16:19 | 28/06/2026

ວິງລອງ ຂະຫຍາຍການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກັບ ຍີ່ປຸ່ນ

ເພີ່ມທະວີການຮ່ວມມື ຫວຽດນາມ - UNICEF ເພື່ອການພັດທະນາຮອບດ້ານຂອງເດັກນ້ອຍ ຫວຽດນາມ
ເພີ່ມທະວີການຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ຫວຽດນາມ - ລາວ
ວິງລອງ ຂະຫຍາຍການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກັບ ຍີ່ປຸ່ນ
ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ເຮັດວຽກຮ່ວມກັບການນຳບໍລິສັດ Esuhai ຈຳກັດ, ແລກປ່ຽນບັນດາວິທີການຂະຫຍາຍໂອກາດວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນ ແລະ ຊຸກຍູ້ການຮ່ວມມືດ້ານການລົງທຶນກັບ ຍີ່ປຸ່ນ - ພາບ: VGP

ຂະຫຍາຍໂອກາດວຽກເຮັດງານທຳ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

ກ່າວຄຳເຫັນພາຍໃນການເຮັດວຽກ, ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງເນັ້ນຢ້ຽມວ່າ, ທາງແຂວງຍາມໃດກໍເອົາໃຈໃສ່ຕໍ່ກັບວຽກງານການຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ. ດັ່ງນັ້ນ, ການຊຸກຍູ້ການຮ່ວມມືດ້ານແຮງງານ ແມ່ນໄດ້ຮັບການກຳນົດວ່າເປັນໜຶ່ງໃນບັນດາເນື້ອໃນຈຸດສຸມ ຂອງການເດີນທາງໄປເຄື່ອນໄຫວວຽກງານໃນຄັ້ງນີ້, ຄຽງຄູ່ກັບບັນດາຂົງເຂດການລົງທຶນ, ກະສິກຳ ແລະ ການສຶກສາ.

ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ມີຄວາມມຸ່ງມາດປາດຖະໜາຢາກໃຫ້ ບໍລິສັດ Esuhai ຈຳກັດ ສືບຕໍ່ຮ່ວມເດີນທາງ, ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຂະຫຍາຍໂອກາດວຽກເຮັດງານທຳໃຫ້ແກ່ແຮງງານ ວິງລອງ ຢູ່ ຍີ່ປຸ່ນ, ເປັນພິເສດແມ່ນຢູ່ແຂວງ Niigata. ໃນຂະນະດຽວກັນ, ວິສາຫະກິດກໍຊ່ວຍເຫຼືອໃນການເຊື່ອມຕໍ່, ອຳນວຍຄວາມສະດວກເພື່ອໃຫ້ແຮງງານພາຍຫຼັງກັບຄືນປະເທດ ໄດ້ເສີມຂະຫຍາຍຄວາມຮູ້, ທັກສະ, ເຂົ້າເຖິງຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີ ທີ່ໄດ້ສະສົມຢູ່ ຍີ່ປຸ່ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ.

ຄຽງຄູ່ກັນນັ້ນ, ການນຳທາງແຂວງຍັງຄາດຫວັງວ່າ Esuhai ຈະກາຍເປັນຂົວຕໍ່ຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ ລະຫວ່າງ ວິງລອງ ກັບບັນດາວິສາຫະກິດ ແລະ ຄູ່ຮ່ວມມື ຍີ່ປຸ່ນ, ເປີດໂອກາດການຮ່ວມມືຕື່ມອີກຫຼວງຫຼາຍ ພາຍໃນບັນດາຂົງເຂດທ່າແຮງຂອງທ້ອງຖິ່ນ.

ບໍ່ພຽງແຕ່ຈັດສົ່ງແຮງງານໄປເຮັດວຽກເທົ່ານັ້ນ ແຕ່ຍັງສ້າງມູນຄ່າພາຍຫຼັງກັບຄືນມາ

ຕາງໜ້າ ບໍລິສັດ Esuhai ຈຳກັດ ໃຫ້ຮູ້ວ່າ, ວິສາຫະກິດບໍ່ພຽງແຕ່ຈັດສົ່ງແຮງງານໄປເຮັດວຽກຢູ່ ຍີ່ປຸ່ນ ແບບທຳມະດາເທົ່ານັ້ນ ແຕ່ແມ່ນເອົາໃຈໃສ່ເປັນພິເສດ ເຖິງການເສີມຂະຫຍາຍມູນຄ່າຂອງແຫຼ່ງຊັບພະຍາກອນມະນຸດ ພາຍຫຼັງກັບຄືນສູ່ທ້ອງຖິ່ນ.

ຕາມວິສາຫະກິດແລ້ວ, ນັບຕັ້ງແຕ່ຂັ້ນຕອນການໃຫ້ຄຳປຶກສາ, ການກຳນົດທິດທາງກ່ອນການເດີນທາງໄປຕ່າງປະເທດ, Esuhai ໄດ້ສຸມໃສ່ປະກອບທັກສະວິຊາຊີບ, ທັກສະແບບອຸດສາຫະກຳ ແລະ ສະຕິລະບຽບວິໄນໃຫ້ແກ່ແຮງງານ, ເພື່ອໃຫ້ແຮງງານແຕ່ລະຄົນພາຍຫຼັງກັບຄືນເມືອເກີດບ້ານ ຍາມໃດກໍສາມາດກາຍເປັນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປະກອບສ່ວນຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ.

