ຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ: ສຸມໃສ່ສ້າງຕັ້ງຮາກຖານການພັດທະນາຄັ້ງໃໝ່, ສ້າງຕັ້ງກຳລັງຂັບເຄື່ອນການເຕີບໂຕໃໝ່
| ເມື່ອການຕ່າງປະເທດກາຍເປັນກຳລັງຂັບເຄື່ອນແຫ່ງການພັດທະນາ | |
| ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່ |
![]() |
| ສະຫາຍ ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເຂົ້າຮ່ວມກອງປະຊຸມປະກາດຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ ແລະ ສົ່ງເສີມການລົງທຶນ ປະຈຳປີ 2026. (ພາບ: ຄະນະຈັດຕັ້ງ) |
ກ່າວຄຳເຫັນໄຂກອງປະຊຸມ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫວູດ່າຍທັງ ໃຫ້ຮູ້ວ່າ, ກອງປະຊຸມໃນມື້ນີ້ແມ່ນການເລີ່ມຕົ້ນໃຫ້ແກ່ຂະບວນການນຳເອົາຜັງເມືອງເຂົ້າສູ່ຊີວິດການເປັນຢູ່ຕົວຈິງ; ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກ, ນະໂຍບາຍໃໝ່; ລະດົມ ແລະ ນຳໃຊ້ທຸກແຫຼ່ງທຶນຢ່າງມີປະສິດທິຜົນ ເພື່ອປະຕິບັດບັນດາຄາດໝາຍການພັດທະນາຂອງນະຄອນຫຼວງ.
"ຜັງເມືອງຈະມີຄຸນຄ່າອັນແທ້ຈິງກໍຕໍ່ເມື່ອໄດ້ຮັບການຫັນເປັນຮູບປະທຳ ດ້ວຍບັນດາກິດຈະກຳ, ບັນດາໂຄງການ ແລະ ໝາກຜົນການພັດທະນາຕົວຈິງ. ສະນັ້ນ, ສິ່ງທີ່ຄຸ້ມຊຸມຊົນວິສາຫະກິດເອົາໃຈໃສ່ໃນມື້ນີ້ ບໍ່ພຽງແຕ່ແມ່ນວິໄສທັດຂອງຜັງເມືອງເທົ່ານັ້ນ, ແຕ່ແມ່ນບັນດາຮາກຖານທີ່ ຮ່າໂນ້ຍ ໄດ້ກະກຽມໄວ້ ເພື່ອປ່ຽນແປງວິໄສທັດນັ້ນໃຫ້ກາຍເປັນຄວາມຈິງ.
ດ້ວຍຈິດໃຈດັ່ງກ່າວ, ຮ່າໂນ້ຍ ພວມສຸມໃສ່ສ້າງຕັ້ງບັນດາຮາກຖານການພັດທະນາຄັ້ງໃໝ່; ສ້າງຕັ້ງບັນດາກຳລັງຂັບເຄື່ອນການເຕີບໂຕໃໝ່; ປັບປຸງສະພາບແວດລ້ອມການລົງທຶນໃຫ້ນັບມື້ນັບໂປ່ງໃສ, ສະຖຽນລະພາບ ແລະ ອຳນວຍຄວາມສະດວກ; ຮ່ວມກັບຄຸ້ມຊຸມຊົນວິສາຫະກິດ ແລະ ບັນດານັກລົງທຶນ ປະກອບສ່ວນຢ່າງແທ້ຈິງເຂົ້າພາຍໃນຄວາມມຸ່ງມາດປາດຖະໜາພັດທະນາປະເທດຊາດ ພາຍໃນຍຸກສະໄໝແຫ່ງການກ້າວຂຶ້ນຢ່າງແແຂງແຮງຂອງຊາດ", ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນຢ້ຽມ.
