15:34 | 26/06/2026

ວາລະທາງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດ ໂຮ່ຈີມິນ ຄັ້ງທີ XIII

ໜັງສືພິມ ອິນເດຍ ອະທິບາຍກ່ຽວກັບແຮງດຶງດູດນັບມື້ນັບໃຫຍ່ຫຼວງ ຂອງການທ່ອງທ່ຽວ ຫວຽດນາມ
ຫວຽດນາມ ຈັດຊຸດອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ
ວາລະທາງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດ ໂຮ່ຈີມິນ ຄັ້ງທີ XIII
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ - ພາບ: TTXVN

ກອງປະຊຸມໃຫຍ່ ແມ່ນເຫດການການເມືອງອັນສຳຄັນຂອງອົງການຈັດຕັ້ງຄະນະຊາວໜຸ່ມ, ແມ່ນວັນບຸນໃຫຍ່ຂອງໄວໜຸ່ມທົ່ວປະເທດ. ນີ້ບໍ່ພຽງແຕ່ແມ່ນໂອກາດສະຫຼຸບຕີລາຄາອາຍຸການໜຶ່ງເທົ່ານັ້ນ, ແຕ່ຍັງແມ່ນຂີດໝາຍອັນສຳຄັນເພື່ອຢັ້ງຢືນວິໄສທັດ, ເປົ້າໝາຍ ແລະ ໜ້າທີ່ຂອງອົງການຈັດຕັ້ງຄະນະຊາວໜຸ່ມພາຍໃນໄລຍະໃໝ່, ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ, ກ້າວໄປສູ່ບັນດາຂີດໝາຍປະຫວັດສາດ: ຄົບຮອບ 100 ປີແຫ່ງວັນສ້າງຕັ້ງ ພັກກອມມູນິດຫວຽດນາມ (1930-2030) ແລະ ຄົບຮອບ 100 ປີແຫ່ງວັນສ້າງຕັ້ງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (1931-2031).

ວາລະທາງການຂອງກອງປະຊຸມໃຫຍ່ ຈະໄດ້ຮັບການຖ່າຍທອດສົດທາງ ສະຖານີໂທລະພາບຫວຽດນາມ ແລະ ອອກອາກາດທາງບັນດາເວທີປາໄສດີຈີຕອນຂອງຄະນະຊາວໜຸ່ມ. ນີ້ແມ່ນວາລະເຮັດວຽກອັນສຳຄັນທີ່ມີຫຼາຍເນື້ອໃນຈຸດສຸມ, ພາຍໃນນັ້ນມີຄຳເຫັນຊີ້ນຳຂອງການນຳ ພັກ, ລັດ ແລະ ການເປີດໂຕຄະນະບໍລິຫານງານ, ຄະນະປະຈຳ, ຄະນະເລຂາທິການສູນກາງຄະນະຊາວໜຸ່ມສະໄໝໃໝ່.

ກ່ອນໂມງເຮັດວຽກຂອງວາລະທີໜຶ່ງໃນວັນທີ 24 ມິຖຸນາ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີລາຍງານຜົນງານຕໍ່ ລຸງໂຮ່, ເຂົ້າຮ່ວມການໄວ້ອາໄລ ປະທານ ໂຮ່ຈີມິນ ຢູ່ທີ່ສຸສານ, ວາງພວງມາລາຢູ່ທີ່ອານຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ Bắc Sơn ແລະ ຢ້ຽມຊົມງານວາງສະແດງຮູບພາບພາຍໃຕ້ຫົວຂໍ້ "ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ກ້າວເດີນຢ່າງໜັກແໜ້ນ ບຸກທະລຸພາຍໃນຍຸກສະໄໝໃໝ່".

ຢູ່ພາຍໃນວາລະເຮັດວຽກທີໜຶ່ງ, ກອງປະຊຸມໃຫຍ່ໄດ້ດຳເນີນການເລືອກຕັ້ງຄະນະປະທານ, ຄະນະເລຂານຸການ, ຄະນະກວດກາຄຸນລັກສະນະຜູ້ແທນ; ຜ່ານແຜນງານ, ກົດລະບຽບກອງປະຊຸມໃຫຍ່; ຮັບຟັງການນຳສະເໜີໃບສະເໜີບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ສະໄໝທີ XII, ບົດລາຍງານກວດກາຕົນເອງຂອງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ສະໄໝທີ XII ແລະ ໃບສະເໜີດັດແກ້, ເພີ່ມເຕີມກົດລະບຽບຄະນະຊາວໜຸ່ມ.

