12:01 | 25/06/2026

"ໂຮ່ຈີມິນ ຄົບຊຸດ" ຊ່ວຍຮັດແໜ້ນສາຍພົວພັນພິເສດ ຫວຽດນາມ - ລາວ ຕື່ມອີກ

ລາດຕະເວນຢູ່ບົນເສັ້ນຊາຍແດນ ຫວຽດນາມ - ລາວ
ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຊວນຕູ້ - ນັກຂ່າວ TTXVN ປະຈຳ ລາວ

ໂຄງການວິໄຈ ແລະ ແປບົດນິພົນ "ໂຮ່ຈີມິນ ຄົບຊຸດ" ຈາກພາສາຫວຽດນາມ ເປັນພາສາລາວ ທັງໝົດ 15 ເຫຼັ້ມ ແມ່ນກິດຈະກຳຈຸດສຸມລະດັບຊາດ, ເຊິ່ງໄດ້ຮັບຄວາມເອົາໃຈໃສ່ ແລະ ການຊີ້ນຳຈາກການນຳຂອງສອງພັກ, ສອງລັດ. ກິດຈະກຳດັ່ງກ່າວ ແມ່ນໝາກຜົນແຫ່ງການຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ພ້ອມກັບ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຂອງຫວຽດນາມ.

ຮອດປັດຈຸບັນ, "ໂຮ່ຈີມິນ ຄົບຊຸດ" ທັງ 15 ເຫຼັ້ມ ພ້ອມດ້ວຍຊຸດປຶ້ມ "ພົດຈະນານຸກົມ ໂຮ່ຈີມິນ ສຶກສາ" ໄດ້ຮັບການຈັດພິມຈຳໜ່າຍເປັນພາສາລາວ ຢ່າງສົມບູນ. ຊຸດປຶ້ມດັ່ງກ່າວ ພວມໄດ້ຮັບການຜັນຂະຫຍາຍນຳໃຊ້ເຂົ້າພາຍໃດການວິໄຈວິທະຍາສາດ, ການກຳນົດແນວທາງ, ນະໂຍບາຍຂອງພັກ ແລະ ລັດ ລາວ, ທັງໄດ້ຖືກນຳເຂົ້າໄປຈັດການຮຽນ-ການສອນ ຢູ່ພາຍໃດລະບົບການສຶກສາແຫ່ງຊາດ.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ກໍໄດ້ຜັນຂະຫຍາຍການເຜີຍແຜ່ເນື້ອໃນຂອງຊຸດປຶ້ມດັ່ງກ່າວ ພາຍໃດຂອບເຂດທົ່ວປະເທດ. ຮອດປັດຈຸບັນ, ລະບົບຫ້ອງສະໝຸດຂອງບັນດາໂຮງຮຽນການເມືອງ - ການປົກຄອງຂັ້ນແຂວງ ແລະ ລະບົບໂຮງຮຽນພັກທັງໝົດ ຢູ່ພາຍໃດປະເທດລາວ ແມ່ນໄດ້ຮັບການປະກອບຊຸດປຶ້ມ "ໂຮ່ຈີມິນ ຄົບຊຸດ" ເປັນພາສາລາວ ຢ່າງຄົບຖ້ວນ ເພື່ອຮັບເຊີ້ວຽກງານການວິໄຈ ແລະ ການສິດສອນ.

ຢູ່ພາຍໃດກອງປະຊຸມ, ຮອງສາດສະດາຈານ, ປອ ດາວສະຫວັນ ເຂືອມມີໄຊ, ກຳມະການສຳຮອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ຮອງເລຂາຄະນະພັກ, ຮອງຜູ້ນຳນວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ, ໄດ້ຂຶ້ນສະເໜີເນື້ອໃນຂອງເຫຼັ້ມທີ 1-5; ສາດສະດາຈານ, ດຣ ບຸນທີ ເຂືອມມີໄຊ, ອະດີດຫົວໜ້າກົມຄຸ້ມຄອງວິທະຍາສາດ ຂອງສະຖາບັນ, ສະເໜີເນື້ອໃນຂອງເຫຼັ້ມທີ 6-11; ໃນຂະນະທີ່ ເຫຼັ້ມທີ 12-15 ແລະ ຊຸດພົດຈະນານຸກົມ ໂຮ່ຈີມິນ ສຶກສາ ແມ່ນໄດ້ຮັບການເຜີຍແຜ່ໂດຍ ທ່ານ ຄຳຫຼ້າ ແກ້ວອຸ່ນຄຳ, ຮອງຜູ້ນຳນວຍການສະຖາບັນ.