![]() |
| ສະຫາຍ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫວູດ່າຍທັງ ໃຫ້ຮູ້ວ່າ, ພາຍໃນບັນດາປີຜ່ານມາ, ຮ່າໂນ້ຍ ບໍ່ພຽງແຕ່ສຸມໃສ່ຮັກສາການເຕີບໂຕເສດຖະກິດເທົ່ານັ້ນ, ແຕ່ສິ່ງທີ່ຄຳສຳຄັນກວ່າແມ່ນການເປັນເຈົ້າການສ້າງຕັ້ງບັນດາຮາກຖານການພັດທະນາຄັ້ງໃໝ່. (ພາບ: ຄະນະຈັດຕັ້ງ) |
ໃນໄລຍະການສ້າງຕັ້ງຜັງເມືອງ, ສະຫາຍ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫວູດ່າຍທັງ ໃຫ້ຮູ້ວ່າ, ນະຄອນໄດ້ກະກຽມບັນດາເງື່ອນໄຂທາງດ້ານລະບອບລະບຽບການ, ໂຄງລ່າງ, ແຫຼ່ງທຶນ ແລະ ຮູບແບບການບໍລິຫານໄປພ້ອມໆກັນ ເພື່ອໃຫ້ເວລາຜັງເມືອງໄດ້ຮັບການປະກາດ ສາມາດກ້າວເຂົ້າສູ່ຊີວິດການເປັນຢູ່ຕົວຈິງຢ່າງວ່ອງໄວ.
ບົນຈິດໃຈດັ່ງກ່າວ, ຮ່າໂນ້ຍ ຮັບຮູ້ຢ່າງຈະແຈ້ງວ່າ, ຕໍ່ກັບຄຸ້ມຊຸມຊົນວິສາຫະກິດ ແລະ ບັນດານັກລົງທຶນ, ບົດຜັງເມືອງສະບັບໜຶ່ງ ເຖິງວ່າຈະມີວິໄສທັດພຽງໃດກໍຕາມ ກໍມີຄຸນຄ່າອັນແທ້ຈິງກໍຕໍ່ເມື່ອສ້າງຕັ້ງໄດ້ຄວາມເຊື່ອໝັ້ນກ່ຽວກັບສະມັດຖະພາບພາຍໃນການຈັດຕັ້ງປະຕິບັດ.
ສະຫາຍ ຫວູດ່າຍທັງ ຢັ້ງຢືນວ່າ: "ຄວາມເຊື່ອໝັ້ນນັ້ນບໍ່ໄດ້ຮັບການສ້າງຂຶ້ນດ້ວຍບັນດາຄຳໝັ້ນສັນຍາແບບລວມໆ, ແຕ່ດ້ວຍສະມັດຖະພາບແຫ່ງການປະຕິບັດຕົວຈິງຂອງອຳນາດການປົກຄອງ, ດ້ວຍສະພາບແວດລ້ອມການລົງທຶນທີ່ໂປ່ງໃສ, ສະຖຽນລະພາບ ແລະ ມີຂີດຄວາມສາມາດຄາດຄະເນໄດ້, ດ້ວຍການທີ່ທຸກຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຂອງວິສາຫະກິດຕ່າງກໍໄດ້ຮັບການຮັບເອົາ, ແກ້ໄຂຢ່າງທັນການ ແລະ ດ້ວຍບັນດາໂຄງການທີ່ປະສົບຜົນສຳເລັດຢູ່ພາຍໃນຕົວຈິງ.
ເພາະສະນັ້ນ, ພາຍໃນບັນດາປີຜ່ານມາ, ຮ່າໂນ້ຍ ບໍ່ພຽງແຕ່ສຸມໃສ່ຮັກສາການເຕີບໂຕເສດຖະກິດເທົ່ານັ້ນ, ແຕ່ສິ່ງທີ່ຄຳສຳຄັນກວ່າແມ່ນການເປັນເຈົ້າການສ້າງຕັ້ງບັນດາກົດເກນຮາກຖານການພັດທະນາຄັ້ງໃໝ່ ເພື່ອກະກຽມໃຫ້ແກ່ໄລຍະການພັດທະນາທີ່ມີຄຸນນະພາບສູງກວ່າ, ຍືນຍົງກວ່າ ແລະ ມີຂີດຄວາມສາມາດແຂ່ງຂັນສູງກວ່າ".