ຕອນບ່າຍວັນດຽວກັນ, ກອງປະຊຸມໃຫຍ່ໄດ້ດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ສະໄໝທີ XIII, ອາຍຸການ 2026-2031 ແລະ ຈັດຕັ້ງ 5 ເວທີປາໄສສົນທະນາ, ປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ ດ້ວຍບັນດາຫົວຂໍ້ກ່ຽວກັບການເສີມຂະຫຍາຍຄວາມມຸ່ງມາດປາດຖະໜາອຸທິດຕົນຂອງໄວໜຸ່ມ, ການພັດທະນາວິທະຍາສາດເຕັກໂນໂລຊີ, ການປະດິດສ້າງ ແລະ ການຫັນເປັນດີຈີຕອນ, ການພັດທະນາເສດຖະກິດ, ການເຊື່ອມໂຍງສາກົນ, ການປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວຂອງອົງການຈັດຕັ້ງຄະນະຊາວໜຸ່ມພາຍໃນສະພາບການໃໝ່.

ກອງປະຊຸມໃຫຍ່ດຳເນີນໄປນັບຕັ້ງແຕ່ວັນທີ 24-25 ມິຖຸນາ ດ້ວຍຄຳຂວັນການເຄື່ອນໄຫວ "ຄວາມກ້າຫານກຸ້ມຕົນເອງ - ສະກັດໜ້າປະດິດສ້າງ - ຄວາມມຸ່ງມາດປາດຖະໜາອຸທິດຕົນ - ເປັນເຈົ້າການອະນາຄົດ". ກອງປະຊຸມໃຫຍ່ມີໜ້າທີ່ຕີລາຄາໝາກຜົນວຽກງານຄະນະຊາວໜຸ່ມ ແລະ ຂະບວນການຊາວນັກຮົບໄວເຍົາວະຊົນ ອາຍຸການ 2022-2026; ກຳນົດເປົ້າໝາຍ, ໜ້າທີ່, ວິທີການແກ້ໄຂອາຍຸການ 2026-2031; ພິຈາລະນາດັດແກ້, ເພີ່ມເຕີມກົດລະບຽບຄະນະຊາວໜຸ່ມ ແລະ ເລືອກຕັ້ງຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ ສະໄໝທີ XIII.

ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ

ຍສໝ - ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ເບລາຣຸດ ໄດ້ຈັດຕັ້ງງານລ້ຽງຮັບຮອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ເບລາຣຸດ ຄົບຮອບ 35 ປີ (3/7/1991 - 3/7/2026). ເຫດການດັ່ງກ່າວ ແມ່ນໂອກາດເພື່ອຢັ້ງຢືນຄວາມຕັດສິນໃຈຂອງສອງປະເທດ ພາຍໃນການສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບອັນດີງາມ, ນຳເອົາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ...

ເພີ່ມປັດໄຈຊຸກຍູ້ການຮ່ວມມື ຫວຽດນາມ - ແບນຊິກ ເພີ່ມປັດໄຈຊຸກຍູ້ການຮ່ວມມື ຫວຽດນາມ - ແບນຊິກ

ຍສໝ - ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ທີ່ Brussels, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Belgium ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງແຕ່ງຕັ້ງກົງສຸນກິດຕິມະສັກ ຫວຽດນາມ ປະຈຳ Antwerp ໃຫ້ແກ່ທ່ານ Philip Yvonne J. Van Gestel ເຊິ່ງເປັນນັກທຸລະກິດທີ່ເຄື່ອນໄຫວພາຍໃນຂົງເຂດທຸລະກິດ ແລະ ການເດີນເຮືອຢູ່ ແບນຊິກ.

Link: https://huunghivietlao.thoidai.com.vn/detail-article-22243.html

In bài biết