ວິງລອງ ແລະ Niigata ຂະຫຍາຍການຮ່ວມມືໄປສູ່ເສດຖະກິດຂຽວ, Logistics
| ປະກອບຄວາມສາມາດຊ່ວຍໃຫ້ຄົນລຸ້ນໜຸ່ມມີຄວາມໝັ້ນໃຈປັບຕົວເຂົ້າກັບຄວາມຜັນແປຂອງຍຸກສະໄໝ | |
| ເກິ່ນເທີ ແລະ ອິນເດຍ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ພາຍໃດບັນດາຂົງເຂດທີ່ມີທ່າແຮງ |
![]() |
| ທ່ານປະທານຄະນະກຳມະການປະຊາຊົນຈັງຫວັດ ວິງລອງ ເຈີນຈີກວາງ ແລະ ທ່ານເຈົ້າແຂວງຈັງຫວັດ Niigata Hanazumi Hideyo ຢັ້ງຢືນຄວາມຕັດສິນໃຈນຳເອົາສາຍພົວພັນການຮ່ວມມືລະຫວ່າງສອງທ້ອງຖິ່ນກ້າວເຂົ້າສູ່ລວງເລິກ, ຂະຫຍາຍໄປສູ່ເສດຖະກິດຂຽວ, logistics ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ - ພາບ: VGP/ບິກຈີ |
ວັນທີ 24 ມິຖຸນາ, ສະຫາຍ ເຈີນຈີກວາງ, ຮອງເລຂາຄະນະພັກຈັງຫວັດ, ປະທານຄະນະກຳມະການປະຊາຊົນຈັງຫວັດ ວິງລອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຄຳນັບອຳນາດການປົກຄອງຈັງຫວັດ Niigata, ຍີ່ປຸ່ນ ພາຍໃນລາຍການເລັ່ງລັດການລົງທຶນຢູ່ປະເທດດັ່ງກ່າວ.
ຕ້ອນຮັບຄະນະມີທ່ານ Hanazumi Hideyo, ເຈົ້າແຂວງຈັງຫວັດ Niigata ພ້ອມດ້ວຍຕາງໜ້າສະພາຈັງຫວັດ ແລະ ບັນດາອົງການຈັດຕັ້ງວິຊາສະເພາະຂອງທ້ອງຖິ່ນ.
ສາຍພົວພັນການຮ່ວມມືນັບມື້ນັບກ້າວເຂົ້າສູ່ລວງເລິກ
ກ່າວຄຳເຫັນຕ້ອນຮັບຄະນະປະຕິບັດງານ, ທ່ານເຈົ້າແຂວງ Hanazumi Hideyo ໄດ້ສະແດງຄວາມຍິນດີຊົມເຊີຍຈັງຫວັດ ວິງລອງ ທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານການຮວບຮວມສາມຈັງຫວັດໃນເມື່ອກ່ອນ, ໃນຂະນະດຽວກັນກໍໄດ້ທົບທວນຄືນການເດີນທາງໄປຢ້ຽມຢາມ ວິງລອງ ໃນປີ 2024 ດ້ວຍຄວາມຊົງຈຳອັນຈົບງາມຫຼວງຫຼາຍ.
ຕາມທ່ານເຈົ້າແຂວງ Niigata ແລ້ວ, ບົນພື້ນຖານບົດບັນທຶກຄວາມເຂົ້າໃຈການຮ່ວມມື (MOU) ທີ່ໄດ້ລົງນາມນັບຕັ້ງແຕ່ເດືອນຕຸລາ ປີ 2023, ສາຍພົວພັນການຮ່ວມມືລະຫວ່າງສອງທ້ອງຖິ່ນ ແມ່ນໄດ້ຮັບການຮັກສາຢ່າງມີສະຖຽນລະພາບ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼວງຫຼາຍ ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ.
ທ່ານປະທານຄະນະກຳມະການປະຊາຊົນຈັງຫວັດ ວິງລອງ ເຈີນຈີກວາງ ໄດ້ສະແດງຄວາມດີໃຈເມື່ອໄດ້ມາຢ້ຽມຢາມ Niigata, ທັງສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບຢ່າງສົມກຽດຂອງອຳນາດການປົກຄອງທ້ອງຖິ່ນທີ່ມອບໃຫ້ແກ່ຄະນະປະຕິບັດງານ.
ທ່ານໃຫ້ຮູ້ວ່າ ການເດີນທາງໄປປະຕິບັດງານໃນຄັ້ງນີ້ ແມ່ນການສືບຕໍ່ບັນດາເນື້ອໃນການຮ່ວມມືທີ່ທັງສອງຝ່າຍໄດ້ມີຄວາມເປັນເອກະພາບກັນພາຍໃນບົດບັນທຶກຄວາມເຂົ້າໃຈໃນເມື່ອກ່ອນ, ໃນຂະນະດຽວກັນກໍເປີດໂອກາດໃໝ່ໆຫຼວງຫຼາຍໃຫ້ແກ່ວິວັດທະນາການພັດທະນາຂອງທ້ອງຖິ່ນພາຍໃນໄລຍະຕໍ່ໜ້າ.
ທ່ານປະທານຄະນະກຳມະການປະຊາຊົນຈັງຫວັດ ວິງລອງ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ວິງລອງ ແລະ Niigata ຈະສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ມີຄວາມເລິກເຊິ່ງຍິ່ງໆຂຶ້ນ.