ຕາມສະຫາຍ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລ້ວ, ເມື່ອກ້າວເຂົ້າສູ່ປີ 2026, ທ່າຂະຫຍາຍຕົວແຫ່ງການເຕີບໂຕຍັງຄົງໄດ້ຮັບການຮັກສາໄວ້ຢ່າງຕັ້ງໜ້າ. ພາຍໃນ 6 ເດືອນຕົ້ນປີ, ເສດຖະກິດຂອງນະຄອນຫຼວງສືບຕໍ່ມີຄວາມຟົດຟື້ນບົນເກືອບທຸກຂົງເຂດ; ການເກັບລາຍຮັບງົບປະມານ, ການຜະລິດອຸດສາຫະກຳ, ການຄ້າ, ການທ່ອງທ່ຽວ, ການສົ່ງອອກ ແລະ ການດຶງດູດການລົງທຶນ ຕ່າງກໍບັນລຸໝາກຜົນອັນດີງາມ.
ເປັນພິເສດ, ຮ່າໂນ້ຍ ສືບຕໍ່ແມ່ນຈຸດໝາຍປາຍທາງອັນດຶງດູດຂອງບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ດ້ວຍຫຼວງຫຼາຍໂຄງການທີ່ມີຂະໜາດໃຫຍ່ ພາຍໃນບັນດາຂົງເຂດເຕັກໂນໂລຊີສູງ, ໂຄງລ່າງ, ການປ່ຽນແປງໃໝ່ຢ່າງສ້າງສັນ, ໂລຈິສຕິກ (logistics), ສາທາລະນະສຸກ, ການສຶກສາ ແລະ ບໍລິການທີ່ມີຄຸນນະພາບສູງ.
ພາຍໃນ 6 ເດືອນຕົ້ນປີນີ້, ນະຄອນໄດ້ຕົກລົງເຫັນດີດ້ານແນວທາງການລົງທຶນ 138 ໂຄງການພາຍໃນປະເທດ, ດ້ວຍທຶນທັງໝົດປະມານ 3,5 ລ້ານລ້ານດົ່ງ; ດຶງດູດທຶນການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຄາດວ່າບັນລຸ 3,2 ຕື້ USD, ສືບຕໍ່ນອນພາຍໃນກຸ່ມທ້ອງຖິ່ນທີ່ນຳໜ້າພາຍໃນທົ່ວປະເທດ.
ຜັງເມືອງນະຄອນຫຼວງໄດ້ກຳນົດຮູບແບບການພັດທະນາແບບຫຼາຍສູນກາງ, ຫຼາຍຂົ້ວ, ຫຼາຍຊັ້ນ, ພັດທະນາຕາມທິດທາງຄົມມະນາຄົມສາທາລະນະຂະໜາດໃຫຍ່ (TOD); ຂຸດຄົ້ນເນື້ອທີ່ເທິງຟ້າ, ເນື້ອທີ່ໃຕ້ດິນ ແລະ ເນື້ອທີ່ດິຈິຕອນຢ່າງມີປະສິດທິຜົນ; ສ້າງຕັ້ງບັນດາຂົ້ວການເຕີບໂຕໃໝ່, ບັນດາສູນກາງການປ່ຽນແປງໃໝ່ຢ່າງສ້າງສັນ, ການເງິນ, ການຄ້າ, ໂລຈິສຕິກ ແລະ ອຸດສາຫະກຳເຕັກໂນໂລຊີສູງ.
ສະຫາຍ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫວູດ່າຍທັງ ຕີລາຄາວ່າ: "ນີ້ແມ່ນບາດກ້າວຫັນປ່ຽນອັນຄຳສຳຄັນພາຍໃນຈິນຕະນາການການພັດທະນາຂອງ ຮ່າໂນ້ຍ: ຈາກການພັດທະນາຕາມລວງກວ້າງ ໄປສູ່ການພັດທະນາບົນພື້ນຖານຄຸນນະພາບ, ປະສິດທິຜົນ, ການປ່ຽນແປງໃໝ່ຢ່າງສ້າງສັນ ແລະ ຂີດຄວາມສາມາດແຂ່ງຂັນ; ຈາກການຂຸດຄົ້ນບັນດາທ່າແຮງທີ່ມີຢູ່ແລ້ວ ໄປສູ່ການເປັນເຈົ້າການສ້າງຕັ້ງບັນດາທ່າແຮງຄັ້ງໃໝ່".
