10:49 | 23/06/2026

ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030

ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030
ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອ ແລະ ກອງປະຊຸມໃຫຍ່ແຂ່ງຂັນຜູ້ຮັກຊາດ ໄລຍະ 2025 - 2030

ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ດ້ວຍທັດສະນະຊີ້ນຳ "ການພັດທະນາວັດທະນະທຳ ແລະ ຄົນແມ່ນຮາກຖານ; ເສີມຂະຫຍາຍກໍາລັງແຮງດ້ານວັດທະນະທຳ ແລະ ຄົນໃຫ້ກາຍເປັນແຫຼ່ງພະລັງພາຍໃດ ແລະ ເປັນແຮງຂັບເຄື່ອນອັນແຂງແຮງໃຫ້ແກ່ການພັດທະນາ"; ແນໃສ່ຫັນມະຕິເລກທີ 80-NQ/TW ລົງວັນທີ 07 ມັງກອນ 2026 ຂອງກົມການເມືອງ ວ່າດ້ວຍການພັດທະນາວັດທະນະທຳຫວຽດນາມ (ມະຕິເລກທີ 80-NQ/TW) ໃຫ້ເປັນຮູບປະທຳ, ພາຍໃດນັ້ນ ໄດ້ເລືອກເອົາວັນທີ 24 ພະຈິກ ຂອງທຸກໆປີເປັນ "ວັນວັດທະນະທຳຫວຽດນາມ" ແລະ ປະກອບສ່ວນຜັນຂະຫຍາຍການປະຕິບັດມະຕິເລກທີ 28/2026/QH16 ລົງວັນທີ 24 ເມສາ 2026 ຂອງສະພາແຫ່ງຊາດ ວ່າດ້ວຍການພັດທະນາວັດທະນະທຳຫວຽດນາມ, ທ່ານນາຍົກລັດຖະມົນຕີ ແຫ່ງລັດຖະບານ ຈຶ່ງໄດ້ປະກາດໃຊ້ ແຜນການຈັດຕັ້ງ "ວັນວັດທະນະທຳຫວຽດນາມ" ໄລຍະ 2026 - 2030 (ແຜນການ).

ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030
ຈັດຕັ້ງບັນດາບັ້ນຂົນຂວາຍສື່ສານຫຼາຍເວທີ (Multi-platform) ກ່ຽວກັບ “ວັນວັດທະນະທຳຫວຽດນາມ”

ເຊີດຊູບັນດາຄຸນຄ່າ, ມໍລະດົກວັດທະນະທຳມູນເຊື້ອອັນດີງາມຂອງຊາດ

ແຜນການແມ່ນແນໃສ່ຈຸດປະສົງສ້າງບັ້ນດຳເນີນຊີວິດວັດທະນະທຳ - ການເມືອງ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ພາຍໃດທົ່ວສັງຄົມ; ຢັ້ງຢືນບົດບາດສູນກາງຂອງປະຊາຊົນ ໃນນາມເປັນເຈົ້າທຳ ທີ່ປະດິດສ້າງ, ອະນຸຮັກ, ສືບທອດບັນດາຄຸນຄ່າວັດທະນະທຳ; ຍົກສູງສະມັດຖະພາບການເຂົ້າເຖິງ, ປະດິດສ້າງ, ຊົມໃຊ້ວັດທະນະທຳຂອງປະຊາຊົນ; ປຸກຝັງນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຕໍ່ຊາດ, ຄວາມຮັບຜິດຊອບຂອງພົນລະເມືອງ ແລະ ຄວາມມຸ່ງມາດປາດຖະໜາຢາກອຸທິດສ່ວນ ເພື່ອຄວາມວັດທະນາຖາວອນ, ຄວາມຜາສຸກຂອງປະເທດຊາດ ພາຍໃດຍຸກສະໄໝໃໝ່.

ເຊີດຊູບັນດາຄຸນຄ່າ, ມໍລະດົກວັດທະນະທຳມູນເຊື້ອອັນດີງາມຂອງຊາດ; ເສີມຂະຫຍາຍຈຸດພິເສດອັນພົ້ນເດັ່ນຂອງວັດທະນະທຳວັດຖຸ, ອະວັດຖຸ ແລະ ບັນດາຜະລິດຕະພັນຫັດຖະກຳວິຈິດສິນ, ໝູ່ບ້ານອາຊີບ, ປະກອບສ່ວນອະນຸຮັກເອກະລັກວັດທະນະທຳ ຕິດພັນກັບການພັດທະນາເສດຖະກິດ, ສ້າງອາຊີບຄົງທີ່ ແລະ ຍືນຍົງໃຫ້ແກ່ປະຊາຊົນ, ຊຸກຍູ້ການພັດທະນາການທ່ອງທ່ຽວ ແລະ ຍົກລະດັບເຄື່ອງໝາຍການຄ້າວັດທະນະທຳຫວຽດນາມ.

