13:17 | 22/06/2026

ຊຸກຍູ້ການຮ່ວມມືດ້ານເສດຖະກິດລວມໝູ່ ຮ່ວມກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຢາລາຍ ຜັນຂະຫຍາຍບັນດາບົດບັນທຶກຂໍ້ຕົກລົງການຮ່ວມມືປີ 2026 ຢ່າງເປັນຮູບປະທຳ ຮ່ວມກັບ ບັນດາແຂວງພາກໃຕ້ຂອງລາວ ແລະ ພາກຕາເວັນອອກສ່ຽງເໜືອຂອງກຳປູເຈຍ
ຊຸດເຊື້ອຍາວ ແລະ ອາຫານຫວຽດນາມ ມັດໃຈປະຊາຊົນ ສາທາລະນະລັດ ເຊັກ
ຊຸກຍູ້ການຮ່ວມມືດ້ານເສດຖະກິດລວມໝູ່ ຮ່ວມກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ການນຳສະຫະພັນສະຫະກອນນະຄອນ ບໍລິຫານການເຮັດວຽກຮ່ວມກັບ ຄະນະປະຕິບັດງານ ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ແລະ ບັນດາສະຫະກອນ, ວິສາຫະກິດສະມາຊິກ.

ວັນທີ 21 ມິຖຸນາ, ຄະນະປະຕິບັດງານ ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ໂດຍແມ່ນທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກຮ່ວມກັບ ສະຫະພັນສະຫະກອນນະຄອນ ແລະ ເຂົ້າທັດສະນະສຶກສາ ບາງຮູບແບບເສດຖະກິດລວມໝູ່ທີ່ເປັນຕົວແບບພົ້ນເດັ່ນ ຢູ່ພາຍໃດຂອບເຂດທົ່ວຕົວເມືອງນະຄອນ ຫາຍຟ້ອງ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດລວມໝູ່ ຮ່ວມກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ກ່າວປາໄສຢູ່ພາຍໃດການເຮັດວຽກ.

ຢູ່ພາຍໃດການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການພັດທະນາເສດຖະກິດລວມໝູ່, ແນະນຳຜະລິດຕະພັນ ໂອຄັອບ (OCOP), ຜະລິດຕະພັນທີ່ເປັນເອກະລັກຂອງ ຫາຍຟ້ອງ ແລະ ສົນທະນາຄົ້ນຄວ້າໂອກາດການຮ່ວມມື, ສົ່ງເສີມການຄ້າ ຮ່ວມກັບຕະຫຼາດລາວ.

ປັດຈຸບັນ, ຕົວເມືອງນະຄອນມີສະຫະກອນເກືອບ 800 ແຫ່ງ, ກຸ່ມຮ່ວມມື 900 ກຸ່ມ ແລະ ເຄືອຂ່າຍສະມາຊິກອັນກວ້າງໃຫຍ່, ເຄື່ອນໄຫວຢູ່ບົນບັນດາຂົງເຂດກະສິກຳເຕັກໂນໂລຊີສູງ, Logistics ທ່າເຮືອທະເລ, ການຄ້າ ແລະ ໝູ່ບ້านອາຊີບ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ສະມາຊິກ, ຊຸກຍູ້ການຜະລິດສິນຄ້າ ແລະ ການເຊື່ອມຕໍ່ໄປຕາມຕ່ອງໂສ້ຄຸນຄ່າ.

