21:03 | 19/06/2026

ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ: ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່

ການມອບຫຼຽນກາທີ່ລະລຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ໃຫ້ແກ່ ທ່ານເອກອັກຄະລັດຖະທູດ ຮົງກາລີ
ເລີມດົ່ງ ປລຸກຕື່ນຂຸມຄຳມໍລະດົກ ເພື່ອພັດທະນາເສດຖະກິດ, ດຶງດູດການທ່ອງທ່ຽວ
ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ: ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່
ພິທີໄຂສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ ປະຈຳປີ 2026.

ສັບປະດາວັດທະນະທຳ - ການທ່ອງທ່ຽວ ນະຄອນ ເກິ່ນເທີ ປະຈຳປີ 2026 ຈະດຳເນີນໄປພາຍໃດກຳນົດ 4 ວັນ (ຕັ້ງແຕ່ວັນທີ 18 - 21 ມິຖຸນາ) ດ້ວຍຫຼາກຫຼາຍກິດຈະກຳ ຊຶ່ງລວມມີ: ອະວະກາດໂຄສະນາ ແລະ ກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວ ເກິ່ນເທີ 2026; ອະວະກາດອາຫານການກິນ ແລະ ການສະແດງປຸງແຕ່ງ; ງານວາງສະແດງພາບຖ່າຍການທ່ອງທ່ຽວ ເກິ່ນເທີ ອັນຈົບງາມ; ກອງປະຊຸມສໍາມະນາທາງວິທະຍາສາດ, ບັນດາກິດຈະກຳສະແດງສິລະປະດົນຕີພື້ນເມືອງ ດີ່ນກາຕາຍຕື້ (đờn ca tài tử), ສະແດງຂັບລຳທ້ອງຖິ່ນພາກໃຕ້, ບັນດາລາຍການສະແດງດົນຕີຕາມທ້ອງຖະໜົນ ເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ສັບປະດາວັດທະນະທຳ - ການທ່ອງທ່ຽວໃນປີນີ້ ແມ່ນມຸ່ງໄປເຖິງສາມເປົ້າໝາຍຈຸດສຸມ ຄື: ໂຄສະນາເອກະລັກວັດທະນະທຳ ແລະ ຜະລິດຕະພັນທຳມະຊາດທີ່ເປັນເອກະລັກຂອງ ເກິ່ນເທີ; ກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວລະດູຮ້ອນ ຂອງນະຄອນ ແລະ ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງ, ໃນຂະນະດຽວກັນ ກໍສ້າງສະໜາມຫຼິ້ນແຫ່ງການເຊື່ອມໂຍງແບບເປັນຮູບປະທຳ ລະຫວ່າງ ວິສາຫະກິດທ່ອງທ່ຽວ, ຊາວສວນ ຮ່ວມກັບ ແຂກທ່ອງທ່ຽວ.

ທ່ານນາງ ຫງວຽນທິກ່ຽວຢວຽນ, ຜູ້ນຳສູນສົ່ງເສີມການລົງທຶນ - ການຄ້າ ແລະ ການທ່ອງທ່ຽວ ນະຄອນ ເກິ່ນເທີ ເນັ້ນໜັກວ່າ, ໂດຍຜ່ານສັບປະດາວັດທະນະທຳ - ການທ່ອງທ່ຽວໃນປີນີ້, ຄະນະຈັດຕັ້ງມີຄວາມມຸ່ງມາດປາດຖະໜາຢາກແນະນຳບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ ຂອງດິນແດນ ເກິ່ນເທີ, ທັງເຊີດຊູບັນດາມໍລະດົກວັດທະນະທຳ, ສິລະປະພື້ນເມືອງ, ອາຫານການກິນ, ຜະລິດຕະພັນທ່ອງທ່ຽວ. ນີ້ກໍແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນ, ວິສາຫະກິດ, ນັກລົງທຶນ ແລະ ບັນດາກົມກອງທີ່ເຄື່ອນໄຫວພາຍໃດຂົງເຂດການທ່ອງທ່ຽວ ໄດ້ເພີ່ມທະວີການເຊື່ອມຕໍ່, ຮ່ວມມື, ພັດທະນາຜະລິດຕະພັນໃໝ່; ປະກອບສ່ວນຍົກສູງຄຸນນະພາບການບໍລິການ ແລະ ສະມັດຖະພາບການແຂ່ງຂັນ ຂອງຂະແໜງການທ່ອງທ່ຽວນະຄອນ.

ຄະນະຈັດຕັ້ງໄດ້ມີຄວາມມຸ່ງຫວັງວ່າ ເຫດການຄັ້ງນີ້ຈະສ້າງແຮງຊຸກຍູ້ພາຍໃດການກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວລະດູຮ້ອນ ປະຈຳປີ 2026, ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍເຂົ້າມາທັດສະນະສຶກສາ, ສຳຜັດຕົວຈິງຢູ່ພາຍໃດທ້ອງຖິ່ນ. ໂດຍຜ່ານອະນຸກອນກິດຈະກຳຂອງສັບປະດາວັດທະນະທຳ - ການທ່ອງທ່ຽວ ແນໃສ່ເພີ່ມທະວີບັນດາກິດຈະກຳແລກປ່ຽນວັດທະນະທຳ, ອະນຸຮັກ ແລະ ເສີມຂະຫຍາຍບັນດາກຸນຄ່າວັດທະນະທຳມູນເຊື້ອ ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງພາຍໃດຍຸກສະໄໝໃໝ່; ນຳເອົາ ເກິ່ນເທີ ກາຍເປັນຈຸດນັດພົບອັນມີສະເໜ່ຂອງແຂກທ່ອງທ່ຽວ, ປະກອບສ່ວນກໍ່ສ້າງພາບພົດຕົວເມືອງສູນກາງເຂດທົ່ງພຽງແມ່ນ້ຳຂອງ, ຈຸດໝາຍປາຍທາງທີ່ມີຄວາມປອດໄພ, ເປັນມິດ, ສີວິໄລ ແລະ ອຸດົມສົມບູນໄປດ້ວຍເອກະລັກ.