ສ້າງຄວາມເປັນເອກະພາບພາຍໃດວຽກງານການນຳພາ, ຊີ້ນຳ ແລະ ຈັດຕັ້ງປະຕິບັດແບບຄົບຊຸດ ແຕ່ຂັ້ນສູນກາງລົງຮອດຮາກຖານ; ເຮັດເປັນບ່ອນອີງເພື່ອໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ກໍ່ສ້າງແຜນການ, ແບ່ງປັນໜ້າທີ່ວຽກງານ ແລະ ຈັດສັນແຫຼ່ງກຳລັງເພື່ອຜັນຂະຫຍາຍ, ປະຕິບັດ.

ພັດທະນາອະວະກາດ ແລະ ເວທີວັດທະນະທຳດິຈິຕອນທົ່ວປວງຊົນ

ອີງຕາມແຜນການ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ສະຖານີໂທລະພາບຫວຽດນາມ, ສະຖານີວິທະຍຸກະຈາຍສຽງຫວຽດນາມ, ສຳນັກຂ່າວສານຫວຽດນາມ, ບັນດາອົງການສື່ມວນຊົນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ປະສານງານຮ່ວມກັບຄະນະໂຄສະນາອົບຮົມ ແລະ ຄະນະຂົນຂວາຍມວນຊົນສູນກາງ; ບັນດາກະຊວງ, ຂະແໜງການຂັ້ນສູນກາງ; ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈັດຕັ້ງການກໍ່ສ້າງລະບົບຜະລິດຕະພັນສື່ສານກ່ຽວກັບ "ວັນວັດທະນະທຳຫວຽດນາມ" ດ້ວຍເນື້ອໃນ, ຮູບການອຸດົມສົມບູນ, ສອດຄ່ອງກັບຈຸດພິເສດສະເພາະດ້ານວັດທະນະທຳ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ, ເຂດແຄວ້ນ (ລວມມີ: ຊຸດກຳນົດເອກະລັກ (Identity set); ບັນດາຜະລິດຕະພັນສື່ສານດິຈິຕອນ, ຫຼາຍເວທີ; ແຜນງານວິທະຍຸ, ໂທລະພາບ, ສື່ສິ່ງພິມ; ຜະລິດຕະພັນປຸກລະດົມແບບສາຍຕາ (Visual) ແລະ ບັນດາເອກະສານສື່ສານສະເພາະກິດຢູ່ຂັ້ນຮາກຖານ).

ເພີ່ມທະວີການຜະລິດ, ອອກອາກາດບັນດາແຜນງານ, ຫົວຂໍ້ສະເພາະ, ສານວິທະຍຸ - ໂທລະພາບ, ພາບເອກະສານ, ບົດສາລະຄະດີແບບເລິກເຊິ່ງ ແລະ ບັນດາຜະລິດຕະພັນວັດທະນະທຳດິຈິຕອນ (ພາຍໃດນັ້ນ ເອົາໃຈໃສ່ເຖິງການຂຸດຄົ້ນເນື້ອໃນກ່ຽວກັບມໍລະດົກວັດທະນະທຳຂອງຊາດ, ບັນດາຜະລິດຕະພັນວັດທະນະທຳທີ່ເປັນເອກະລັກຂອງຫວຽດນາມ); ໝູນໃຊ້ເຄືອຂ່າຍສັງຄົມຢ່າງມີປະສິດທິຜົນ ແລະ ເສີມຂະຫຍາຍບົດບາດຂອງຜູ້ມີຊື່ສຽງ, ຜູ້ທີ່ມີອິດທິພົນ, ຄວາມໄວ້ເນື້ອເຊື່ອໃຈພາຍໃດປະຊາຄົມ ແນໃສ່ແຜ່ຂະຫຍາຍປະຫວັດສາດວັດທະນະທຳຂອງຊາດ, ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຕະຖານມະນຸດຫວຽດນາມ ພາຍໃດຍຸກສະໄໝໃໝ່ ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ.