ບົນຮາກຖານດັ່ງກ່າວ, ນະຄອນບຸລິມະສິດດຶງດູດການລົງທຶນເຂົ້າພາຍໃນບັນດາຂົງເຂດທີ່ມີຄຸນຄ່າສ່ວນຂະຫຍາຍສູງ ແລະ ມີສະມັດຖະພາບແຜ່ຂະຫຍາຍໃຫຍ່ຫຼວງ, ລວມມີ: ໂຄງລ່າງຄົມມະນາຄົມຍຸດທະສາດ; ພັດທະນາຕົວເມືອງຕາມຮູບແບບ TOD; ເຕັກໂນໂລຊີສູງ, ເຄິ່ງຊັກນຳ (ເຊມີຄອນດັກເຕີ), ປັນຍາປະດິດ, ສູນຂໍ້ມູນ (data center); ບັນດາເຂດອຸດສາຫະກຳຮຸ່ນໃໝ່; logistics ອັດສະລິຍະ; ພະລັງງານສະອາດ; ເສດຖະກິດໝູນວຽນ; ອຸດສາຫະກຳວັດທະນະທຳ; ການທ່ອງທ່ຽວ; ສາທາລະນະສຸກ ແລະ ການສຶກສາທີ່ມີຄຸນນະພາບສູງ.
ນະຄອນຢຶດໝັ້ນທັດສະນະການພັດທະນາໂດຍເອົາຄຸນນະພາບ, ປະສິດທິຜົນ, ການປ່ຽນແປງໃໝ່ຢ່າງສ້າງສັນ ແລະ ການພັດທະນາຢ່າງຍືນຍົງເປັນຮາກຖານ. ຮ່າໂນ້ຍ ບໍ່ດຶງດູດການລົງທຶນດ້ວຍທຸກລາຄາ, ບໍ່ເອົາສະພາບແວດລ້ອມ, ວັດທະນະທຳ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໄປແລກປ່ຽນກັບການເຕີບໂຕແບບທຳມະດາ; ແຕ່ຈະບຸລິມະສິດບັນດາໂຄງການທີ່ມີຄຸນຄ່າສ່ວນຂະຫຍາຍສູງ, ມີເນື້ອໃນວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ຢ່າງສ້າງສັນໃຫຍ່ຫຼວງ.
ໃນຂະນະດຽວກັນ, ກໍນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ, ພັດທະນາຕາມທິດທາງສີຂຽວ, ໝູນວຽນ ແລະ ປ່ອຍອາຍພິດຈຳນວນຕ່ຳ; ມີສະມັດຖະພາບສ້າງຕັ້ງບັນດາຕ່ອງໂສ້ຄຸນຄ່າ, ແຜ່ຂະຫຍາຍເຕັກໂນໂລຊີ ແລະ ຍົກສູງຂີດຄວາມສາມາດແຂ່ງຂັນຂອງພື້ນຖານເສດຖະກິດ.
ຢູ່ທີ່ກອງປະຊຸມ, ນະຄອນ ຮ່າໂນ້ຍ ໄດ້ປະກາດ 276 ໂຄງການຮຽກຮ້ອງການລົງທຶນ ບົນບັນດາຂົງເຂດຈຸດສຸມ; ໃນຂະນະດຽວກັນກໍໄດ້ມອບຂໍ້ຕົກລົງເຫັນດີດ້ານແນວທາງການລົງທຶນ, ໃບຢັ້ງຢືນການຈົດທະບຽນການລົງທຶນ ແລະ ໄດ້ລົງນາມ 50 ບົດບັນທຶກຄວາມເຂົ້າໃຈຄວາມຮ່ວມມື (MOU) ກັບຫຼວງຫຼາຍວິສາຫະກິດ, ກຸ່ມບໍລິສັດໃຫຍ່ທັງພາຍໃນ ແລະ ສາກົນ.
"ບັນດາໂຄງການ ແລະ ຂໍ້ຕົກລົງການຮ່ວມມືທີ່ໄດ້ຮັບການປະກາດໃນມື້ນີ້ ໄດ້ເພີ່ມທະວີແຫຼ່ງທຶນອັນຄຳສຳຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ຂອງນະຄອນຫຼວງ, ໃນຂະນະດຽວກັນກໍສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງຄຸ້ມຊຸມຊົນວິສາຫະກິດຕໍ່ກັບສະພາບແວດລ້ອມການລົງທຶນ ແລະ ທ່າອ່ຽງການຂະຫຍາຍຕົວຂອງ ຮ່າໂນ້ຍ", ສະຫາຍ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄຳເຫັນ.
