ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ
ຕອບຄຳຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ກັບເຫດການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ ເວເນຊູເອລາ, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ທັນທີພາຍຫຼັງທີ່ໄດ້ຮັບຂໍ້ມູນກ່ຽວກັບໄພພິບັດດັ່ງກ່າວ, ການນຳຫວຽດນາມ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວເຖິງ ການນຳເວເນຊູເອລາ, ສະແດງຄວາມເຫັນໃຈຢ່າງເລິກເຊິ່ງ ຕໍ່ກັບຄວາມເສຍຫາຍກ່ຽວກັບຊີວິດ ແລະ ຊັບສິນ ທີ່ເກີດຈາກແຜ່ນດິນໄຫວ.
![]() |
| ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ (ພາບ: ກະຊວງການຕ່າງປະເທດ). |
ໂຄສົກກະຊວງການຕ່າງປະເທດ ຢັ້ງຢືນວ່າ ຫວຽດນາມ ເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ຈະຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ, ເຮັດໃຫ້ສະພາບການມີສະຖຽນລະພາບ ແລະ ແກ້ໄຂຜົນສະທ້ອນຈາກໄພທຳມະຊາດ. ຫວຽດນາມ ກໍພ້ອມແລ້ວທີ່ຈະມີບັນດາຮູບແບບການໜູນຊ່ວຍທີ່ເໝາະສົມຕໍ່ກັບ ເວເນຊູເອລາ.
ກ່ຽວກັບວຽກງານການປົກປ້ອງພົນລະເມືອງ, ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ ຕາມຂໍ້ມູນຈາກສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລ້ວ, ມາຮອດປັດຈຸບັນ ບັນດາພົນລະເມືອງຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ປະເທດປະຈຳຖິ່ນ ແມ່ນຍັງມີຄວາມປອດໄພ.
ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ພວມສືບຕໍ່ປະສານງານກັບບັນດາອົງການຈັດຕັ້ງທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນ ເພື່ອຕິດຕາມສະພາບການຢ່າງໃກ້ຊິດຕິດແທດ, ກຽມພ້ອມບັນດາມາດຕະການໜູນຊ່ວຍ ແລະ ປົກປ້ອງພົນລະເມືອງພາຍໃນກໍລະນີທີ່ມີຄວາມຈຳເປັນ.
ກະຊວງການຕ່າງປະເທດ ແນະນຳໃຫ້ພົນລະເມືອງຫວຽດນາມ ຢູ່ ເວເນຊູເອລາ ພາຍໃນກໍລະນີທີ່ຕ້ອງການຄວາມຊ່ວຍເຫຼືອສຸກເສີນ ແມ່ນສາມາດຕິດຕໍ່ກັບສາຍດ່ວນປົກປ້ອງພົນລະເມືອງ ຂອງສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ຫຼື ສູນບໍລິການປົກປ້ອງພົນລະເມືອງ ຂອງກະຊວງການຕ່າງປະເທດ ເພື່ອຮັບການຊ່ວຍເຫຼືອຢ່າງທັນການ.
ກ່ອນໜ້ານັ້ນ, ເວເນຊູເອລາ ໄດ້ປະເຊີນກັບເຫດການແຜ່ນດິນໄຫວຢ່າງຮ້າຍແຮງ ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ກັບຊີວິດ ແລະ ຊັບສິນ ຢູ່ພາຍໃນບາງເຂດ. ລັດຖະບານປະເທດນີ້ ໄດ້ຜັນຂະຫຍາຍບັນດາມາດຕະການສຸກເສີນ ແນໃສ່ໜູນຊ່ວຍປະຊາຊົນ, ແກ້ໄຂຜົນສະທ້ອນ ແລະ ຮັບປະກັນຄວາມປອດໄພ ຢູ່ພາຍໃນບັນດາທ້ອງຖິ່ນທີ່ໄດ້ຮັບຜົນສະທ້ອນ.
| ເວເນຊູເອລາ ສະແດງຄວາມອວຍພອນ ຫວຽດນາມ ມີອະນາຄົດສັນຕິພາບ, ຈະເລີນຮຸ່ງເຮືອງ ແລະ ມີໄຊຊະນະກວ່າ ຍສໝ - ວັນທີ 19 ສິງຫາ, ລັດຖະບານ ເວເນຊູເອລາ ໄດ້ສົ່ງຄຳອວຍພອນອັນອົບອຸ່ນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ. ເນື່ອງໃນໂອກາດນີ້, ລັດຖະບານ ເວເນຊູເອລາ ຢືນຢັນວ່າຈະສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ. |
| ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ ແລະ ເວເນຊູເອລາ ຍສໝ - ໂດຍໄດ້ຮັບຄຳເຊີນຂອງພັກສັງຄົມນິຍົມເອກະພາບ ເວເນຊູເອລາ (PSUV), ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ - ເວເນຊູເອລາ ນຳໜ້າໂດຍທ່ານຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ດົງຮຸຍເກືອງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ເປັນສັກຂີພິຍານການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນຢູ່ ເວເນຊູເອລາ ແຕ່ວັນທີ 24 – 29 ພຶດສະພາ. |