ພັດທະນາອະວະກາດ ແລະ ເວທີວັດທະນະທຳດິຈີຕອນທົ່ວປວງຊົນ; ຊຸກຍູ້ການປະຍຸກໃຊ້ເຕັກໂນໂລຊີ ຢູ່ຕາມບັນດາສະຖາບັນວັດທະນະທຳ ເຊັ່ນ: ຫໍພິພິດທະພັນ, ຫໍສະໝຸດ, ໂຮງລະຄອນ, ສູນວາງສະແດງ, ສູນວັດທະນະທຳ... ແນໃສ່ເປີດກວ້າງສະມັດຖະພາບການເຂົ້າເຖິງ ແລະ ຫຼຸດຜ່ອນຊ່ອງຫວ່າງການຊົມໃຊ້ວັດທະນະທຳຂອງປະຊາຊົນ ລະຫວ່າງ ບັນດາເຂດແຄວ້ນ, ທ້ອງຖິ່ນ.

ເພີ່ມທະວີການຈັດຕັ້ງບັນດາກິດຈະກຳໂຄສະນາ, ປຸກລະດົມແບບສາຍຕາ. ກໍ່ສ້າງ, ແນະນຳຫົວຂໍ້, ສານສື່ສານຮ່ວມ; ກໍ່ສ້າງ, ແນະນຳການນຳໃຊ້ຊຸດກຳນົດເອກະລັກ, ປ້າຍໂຄສະນາ (Pano), ແຜ່ນໂປສເຕີ (Poster) ແບບຢ່າງ ເພື່ອນຳໃຊ້ຢ່າງເປັນເອກະພາບໃນທົ່ວປະເທດ. ຈັດຕັ້ງການປະດັບປະດາ, ແຂວນຄຳຂວັນ ຢູ່ທີ່ສຳນັກງານອົງການຈັດຕັ້ງຂອງລັດ, ໂຮງຮຽນ, ເຂດຊຸມຊົນ ແລະ ບັນດາອະວະກາດສາທາລະນະ.

ຈັດຕັ້ງບັນດາບັ້ນຂົນຂວາຍສື່ສານຫຼາຍເວທີ ກ່ຽວກັບ "ວັນວັດທະນະທຳຫວຽດນາມ" ແນໃສ່ສ້າງຂີດໝາຍວັດທະນະທຳຫວຽດນາມ ຢູ່ບົນອະວະກາດເຄືອຂ່າຍອິນເຕີເນັດ. ເອົາໃຈໃສ່ບັນດາມາດຕະການຮັບປະກັນຄວາມໝັ້ນຄົງດ້ານວັດທະນະທຳ ຢູ່ບົນສະພາບແວດລ້ອມເຄືອຂ່າຍ ແລະ ອະທິປະໄຕວັດທະນະທຳດິຈິຕອນ. ປະຕິບັດລິຂະສິດຢ່າງເຂັ້ມງວດ; ເປັນເຈົ້າການ, ສະກັດກັ້ນຢ່າງທັນການ, ຕໍ່ສູ້ປະຕິເສດບັນດາທັດສະນະທີ່ຜິດພາດ, ເປັນປົກປັກສັດຕູ, ບິດເບືອນ, ບັນດາປັດໄຈຕ່າງປະເທດ ທີ່ຂາດຄວາມຈົບງາມ ພາຍໃດຂົງເຂດວັດທະນະທຳ, ແນວຄິດ. ເພີ່ມທະວີລັກສະນະຄາດຄະເນ, ຕີລາຄາຜົນກະທົບ, ອິດທິພົນຂອງບັນດາກິດຈະກຳສື່ສານ, ເປັນເຈົ້າການມີບັນດາແຜນການ ເພື່ອແກ້ໄຂວິກິດການດ້ານສື່ສານທີ່ເກີດຂຶ້ນຢ່າງທັນການ.

ຜັນຂະຫຍາຍອະນຸກອນເຫດການວັດທະນະທຳ, ສິລະປະ, ກິລາ ຂະໜາດໃຫຍ່

ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ; ປະສານງານຮ່ວມກັບບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈັດຕັ້ງງານວາງສະແດງ, ສະແດງເອກະສານ, ພາບຖ່າຍ ແລະ ບັນດາຜົນສຳເລັດທີ່ເປັນຕົວແບບ ພາຍໃດພາລະກິດການພັດທະນາວັດທະນະທຳ, ກໍ່ສ້າງອຸດສາຫະກຳວັດທະນະທຳ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມ.