![]() |
| ແບບຈໍາລອງຜັງເມືອງລວມນະຄອນຫຼວງ ວິໄສທັດ 100 ປີ ຢູ່ທີ່ຫໍພິພິທະພັນ ຮ່າໂນ້ຍ. (ພາບ: ຂາຍມິງ) |
ຢູ່ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຊົມຮູບເງົາແນະນຳກ່ຽວກັບ “ຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ”. ຮູບເງົາໄດ້ສັງເຂບຂະບວນການສ້າງຕັ້ງໂຄງການຜັງເມືອງ, ບັນດາທິດທາງການພັດທະນາຍຸດທະສາດ ແລະ ວິໄສທັດໄລຍະຍາວຂອງ ຮ່າໂນ້ຍ.
ຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ ໄດ້ຮັບການສ້າງຕັ້ງຂຶ້ນບົນຮາກຖານມະຕິສະບັບເລກທີ 02 ຂອງກົມການເມືອງ, ກົດໝາຍວ່າດ້ວຍນະຄອນຫຼວງ ປີ 2026 ແລະ ບັນດາມະຕິຂອງສະພາແຫ່ງຊາດ. ຜັງເມືອງໄດ້ກຳນົດປັດຊະຍາການພັດທະນາໂດຍເອົາຄົນເປັນສູນກາງ, ເອົາຄວາມເລິກເຊິ່ງດ້ານວັດທະນະທຳ ທັງລອງ - ຮ່າໂນ້ຍ ເປັນແຫຼ່ງທຶນພາຍໃນ, ທັງກຳນົດໂຄງຮ່າງການພັດທະນາຮອດປີ 2035, 2045 ແລະ ວິໄສທັດຫຼັງປີ 2065, ມຸ່ງໄປເຖິງຄາດໝາຍນຳ ຮ່າໂນ້ຍ ກາຍເປັນສູນກາງການປ່ຽນແປງໃໝ່ຢ່າງສ້າງສັນ, ເປັນເມືອງທົ່ວໂລກ, ນອນພາຍໃນກຸ່ມບັນດານະຄອນຫຼວງທີ່ມີຄຸນນະພາບຊີວິດການເປັນຢູ່ ແລະ ດັດຊະນີຄວາມສຸກແຖວໜ້າຂອງໂລກ.
ເພື່ອຫັນຄາດໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ຜັງເມືອງໄດ້ກຳນົດ 4 ບາດກ້າວບຸກທະລຸຍຸດທະສາດ, ລວມມີ: ປັບປຸງລະບອບລະບຽບການໃຫ້ສົມບູນ ແລະ ເພີ່ມທະວີການແບ່ງຂັ້ນຄຸ້ມຄອງ; ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ; ພັດທະນາລະບົບໂຄງລ່າງຄົມມະນາຄົມຫຼາຍຊັ້ນ; ຟື້ນຟູບັນດາສາຍນ້ຳຕາມຮູບແບບໂຄງລ່າງປະສົມປະສານຫຼາຍໜ້າທີ່.
ຄວບຄູ່ໄປກັບສິ່ງດັ່ງກ່າວ ແມ່ນການຫັນປ່ຽນຈາກຈິນຕະນາການການພັດທະນາແບບຂົ້ວດຽວ ໄປສູ່ຮູບແບບກຸ່ມຕົວເມືອງເຊື່ອມໂຍງພາກພື້ນ, ກຳນົດທີ່ຕັ້ງຂອງ ຮ່າໂນ້ຍ ແມ່ນແກນນຳຂອງເຂດນະຄອນຫຼວງ, ສ້າງຕັ້ງ 9 ຂົ້ວການເຕີບໂຕຍຸດທະສາດ, 9 ສູນກາງໃຫຍ່ຫຼາຍໜ້າທີ່ ແລະ 9 ແກນກຳລັງຂັບເຄື່ອນການພັດທະນາ.
