ກະຊວງອຸດສາຫະກຳ ແລະ ການຄ້າ ຜັນຂະຫຍາຍ 25 “ຮ້ານຄ້າສີຂຽວ - ປະຢັດພະລັງງານ” ໃນທົ່ວປະເທດ
| ເສດຖະກິດ - ການຄ້າ ສືບຕໍ່ແມ່ນເສົາຄ້ຳພາຍໃດສາຍພົວພັນ ຫວຽດນາມ - ອາຊັງຕິນ | |
| ຜັນຂະຫຍາຍຫຼາກຫຼາຍກິດຈະກຳເບິ່ງແຍງດູແລສຸຂະພາບໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ ໃນທົ່ວປະເທດ |
ກົມນະວັດຕະກຳ, ການຫັນປ່ຽນເປັນສີຂຽວ ແລະ ການສົ່ງເສີມອຸດສາຫະກຳ - ກະຊວງອຸດສາຫະກຳ ແລະ ການຄ້າ ພວມຜັນຂະຫຍາຍໂຄງການ “ຮ້ານຄ້າສີຂຽວ - ປະຢັດພະລັງງານ” ປະຈຳປີ 2026. ນີ້ແມ່ນກິດຈະກຳການສື່ສານ, ການເຊື່ອມຕໍ່ ແລະ ການສຳຜັດປະສົບການ ທີ່ມຸ່ງໄປສູ່ປະຊາຄົມ, ວິສາຫະກິດ, ຜູ້ຈັດຈຳໜ່າຍ ແລະ ຜູ້ບໍລິໂພກ, ໂດຍຜ່ານນັ້ນ ເພື່ອນຳເອົາບັນດາວິທີການແກ້ໄຂບັນຫາການປະຢັດພະລັງງານ ເຂົ້າໃກ້ກັບຊີວິດການເປັນຢູ່ ແລະ ການຜະລິດຫຼາຍຂຶ້ນ.
![]() |
| (ຮູບພາບ: ທ່ານນາງ ຫງວຽນ ທິ ເລິມ ຢາງ, ຫົວໜ້າກົມນະວັດຕະກຳ, ການຫັນປ່ຽນເປັນສີຂຽວ ແລະ ການສົ່ງເສີມອຸດສາຫະກຳ - ກະຊວງອຸດສາຫະກຳ ແລະ ການຄ້າ ແນະນຳພື້ນທີ່ຈັດສະແດງ ຮ້ານຄ້າສີຂຽວ. ພາບໂດຍ: ບາຕວ່ານ/VOV) |
ຕາມແຜນການແລ້ວ, ໃນປີນີ້, ຮ້ານຄ້າສີຂຽວ ຈຳນວນ 25 ແຫ່ງ ຈະຖືກຈັດຂຶ້ນພ້ອມກັນໃນທັງສາມພາກ, ໂດຍຈະສຸມໃສ່ບັນດາຕົວເມືອງໃຫຍ່ ເຊັ່ນ: ຮ່າໂນ້ຍ, ດານັງ ແລະ ນະຄອນ ໂຮ່ຈີມິນ.
ໃນຕອນເຊົ້າມື້ວານນີ້ (24 ມິຖຸນາ), ຮ້ານຄ້າທຳອິດ ໄດ້ຖືກແນະນຳຂຶ້ນ ໃນງານວາງສະແດງສາກົນ ດ້ານເຕັກໂນໂລຊີພະລັງງານ - ສິ່ງແວດລ້ອມ ຮ່າໂນ້ຍ ປະຈຳປີ 2026 (ENTECH HANOI 2026).
| ດັກລັກ ຜັນຂະຫຍາຍໜ້າທີ່ອັນຮີບດ່ວນເພື່ອຕ້ານການຫາປາ IUU ຍສໝ - ປະຕິບັດແນວທາງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ (IUU), ແຂວງ ດັກລັກ ໄດ້ຊີ້ນຳໃຫ້ສຸມໃສ່ປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບບັນດາວຽກງານຮີບດ່ວນເພື່ອສົມທົບກັບທົ່ວປະເທດ ມຸ່ງໄປເຖິງເປົ້າໝາຍປົດ “ບັດເຫຼືອງ” ຂອງຄະນະກຳມາທິການເອີຣົບ (EC). |
| ການຄ້າ ແລະ ການທ່ອງທ່ຽວຊາຍແດນຄຶກຄື້ນຜ່ານດ່ານຊາຍແດນສາກົນ ມິດຕະພາບ ຍສໝ - ໃນ 6 ເດືອນຕົ້ນປີນີ້, ຈຳນວນນັກທ່ອງທ່ຽວເຂົ້າ-ອອກຜ່ານດ່ານຊາຍແດນສາກົນມິດຕະພາບ (ແຂວງ ລ້າງເຊີນ) ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຕ້ອງການດ້ານການຄ້າຊາຍແດນ ແລະ ການທ່ອງທ່ຽວຜ່ານດ່ານຊາຍແດນສາກົນ ມິດຕະພາບ ໄດ້ເພີ່ມຂຶ້ນ. |
ແທັງຮັ່ງ