ຜັນຂະຫຍາຍອະນຸກອນເຫດການວັດທະນະທຳ, ສິລະປະ, ກິລາ ຂະໜາດໃຫຍ່. ເອົາໃຈໃສ່ການປະສົມປະສານຢ່າງກົມກຽວ ລະຫວ່າງ ມູນເຊື້ອ ແລະ ຮ່ວມສະໄໝ, ຊຸກຍູ້ການປະຍຸກໃຊ້ເຕັກໂນໂລຊີການສະແດງທີ່ທັນສະໄໝ ແນໃສ່ສ້າງແຮງແຜ່ຂະຫຍາຍຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ດຶງດູດສິລະປິນ, ຊ່າງສິລະປະພື້ນເມືອງ ແລະ ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ຈັດຕັ້ງການສັ່ງຈອງ (ເຜີຍແຜ່), ສ້າງເງື່ອນໄຂ ແລະ ອະວະກາດທີ່ສະດວກ ເພື່ອໃຫ້ຖັນແຖວປັນຍາຊົນ, ນັກວັດທະນະທຳ, ນັກວັນນະຄະດີສິລະປິນ, ຊ່າງສິລະປະພື້ນເມືອງ ໄດ້ເສີມຂະຫຍາຍທ່າແຮງບົ່ມຊ້ອນແຫ່ງການປະດິດສ້າງຢ່າງສູງສຸດ; ຈັດຕັ້ງບັນດາບັ້ນປະດິດສ້າງຕາມຫົວຂໍ້ສະເພາະ, ງານວາງສະແດງແບບເລິກເຊິ່ງ ແລະ ອະນຸກອນການສະແດງສິລະປະຈຸດສຸມ ທີ່ປະສົມປະສານລະຫວ່າງ ມູນເຊື້ອ ແລະ ຮ່ວມສະໄໝ ໂດຍຜ່ານບັນດາສະມາຄົມວັນນະຄະດີສິລະປະວິຊາສະເພາະ.

ຈັດຕັ້ງບັນດາເຫດການວັດທະນະທຳການຕ່າງປະເທດ ຢູ່ຕາມບັນດາສູນວັດທະນະທຳຫວຽດນາມ ປະຈຳຕ່າງປະເທດ; ບັນດາອົງການຕົວແທນ ຫວຽດນາມ ປະຈຳຕ່າງປະເທດ ເພື່ອແຜ່ຂະຫຍາຍຄຸນຄ່າ "ວັນວັດທະນະທຳຫວຽດນາມ" ເຖິງປະຊາຄົມຄົນຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຄົມສາກົນ.

ພັດທະນາບັນດາເສັ້ນທາງການທ່ອງທ່ຽວແບບສຳຜັດຕົວຈິງ ຢູ່ທີ່ອະວະກາດມໍລະດົກ, ໝູ່ບ້ານອາຊີບ ແລະ ປະຊາຄົມທ້ອງຖິ່ນ; ຟື້ນຟູບາງງານເທສະການມູນເຊື້ອ ແນໃສ່ສ້າງອາຊີບຄົງທີ່ ແລະ ຍືນຍົງ, ຮັບປະກັນການຕິດພັນຢ່າງສະໜິດແໜ້ນ ລະຫວ່າງ ການອະນຸຮັກມໍລະດົກ ຮ່ວມກັບ ການພັດທະນາເສດຖະກິດ.

