20:36 | 19/06/2026

ຫວຽດນາມ - ລັດເຊຍ ຂະຫຍາຍອະວະກາດແຫ່ງການຮ່ວມມືດ້ານເສດຖະກິດ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ
ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ

ວັນທີ 17 ມິຖຸນາ ຢູ່ທີ່ນະຄອນ Kazan, ພາຍໃດຂອບເຂດກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ASEAN - ລັດເຊຍ ຄົບຮອບ 35 ປີ, ທ່ານລັດຖະມົນຕີກະຊວງການເງິນ ໂງ ວັນ ຕວນ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສຢູ່ພາຍໃດແຜນງານການເຊື່ອມຕໍ່ການລົງທຶນ ແລະ ດຳເນີນທຸລະກິດ ຫວຽດນາມ - ສະຫະພັນລັດເຊຍ.

ແຜນງານດັ່ງກ່າວ ແມ່ນນອນຢູ່ພາຍໃດອະນຸກອນກິດຈະກຳທະວິພາຄີຢູ່ນອກຮອບກອງປະຊຸມສຸດຍອດ, ຊຶ່ງໄດ້ດຶງດູດການເຂົ້າຮ່ວມຂອງຄະນະນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມດ້ວຍຊຸມຊົນວິສາຫະກິດຢ່າງຫຼວງຫຼາຍຂອງສອງປະເທດ.

ຫວຽດນາມ - ລັດເຊຍ ຂະຫຍາຍອະວະກາດແຫ່ງການຮ່ວມມືດ້ານເສດຖະກິດ
ທ່ານລັດຖະມົນຕີກະຊວງການເງິນ ໂງວັນຕ໋ວນ ເຮັດວຽກຮ່ວມກັບຄະນະນຳຂະແໜງການເງິນ ແຫ່ງ ສະຫະພັນລັດເຊຍ

ກ່າວປາໄສຢູ່ພາຍໃດເຫດການ, ທ່ານລັດຖະມົນຕີ ໂງວັນຕ໋ວນ ຖືວ່າ ສອງພື້ນຖານເສດຖະກິດ ຫວຽດນາມ - ລັດເຊຍ ມີລັກສະນະສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນສູງ ພາຍໃດສະພາບແວດລ້ອມທີ່ໂລກພວມມີການຫັນປ່ຽນຢ່າງແຂງແຮງ. ສະຫະພັນລັດເຊຍ ມີທ່າແຮງດ້ານວິທະຍາສາດເຕັກໂນໂລຊີ, ພະລັງງານ, ອຸດສາຫະກຳ ແລະ ການອົບຮົມບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໃນຂະນະທີ່ ຫວຽດນາມ ພັດແມ່ນພື້ນຖານເສດຖະກິດທີ່ມີຄວາມຂະຫຍາຍຕົວຢ່າງຟົດຟື້ນ, ມີຄວາມເປີດກວ້າງຂະໜາດໃຫຍ່ ແລະ ຮັກສາບົດບາດເປັນຂົວຕໍ່ຮ່ວມກັບເຂດພາກພື້ນ ASEAN.

ທ່ານລັດຖະມົນຕີ ໃຫ້ຮູ້ວ່າ, ການຮ່ວມມືດ້ານການຄ້າ ຫວຽດນາມ - ລັດເຊຍ ສືບຕໍ່ຈົດຈຳໄດ້ບັນດາສັນຍານໃນແງ່ບວກ. ມູນຄ່າການຄ້າທະວິພາຄີ ພາຍໃດປີ 2024 ບັນລຸໄດ້ປະມານ 4,58 ຕື້ USD, ເພີ່ມຂຶ້ນຫຼາຍກວ່າ 26% ເມື່ອທຽບໃສ່ກັບໄລຍະກ່ອນໜ້ານັ້ນ. ຖັດຈາກນັ້ນ, ປີ 2025 ບັນລຸໄດ້ 4,77 ຕື້ USD ແລະ ນັບຮອດທ້າຍເດືອນພຶດສະພາ ປີ 2026 ແມ່ນບັນລຸໄດ້ 2,16 ຕື້ USD ແລ້ວ.

ເຖິງຢ່າງໃດກໍຕາມ, ທ່ານລັດຖະມົນຕີ ຕີລາຄ່ວາ ໝາກຜົນພາຍໃດປັດຈຸບັນແມ່ນຍັງບໍ່ທັນສົມຄູ່ກັບທ່າແຮງບົ່ມຊ້ອນແຫ່ງການຮ່ວມມື ລະຫວ່າງ ສອງປະເທດ. ເຖິງຢ່າງໃດກໍດີ, ບັນດາສັນຍານແຫ່ງການຟື້ນໂຕ ແລະ ຂະຫຍາຍສາຍພົວພັນການຄ້າ ພວມໄດ້ຮັບການສະແດງອອກນັບມື້ນັບຈະແຈ້ງຂຶ້ນ.

ຍ້ອນຄືແນວນັ້ນ, ທ່ານລັດຖະມົນຕີ ຈຶ່ງໄດ້ສະເໜີໃຫ້ວິສາຫະກິດ ຫວຽດນາມ ແລະ ສະຫະພັນລັດເຊຍ ສຸມໃສ່ເຂົ້າໃສ່ 5 ທິດທາງແຫ່ງການຮ່ວມມືຂະໜາດໃຫຍ່. ນັ້ນແມ່ນການຍົກສູງຄຸນນະພາບການຮ່ວມມືດ້ານການຄ້າ ແລະ ການຫັນຜະລິດຕະພັນໃຫ້ມີຄວາມຫຼາກຫຼາຍ; ຊຸກຍູ້ການລົງທຶນເຂົ້າຮ່ວມບັນດາຕ່ອງໂສ້ມູນຄ່າໃໝ່; ຂະຫຍາຍການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ ແລະ ການປະຕິຮູບປະດິດສ້າງ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ; ໃນຂະນະດຽວກັນ ກໍຍູ້ແຮງການຮ່ວມມືພາຍໃດຂົງເຂດການຂົນສົ່ງ ແລະ Logistics.