![]() |
| ຄະນະປະຕິບັດງານຈັງຫວັດ ວິງລອງ ແລະ ການນຳຈັງຫວັດ Niigata ຖ່າຍຮູບຮ່ວມກັນເປັນທີ່ລະນຶກ ພາຍຫຼັງການຮ່ວມເຮັດວຽກ, ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືພາຍໃນຫຼາຍຂົງເຂດທີ່ມີຄວາມສົນໃຈຮ່ວມກັນ - ພາບ: VGP/ບິກຈີ |
ຂະຫຍາຍການຮ່ວມມືໄປສູ່ຫຼາຍຂົງເຂດໃໝ່
ການນຳຂອງສອງທ້ອງຖິ່ນ ຕີລາຄາສູງຕໍ່ກັບບັນດາໝາກຜົນການຮ່ວມມືອັນພົ້ນເດັ່ນພາຍໃນໄລຍະຜ່ານມາ, ເປັນພິເສດແມ່ນພາຍໃນຂົງເຂດກະສິກຳເຕັກໂນໂລຊີສູງ, ການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າທົນແລ້ງ, ທົນເຄັມ, ຫຼຸດຜ່ອນການປ່ອຍອາຍພິດ ແລະ ປັບຕົວເຂົ້າກັບການປ່ຽນແປງຂອງສະພາບພູມອາກາດ.
ຄຽງຄູ່ກັນນັ້ນ, ຫຼາຍລາຍການເລັ່ງລັດການລົງທຶນ, ເຊື່ອມຕໍ່ວິສາຫະກິດ ແລະ ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ກໍໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.
ພາຍໃນຂົງເຂດການສຶກສາ, ການຮ່ວມມືລະຫວ່າງ ມະຫາວິທະຍາໄລ Niigata ແລະ ມະຫາວິທະຍາໄລ ຈ່າວິງ ແມ່ນໄດ້ຮັບການຊຸກຍູ້ຢ່າງສືບຕໍ່, ປະກອບສ່ວນເພີ່ມທະວີການພົບປະແແລກປ່ຽນທາງດ້ານວິຊາການ, ການຄົ້ນຄວ້າວິທະຍາສາດ ແລະ ຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດ.
ປັດຈຸບັນ, ຊຸມຊົນຄົນຫວຽດນາມ ຢູ່ທີ່ຈັງຫວັດ Niigata, ຢູ່ພາຍໃນນັ້ນມີແຮງງານຈຳນວນຫຼວງຫຼາຍທີ່ມາຈາກ ວິງລອງ, ພວມດຳລົງຊີວິດ ແລະ ເຮັດວຽກຢ່າງມີສະຖຽນລະພາບ, ກາຍເປັນຂົວຕໍ່ອັນສຳຄັນພາຍໃນສາຍພົວພັນການຮ່ວມມືລະຫວ່າງສອງທ້ອງຖິ່ນ.
ຢູ່ພາຍໃນການຮ່ວມເຮັດວຽກ, ທັງສອງຝ່າຍໄດ້ມີຄວາມເປັນເອກະພາບກັນທີ່ຈະສືບຕໍ່ເຮັດໃຫ້ບັນດາເນື້ອໃນການຮ່ວມມືທີ່ມີຢູ່ໃນປັດຈຸບັນມີຄວາມເລິກເຊິ່ງຍິ່ງໆຂຶ້ນ, ໃນຂະນະດຽວກັນກໍຂະຫຍາຍໄປສູ່ບັນດາຂົງເຂດໃໝ່ ເຊັ່ນ: ເສດຖະກິດຂຽວ, logistics, ອຸດສາຫະກຳປຸງແຕ່ງ, ແບ່ງປັນບົດຮຽນການຄຸ້ມຄອງຕົວເມືອງ ແລະ ການພັດທະນາແບບຍືນຍົງ.
ພາຍໃນໂອກາດນີ້, ທ່ານເຈົ້າແຂວງ Hanazumi Hideyo ໄດ້ສົ່ງຄຳເຊື້ອເຊີນເຖິງ ທ່ານເລຂາຄະນະພັກຈັງຫວັດ ວິງລອງ ເພື່ອເດີນທາງໄປຢ້ຽມຢາມຈັງຫວັດ Niigata ພາຍໃນໄລຍະຕໍ່ໜ້າ. ທ່ານປະທານຄະນະກຳມະການປະຊາຊົນຈັງຫວັດ ວິງລອງ ເຈີນຈີກວາງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ໃຫ້ຮູ້ວ່າຈະສົ່ງຄຳເຊື້ອເຊີນນີ້ເຖິງ ທ່ານເລຂາຄະນະພັກຈັງຫວັດ, ໃນຂະນະດຽວກັນກໍໄດ້ສົ່ງຄຳເຊື້ອເຊີນເຖິງ ທ່ານເຈົ້າແຂວງ ນີງາຕະ ເພື່ອເດີນທາງມາຢ້ຽມຢາມ ວິງລອງ ພາຍໃນເວລາທີ່ເໝາະສົມ.
| ຫວຽດນາມ ປະກອບສ່ວນເຂົ້າພາຍໃດວິວັດທະນາການກຳນົດທິດທາງຍຸດທະສາດການຮ່ວມມືຮັກສາສັນຕິພາບ ຍສໝ - ໃນວັນທີ 24 ມິຖຸນາ, ກອງປະຊຸມສໍາມະນາວິທະຍາສາດສາກົນ "ຄູ່ຮ່ວມມືພາຍໃດລາຍການຮ່ວມມືສາມຝ່າຍ" ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ, ທັງເປັນປະທານຮ່ວມກັບ UN, ລັດຖະບານ ອົດສະຕຣາລີ (Australia) ແລະ ລັດຖະບານ ຍີ່ປຸ່ນ (Japan) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ທີ່ຮ່າໂນ້ຍ. |
| ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແນວໂຮມປະເທດຊາດຫວຽດນາມ ຍສໝ - ໃນວັນທີ 24 ມິຖຸນາ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມຄົ້ນຄວ້າ, ຮ່ຳຮຽນ, ກໍາແໜ້ນ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ XI. |

