະຫຼາດສົ່ງອອກຜະລິດຕະພັນກະສິກຳກໍສືບຕໍ່ໄດ້ຮັບການເປີດກວ້າງ. ມູນຄ່າເພີ່ມຂຶ້ນຂະແໜງກະສິກຳ 06 ເດືອນຕົ້ນປີ 2026 ເພີ່ມຂຶ້ນ 3,57% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະກອບສ່ວນ 3,83% ເຂົ້າໃນລະດັບການເພີ່ມຂຶ້ນຂອງມູນຄ່າເພີ່ມຂຶ້ນລວມຂອງທົ່ວພື້ນຖານເສດຖະກິດ; ຂະແໜງປ່າໄມ້ ເພີ່ມຂຶ້ນ 3,98%, ປະກອບສ່ວນ 0,27%; ຂະແໜງສັດນ້ຳ ເພີ່ມຂຶ້ນ 4,88%, ປະກອບສ່ວນ 1,56%.

GDP ໄຕມາດ II/2026 ຂະຫຍາຍຕົວດີ, ຄາດຄະເນບັນລຸ 8,39%
GDP ໄຕມາດ II/2026 ຂະຫຍາຍຕົວດີ, ຄາດຄະເນບັນລຸ 8,39%

ກໍຕາມການໃຫ້ຮູ້ຂອງກົມສະຖິຕິ, ພາຍໃນຂົງເຂດອຸດສາຫະກຳ ແລະ ການກໍ່ສ້າງ, ຂະແໜງອຸດສາຫະກຳໄດ້ຮັກສາລະດັບການຂະຫຍາຍຕົວໃນທິດທາງຕັ້ງໜ້າ ຍ້ອນບັນດາທ່າແຮງການຂະຫຍາຍຕົວໄດ້ຮັບການຮັດແໜ້ນ, ການຟື້ນຕົວຂອງໃບສັ່ງຊື້ສິນຄ້າສົ່ງອອກ ແລະ ເອັບເຟັກແຜ່ຂະຫຍາຍໃນທິດທາງຕັ້ງໜ້າຂອງການລົງທຶນພາກລັດ.

ມູນຄ່າເພີ່ມຂຶ້ນທົ່ວຂະແໜງອຸດສາຫະກຳ 06 ເດືອນຕົ້ນປີ 2026 ເພີ່ມຂຶ້ນ 9,86% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະກອບສ່ວນ 40,35% ເຂົ້າໃນອັດຕາການເພີ່ມຂຶ້ນຂອງມູນຄ່າເພີ່ມຂຶ້ນລວມທົ່ວພື້ນຖານເສດຖະກິດ.

ອັນທີ່ໜ້າເອົາໃຈໃສ່ແມ່ນ, ຂະແໜງອຸດສາຫະກຳປຸງແຕ່ງ ແລະ ຜະລິດສ້າງ ແມ່ນທ່າແຮງການຂະຫຍາຍຕົວຂອງທົ່ວພື້ນຖານເສດຖະກິດ ດ້ວຍອັດຕາການເພີ່ມຂຶ້ນ 10,23%, ປະກອບສ່ວນ 33,07%; ຂະແໜງຜະລິດ ແລະ ແຈກຢາຍໄຟຟ້າ ເພີ່ມຂຶ້ນ 9,34%, ປະກອບສ່ວນ 5,14%; ຂະແໜງສະໜອງນ້ຳ, ຄຸ້ມຄອງ ແລະ ບຳບັດສິ່ງເສດເຫຼືອ, ນ້ຳເປື້ອນ ເພີ່ມຂຶ້ນ 7,72%, ປະກອບສ່ວນ 0,54%; ຂະແໜງຂຸດຄົ້ນບໍ່ແຮ່ ເພີ່ມຂຶ້ນ 6,67%, ປະກອບສ່ວນ 1,60%. ຂະແໜງການກໍ່ສ້າງ ເພີ່ມຂຶ້ນ 9,51%, ປະກອບສ່ວນ 6,85%.