ສິ່ງທີ່ໜ້າເອົາໃຈໃສ່, ຄະນະນຳກະຊວງການເງິນ ໄດ້ສະແດງຄວາມຕ້ອນຮັບຢ່າງສະນິດສະໜົມ ຕໍ່ກັບການທີ່ສາຍການບິນ Vietjet ປະກາດ 3 ເສັ້ນທາງບິນໃໝ່ ເຊື່ອມຕໍ່ ຫວຽດນາມ ຮ່ວມກັບ ສະຫະພັນລັດເຊຍ. ອີງຕາມທ່ານລັດຖະມົນຕີ ໂງ ວັນ ຕວນ, ບັນດາເສັ້ນທາງບິນດັ່ງກ່າວ ຈະປະກອບສ່ວນຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ, ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດຊາດ.

ທ່ານລັດຖະມົນຕີ ໂງ ວັນ ຕວນ ຢືນຢັນວ່າ ລັດຖະບານຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດໃຫ້ດີຂຶ້ນ, ຍູ້ແຮງການປະຕິຮູບລະບອບສະຖາບັນ ແລະ ຮັບປະກັນຜົນປະໂຫຍດອັນຊອບທຳຂອງບັນດານັກລົງທຶນ. ໃນຂະນະດຽວກັນ, ທ່ານກໍໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກໃຫ້ບັນດາວິສາຫະກິດລັດເຊຍ ຂະຫຍາຍການປາກົດຕົວຢູ່ທີ່ຫວຽດນາມ, ສ່ວນວິສາຫະກິດຫວຽດນາມ ກໍເປັນເຈົ້າການພາຍໃດການຂຸດຄົ້ນຂະຫຍາຍຕະຫຼາດລັດເຊຍ ໃຫ້ມີປະສິດທິຜົນກວ່າເກົ່າພາຍໃດໄລຍະເວລາຕໍ່ໜ້າ.

ທ່ານ ມMaxim Reshetnikov, ລັດຖະມົນຕີກະຊວງພັດທະນາເສດຖະກິດ ແຫ່ງ ສະຫະພັນລັດເຊຍ ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກໃຫ້ທາງຝ່າຍຫວຽດນາມ ສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂອັນສະດວກ ໃຫ້ແກ່ບັນດາວິສາຫະກິດລັດເຊຍ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ທີ່ຫວຽດນາມ. ໃນຂະນະດຽວກັນ, ກໍຊຸກຍູ້ໃຫ້ວິສາຫະກິດຫວຽດນາມ ຂະຫຍາຍກິດຈະກຳຢູ່ທີ່ຕະຫຼາດລັດເຊຍ. ທາງຝ່າຍລັດເຊຍ ໄດ້ສະແດງຄວາມພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນຮ່ວມກັບຫວຽດນາມ ພາຍໃດບັນດາຂົງເຂດ ຄື: ການກໍ່ສ້າງລະບົບເກັບອາກອນເອເລັກໂຕຣນິກ ໂດຍການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ, ການຮ່ວມມືດ້ານພາສີ ແລະ ການເຊື່ອມຕໍ່ຖານຂໍ້ມູນເອເລັກໂຕຣນິກ.

ສອງຝ່າຍກໍໄດ້ມີຄວາມເປັນເອກະພາບຮ່ວມກັນ ພາຍໃດການຊຸກຍູ້ການຮ່ວມມື ພາຍໃດບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນ ຄື: ການທ່ອງທ່ຽວ, ແຮງງານ; ຄົ້ນຄວ້າບັນດາກົນໄກ, ນະໂຍບາຍທີ່ແທດເໝາະ ແນໃສ່ສ້າງເງື່ອນໄຂອັນສະດວກ ໃຫ້ແກ່ການແລກປ່ຽນແຂກທ່ອງທ່ຽວ ແລະ ການຮັບເອົາແຮງງານທີ່ມີສີມືຝີມື.

ຫວຽດນາມ ສະໜັບສະໜູນການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໂດຍສັນຕິວິທີ ຫວຽດນາມ ສະໜັບສະໜູນການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໂດຍສັນຕິວິທີ

ຍສໝ - ຫວຽດນາມ ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຢຸດຕິ​ການ​ປະ​ທະ​ກັນ​ໃນ​ທັນທີ, ບໍ່ມີການ​ກະທຳ​ທີ່​​ເຄັ່ງ​ຕຶງຂຶ້ນ, ​ໃຫ້​ບຸລິມະສິດ​ປົກປ້ອງສາມັນຊົນ ແລະ ​ພື້ນຖານ​ໂຄງ​ລ່າງ​ພົນລະ​ເຮືອນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທໍາ.

ເປີດຕົວສາຂາສະມາຄົມມິດຕະພາບ ຫວຽດນາມ -  ລັດເຊຍ ຂອງອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva ເປີດຕົວສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຂອງອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva

ຍສໝ - ​ວັນ​ທີ 15 ກຸມພາ, ຢູ່​ຮ່າ​ໂນ້ຍ ໄດ້ດຳເນີນກອງ​ປະ​ຊຸມ​ສ້າງ​ຕັ້ງ​ສາຂາ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ລັດ​ເຊຍ ຂອງອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva.

Link: https://huunghivietlao.thoidai.com.vn/detail-article-22195.html

In bài biết