ຜັງເມືອງໄດ້ກຳນົດໂຄງສ້າງຕົວເມືອງຫຼາຍຊັ້ນ, ຫຼາຍຊັ້ນສະຫຼັບ ຕາມທິດທາງຕົວເມືອງແບບສາມມິຕິ (ລູກບາດ); ພັດທະນາເນື້ອທີ່ໃຕ້ດິນ, ເນື້ອທີ່ເທິງຟ້າ ແລະ ບັນດາເຂດ TOD (ພັດທະນາຕົວເມືອງໂດຍກົງກັບຄົມມະນາຄົມສາທາລະນະ). ເຂດແກນກາງຕົວເມືອງເກົ່າທີ່ມີປະຫວັດສາດ ໄດ້ຮັບການຈັດສັນໂຄງສ້າງຄືນໃໝ່ ດ້ວຍບັນດາທິດທາງຕໍ່ກັບເຂດມໍລະດົກ ໂຮ່ເກືອມ (Hồ Gươm - ໜອງຄືນດາບ), ຍ່ານເມືອງເກົ່າ 36 ສາຍທາງ, ຍ່ານເມືອງເກົ່າຝຣັ່ງ, ໂຮ່ໄຕ (Hồ Tây - ໜອງຕາເວັນຕົກ) ແລະ ແກນທາງຫຼວງທັດສະນີຍະພາບແມ່ນ້ຳແດງ.
ທາງດ້ານໂຄງລ່າງ, ຜັງເມືອງໄດ້ວາງຄາດໝາຍສ້າງຕັ້ງເຄືອຂ່າຍທາງລົດໄຟຫຼາຍລະດັບ ດ້ວຍຄວາມຍາວທັງໝົດປະມານ 1.200 ກິໂລແມັດ, ພາຍໃນນັ້ນ ລະບົບທາງລົດໄຟຕົວເມືອງຍາວ 979 ກິໂລແມັດ. ໃນຂະນະດຽວກັນກໍພັດທະນາບັນດາເຂດ TOD, ປັບປຸງລະບົບທາງອ້ອມເມືອງ, ບັນດາແກນທາງມຸ່ງສູ່ສູນກາງ, ທາງນ້ຳ ແລະ ຜັງເມືອງສະໜາມບິນສາກົນແຫ່ງທີສອງ ຢູ່ທາງທິດໃຕ້ ໃຫ້ສົມບູນ.
ສຳລັບເຂດຊົນນະບົດ, ຜັງເມືອງໄດ້ຫັນປ່ຽນຈາກຜັງເມືອງຈຸດຊຸມຊົນ ໄປສູ່ຜັງເມືອງເນື້ອທີ່ການພັດທະນາຂັ້ນຕາແສງແບບປະສົມປະສານຫຼາຍໜ້າທີ່; ນຳໃຊ້ຮູບແບບ "ໝູ່ບ້ານພາຍໃນເມືອງ, ເມືອງພາຍໃນໝູ່ບ້ານ"; ພັດທະນາບັນດາໝູ່ບ້ານອາຊີບທີ່ສະໜິດແໜ້ນກັບຕ່ອງໂສ້ການທ່ອງທ່ຽວ OCOP, ສ້າງຕັ້ງໂຄງສ້າງເນື້ອທີ່ສີຂຽວຢ່າງຮອບດ້ານ ແລະ ສະເໜີບັນດາກົນໄກພິເສດກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ການບໍລິຫານເມືອງອັດສະລິຍະ ບົນພື້ນຖານຂໍ້ມູນເວລາຕົວຈິງ (real-time data) ແລະ ປັນຍາປະດິດ.
ຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ ໄດ້ຮັບການສະແດງອອກດ້ວຍແບບຈຳລອງ, ປະຍຸກໃຊ້ເຕັກໂນໂລຊີການສາຍ mapping 3D ທີ່ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ແລະ ສາມາດເບິ່ງເຫັນໄດ້ດ້ວຍຕາ ຢູ່ທີ່ຫໍພິພິທະພັນ ຮ່າໂນ້ຍ ນັບຕັ້ງແຕ່ວັນທີ 29 ມິຖຸນາ ເພື່ອໃຫ້ປະຊາຊົນເຂົ້າຊົມ. ນີ້ແມ່ນເນື້ອທີ່ຈັດສະແດງຮັບໃຊ້ປະຊາຊົນ, ວິສາຫະກິດ, ສົມທົບກັບການປະກາດໂຄງການຜັງເມືອງ ໄປພ້ອມໆກັບເນື້ອທີ່ງານວາງສະແດງແນະນຳຢູ່ທີ່ຫໍພິພິທະພັນ ຮ່າໂນ້ຍ ເພື່ອແຈ້ງຂໍ້ມູນຂ່າວສານຢ່າງກວ້າງຂວາງມາຍັງປະຊາຊົນ ແລະ ວິສາຫະກິດ.
