13:29 | 18/06/2026

ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ

ຢາລາຍ ຜັນຂະຫຍາຍບັນດາບົດບັນທຶກຂໍ້ຕົກລົງການຮ່ວມມືປີ 2026 ຢ່າງເປັນຮູບປະທຳ ຮ່ວມກັບ ບັນດາແຂວງພາກໃຕ້ຂອງລາວ ແລະ ພາກຕາເວັນອອກສ່ຽງເໜືອຂອງກຳປູເຈຍ
ການມອບຫຼຽນກາທີ່ລະລຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ໃຫ້ແກ່ ທ່ານເອກອັກຄະລັດຖະທູດ ຮົງກາລີ

ກອງປະຊຸມສໍາມະນາ ດຶງດູດການເຂົ້າຮ່ວມ ຂອງຄະນະຜູ້ແທນຫຼາຍກວ່າ 50 ທ່ານ ທີ່ເປັນການນຳບັນດາອົງການຈັດຕັ້ງລັດຖະບານ ບຣາຊິນ, ສະມາຊິກສະພາແຫ່ງຊາດ ບຣາຊິນ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຖາບັນວິໄຈ, ມະຫາວິທະຍາໄລ, ວິສາຫະກິດ, ອົງການການທູດ, ຜູ້ຕາງໜ້າຂອງບາງລັດ ຄື: Maranhao, Goias, Amazonas, Tocantins, Ceara ພ້ອມດ້ວຍເພື່ອນມິດສາກົນ ທີ່ມີຄວາມສົນໃຈຕໍ່ກັບການຮ່ວມມືດ້ານພະລັງງານ ລະຫວ່າງ ສອງປະເທດ.

ແຜນງານກອງປະຊຸມສໍາມະນາ ລວມມີ ບັນດາວາລະນຳສະເໜີບົດປະກອບຄຳເຫັນ ແລະ ແລກປ່ຽນກ່ຽວກັບນະໂຍບາຍ, ເຕັກໂນໂລຊີ, ການລົງທຶນ ແລະ ໂອກາດການຮ່ວມມື ພາຍໃດຂົງເຂດພະລັງງານທົດແທນ, ເຊື້ອໄຟຊີວະພາບ ແລະ ການຫັນປ່ຽນເປັນສີຂຽວ.

ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ
ພາບລວມຂອງເຫດການ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບຣາຊິນ)

ກ່າວປາໄສໄຂກອງປະຊຸມສໍາມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບຣາຊິນ ບຸຍວັນຫງິ ໄດ້ສະເໜີ 4 ທິດທາງການຮ່ວມມືບຸລິມະສິດ ລະຫວ່າງ ສອງປະເທດ ລວມມີ: ການພັດທະນາເຕັກໂນໂລຊີພະລັງງານທົດແທນ ແລະ ເຊື້ອໄຟຊີວະພາບ; ການຊຸກຍູ້ກະສິກຳສີຂຽວ ແລະ ຍືນຍົງ; ການເຊື່ອມຕໍ່ການເງິນສີຂຽວ ແລະ ຕະລາດກາກບອນ; ການເພີ່ມທະວີການຮ່ວມມືທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ການອົບຮົມບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ
ທ່ານເອກອັກຄະລັດຖະທູດ ບຸຍວັນຫງິ ກ່າວປາໄສຢູ່ພາຍໃດເຫດການ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບຣາຊິນ)