ນັກສຶກສາຢູ່ສະຖາບັນ ຄົ້ນຄວ້າບົດນິພົນ ໂຮ່ຈີມິນ ຄົບຊຸດ ຢູ່ທີ່ຫ້ອງສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ. ພາບ: ຊວນຕູ້ - ນັກຂ່າວ TTXVN ປະຈຳ ລາວ

ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ຢູ່ນອກກອງປະຊຸມ, ຮອງສາດສະດາຈານ, ປອ ດາວສະຫວັນ ເຂືອມມີໄຊ ຢັ້ງຢືນວ່າ ໂຄງການແປບົດນິພົນ "ໂຮ່ຈີມິນ ຄົບຊຸດ" ຈາກພາສາຫວຽດນາມ ເປັນພາສາລາວ ແມ່ນໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ແລະ ການຊີ້ນຳຢ່າງໃກ້ຊິດຕິດແທດ ຈາກການນຳຂອງສອງປະເທດ. ຮອດປັດຈຸບັນ, ປຶ້ມທັງໝົດ 15 ເຫຼັ້ມ ພ້ອມດ້ວຍຊຸດປຶ້ມ "ພົດຈະນານຸກົມ ໂຮ່ຈີມິນ ສຶກສາ" ແມ່ນໄດ້ຖືກນຳເຂົ້າໄປຜັນຂະຫຍາຍນຳໃຊ້ຢ່າງມີປະສິດທິຜົນ ພາຍໃດການວິໄຈວິທະຍາສາດ, ການກຳນົດນະໂຍບາຍຂອງພັກ ແລະ ລັດ ລາວ, ທັງໄດ້ຮັບການຈັດການຮຽນ-ການສອນຢ່າງກວ້າງຂວາງ ຢູ່ພາຍໃດລະບົບການສຶກສາແຫ່ງຊາດ. ທ່ານໄດ້ເນັ້ນຢ້ຳວ່າ ນີ້ກໍແມ່ນໂອກາດເພື່ອເຊີດຊູ ປະທານ ໂຮ່ຈີມິນ - ຜູ້ທີ່ວາງຮາກຖານໃຫ້ແກ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສອງປະເທດ. ພາຍໃດຖານະເປັນຄູ-ອາຈານຄົນໜຶ່ງ, ທ່ານຈະສືບຕໍ່ວິໄຈ, ນຳໃຊ້ລະບົບທິດສະດີນີ້ ເຂົ້າພາຍໃດວຽກງານການສິດສອນ ແລະ ພຶດຕິກຳຕົວຈິງ.

ຕີລາຄາກ່ຽວກັບຄວາມໝາຍຂອງກອງປະຊຸມ, ນັກສຶກສາ ປະທຸມພອນ ເພັດວັນຄຳ ທີ່ມາຈາກແຂວງ ອຸດົມໄຊ, ເຊິ່ງປັດຈຸບັນພວມສຶກສາແຜນງານປະລິນຍາໂທ ຢູ່ທີ່ສະຖາບັນ, ໃຫ້ຮູ້ວ່າ ເຫດການຄັ້ງນີ້ໄດ້ຊ່ວຍໃຫ້ຕົນເອງມີຄວາມເຂົ້າໃຈຢ່າງເລິກເຊິ່ງຕື່ມອີກ ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໂຮ່ຈີມິນ. ສະຫາຍຢັ້ງຢືນວ່າ ຈະຮ່ຳຮຽນເອົາແບບຢ່າງຂອງເພິ່ນ ທາງດ້ານສະຕິປັນຍາ, ຄຸນທາດການເມືອງ, ຄຸນສົມບັດປະຕິວັດ ແລະ ແບບແຜນວິທີເຮັດວຽກທີ່ມີລັກສະນະວິທະຍາສາດ ເພື່ອນຳໄປຜັນຂະຫຍາຍເຂົ້າພາຍໃດການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ປະກອບສ່ວນສ້າງສາປະເທດລາວ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ກອງປະຊຸມສຳມະນາໄດ້ອັດລົງ ແຕ່ຄຸນຄ່າຂອງຊຸດປຶ້ມ "ໂຮ່ຈີມິນ ຄົບຊຸດ" ຈະຍັງຄົງສືບຕໍ່ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ. ການໂຄສະນາ ແລະ ນຳໃຊ້ຊຸດປຶ້ມດັ່ງກ່າວຢ່າງມີປະສິດທິຜົນ ບໍ່ພຽງແຕ່ເປັນການຢັ້ງຢືນເຖິງຄຸນຄ່າແຫ່ງມໍລະດົກທາງດ້ານແນວຄິດໂຮ່ຈີມິນ ເທົ່ານັ້ນ, ແຕ່ຍັງແມ່ນຫຼັກຖານອັນມີຊີວິດຊີວາ ໃຫ້ແກ່ວຽກງານການປົກປັກຮັກສາ, ຖະໜອມບຳລຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ພາຍໃດໄລຍະປັດຈຸບັນ.

ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030 ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030

ຍສໝ - ຕໍ່ໜ້າການຮ່ວມເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີ ແຫ່ງສອງປະເທດ, ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ລາວ ໄດ້ແລກປ່ຽນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030, ເປີດກວ້າງການປະສານງານ ພາຍໃດຫຼາກຫຼາຍຂົງເຂດວຽກງານການເງິນທີ່ເປັນແກນຫຼັກ ແລະ ສຳຄັນ.

ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ

ຍສໝ - ງານມະຫາໄຊວິສາຂະບູຊາ ບໍ່ພຽງແຕ່ຕອບສະໜອງໄດ້ຕາມຄວາມຕ້ອງການທາງດ້ານຈິດວິນຍານ (ຄວາມເຊື່ອຖື) ຂອງພໍ່ແມ່ປະຊາຊົນຄົນຕ່າງດ້າວ (ຊາວຫວຽດນາມອາໄສຢູ່ລາວ) ເທົ່ານັ້ນ ແຕ່ຍັງມີສ່ວນຊ່ວຍເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນ, ຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

Link: https://huunghivietlao.thoidai.com.vn/detail-article-22224.html

In bài biết