ນອກຈາກນັ້ນ, ຢູ່ທີ່ຫໍພິພິທະພັນ ຮ່າໂນ້ຍ ຍັງມີການຈັດສະແດງບົດແຕ້ມ, ແບບຈຳລອງ ຂອງບາງໂຄງການທີ່ເປັນຕົວແທນຂອງນະຄອນ; ຈັດຕັ້ງເຂດສາຍຮູບເງົາເອກະສານ 3D ກ່ຽວກັບຜັງເມືອງ ແລະ ການທົດລອງລະບົບຄົ້ນຫາຂໍ້ມູນຜັງເມືອງແບບທົດລອງຂອງນະຄອນ.
ການຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ ປະຈຳປີ 2026 ໄປພ້ອມໆກັນ ກັບການປະກາດຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ ແມ່ນເຫດການເຊື່ອມຕໍ່ອະດີດ, ປັດຈຸບັນ ແລະ ອະນາຄົດ ຂອງນະຄອນຫຼວງ - ນັບຕັ້ງແຕ່ບັນດາໝາກຜົນແຫ່ງການພັດທະນາເສດຖະກິດ-ສັງຄົມ ທີ່ບັນລຸໄດ້, ໄປຈົນຮອດວິໄສທັດຜັງເມືອງໄລຍະຍາວ ແລະ ບັນດາກົນໄກ, ນະໂຍບາຍພິເສດສະເພາະຄັ້ງໃໝ່ ທີ່ໄດ້ຮັບການມອບສິດ.
ສິ່ງນີ້ກໍສະແດງໃຫ້ເຫັນເຖິງສານອັນແຮງກ້າ ທີ່ຢັ້ງຢືນເຖິງຄວາມຕັດສິນໃຈຂອງນະຄອນ ຮ່າໂນ້ຍ ພາຍໃນການສືບຕໍ່ປ່ຽນແປງໃໝ່ລະບອບລະບຽບການ, ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດ, ຍູ້ແຮງການພັດທະນາໂຄງລ່າງຍຸດທະສາດ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ຢ່າງສ້າງສັນ, ການຫັນເປັນດິຈິຕອນ, ການເຕີບໂຕສີຂຽວ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ມຸ່ງໄປເຖິງຄາດໝາຍກໍ່ສ້າງນະຄອນຫຼວງ “ມີອະລິຍະທຳອັນຍາວນານ - ສີວິໄລ - ທັນສະໄໝ - ຜາສຸກ”.
| ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ ຍສໝ - ສືບຕໍ່ແຜນງານການເຄື່ອນໄຫວວຽກງານຢູ່ທີ່ ຊູແອັດ, ນັບຕັ້ງແຕ່ວັນທີ 25-27 ມິຖຸນາ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານນາງ ຫງວຽນແທັງງອກ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນຫົວໜ້າຄະນະ ໄດ້ເດິນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ບູນກາລີ. |
| Saint Petersburg ມຸ່ງມາດປາດຖະໜາຢາກຂະຫຍາຍການຮ່ວມມືດ້ານນິຕິກຳ, ການສຶກສາ ແລະ ການແລກປ່ຽນປະຊາຊົນ ກັບ ຫວຽດນາມ ຍສໝ - ວັນທີ 26 ມິຖຸນາ, ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານເຂົ້າຮ່ວມເວທີປາໄສນິຕິກຳສາກົນ Saint Petersburg ຄັ້ງທີ XIV, ທ່ານ ຫວາງແທັງຕຸ່ງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ເຮັດວຽກຮ່ວມກັບການນຳຄະນະພົວພັນຕ່າງປະເທດ Saint Petersburg ແລະ ຕາງໜ້າອົງການກົດໝາຍຂອງນະຄອນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືອັນແທ້ຈິງລະຫວ່າງ Saint Petersburg ກັບບັນດາທ້ອງຖິ່ນ, ອົງການ, ຈັດຕັ້ງຂອງ ຫວຽດນາມ, ... |