ພາຍໃດບົດປະກອບຄຳເຫັນກ່ຽວກັບຕະລາດພະລັງງານທົດແທນຫວຽດນາມ, ທ່ານນາງ ຟ້າມຮົ່ງຈາງ, ທີ່ປຶກສາທູດຝ່າຍການຄ້າຫວຽດນາມ ປະຈຳ São Paulo ໃຫ້ຮູ້ວ່າ ປະເທດ ຫວຽດນາມ ພວມກ້າວຍ່າງເຂົ້າສູ່ໄລຍະແຫ່ງການພັດທະນາພະລັງງານທົດແທນຂະໜາດໃຫຍ່ ດ້ວຍຄວາມຕ້ອງການດ້ານການລົງທຶນອັນມະຫາສານ ພາຍໃດຂົງເຂດໄຟຟ້າລົມນອກຊາຍຝັ່ງ, ໄຟຟ້າແສງຕາເວັນ, ຊີວະມວນ, ລະບົບສະສົມພະລັງງານ, ຮີໂດຣແຊນສີຂຽວ ແລະ ບັນດາປະເພດເຊື້ອໄຟສະອາດ. ອີງຕາມການໃຫ້ຮູ້ຂອງທ່ານນາງ, ຫວຽດນາມ ຄາດວ່າຈຳເປັນຕ້ອງລະດົມທຶນໃຫ້ໄດ້ປະມານ 135 ຕື້ USD ເພື່ອລົງທຶນໃຫ້ແກ່ຂະແໜງໄຟຟ້າຮອດປີ 2030 ແລະ ພວມຊອກຫາບັນດາຄູ່ຮ່ວມມືສາກົນທີ່ມີບົດຮຽນປະສົບການ, ເຕັກໂນໂລຊີ ແລະ ສະມັດຖະພາບທາງດ້ານການເງິນ ເພື່ອເຂົ້າຮ່ວມພາຍໃດຂັ້ນຕອນການຫັນປ່ຽນພະລັງງານ. ທ່ານນາງໄດ້ເນັ້ນໜັກເຖິງລັກສະນະເຕີມເຕັມໃຫ້ແກ່ກັນ ລະຫວ່າງ ສອງພື້ນຖານເສດຖະກິດ ໃນຄະນະທີ່ ຫວຽດນາມ ຄອບຄອງຕະລາດພະລັງງານທີ່ພວມມີການຂະຫຍາຍຕົວຢ່າງວ່ອງໄວ ໃນຂະນະທີ່ ບຣາຊິນ ມີທ່າແຮງທາງດ້ານເຕັກໂນໂລຊີ, ບົດຮຽນປະສົບການພາຍໃດການຄຸ້ມຄອງ ແລະ ພັດທະນາເຊື້ອໄຟຊີວະພາບ, ຊຶ່ງໄດ້ເປີດຫຼາກຫຼາຍໂອກາດການຮ່ວມມືລົງທຶນ ແລະ ຖ່າຍທອດເຕັກໂນໂລຊີ ລະຫວ່າງ ວິສາຫະກິດຂອງສອງປະເທດ.

ຢູ່ພາຍໃດແຜນງານ, ທ່ານ Inácio Arruda, ອະດີດຮອງລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ສມາຊິກສະພາຕໍ່າສະຫະພັນ (ລັດ ເຊອາຣາ, ບຣາຊິນ) ໄດ້ຖືວ່າພະລັງງານແມ່ນຮາກຖານແຫ່ງການພັດທະນາ ແລະ ອະທິປະໄຕຂອງຊາດ, ໃນຂະນະດຽວກັນ ກໍໄດ້ມີການລົງທຶນຢ່າງແຂງແຮງເຂົ້າໃສ່ວິທະຍາສາດ, ເຕັກໂນໂລຊີ ແລະ ການປະຕິຮູບປະດິດສ້າງ ເພື່ອກໍ່ສ້າງໜຶ່ງພາຍໃດລະບົບພະລັງງານທີ່ສະອາດທີ່ສຸດໃນໂລກ. ເພິ່ນຖືວ່າ ຂັ້ນຕອນການຫັນປ່ຽນພະລັງງານແມ່ນຮຽກຮ້ອງໃຫ້ມີການລົງທຶນ, ການປະຕິຮູບປະດິດສ້າງເຕັກໂນໂລຊີ ແລະ ການຮ່ວມມືສາກົນຢ່າງກວ້າງຂວາງ ເລິກເຊິ່ງ, ພ້ອມທັງຢືນຢັນວ່າ ຫວຽດນາມ ແລະ ບຣາຊິນ ມີທ່າແຮງບົ່ມຊ້ອນຫຼາກຫຼາຍປະການພາຍໃດການເພີ່ມທະວີການຮ່ວມມື ຂົງເຂດພະລັງງານ, ວິທະຍາສາດ, ເຕັກໂນໂລຊີ ແລະ ການປະຕິຮູບປະດິດສ້າງ ແນໃສ່ມຸ່ງໜ້າສູ່ອະນາຄົດສີຂຽວ, ຍືນຍົງ ແລະ ສີວິໄລຮຸ່ງເຮືອງ ຂອງທັງສອງປະເທດ.

ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ
ທ່ານ Inacio Arruda, ອະດີດຮອງລັດຖະມົນຕີກະຊວງວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ, ສມາຊິກສະພາຕໍ່າສະຫະພັນ, ລັດ ເຊອາຣາ ກ່າວປາໄສຢູ່ພາຍໃດເຫດການ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບຣາຊິນ)

ທ່ານ Helberth Oliveira, ຜູ້ອຳນວຍການກຸ່ມບໍລິສັດ Coop Ethanol Brasil, ໄດ້ແນະນຳກ່ຽວກັບທ່າແຮງບົ່ມຊ້ອນການຮ່ວມມືລະຫວ່າງ ຫວຽດນາມ ແລະ ບຣາຊິນ ພາຍໃດຂົງເຂດ Ethanolແລະ ເຊື້ອໄຟຊີວະພາບ. ເພິ່ນຖືວ່າ ມັນດ້າງອຸດສາຫະກຳ ແມ່ນວັດຖຸດິບອັນໜຶ່ງທີ່ມີວິໄສທັດອັນກວ້າງຂວາງ ສາມາດຮັບໃຊ້ໃຫ້ແກ່ການຜະລິດເອທາໂນນ ດ້ວຍສະມັດຖະພາບອັນສູງ, ຮອບວຽນການຜະລິດສັ້ນ ແລະ ແທດເໝາະກັບຮູບແບບກະສິກຳຄອບຄົວ. ເພິ່ນໄດ້ສະເໜີໃຫ້ສອງຝ່າຍຮ່ວມກັນວິໄຈ ກໍ່ສ້າງບັນດາໂຄງການທົດລອງ ວ່າດ້ວຍການຜະລິດເຊື້ອໄຟຊີວະພາບຈາກມັນດ້າງອຸດສາຫະກຳ, ໂດຍຜ່ານນັ້ນກໍສ້າງເປັນຫ່ວງໂສ້ຄຸນຄ່າໃໝ່ ກ່ຽວກັບພະລັງງານຊີວະພາບ ແລະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຢູ່ທີ່ບັນດາເຂດຊົນນະບົດ ຂອງທັງ ຫວຽດນາມ ແລະ ບຣາຊິນ.

ເນື່ອງພາຍໃດໂອກາດນີ້, ທ່ານເຈົ້ານະຄອນ Davinopolis, ລັດ Maranhão, ກໍໄດ້ເຂົ້າຮ່ວມ ແລະ ກ່າວປາໄສຢູ່ພາຍໃດເຫດການ. ເພິ່ນໃຫ້ຮູ້ວ່າ ທາງນະຄອນພວມກະກຽມຈັດຕັ້ງຄະນະປະຕິບັດງານ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດ ຫວຽດນາມ ພາຍໃດໄລຍະເວລາຕໍ່ໜ້າ, ແນໃສ່ຊອກຮູ້ຕະລາດ, ຊຸກຍູ້ການເຊື່ອມຕໍ່ຄູ່ຮ່ວມມື ແລະ ແລກປ່ຽນໂອກາດການຮ່ວມມືຢູ່ບົນຫຼາກຫຼາຍຂົງເຂດ, ພາຍໃດນັ້ນມີຂົງເຂດພະລັງງານທົດແທນ.

ການເປີດກວ້າງຂອບເຂດການຮ່ວມມືດ້ານພະລັງງານທົດແທນ ລະຫວ່າງ ຫວຽດນາມ ແລະ ບຣາຊິນ
ທ່ານເຈົ້ານະຄອນ Davinopolis ກ່າວປາໄສຢູ່ພາຍໃດເຫດການ. (ພາບ: ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບຣາຊິນ)