ຄະນະປະຕິບັດງານມີຄວາມມຸ່ງມາດປາດຖະໜາຢາກໃຫ້ບັນດາສະຫະກອນ, ວິສາຫະກິດ ຫາຍຟ້ອງ ສືບຕໍ່ຄົ້ນຄວ້າເປີດກວ້າງການຮ່ວມມື, ລົງທຶນຢູ່ລາວ, ເປັນຕົ້ນແມ່ນການພັດທະນາເຂດວັດຖຸດິບ, ການປຸງແຕ່ງ, ການຈຳໜ່າຍຜະລິດຕະພັນກະສິກຳ, ພາຍໃດນັ້ນມີຜະລິດຕະພັນໝາກລິ້ນຈີ່ ຂອງ ບໍລິສັດ ຫຸ້ນສ່ວນ ອາເມອີ ຫວຽດນາມ (Ameii Việt Nam). ໃນຂະນະດຽວກັນ ກໍໄດ້ສະເໜີໃຫ້ ບໍລິສັດ ຈຳກັດ ກວາງຫາຍ ແລະ ສະຫະກອນລົງທຶນ ແລະ ພັດທະນາ ແມ່ນ້ຳ ຢ໋າ ເພີ່ມທະວີການເຊື່ອມຕໍ່, ສົ່ງເສີມການຄ້າ, ນຳເອົາຜະລິດຕະພັນນ້ຳປາພື້ນເມືອງ ແລະ ບັນດາຮູບແບບການຜະລິດ, ການບຳບັດຜົນພອຍໄດ້ທາງການກະສິກຳດ້ວຍເຕັກໂນໂລຊີຊີວະພາບ ເຂົ້າເຖິງຕະຫຼາດລາວ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດລວມໝູ່ ຮ່ວມກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຄະນະສະຖານເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັດສະນະສຶກສາ, ຊອກຮູ້ກ່ຽວກັບກິດຈະກຳການຈັດຊື້, ປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນກະສິກຳ ຢູ່ທີ່ ບໍລິສັດ ຫຸ້ນສ່ວນ ອາເມອີ ຫວຽດນາມ (Ameii Việt Nam).

ການເຂົ້າຢ້ຽມຢາມດັ່ງກ່າວ ໄດ້ປະກອບສ່ວນຫັນການຮ່ວມມືດ້ານເສດຖະກິດລວມໝູ່ໃຫ້ເປັນຮູບປະທຳ, ເປີດກວ້າງຕະຫຼາດໃຫ້ແກ່ຜະລິດຕະພັນທີ່ເປັນເອກະລັກ ແລະ ພູນສ້າງສາຍພົວພັນມິດພາບມູນເຊື້ອ, ຄວາມສາມັກຄີພິເສດ ລະຫວ່າງ ຫວຽດນາມ - ລາວ.

ໂດຍຜ່ານການເຂົ້າຢ້ຽມຢາມ, ສະຫະພັນສະຫະກອນ ກໍມີຄວາມມຸ່ງມາດປາດຖະໜາຢາກຊຸກຍູ້ການແລກປ່ຽນການຄ້າ, ນຳເອົາບັນດາຜະລິດຕະພັນ ໂອຄັອບ (OCOP), ເຄື່ອງພິເສດທາງການກະສິກຳ, ສັດນ້ຳ ທີ່ເປັນທ່າແຮງຂອງບັນດາສະຫະກອນ ຫາຍຟ້ອງ ເຂົ້າເຖິງຕະຫຼາດລາວ ແລະ ໃນທາງກັບກັນ.

ສະຫະພັນສະຫະກອນນະຄອນ ຈະເປັນຂົວຕໍ່ລະຫວ່າງບັນດາສະຫະກອນ, ວິສາຫະກິດສະມາຊິກ ຮ່ວມກັບ ບັນດາກົມກອງ, ວິສາຫະກິດ ແລະ ບັນດາທ້ອງຖິ່ນຂອງລາວ ເພື່ອໃຫ້ມີໂອກາດຮ່ວມມື, ແບ່ງປັນບົດຮຽນ, ແລກປ່ຽນຮ່ວມສຳພັນໄມຕີຕື່ມອີກ, ເປັນພິເສດແມ່ນການເຊື່ອມຕໍ່ບັນດາສະຫະກອນຕົວແບບພົ້ນເດັ່ນຂອງ ຫາຍຟ້ອງ ເພື່ອຖ່າຍທອດເຕັກນິກກະສິກຳເຕັກໂນໂລຊີສູງ ແລະ ບົດຮຽນການຫັນເປັນດິຈິຕອນ ໃຫ້ແກ່ບັນດາຄູ່ຮ່ວມມືຂອງລາວ.

