15:18 | 25/06/2026

ຄະນະກຳມະການສັນຕິພາບຫວຽດນາມ ກວດກາຄືນການກຽມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031

ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031
ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ປະ​ທານ​ປະ​ເທດ ອາ​ຍຸ​ການ 2026 – 2031
ຄະນະກຳມະການສັນຕິພາບຫວຽດນາມ ກວດກາຄືນການກຽມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031
ພາບບັນຍາກາດພາຍໃນກອງປະຊຸມ. (ພາບ: ດິງຮວ່າ).

ກອງປະຊຸມໄດ້ສຸມໃສ່ຕີລາຄາໝາກຜົນແຫ່ງການເຄື່ອນໄຫວຂອງຄະນະກຳມະການສັນຕິພາບຫວຽດນາມ ພາຍໃນ 6 ເດືອນຕົ້ນປີ 2026, ໃນຂະນະດຽວກັນກໍໄດ້ວາງທິດທາງ, ໜ້າທີ່ຈຸດສຸມສຳລັບ 6 ເດືອນທ້າຍປີ. ຄຽງຄູ່ກັນນັ້ນ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການກຽມພ້ອມກອງປະຊຸມໃຫຍ່ ອາຍຸການ 2026-2031 ແລະ ເປັນເອກະພາບກັນຕໍ່ກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານການຈັດຕັ້ງກອງປະຊຸມໃຫຍ່.

ໜຶ່ງໃນບັນດາເນື້ອໃນຈຸດສຸມຂອງກອງປະຊຸມແມ່ນການກວດກາຄືນລະບົບເອກະສານຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່, ພິຈາລະນາບັນດາສິ່ງພິມທີ່ຄາດວ່າຈະຈັດພິມເນື່ອງໃນໂອກາດກອງປະຊຸມໃຫຍ່, ລວມມີ ວິດີໂອກຼິບ, ປຶ້ມ ແລະ ເອກະສານໂຄສະນາເຜີຍແຜ່ອື່ນໆຈຳນວນໜຶ່ງ, ໃນຂະນະດຽວກັນກໍໄດ້ແລກປ່ຽນບັນດາບັນຫາທີ່ກ່ຽວຂ້ອງ ແນໃສ່ຮັບປະກັນໃຫ້ວຽກງານການກຽມພ້ອມໄດ້ຮັບການຜັນຂະຫຍາຍຢ່າງມີຄວາມເປັນເອກະພາບ ແລະ ມີປະສິດທິຜົນ.

ທ່ານນາງ ເຢືອງທິຫງາ ໄດ້ຜ່ານບົດລາຍງານສະຫຼຸບການເຄື່ອນໄຫວ 6 ເດືອນຕົ້ນປີ, ທິດທາງການເຄື່ອນໄຫວ 6 ເດືອນທ້າຍປີ 2026 ແລະ ລາຍງານບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຄວາມຄືບໜ້າໃນການກຽມພ້ອມກອງປະຊຸມໃຫຍ່.

ຕາມທ່ານ ອວງຈູ່ລືວ, ປະທານຄະນະກຳມະການສັນຕິພາບຫວຽດນາມ ແລ້ວ, ກອງປະຊຸມແມ່ນໂອກາດເພື່ອໃຫ້ຄະນະກຳມະການສັນຕິພາບຫວຽດນາມ ຕີລາຄາຢ່າງຮອບດ້ານຕໍ່ກັບໝາກຜົນວຽກງານພາຍໃນເຄິ່ງຕົ້ນປີ 2026, ໃນຂະນະດຽວກັນກໍກວດກາຄືນ, ເປັນເອກະພາບກັນຕໍ່ກັບບັນດາເນື້ອໃນອັນສຳຄັນ, ປະກອບສ່ວນເຂົ້າໃນການກຽມພ້ອມຢ່າງຮອບຄອບໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031 ຕາມແຜນການທີ່ໄດ້ວາງໄວ້.

ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031 ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031

ຕອນເຊົ້າວັນທີ 7 ເມສາ, ທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XVI, ສະພາແຫ່ງຊາດ ເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031.

ຕາຕະລາງການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຊຸດທີ 16 ອາຍຸການ 2026-2031 ຕາຕະລາງການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຊຸດທີ 16 ອາຍຸການ 2026-2031

ຍສໝ - ວັນເລືອກຕັ້ງສະພາແຫ່ງຊາດຊຸດທີ 16 ແລະ ສະພາປະຊາຊົນທຸກລະດັບ ອາຍຸການ 2026-2031 ໄດ້ຖືກກຳນົດໄວ້ໃນວັນທີ 15 ມີນາ 2026. ໂດຍອີງໃສ່ສິ່ງນີ້, ໄລຍະເວລາ ແລະ ໜ້າທີ່ຕະຫຼອດຂະບວນການເລືອກຕັ້ງທັງໝົດໄດ້ຖືກກຳນົດໄວ້ຢ່າງສະເພາະ, ຮັບປະກັນການປະຕິບັດຕາມກົດໝາຍ ແລະ ການຈັດຕັ້ງປະຕິບັດຢ່າງສອດຄ່ອງໃນທົ່ວປະເທດ.

Link: https://huunghivietlao.thoidai.com.vn/detail-article-22234.html

In bài biết