ຂໍ້ສະຫຼຸບເລກທີ 57-KL/TW: ສຸມໃສ່ລະດັບສູງສຸດໃຫ້ແກ່ໜ້າທີ່ການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
| ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ | |
| ປະທານສະພາແຫ່ງຊາດ ອານເຊຣີ ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ |
![]() |
| ກຳລັງເກັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ປະຕິບັດໜ້າທີ່ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈົາແທັ່ງ ຕາແສງ ຟູຮືວ, ແຂວງ ດົ່ງທາບ. (ພາບ: ຮົ່ງໄທ/TTXVN) |
ຂໍ້ສະຫຼຸບໄດ້ລະບຸວ່າ: ຢູ່ທີ່ວາລະປະຊຸມໃນວັນທີ 23 ມິຖຸນາ 2026, ພາຍຫຼັງການພິຈາລະນາ ໃບສະເໜີເລກທີ 76-TTr/ĐU, ລົງວັນທີ 15 ມິຖຸນາ 2026 ຂອງຄະນະພັກລັດຖະບານ ກ່ຽວກັບການຈັດຕັ້ງບັນດາກິດຈະກຳ ເພື່ອມຸ່ງໄປສູ່ ວັນສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2027), ຄະນະເລຂາທິການສູນກາງພັກ ໄດ້ມີຂໍ້ສະຫຼຸບດັ່ງນີ້:
ໂດຍພື້ນຖານແມ່ນມີຄວາມເຫັນດີເປັນເອກະພາບກັບ ໃບສະເໜີ ແລະ ໂຄງການຈັດຕັ້ງບັນດາກິດຈະກຳ ເພື່ອມຸ່ງໄປສູ່ ວັນສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນທະຫານເສຍອົງຄະ - นັກຮົບເສຍສະຫຼະຊີວິດເພື່ອຊາດ. ພາຍນັ້ນ, ຈຳເປັນຕ້ອງສຸມໃສ່ນຳພາ, ຊີ້ນຳບາງວຽກງານດັ່ງຕໍ່ໄປນີ້:
1. ປະຕິບັດໃຫ້ດີ ວຽກງານການໂຄສະນາເຜີຍແຜ່ ເພື່ອເຮັດໃຫ້ເຫັນເດັ່ນຊັດເຖິງຄວາມໝາຍທາງດ້ານການເມືອງ, ປະຫວັດສາດ ແລະ ມະນຸດສະທຳ ເນື່ອງໃນໂອກາດ ຄົບຮອບ 80 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2027), ສືບຕໍ່ເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງ ແລະ ທົ່ວສັງຄົມ, ສຶກສາອົບຮົມມູນເຊື້ອຮັກຊາດປະຕິວັດ, ເປັນຕົ້ນແມ່ນຕໍ່ກັບຮຸ່ນຄົນໜຸ່ມ, ເສີມຂະຫຍາຍຈິດໃຈ "ກິນນ້ຳຄິດຫາແຫຼ່ງນ້ຳ", "ຕອບບຸນແທນຄຸນ" ໃຫ້ກາຍເປັນຄຸນຄ່າອັນຍືນຍົງ ແລະ ເປັນສະຕິຮັບຜິດຊອບ ພາຍໃນຊີວິດການເປັນຢູ່ຂອງສັງຄົມ. ຜ່ານນັ້ນ, ຮັດແໜ້ນຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ກັບພັກ, ລັດ, ປຸກລະດົມຈິດໃຈ, ຄວາມມຸ່ງມາດປາດຖະໜາພາຍໃນການອຸທິດສ່ວນ ເພື່ອສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ ພາຍໃນສກະລາດໃໝ່.
2. ສຸມໃສ່ລະດັບສູງສຸດ ໃຫ້ແກ່ໜ້າທີ່ການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ; ຍູ້ແຮງການປະຍຸກໃຊ້ວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດິຈິຕອນ, ການກວດກາຊອກຫາສາຍພັນ ADN; ເລັ່ງເຮັດໃຫ້ສຳເລັດການສ້າງຕັ້ງຖານຂໍ້ມູນອັນເປັນເອກະພາບ ກ່ຽວກັບຜູ້ມີຄຸນງາມຄວາມດີ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດໂດຍໄວ, ໂດຍກຳນົດວ່າ ນີ້ແມ່ນໜຶ່ງໃນບັນດາໜ້າທີ່ອັນສຳຄັນ ເພື່ອມຸ່ງໄປສູ່ ວັນສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ.
3. ຮີບຮ້ອນເຮັດໃຫ້ສຳເລັດ ການປັບປຸງ, ເພີ່ມເຕີມ ດຳລັດວ່າດ້ວຍການອຸດໜູນບຸລິມະສິດແກ່ຜູ້ມີຄຸນງາມຄວາມດີ ພາຍໃນເດືອນກໍລະກົດ 2026, ຮັບປະກັນການກຳແໜ້ນບັນດາແນວທາງ, ທິດທາງຂອງພັກ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ ພາຍໃຕ້ສະພາບການໃໝ່; ໃນຂະນະດຽວກັນ ກໍແກ້ໄຂໃຫ້ຂາດຕົວ ຕໍ່ກັບບັນດາເປົ້າໝາຍທີ່ຍັງຄົງຄ້າງ ຍ້ອນປະຫວັດສາດປະໄວ້ ແລະ ຄວາມຮັບຮູ້ທີ່ແຕກຕ່າງກັນ.