ຢູ່ພາຍໃດພິທີໄຂ, ທ່ານ ຫວືວເຈິ້ນຮຸ່ງ (Vưu Chấn Hùng), ປະທານສະມາຄົມການທ່ອງທ່ຽວ ນະຄອນ ເກິ່ນເທີ ໄດ້ປຸກລະດົມແຜນງານກະຕຸ້ນຄວາມຕ້ອງການດ້ານການທ່ອງທ່ຽວລະດູຮ້ອນ 2026 ດ້ວຍເປົ້າໝາຍດຶງດູດແຂກທ່ອງທ່ຽວເຂົ້າມາທ້ອງຖິ່ນນັບມື້ນັບຫຼາຍຂຶ້ນ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດໃຫ້ແກ່ນະຄອນ. ອີງຕາມນັ້ນ, ບັນດາສະມາຊິກ ແລະ ວິສາຫະກິດ ຈະຜັນຂະຫຍາຍຫຼາກຫຼາຍແຜນງານບຸລິມະສິດອັນມີສະເໜ່, ແນະນຳຜະລິດຕະພັນໃໝ່, ບັນດາກິດຈະກຳນອກຫຼັກສູດໃຫ້ແກ່ແຂກທ່ອງທ່ຽວ, ປະຕິບັດການຕິດລາຄາແບບເປີດເຜີຍ, ໃຫ້ຄຳໝັ້ນສັນຍາກ່ຽວກັບຄຸນນະພາບການບໍລິການຮັບໃຊ້ແຂກທ່ອງທ່ຽວ...

ພາຍໃດໄລຍະເວລາຜ່ານມາ, ຂະແໜງການທ່ອງທ່ຽວ ນະຄອນ ເກິ່ນເທີ ຈົດຈຳໄດ້ບັນດາສັນຍານໃນແງ່ບວກຫຼາກຫຼາຍປະການ, ສືບຕໍ່ຢັ້ງຢືນບົດບາດແມ່ນໜຶ່ງພາຍໃດແຮງຂັບເຄື່ອນການເຕີບໂຕອັນສຳຄັນ ຂອງພື້ນຖານເສດຖະກິດທ້ອງຖິ່ນ. ພາຍໃດ 5 ເດືອນຕົ້ນປີ 2026, ນະຄອນ ເກິ່ນເທີ ຄາດວ່າໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 6,2 ລ້ານເທື່ອຄົນ; ພາຍໃດນັ້ນ, ແຂກຕ່າງປະເທດບັນລຸໄດ້ຫຼາຍກວ່າ 329.000 ເທື່ອຄົນ. ຂະແໜງການທ່ອງທ່ຽວພວມມີການປ່ຽນແປງໃໝ່ຜະລິດຕະພັນຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບການບໍລິການ ແລະ ເພີ່ມທະວີການເຊື່ອມຕໍ່ເຂດແຄວ້ນ ແນໃສ່ສະໜອງຕອບຄວາມຕ້ອງການທີ່ນັບມື້ນັບມີຄວາມຫຼາກຫຼາຍຂອງແຂກທ່ອງທ່ຽວ.

ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ ດັກລັກ: ເຊື່ອມຕໍ່ການທ່ອງທ່ຽວ, ສ້າງກຳລັງຊຸກຍູ້ການພັດທະນາເສດຖະກິດ

ຍສໝ - ອຳນາດການປົກຄອງແຂວງ ດັກລັກ ພວມຈັດຕັ້ງກອງປະຊຸມ ເຊື່ອມຕໍ່ທົວທ່ຽວ ແລະ ພັດທະນາຈຸດໝາຍປາຍທາງການທ່ອງທ່ຽວ ຢູ່ໃນທ້ອງຖິ່ນ, ແນໃສ່ຊຸກຍູ້ຂະແໜງເສດຖະກິດປາຍແຫຼມການທ່ອງທ່ຽວຂອງທ້ອງຖິ່ນ ໃນສະພາບການໃໝ່.

ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ ຂ່າວດີ: ການທ່ອງທ່ຽວຫວຽດນາມ ຕ້ອນຮັບຈຳນວນນັກທ່ອງທ່ຽວສາກົນຫຼາຍເປັນປະຫວັດການ

ຍສໝ - ຂະແໜງການທ່ອງທ່ຽວຫາກໍ່ຕ້ອນຮັບອີກໜຶ່ງສັນຍານອັນໜ້າຍິນດີ ເມື່ອຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ສືບຕໍ່ເຕີບໂຕຢ່າງແຂງແຮງໃນບັນດາເດືອນຕົ້ນປີ 2026. ຕົວເລກນີ້ສະແດງໃຫ້ເຫັນເຖິງສິ່ງໃດ?

Link: https://huunghivietlao.thoidai.com.vn/detail-article-22198.html

In bài biết