ສະໜັບສະໜູນການກໍ່ສ້າງອະວະກາດດຳເນີນຊີວິດວັດທະນະທຳ ຢູ່ພາຍໃດປະຊາຄົມ

ລົງທຶນ, ນຳເອົາປະສິດທິຜົນການເຄື່ອນໄຫວ ຂອງລະບົບສະຖາບັນວັດທະນະທຳຂັ້ນຮາກຖານໃຫ້ສູງຂຶ້ນ; ສະໜັບສະໜູນການກໍ່ສ້າງອະວະກາດດຳເນີນຊີວິດວັດທະນະທຳ ຢູ່ພາຍໃດປະຊາຄົມ. ປະສົມປະສານເນື້ອໃນການກໍ່ສ້າງປະຊາຄົມວັດທະນະທຳຂັ້ນຮາກຖານ ທີ່ອຸດົມສົມບູນໄປດ້ວຍເອກະລັກ, ຮຸ່ງເຮືອງ - ຂຽວ - ສະອາດ - ງາມ; ເອົາເຂດຊຸມຊົນເປັນແກນກາງຂອງສະພາບແວດລ້ອມວັດທະນະທຳ, ປະຊາຊົນເຮັດເປັນເຈົ້າທຳ ແລະ ເປັນສູນກາງ ພາຍໃດການກໍ່ສ້າງສະພາບແວດລ້ອມວັດທະນະທຳຂັ້ນຮາກຖານ ແລະ ຊີວິດວັດທະນະທຳປະຊາຄົມ.

ພັດທະນາຢ່າງແຂງແຮງ ວັດທະນະທຳການອ່ານ ໄປຕາມທິດທາງເອົາຜູ້ອ່ານເປັນສູນກາງ; ຂະຫຍາຍຮູບແບບອະວະກາດການອ່ານ, ຫໍສະໝຸດເປີດ, ການຮໍ່າຮຽນແບບປະດິດສ້າງ ແລະ ສະຫຼາດ ຕິດພັນກັບບັນດາການດຳເນີນຊີວິດປະຊາຄົມ. ຊຸກຍູ້ຂະບວນການທົ່ວປວງຊົນອ່ານໜັງສື ແນໃສ່ສ້າງເປັນຄວາມຊິນເຄີຍ ແລະ ທັກສະການອ່ານທີ່ຍືນຍົງໃຫ້ແກ່ປະຊາຊົນ.

ຈັດຕັ້ງບັນດາແຜນງານ, ກິດຈະກຳຕາມຫົວຂໍ້ສະເພາະ ແນະນຳມໍລະດົກວັດທະນະທຳວັດຖຸ ແລະ ອະວັດຖຸ ຂອງພີ່ນ້ອງປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຄື່ອງແຕ່ງກາຍ, ການຫຼິ້ນພື້ນເມືອງ, ອາຫານການກິນ ແລະ ແນະນຳສິ່ງຍອດຢ້ຽມຂອງຫັດຖະກຳວິຈິດສິນ.

ກໍ່ສ້າງ ແລະ ຂະຫຍາຍບັນດາຮູບແບບອະນຸຮັກ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳວັດຖຸ, ອະວັດຖຸ ແລະ ວັດທະນະທຳມູນເຊື້ອຂອງພີ່ນ້ອງບັນດາເຜົ່າ ຕິດພັນກັບການພັດທະນາການທ່ອງທ່ຽວ. ກຳນົດບົດບາດເຈົ້າທຳໂດຍກົງ ຂອງປະຊາຄົມ ພາຍໃດການອະນຸຮັກມໍລະດົກ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ ແນໃສ່ສ້າງອາຊີບທີ່ໝັ້ນຄົງ, ສອດຄ່ອງກັບເອກະລັກ ແລະ ຮີດຄອງປະເພນີ.

ອາຊຽນ ຄາດວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030 ອາຊຽນ ຄາດວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030

ຍສໝ - ທ່ານ Satvinder Singh ຮອງ​ເລຂາທິການ​ໃຫຍ່​ປະຊາ​ຄົມ​ເສດຖະກິດ​ ອາ​ຊຽນ (AEC) ​ໃຫ້​ຮູ້​ວ່າ: ອາ​ຊຽນ ພວມ​ກ້າວ​ໄປ​ສູ່​ການ​ກາຍ​ເປັນພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບທີ 4 ​ຂອງໂລກ​ໃນ​ປີ 2030 ຈາກ​ອັນ​ດັບທີ 5 ​ໃນ​ປະຈຸ​ບັນ, ດ້ວຍ​ສະພາບ​ແວດ​ລ້ອມ​ດ້ານ​ເສດຖະກິດ​ມະຫາພາກທີ່ກ້າວໜ້າ ​ແລະ ​ສຳຄັນ. GDP ໄດ້ເພີ່ມຂຶ້ນ 51% ບັນລຸ 3.800 ...

ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024

ຍສໝ - ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ຈະດຳເນີນແຕ່ວັນທີ 1 – 8 ກໍລະກົດ ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ.

Link: https://huunghivietlao.thoidai.com.vn/detail-article-22200.html

In bài biết