ຄຽງຂ້າງນັ້ນ, ແມ່ນການຈັດຕັ້ງຄະນະພະນັກງານໄປທັດສະນະສຶກສາ, ຖອດຖອນບົດຮຽນ, ແລກປ່ຽນຮ່ວມມື, ຮ່ວມສຳພັນໄມຕີ ລະຫວ່າງ ບັນດາສະຫະກອນ, ວິສາຫະກິດສະມາຊິກ ຂອງສະຫະພັນສະຫະກອນນະຄອນ ຮ່ວມກັບ ບັນດາກົມກອງ, ທ້ອງຖິ່ນຂອງລາວຢ່າງເປັນປະຈຳ, ຊຶ່ງຈະມີແຕ່ 1 - 2 ຄະນະຂອງສະຫະພັນສະຫະກອນນະຄອນ ເດີນທາງໄປທັດສະນະສຶກສາຢູ່ລາວ. ສະຫະພັນສະຫະກອນນະຄອນ ກໍຍາມໃດກໍພ້ອມແລ້ວທີ່ຈະຊ່ວຍເຫຼືອບັນດາທ້ອງຖິ່ນ, ກົມກອງເສດຖະກິດຂອງລາວ ທີ່ມາທັດສະນະສຶກສາ, ຖອດຖອນບົດຮຽນຢູ່ທີ່ ຫາຍຟ້ອງ.

ກ່ອນໜ້ານັ້ນ, ຢູ່ທີ່ຕາແສງ ແທັງຮ່າ (Thanh Hà), ຄະນະໄດ້ເຂົ້າຢ້ຽມຢາມ ສະຫະກອນບໍລິການກະສິກຳ ແທັງເຊີນ (Thanh Sơn), ຊອກຮູ້ກ່ຽວກັບຄຸນຄ່າທາງປະຫວັດສາດ, ວັດທະນະທຳ ແລະ ເສດຖະກິດ ຂອງຕົ້ນໝາກລິ້ນຈີ່ກົກເຄົ້າ ແລະ ກິດຈະກຳການຈັດຊື້, ປຸງແຕ່ງ, ສົ່ງອອກຜະລິດຕະພັນກະສິກຳ ຢູ່ທີ່ ບໍລິສັດ ຫຸ້ນສ່ວນ ອາເມອີ ຫວຽດນາມ (Ameii Việt Nam); ຢ້ຽມຢາມ, ຊອກຮູ້ຂະບວນການຜະລິດຢູ່ທີ່ ບໍລິສັດ ຈຳກັດ ກວາງຫາຍ, ເຂດເສດຖະກິດພິເສດ ກາດຫາຍ ແລະ ຮູບແບບການລ້ຽງຂີ້ກະລືມ ຢູ່ທີ່ ສະຫະກອນລົງທຶນ ແລະ ພັດທະນາ ແມ່ນ້ຳ ຢ໋າ, ເມືອງ ລືວຕ໊ຽມ (Lưu Kiếm).

ປະຊາຄົມຊາວຫວຽດນາມ ເຂົ້າຮ່ວມ “ເທດສະການດິນແດນແຫ່ງສີສັນ” ຢູ່ ສາທາລະນະລັດ ເຊັກ ປະຊາຄົມຊາວຫວຽດນາມ ເຂົ້າຮ່ວມ “ເທດສະການດິນແດນແຫ່ງສີສັນ” ຢູ່ ສາທາລະນະລັດ ເຊັກ

ຍສໝ - ປະຊາຄົມຊາວຫວຽດນາມ ໄດ້ຈັດຕັ້ງຮ້ານວາງສະແດງອາຫານດ້ວຍອາຫານມູນເຊື້ອຫຼາຍເຍື່ອງ, ເຊັ່ນ: ຢໍຈືນ, ເຂົ້າໜົມຈືນ… ທັງສະແດງບັນດາລາຍການສິລະປະທີ່ເຕັມໄປດ້ວຍເອກະລັກວັດທະນະທຳຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ

ຍສໝ - ວັນທີ 14 ເມສາ 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍ ທ່ານນາງ ໂງເພືອງລີ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ເພື່ອໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ ໃນລະຫວ່າງວັນທີ 14-17 ເມສາ ...

Link: https://huunghivietlao.thoidai.com.vn/detail-article-22202.html

In bài biết