ຜູ້ຕາງໜ້າຈາກວົງການວິຊາການ ບຣາຊິນ, ສາດສະດາຈານ ຟາບີອາໂນ ດິສຄອນຊີ ວິລເນີ (Fabiano Disconzi Wildner) ສັງກັດມະຫາວິທະຍາໄລສະຫະພັນ ຣີໂອ ກຣານເດ ໂດ ຊູລ (UFRGS) ໄດ້ແນະນຳກ່ຽວກັບສະມັດຖະພາບການວິໄຈຂອງ UFRGS ພາຍໃດບັນດາຂົງເຂດພະລັງງານທົດແທນ, ການຫັນເປັນອັດຕະໂນມັດ ແລະ ການປະຕິຮູບປະດິດສ້າງເຕັກໂນໂລຊີ. ທ່ານສາດສະດາຈານ ໄດ້ເນັ້ນໜັກເຖິງທ່າແຮງບົ່ມຊ້ອນພາຍໃດການພັດທະນາພະລັງງານລົມ, ພະລັງງານແສງຕາເວັນ, ຊີວະມວນ ແລະ ກາສຊີວະພາບ ຢູ່ທີ່ພາກໃຕ້ຂອງ ບຣາຊິນ, ໃນຂະນະດຽວກັນ ກໍໄດ້ແນະນຳໂຄງການ “Ventos de Libra” ໂດຍແມ່ນ UFRGS ປະສານງານຮ່ວມກັບ Petrobras ຜັນຂະຫຍາຍ ແນໃສ່ວິໄຈທ່າແຮງບົ່ມຊ້ອນໄຟຟ້າລົມນອກຊາຍຝັ່ງ ຢູ່ເຂດກ່ອນຊັ້ນເກືອ (Pre-salt) ຂອງບຣາຊິນ. ທ່ານສາດສະດາຈານ ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກເພີ່ມທະວີການຮ່ວມມື ຮ່ວມກັບ ບັນດາສະຖາບັນການສຶກສາອົບຮົມ ແລະ ວິໄຈຂອງຫວຽດນາມ ໂດຍຜ່ານບັນດາແຜນງານແລກປ່ຽນທາງດ້ານວິຊາການ, ການຮ່ວມມືວິໄຈ ແລະ ການພັດທະນາເຕັກໂນໂລຊີ ພາຍໃດຂົງເຂດພະລັງງານທົດແທນ.

ຢູ່ພາຍໃດວາລະສົນທະນາ, ບັນດາຜູ້ແທນໄດ້ຕີລາຄາວ່າ ຫວຽດນາມ ແລະ ບຣາຊິນ ມີທ່າແຮງບົ່ມຊ້ອນຫຼາກຫຼາຍປະການທີ່ສາມາດເຕີມເຕັມໃຫ້ແກ່ກັນ ພາຍໃດຂົງເຂດພະລັງງານທົດແທນ, ເຊື້ອໄຟຊີວະພາບ, ກະສິກຳສີຂຽວ, ເຕັກໂນໂລຊີສະພາບແວດລ້ອມ ແລະ ການເງິນດ້ານສະພາບພູມອາກາດ. ຫຼາກຫຼາຍຄວາມຄິດເຫັນໄດ້ສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ ລະຫວ່າງ ບັນດາອົງການຄຸ້ມຄອງ, ວິສາຫະກິດ, ສະຖາບັນວິໄຈ ແລະ ມະຫາວິທະຍາໄລຂອງສອງປະເທດ ແນໃສ່ຫັນທ່າແຮງບົ່ມຊ້ອນໃຫ້ກາຍເປັນບັນດາໂຄງການຮ່ວມມືຕົວຈິງພາຍໃດໄລຍະຕໍ່ໜ້າ.

ມອບໂອກາດໃຫ້ແມ່ຍິງກາຍເປັນແຮງຂັບເຄື່ອນແຫ່ງການເຕີບໂຕສີຂຽວ ມອບໂອກາດໃຫ້ແມ່ຍິງກາຍເປັນແຮງຂັບເຄື່ອນແຫ່ງການເຕີບໂຕສີຂຽວ

ຍສໝ - ພາຍໃດສະພາບການທີ່ ປະເທດ ຫວຽດນາມ ພວມຍູ້ແຮງການຫັນປ່ຽນເປັນດິຈິຕອນ, ການຫັນປ່ຽນເປັນສີຂຽວ ແລະ ການພັດທະນາເສດຖະກິດເອກະຊົນ, ແມ່ຍິງນັບມື້ນັບໄດ້ຢືນຢັນບົດບາດເປັນກຳລັງອັນສຳຄັນ. ເຖິງຢ່າງໃດກໍຕາມ, ເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນທັງໝົດທີ່ມີ, ຈຳເປັນຕ້ອງໄດ້ແກ້ໄຂບັນດາສິ່ງກີດຂວາງ ເພື່ອໃຫ້ແມ່ຍິງກາຍເປັນແຮງຂັບເຄື່ອນແຫ່ງການເຕີບໂຕສີຂຽວ ແລະ ການພັດທະນາທີ່ຍືນຍົງຢ່າງແທ້ຈິງ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030 ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030

ຍສໝ - ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ທີ່ນະຄອນ ຫາຍຟ່ອງ, ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວ ໄດ້ຮ່ວມກັນຈັດຕັ້ງ ກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກວ້າງ ຄັ້ງທີ 7.

Link: https://huunghivietlao.thoidai.com.vn/detail-article-22184.html

In bài biết