4. ກວດກາຄືນຢ່າງລະອຽດ ບັນດາໂຄງການ, ບຸລິມະສິດແຜນການລົງທຶນສ້ອມແປງ, ຍົກລະດັບພື້ນຖານໂຄງລ່າງ ຂອງບັນດາສູນລ້ຽງດູຜູ້ມີຄຸນງາມຄວາມດີ ແລະ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດລະດັບແຫ່ງຊາດຈຳນວນໜຶ່ງ, ຮັບປະກັນຄວາມແທດຕົວຈິງ, ມີປະສິດທິຜົນ, ຫຼີກເວັ້ນການກະຈັດກະຈາຍ ແລະ ພຽງແຕ່ຮູບການ; ສຸມໃສ່ສະຫງວນແຫຼ່ງທຶນຮອນໃຫ້ຫຼາຍຂຶ້ນ ເພື່ອແນໃສ່ປັບປຸງນະໂຍບາຍອຸດໜູນບຸລິມະສິດແກ່ຜູ້ມີຄຸນງາມຄວາມດີ ນັບແຕ່ວັນທີ 01 ກໍລະກົດ 2026 ແລະ ຕາມກຳນົດເວລາ ອີງຕາມຄວາມສາມາດຂອງງົບປະມານແຫ່ງລັດ, ປະກອບສ່ວນແທດຕົວຈິງເຂົ້າໃນການຍົກສູງຄຸນນະພາບການເບິ່ງແຍງດູແລ, ລ້ຽງດູຜູ້ມີຄຸນງາມຄວາມດີ ແລະ ຄອບຄົວຂອງຜູ້ມີຄຸນງາມຄວາມດີ; ຖືເອົາຜົນສຳເລັດຂອງການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ເປັນໄມ້ຫຼາແທກຕົວຈິງ ຂອງກິດຈະກຳສະເຫຼີມສະຫຼອງ; ບຸລິມະສິດແຫຼ່ງທຶນຮອນ ເພື່ອແກ້ໄຂບັນດາບັນຫາອັນຮີບດ່ວນໃນປັດຈຸບັນ, ເປັນຕົ້ນແມ່ນ ເຮືອນຢູ່, ຊີວິດການເປັນຢູ່, ການເບິ່ງແຍງດູແລສຸຂະພາບຂອງຜູ້ມີຄຸນງາມຄວາມດີ.
5. ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ກຳນົດວ່າ ນີ້ແມ່ນວຽກງານປະຈຳ, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ຜູ້ມີຄຸນງາມຄວາມດີຢ່າງຮອບຄອບ, ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມເອົາໃຈໃສ່ຂອງພັກ, ລັດ, ໂດຍບໍ່ລໍຖ້າໃຫ້ຮອດຊ່ວງເວລາວັນທີ 27 ກໍລະກົດ ຂອງທຸກໆປີ ຈຶ່ງຈັດຕັ້ງປະຕິບັດ.
6. ມອບໝາຍໃຫ້ ຄະນະພັກລັດຖະບານ ນຳພາ, ຊີ້ນຳການຮັບເອົາຄຳເຫັນຢ່າງຄົບຖ້ວນ ຂອງຄະນະເລຂາທິການສູນກາງພັກ, ຄຳເຫັນອັນສົມເຫດສົມຜົນຂອງບັນດາອົງການຈັດຕັ້ງ, ຮີບຮ້ອນປັບປຸງໂຄງການໃຫ້ສົມບູນ ແລະ ມີແຜນການຜັນຂະຫຍາຍຈັດຕັ້ງປະຕິບັດ, ຮັບປະກັນຄວາມແທດຕົວຈິງ ແລະ ມີປະສິດທິຜົນ.
| ຊາວໜຸ່ມປ່ຽນແປງໃໝ່ຢ່າງສ້າງສັນ, ປັບຕົວໃຫ້ແທດເໝາະພາຍໃນຍຸກສະໄໝດິຈິຕອນ ຍສໝ - ຕອນບ່າຍວັນທີ 30 ມິຖຸນາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ກາເມົາ ຄັ້ງທີ I, ອາຍຸການ 2026 - 2029 ໄດ້ດຳເນີນໄປ, ໂດຍມີການເຂົ້າຮ່ວມ ຂອງຜູ້ແທນສົມບູນ 270 ທ່ານ ທີ່ຕາງໜ້າໃຫ້ແກ່ພະນັກງານສະມາຄົມ, ສະມາຊິກສະມາຄົມ ແລະ ຊາວໜຸ່ມ ... |
| ງານບຸນດອກບົວ ຮ່າໂນ້ຍ ປະຈຳປີ 2026 ດຶງດູດນັກທ່ອງທ່ຽວໄດ້ປະມານ 300.000 ເທື່ອຄົນ ຍສໝ - ພື້ນທີ່ຈັດສະແດງ “ດອກບົວ - ສິ່ງຍອດຍ້ຽມ ແລະ ຊີວິດການເປັນຢູ່” ໄດ້ແນະນຳ, ໂຄສະນາບັນດາຜະລິດຕະພັນ OCOP, ຊາດອກບົວ, ແພໄໝໃຍບົວ ຄຽງຄູ່ກັບຫຼວງຫຼາຍຜະລິດຕະພັນໝູ່ບ້ານອາຊີບມູນເຊື້ອຂອງ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ. |
