10:27 | 26/06/2026

ຢາລາຍ: ສຽງຄ້ອງມ່ວນຊື່ນທ້າຍສັບປະດາ ເພື່ອເຊີດຊູ ວັນຄອບຄົວ ຫວຽດນາມ

ຢາລາຍ ຜັນຂະຫຍາຍບັນດາບົດບັນທຶກຂໍ້ຕົກລົງການຮ່ວມມືປີ 2026 ຢ່າງເປັນຮູບປະທຳ ຮ່ວມກັບ ບັນດາແຂວງພາກໃຕ້ຂອງລາວ ແລະ ພາກຕາເວັນອອກສ່ຽງເໜືອຂອງກຳປູເຈຍ
ມີຫຼາຍການເຄື່ອນໄຫວພິເສດດ້ວຍຫົວຂໍ້ "ວັນຄອບຄົວ"
ຢາລາຍ: ສຽງຄ້ອງມ່ວນຊື່ນທ້າຍສັບປະດາ ເພື່ອເຊີດຊູ ວັນຄອບຄົວ ຫວຽດນາມ

ຕາມຂໍ້ມູນຈາກ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ຢາລາຍ (Gia Lai) ໃຫ້ຮູ້ວ່າ: ໃນຕອນຄໍ່າຂອງວັນທີ 27 ມິຖຸນາ, ຢູ່ທີ່ສະນາມຫຼວງ ດ່າຍດົ່ານເກັດ (Quảng trường Đại Đoàn Kết, ເມືອງ ເປຼກູ), ລາຍການ “ສຽງຄ້ອງທ້າຍສັບປະດາ - ຊົມ ແລະ ສຳຜັດປະສົບການ” ຈະຖືກຈັດຂຶ້ນ ພາຍໃຕ້ຈິດໃຈສະເຫຼີມສະຫຼອງ ວັນຄ້າຍວັນສ້າງຕັ້ງ ວັນຄອບຄົວ ຫວຽດນາມ ຄົບຮອບ 25 ປີ (28/6/2001 - 28/6/2026). ລາຍການດັ່ງກ່າວ ມີການເຂົ້າຮ່ວມຂອງສິລະປິນພື້ນເມືອງເຜົ່າ ຢາຣາຍ ຈຳນວນ 40 ທ່ານ ທີ່ມາຈາກທີມສຽງຄ້ອງ ບ້ານ ເປຼກູ ໂຣ໊ະ (Pleiku Roh, ແຂວງ ຢາລາຍ) ຂໍ້ພິເສດແມ່ນ, ໃນທີມດັ່ງກ່າວ ມີຫຼາຍຄອບຄົວທີ່ໄດ້ເຂົ້າຮ່ວມກິດຈະກຳວັດທະນະທຳນີ້ຮ່ວມກັນ, ໂດຍມີຫຼາຍຮຸ່ນຄົນ ເຊັ່ນ: ພໍ່-ລູກ, ອ້າຍ-ນ້ອງ ທີ່ໄດ້ຮ່ວມກັນສະແດງສຽງຄ້ອງ, ຂັບຮ້ອງເພງພື້ນເມືອງ ແລະ ຖ່າຍທອດທັກສະຄວາມຮູ້ ໃຫ້ແກ່ຮຸ່ນສືບທອດຕໍ່ໄປ. ນີ້ແມ່ນຂໍ້ພິສູດອັນມີຊີວິດຊີວາ ໃຫ້ແກ່ພະລັງຊີວິດອັນຍືນຍົງ ຂອງມໍລະດົກວັດທະນະທຳສຽງຄ້ອງ ຢູ່ໃນຊີວິດການເປັນຢູ່ຂອງປະຊາຄົມ; ທັງເປັນການຢືນຢັນເຖິງບົດບາດອັນສຳຄັນຂອງຄອບຄົວ ໃນການປົກປັກຮັກສາ ແລະ ສືບສານຄຸນຄ່າຮີດຄອງປະເພນີ ຂອງພີ່ນ້ອງຮ່ວມຊາດເຜົ່າ ຢາຣາຍ.

ຮອງປະທານຜູ້ປະຈຳສະພາປະຊາຊົນ ແຂວງ ຢາລາຍ ຕ້ອນຮັບຄະນະພະນັກງານຂັ້ນສູງແຂວງ ສາລະວັນ ຮອງປະທານຜູ້ປະຈຳສະພາປະຊາຊົນ ແຂວງ ຢາລາຍ ຕ້ອນຮັບຄະນະພະນັກງານຂັ້ນສູງແຂວງ ສາລະວັນ

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ຕຸລາ, ຢູ່​ສຳນັກງານ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ສະພາປະຊາຊົນ​ແຂວງ, ຮອງ​ປະທານ​ຜູ້ປະຈໍາການສະພາ​ປະຊາຊົນ​ແຂວງ ​ຢາລາຍ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ແຂວງ ​ສາລະ​ວັນ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ).

ຢາລາຍ ເຊື່ອມຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນຢູ່ ອົດສະຕຣາລີ ຢາລາຍ ເຊື່ອມຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນຢູ່ ອົດສະຕຣາລີ

ຍສໝ - ຫວ່າງແລ້ວນີ້, ຢູ່​ນະຄອນ Sydney (ອົດສະຕຣາລີ), ຄະນະປະຕິບັດງານ​ແຂວງ ຢາລາຍ ນຳ​ໂດຍ​ທ່ານ ເຈົ່າຫງອກຕ໋ວນ, ຮອງ​ເລຂາ​ປະຈຳຄະນະ​ພັກ​ແຂວງ ​ໄດ້​ສົມທົບ​ກັບອຳນາດການປົກຄອງ​ລັດ New South Wales ຈັດ​ຕັ້ງ​ເວທີ​ປາ​ໄສ​ການ​ພົວພັນ​ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງແຂວງ ຢາລາຍ ກັບລັດ New South Wales ຂອງ ອົດສະຕຣາລີ. ...

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22236.html

In bài biết