ເພີ່ມປັດໄຈຊຸກຍູ້ການຮ່ວມມື ຫວຽດນາມ - ແບນຊິກ
| ແບນຊິກ ຖືເປັນສຳຄັນການຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ | |
| ຫວຽດນາມ - ແບນຊິກ ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ຄົ້ນຄວ້າ ແລະ ບຳລຸງສ້າງ |
![]() |
| ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ມອບຂໍ້ຕົກລົງແຕ່ງຕັ້ງກົງສຸນກິດຕິມະສັກ ຫວຽດນາມ ປະຈຳ Antwerp ໃຫ້ແກ່ທ່ານ Philip Yvone J. Van Gestel. (ພາບ: ລານແອງ/TTXVN) |
ຕາມນັກຂ່າວ TTXVN ປະຈຳ Brussels ແລ້ວ, ກ່າວຄຳເຫັນພາຍໃນພິທີ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ຫງວຽນວັນຖາວ ເຊື່ອໝັ້ນວ່າ ດ້ວຍຄວາມເຂົ້າໃຈ ແລະ ຄວາມຜູກພັນກັບ ຫວຽດນາມ, ທ່ານ Van Gestel ຈະມີການປະກອບສ່ວນອັນແທ້ຈິງຫຼວງຫຼາຍ ພາຍໃນການຊຸກຍູ້ສາຍພົວພັນ ຫວຽດນາມ – ແບນຊິກ, ໜູນຊ່ວຍການເຊື່ອມຕໍ່ເສດຖະກິດ, ການຄ້າ ແລະ ປົກປ້ອງພົນລະເມືອງຫວຽດນາມ ຢູ່ພາຍໃນເຂດດັ່ງກ່າວ.
ການແຕ່ງຕັ້ງທ່ານ Van Gestel ໄດ້ປະກອບສ່ວນເຮັດໃຫ້ເຄືອຂ່າຍຕາງໜ້າກົງສຸນຫວຽດນາມ ຢູ່ ແບນຊິກ ສົມບູນແບບຍິ່ງຂຶ້ນ – ເຊິ່ງເປັນປະເທດທີ່ມີບົດບາດສຳຄັນພາຍໃນສະຫະພາບເອີຣົບ (EU), ພາຍໃນນັ້ນ Antwerp ແມ່ນໜຶ່ງໃນບັນດາສູນ logistics ສະກັດໜ້າຂອງທະວີບ, ເຮັດໜ້າທີ່ເປັນຂົວຕໍ່ເສດຖະກິດອັນສຳຄັນລະຫວ່າງ ຫວຽດນາມ ແລະ ເອີຣົບ.
ສ່ວນທ່ານ Van Gestel ກໍໃຫ້ຮູ້ວ່າ ຕົນເອງມີຄວາມຜູກພັນ ແລະ ຮ່ວມມືກັບ ຫວຽດນາມ ມາເປັນເວລາກວ່າ 30 ປີ ພາຍໃນຂົງເຂດການຄ້າ ແລະ ການຂົນສົ່ງທາງທະເລ, ໃນຂະນະດຽວກັນກໍສະແດງຄວາມປະທັບໃຈຕໍ່ກັບການພັດທະນາເສດຖະກິດຂອງ ຫວຽດນາມ ກໍຄືບົດບາດນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ ພາຍໃນຕ່ອງໂສ້ອຸປະທານທົ່ວໂລກ.
ທ່ານເຫັນວ່າ, ຫວຽດນາມ ແມ່ນ “ປະຕູສູ່ອາຊີ” ທີ່ມີທ່າແຮງບົ່ມຊ້ອນພາຍໃນການຮ່ວມມືຫຼວງຫຼາຍ, ເປັນພິເສດແມ່ນພາຍໃນຂົງເຂດ logistics ແລະ ການຄ້າ. ທ່ານກໍເນັ້ນຢ້ຳເຖິງບົດບາດຂອງສັນຍາການຄ້າເສລີ ຫວຽດນາມ – ສະຫະພາບເອີຣົບ (EVFTA), ໂດຍເຫັນວ່າສັນຍາດັ່ງກ່າວຈະສືບຕໍ່ເປີດໂອກາດການຮ່ວມມື ແລະ ການລົງທຶນຫຼວງຫຼາຍພາຍໃນໄລຍະຕໍ່ໜ້າ.
ທ່ານ Van Gestel ມີອາຍຸການ 3 ປີ, ຮັບຜິດຊອບຂອບເຂດເຂດ Flanders – ເຊິ່ງເປັນເຂດເສດຖະກິດທີ່ມີຄວາມເຄື່ອນໄຫວທີ່ສຸດຂອງ ແບນຊິກ, ບ່ອນທີ່ມີທ່າເຮືອ Antwerp ແມ່ນທ່າເຮືອທະເລໃຫຍ່ອັນດັບສອງຂອງເອີຣົບ. ທ່ານ Van Gestel ມີສັນຊາດ ແບນຊິກ, ມີເວລາເຄື່ອນໄຫວຫຼາຍປີພາຍໃນບັນດາຂົງເຂດ logistics, ການຂົນສົ່ງທາງທະເລ, ກົດໝາຍການເດີນເຮືອ ແລະ ການຄຸ້ມຄອງວິສາຫະກິດ. ທ່ານເຄີຍດຳລົງຕຳແໜ່ງຈຳນວນໜຶ່ງພາຍໃນວົງການວິສາຫະກິດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງການເຄື່ອນໄຫວທ່າເຮືອທະເລຢູ່ Antwerp, ໃນຂະນະດຽວກັນກໍມີເວລາຮັບໃຊ້ພາຍໃນກອງທັບເຮືອ ແບນຊິກ.
| ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມຂອງ ພະມາຫາກະສັດ ແລະພະມາເຫສີ ແບນຊິກ ມີຄວາມໝາຍສໍາຄັນ ຍສໝ - ການຢ້ຽມຢາມໄດ້ຢືນຢັນຄວາມປາດຖະໜາ ແລະຄວາມຕັດສິນໃຈຂອງສອງຝ່າຍເພື່ອນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ |
| ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ ຍສໝ - ຕອນບ່າຍວັນທີ 2 ກຸມພາ (ເປັນວັນທີ 5 ເດືອນຈຽງ ຈັນທະປະຕິທິນ ປີມະເສັງ), ສະມາຄົມໃຫຍ່ຊາວຫວຽດນາມ ປະຈຳ ແບນຊິກ (UGVB) ໄດ້ຈັດຕັ້ງງານບຸນປີໃໝ່ປະຈຳຊາດ, ດຶງດູດຊາວຫວຽດນາມຢູ່ຕ່າງປະເທດ ເປັນຈໍານວນຫຼວງຫຼາຍທີ່ພວມອາໄສ, ຮໍ່າຮຽນ ແລະ ເຮັດວຽກຢູ່ ແບນຊິກ ກໍ່ຄືຈາກບັນດາປະເທດໃກ້ຄຽງມາຮ່ວມມ່ວນຊື່ນ. |