ຄຽງຄູ່ກັນນັ້ນ, ການບໍລິການ, ການເຄື່ອນໄຫວການຄ້າ, ການຂົນສົ່ງ, ການທ່ອງທ່ຽວ ບັນລຸລະດັບການຂະຫຍາຍຕົວດີ ຍ້ອນຄວາມຕ້ອງການບໍລິໂພກເພີ່ມຂຶ້ນສູງ, ການເຄື່ອນໄຫວຈໍລະຈອນສິນຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນມີຄວາມຟົດຟື້ນ, ປະກອບສ່ວນໃນທິດທາງຕັ້ງໜ້າເຂົ້າໃນການຂະຫຍາຍຕົວເສດຖະກິດ. ມູນຄ່າເພີ່ມຂຶ້ນຂົງເຂດບໍລິການ ຫົກເດືອນຕົ້ນປີ 2026 ເພີ່ມຂຶ້ນ 8,09% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ການປະກອບສ່ວນຂອງບາງຂະແໜງບໍລິການຕະຫຼາດທີ່ມີອັດຕາສ່ວນໃຫຍ່ ເຂົ້າໃນລະດັບການເພີ່ມຂຶ້ນຂອງມູນຄ່າເພີ່ມຂຶ້ນລວມທົ່ວພື້ນຖານເສດຖະກິດ ມີດັ່ງນີ້: ຂະແໜງການຂົນສົ່ງ ແລະ ສາງສິນຄ້າ ເພີ່ມຂຶ້ນ 10,18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະກອບສ່ວນ 7,73%; ການຂາຍຍົກ ແລະ ການຂາຍຍ່ອຍ ເພີ່ມຂຶ້ນ 9,67%, ປະກອບສ່ວນ 13,51%; ການບໍລິການທີ່ພັກ ແລະ ການກິນດື່ມ ເພີ່ມຂຶ້ນ 8,05%, ປະກອບສ່ວນ 2,73%; ການເຄື່ອນໄຫວການເງິນ, ການທະນາຄານ ແລະ ການປະກັນໄພ ເພີ່ມຂຶ້ນ 7,97%, ປະກອບສ່ວນ 4,71%; ການເຄື່ອນໄຫວບໍລິຫານ ແລະ ການບໍລິການສະໜັບສະໜູນ ເພີ່ມຂຶ້ນ 8,99%, ປະກອບສ່ວນ 1,81%.

ກ່ຽວກັບໂຄງປະກອບພື້ນຖານເສດຖະກິດ ຫົກເດືອນຕົ້ນປີ 2026, ຂົງເຂດກະສິກຳ, ປ່າໄມ້ ແລະ ສັດນ້ຳ ກວມເອົາອັດຕາສ່ວນ 10,61%; ຂົງເຂດອຸດສາຫະກຳ ແລະ ການກໍ່ສ້າງ ກວມເອົາ 37,66%; ຂົງເຂດບໍລິການ ກວມເອົາ 43,52%; ອາກອນຜະລິດຕະພັນລົບການອຸດໜູນຜະລິດຕະພັນ ກວມເອົາ 8,21% (ໂຄງປະກອບທີ່ກ່ຽວຂ້ອງຂອງໄລຍະດຽວກັນຂອງປີ 2025 ແມ່ນ 11,28%; 36,82%; 43,59%; 8,31%).

ກ່ຽວຂ້ອງເຖິງການນຳໃຊ້ GDP 06 ເດືອນຕົ້ນປີ 2026, ການບໍລິໂພກສຸດທ້າຍ ເພີ່ມຂຶ້ນ 8,15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ການສະສົມຊັບສິນ ເພີ່ມຂຶ້ນ 15,20%, ການສົ່ງອອກສິນຄ້າ ແລະ ການບໍລິການ ເພີ່ມຂຶ້ນ 20,18%; ການນຳເຂົ້າສິນຄ້າ ແລະ ການບໍລິການ ເພີ່ມຂຶ້ນ 26,44%.

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ຈາກຄົນຮຸ່ນໜຸ່ມ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ຈາກຄົນຮຸ່ນໜຸ່ມ

ຍສໝ - ວັນທີ 1 ກໍລະກົດ, ຢູ່ທີ່ນະຄອນ ດ່ານັງ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບ ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ນະຄອນຫຼວງວຽງຈັນ, ສປປ ລາວ) ໃນໂອກາດເດີນທາງມາຢ້ຽມຢາມ ນັບຕັ້ງແຕ່ວັນທີ 29 ມິຖຸນາ ...

ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິສະບັບເລກທີ 57: ຈຳເປັນຕ້ອງກ້າວເຂົ້າສູ່ຄວາມເປັນຈິງ ແລະ ມີປະສິດທິຜົນກວ່າເກົ່າ ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິສະບັບເລກທີ 57: ຈຳເປັນຕ້ອງກ້າວເຂົ້າສູ່ຄວາມເປັນຈິງ ແລະ ມີປະສິດທິຜົນກວ່າເກົ່າ

ຍສໝ - ບົນສະພາບແວດລ້ອມແຫ່ງການແຂ່ງຂັນທາງດ້ານເຕັກໂນໂລຊີຢູ່ໃນໂລກ ພວມດຳເນີນໄປຢ່າງວ່ອງໄວທີ່ສຸດ, ໂດຍເນັ້ນໜັກເຖິງຂໍ້ກຳນົດທີ່ວ່າບໍ່ສາມາດຊັກຊ້າໄດ້ອີກຕໍ່ໄປ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕັກເຕືອນວ່າ ການຈັດຕັ້ງປະຕິບັດມະຕິສະບັບເລກທີ 57 ແມ່ນຈຳເປັນຕ້ອງມີຄວາມຕັດສິນໃຈສູງກວ່າເກົ່າ, ແຂງແຮງກວ່າເກົ່າ, ແລະ ສິ່ງອັນສຳຄັນທີ່ສຸດແມ່ນຕ້ອງກ້າວເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ.

Link: https://huunghivietlao.thoidai.com.vn/detail-article-22286.html

In bài biết