ທັດສະນະດັ່ງກ່າວນີ້ ກໍສອດຄ່ອງກັບທິດທາງຂອງແຂວງ ວິງລອງ ພາຍໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ ຜ່ານການຮ່ວມມືສາກົນ, ເທື່ອລະກ້າວຫັນປ່ຽນທ່າດີ ຈາກກິດຈະກຳການຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໃຫ້ກາຍເປັນແຫຼ່ງກຳລັງຮັບໃຊ້ການພັດທະນາໃນໄລຍະຍາວຂອງແຂວງ.

ວິງລອງ ຂະຫຍາຍການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ກັບ ຍີ່ປຸ່ນ
ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ມອບພາບແກະສະຫຼັກໄມ້ ປູຊະນີຍະສະຖານ ວັນແທັງມ໋ຽວ ວິງລອ ໃຫ້ແກ່ຮອງຜູ້ອຳນວຍການໃຫຍ່ ບໍລິສັດ Esuhai ຈຳກັດ ຍີ່ປຸ່ນ - ພາບ: VGP/ ບິກຈີ

ສືບຕໍ່ຂະຫຍາຍການຮ່ວມມືກັບແຂວງ Niigata

ບົນພື້ນຖານບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືລະຫວ່າງແຂວງ ວິງລອງ ແລະ ແຂວງ Niigata ທີ່ໄດ້ລົງນາມຮ່ວມກັນໃນປີ 2023, ບໍລິສັດ Esuhai ຈຳກັດ ໄດ້ຕັ້ງໜ້າສົມທົບກັບທາງແຂວງ ຜັນຂະຫຍາຍບັນດາແຜນງານບຳລຸງສ້າງ, ຄັດເລືອກແຮງງານໄປສຶກສາ ແລະ ເຮັດວຽກຢູ່ ຍີ່ປຸ່ນ.

ນັບຕັ້ງແຕ່ປີ 2020 ມາຮອດປັດຈຸບັນ, ມີແຮງງານຫຼາຍກວ່າ 100 ຄົນ ໄດ້ຮັບການຈັດສົ່ງໄປເຮັດວຽກຢູ່ແຂວງ ນີງາຕະ ແລະ ປັດຈຸບັນມີແຮງງານອີກ 133 ຄົນ ພວມໄດ້ຮັບການບຳລຸງສ້າງ ເພື່ອຫອມຊອມກຽມຄວາມພ້ອມໃນການເດີນທາງໄປຕ່າງປະເທດ.

ບັນດາໝາກຜົນໃນເບື້ອງຕົ້ນນີ້ ໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງແຂວງ ວິງລອງ ກັບ ບໍລິສັດ ເອຊູໄຮ ຈຳກັດ, ໃນຂະນະດຽວກັນກໍສ້າງພື້ນຖານເພື່ອໃຫ້ສອງຝ່າຍສືບຕໍ່ຂະຫຍາຍການຮ່ວມມືພາຍໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຈັດສົ່ງແຮງງານໄປເຮັດວຽກຢູ່ ຍີ່ປຸ່ນ ກໍຄືການຊຸກຍູ້ການເຊື່ອມຕໍ່ດ້ານການລົງທຶນ ແລະ ການຄ້າ ລະຫວ່າງ ວິງລອງ ກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ພາຍໃນຕໍ່ໜ້າ.

ເພີ່ມທະວີການຮ່ວມມືສາກົນ ພາຍໃນການໂຄສະນາປ້ອງກັນ ແລະ ຕ້ານຢາເສບຕິດ ເພີ່ມທະວີການຮ່ວມມືສາກົນ ພາຍໃນການໂຄສະນາປ້ອງກັນ ແລະ ຕ້ານຢາເສບຕິດ

ຍສໝ - ວັນທີ 25 ມິຖຸນາ, ຢູ່ພາຍໃນເຂດຂົວຊາຍແດນ ດ່ານສາກົນ ແທັງຖຸຍ - ທຽນປາວ, ຄ້າຍທະຫານຊາຍແດນດ່ານສາກົນ ແທັງຖຸຍ (ຫວຽດນາມ) ໄດ້ສົມທົບກັບ ກອງຮ້ອຍຄຸ້ມຄອງຊາຍແດນ Malypho/ ກອງພັນນ້ອຍຄຸ້ມຄອງຊາຍແດນ ເວີນເຊີນ ຈັດຕັ້ງກິດຈະກຳໂຄສະນາ, ເຜີຍແຜ່ກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ ໃຫ້ແກ່ປະຊາຊົນເຂດຊາຍແດນ.

ວາລະທາງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດ ໂຮ່ຈີມິນ ຄັ້ງທີ XIII ວາລະທາງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດ ໂຮ່ຈີມິນ ຄັ້ງທີ XIII

ຍສໝ - ຕອນເຊົ້າວັນທີ 25 ມິຖຸນາ, ວາລະທາງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XIII, ອາຍຸການ 2026 - 2031 ໄດ້ດຳເນີນ ຂຶ້ນຢ່າງເປັນທາງການຢູ່ທີ່ ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ, ໂດຍມີການເຕົ້າໂຮມຂອງຜູ້ແທນ 788 ທ່ານ ທີ່ຕາງໜ້າໃຫ້ແກ່ສະມາຊິກຊາວໜຸ່ມຫຼາຍກວ່າ 5,1 ລ້ານຄົນ ແລະ ...

Link: https://huunghivietlao.thoidai.com.vn/detail-article-22248.html

In bài biết