ຫວຽດນາມ ແມ່ນຄູ່ຮ່ວມງານທີ່ສຳຄັນ ຂອງກຸ່ມບໍລິສັດຂົນສົ່ງທາງທະເລ ຊັ້ນນຳຂອງໂລກ
| ສືບຕໍ່ “ການເດີນທາງຫວ່ານເມັດພັນຂຽວແຫ່ງຄວາມຫວັງ” ໃຫ້ແກ່ເດັກພິການຢູ່ ດຽນບຽນ (Điện Biên) | |
| ໜັງສືພິມ La Nacion (ອາກຊັງຕິນ): ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າກະສິກຳຫຼັກແຫຼ່ງ |
ໃນຕອນບ່າຍວານນີ້ (23 ມິຖຸນາ), ຢູ່ຮ່າໂນ້ຍ, ທ່ານ ຟ້າມ ຢາ ຕຸກ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Robert Maersk Uggla, ປະທານກຸ່ມບໍລິສັດ A.P. Moller Holding (APM Holding) ທັງເປັນປະທານກຸ່ມບໍລິສັດ Maersk (ສະມາຊິກຂອງ APM Holding).
![]() |
| ຮູບພາບ: ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມ ຢາ ຕຸກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Robert Maersk Uggla, ປະທານກຸ່ມບໍລິສັດ A.P. Moller Holding (APM Holding) ທັງເປັນປະທານກຸ່ມບໍລິສັດ Maersk (ສະມາຊິກຂອງ APM Holding) - ພາບ: VGP |
ໃນພິທີຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມ ຢາ ຕຸກ ໄດ້ເນັ້ນໜັກວ່າ ບັນດາຂົງເຂດທີ່ Maersk ພວມລົງທຶນ ແລະ ໃຫ້ຄວາມສົນໃຈ ເຊັ່ນ: ທ່າເຮືອທະເລ, ໂລຈິສຕິກ, ການຂົນສົ່ງ, ການຫັນປ່ຽນເປັນສີຂຽວ ກໍ່ແມ່ນບັນດາຂົງເຂດທີ່ ຫວຽດນາມ ໃຫ້ບູລິມະສິດໃນການພັດທະນາ. ນອກຈາກເປົ້າໝາຍກາຍເປັນປະເທດທີ່ຮັ່ງມີ ແລະ ເຂັ້ມແຂງຈາກທະເລແລ້ວ, ຫວຽດນາມ ຍັງໃຫ້ຄວາມສົນໃຈເປັນພິເສດ ຕໍ່ກັບການພັດທະນາພະລັງງານລົມນອກຝັ່ງ, ອຸດສາຫະກຳຕໍ່ເຮືອ, ບັນດາຂົງເຂດເສດຖະກິດທະເລ ແລະ ຊຸກຍູ້ການຫັນປ່ຽນພະລັງງານ.
ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ມຸ່ງຫວັງວ່າ Maersk ຈະຮ່ວມເດີນທາງກັບ ຫວຽດນາມ ໃນຂະບວນການຫັນປ່ຽນເປັນສີຂຽວ, ພັດທະນາພະລັງງານສະອາດ ແລະ ສ້າງລະບົບໂລຈິສຕິກ ທີ່ຍືນຍົງ.
ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ໄດ້ສະເໜີໃຫ້ກຸ່ມບໍລິສັດ ເລັ່ງລັດຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ມີຢູ່ໃນປັດຈຸບັນ; ຂະຫຍາຍການລົງທຶນ ຢູ່ບັນດາທ່າເຮືອທະເລຂອງຫວຽດນາມ; ພ້ອມທັງສະໜັບສະໜູນ ຫວຽດນາມ ໃນການດຶງດູດນັກລົງທຶນສາກົນເພີ່ມຕື່ມ. ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ຈະສ້າງທຸກເງື່ອນໄຂທີ່ສະດວກ ໃຫ້ແກ່ນັກລົງທຶນ ທີ່ເຂົ້າມາ ຫວຽດນາມ.
ສ່ວນທ່ານ Robert Maersk Uggla ກໍ່ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມງານທີ່ສຳຄັນ ຂອງກຸ່ມບໍລິສັດ; ພ້ອມທັງຢືນຢັນວ່າ ບັນດາບູລິມະສິດຂອງ ຫວຽດນາມ ໃນການຫັນປ່ຽນເປັນສີຂຽວ, ການຊຸກຍູ້ການປະດິດສ້າງໃໝ່ ແລະ ການຮັດແໜ້ນການເຊື່ອມຕໍ່ກັບ ຫ່ວງໂສ້ອຸປະທານທົ່ວໂລກ ແມ່ນສອດຄ່ອງກັບທິດທາງຍຸດທະສາດ ກໍ່ຄືຄຳໝັ້ນສັນຍາໃນການລົງທຶນໄລຍະຍາວ ຂອງກຸ່ມບໍລິສັດ ຢູ່ ຫວຽດນາມ.
| ຄະນະກຳມະການສັນຕິພາບຫວຽດນາມ ກວດກາຄືນການກຽມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031 ຍສໝ - ວັນທີ 24 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ຄະນະກຳມະການສັນຕິພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2026 ແລະ ກວດກາຄືນວຽກງານການກຽມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031. ກອງປະຊຸມໄດ້ສຸມໃສ່ຕີລາຄາໝາກຜົນແຫ່ງການເຄື່ອນໄຫວພາຍໃນໄລຍະຜ່ານມາ, ໃນຂະນະດຽວກັນກໍປຶກສາຫາລືບັນດາເນື້ອໃນຮັບໃຊ້ໃຫ້ແກ່ວຽກງານການກຽມພ້ອມກອງປະຊຸມໃຫຍ່ທີ່ພວມຈະມາເຖິງ. |
| ວິງລອງ ແລະ Niigata ຂະຫຍາຍການຮ່ວມມືໄປສູ່ເສດຖະກິດຂຽວ, Logistics ຍສໝ - ພາຍໃນຂອບເຂດການເດີນທາງໄປປະຕິບັດງານເພື່ອເລັ່ງລັດການລົງທຶນຢູ່ ຍີ່ປຸ່ນ (Japan), ຄະນະປະຕິບັດງານຈັງຫວັດ ວິງລອງ ໂດຍມີທ່ານປະທານຄະນະກຳມະການປະຊາຊົນຈັງຫວັດ ເຈີນຈີກວາງ ເປັນຜູ້ນຳໜ້າ ໄດ້ເຂົ້າຢ້ຽມຄຳນັບການນຳຈັງຫວັດ Niigata. ທັງສອງຝ່າຍໄດ້ມີຄວາມເປັນເອກະພາບກັນທີ່ຈະສືບຕໍ່ເຮັດໃຫ້ສາຍພົວພັນການຮ່ວມມືພາຍໃນຫຼາຍຂົງເຂດມີຄວາມເລິກເຊິ່ງຍິ່ງໆຂຶ້ນ, ໃນຂະນະດຽວກັນກໍຂະຫຍາຍໄປສູ່ເສດຖະກິດຂຽວ, logistics, ອຸດສາຫະກຳປຸງແຕ່ງ ແລະ ການພັດທະນາແບບຍືນຍົງ. |
ແທັງຮັ່ງ
