00:00 | 15/06/2026

ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ

ກະຊວງການເງິນ ຫວຽດນາມ - ລາວ ເຊັນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030
ພຸດທະສາສະໜາ ປະກອບສ່ວນເພີ່ມທະວີສາຍພົວພັນອັນພິເສດ ຫວຽດນາມ - ລາວ
ຫວຽດນາມ-ລາວ ເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ
ກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດ-ລາວ ຄັ້ງທີ 5 (ປີ 2022). (ພາບ: ກະຊວງຍຸຕິທຳ)

ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ຮັດແໜ້ນ, ເພີ່ມທະວີການຮ່ວມມືດ້ານກົດໝາຍ, ຍຸຕິທຳ, ປະກອບສ່ວນເຮັດໃຫ້ສາຍພົວພັນ "ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ການຜູກພັນຍຸດທະສາດ" ລະຫວ່າງ ຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ທາງເລິກ.

ພາຍໃດໄລຍະເວລາເຮັດວຽກຢູ່ ປະເທດ ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ກະຊວງຍຸຕິທຳລາວ ຈະເຂົ້າຢ້ຽມຄຳນັບ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ຄາດວ່າຈະເຂົ້າຢ້ຽມຄຳນັບ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ເຫຼົ່ານີ້ແມ່ນບັນດາກິດຈະກຳດ້ານການຕ່າງປະເທດອັນສຳຄັນ, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງການນຳຂັ້ນສູງສອງປະເທດ ຕໍ່ກັບການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ.

ຈຸດພົ້ນເດັ່ນຂອງການເດີນທາງມາຢ້ຽມຢາມຄັ້ງນີ້ ແມ່ນວາລະເຈລະຈາລະຫວ່າງ ທ່ານລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຮວ່າງແທັງຕຸ່ງ ແລະ ທ່ານລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ຢູ່ທີ່ສຳນັກງານກະຊວງຍຸຕິທຳ ຫວຽດນາມ.

ສອງຝ່າຍຄາດວ່າຈະແລກປ່ຽນບັນດາມາດຕະການ ແນໃສ່ຍົກສູງປະສິດທິຜົນການຜັນຂະຫຍາຍ ບົດບັນທຶກຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງກະຊວງຍຸຕິທຳ ໄລຍະປີ 2026-2030 ທີ່ໄດ້ລົງນາມໃນວັນທີ 1 ທັນວາ 2025 ແລະ ແຜນງານການຮ່ວມມືປີ 2026 ທີ່ໄດ້ລົງນາມໃນວັນທີ 5 ກຸມພາ 2026.

ພາຍໃດຂອບເຂດການປະຕິບັດງານ, ຄະນະຜູ້ແທນກະຊວງຍຸຕິທຳລາວ ກໍຈະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ມະຫາວິທະຍາໄລກົດໝາຍຮ່າໂນ້ຍ ແນໃສ່ເພີ່ມທະວີການຮ່ວມມືດ້ານການອົບຮົມ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານກົດໝາຍລະຫວ່າງສອງປະເທດ, ພ້ອມທັງພົບປະຮ່ວມກັບບັນດານັກສຶກສາລາວ ທີ່ພວມສຶກສາຮ່ຳຮຽນຢູ່ ປະເທດ ຫວຽດນາມ.

ພາຍຫຼັງບັນດາກິດຈະກຳຢູ່ທີ່ ຮ່າໂນ້ຍ, ຄະນະຜູ້ແທນຈະເຂົ້າຮ່ວມກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ-ລາວ ເປີດກວ້າງ ຄັ້ງທີ 7 ຢູ່ທີ່ນະຄອນ ຫາຍຟ່ອງ (Hải Phòng). ກອງປະຊຸມແມ່ນມີການເຂົ້າຮ່ວມຂອງການນຳ ກະຊວງຍຸຕິທຳຂອງສອງປະເທດ, ຕົວແທນຂອງບັນດາອົງການຈັດຕັ້ງສູນກາງທີ່ກ່ຽວຂ້ອງ ພ້ອມກັບການນຳພະແນກຍຸຕິທຳ, ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພ່ງ ຂອງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມ ຫຼື ມີສາຍພົວພັນແຮກສ່ຽວລະຫວ່າງສອງປະເທດ.

ກອງປະຊຸມແມ່ນເວທີປາໄສ ເພື່ອໃຫ້ສອງຝ່າຍຮ່ວມກັນຕີລາຄາວຽກງານການຈັດຕັ້ງປະຕິບັດ ບົດສະຫຼຸບກອງປະຊຸມຄັ້ງທີ 6 ທີ່ໄດ້ຈັດຂຶ້ນຢູ່ ປະເທດ ລາວ ພາຍໃດປີ 2024, ພ້ອມກັນນັ້ນກໍສະເໜີບັນດາມາດຕະການເພີ່ມທະວີການປະສານງານ ລະຫວ່າງ ບັນດາອົງການຍຸຕິທຳທ້ອງຖິ່ນພາຍໃດໄລຍະຕໍ່ໜ້າ.

ບັນດາເນື້ອໃນການປຶກສາຫາລື ແມ່ນມຸ່ງໜ້າສູ່ການຍົກສູງປະສິດທິຜົນການຮ່ວມມືດ້ານກົດໝາຍ, ຍຸຕິທຳ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ລະບຽບຮຽບຮ້ອຍ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ ຢູ່ເຂດຊາຍແດນ ຫວຽດນາມ-ລາວ.

ບັນດາຜູ້ແທນຂອງສອງປະເທດ ຍັງຈະໄດ້ເຂົ້າຮ່ວມບັນດາກິດຈະກຳແລກປ່ຽນທາງດ້ານກິລາ, ການທັດສະນະສຶກສາ ແລະ ການແລກປ່ຽນວັດທະນະທຳຢູ່ທີ່ ຫາຍຟ່ອງ, ໂດຍຜ່ານນັ້ນກໍເພີ່ມທະວີຄວາມຜູກພັນລະຫວ່າງຖັນແຖວພະນັກງານຂະແໜງຍຸຕິທຳຂອງສອງປະເທດ ແລະ ພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະຊາຊົນ ຫວຽດນາມ ແລະ ລາວ…

ຫວຽດນາມ - ລາວ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ ຫວຽດນາມ - ລາວ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ

ຍສໝ - ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງມິງ (Tran Hong Minh) ໄດ້ມີວາລະການເຈລະຈາຂັ້ນສູງສອງຝ່າຍ ຮ່ວມກັບ ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ເຫຼັກໄຫຼ ສີວິໄລ ເພື່ອແນໃສ່ແລກປ່ຽນບັນດາເນື້ອໃນການຮ່ວມມື ພາຍໃນຂົງເຂດການກໍ່ສ້າງ ແລະ ຄົມມະນາຄົມຂົນສົ່ງ ລະຫວ່າງສອງປະເທດ.

ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ...

Link: https://huunghivietlao.thoidai.com.vn/detail-article-22171.html

In bài biết