14:12 | 11/06/2026

ເພື່ອນມິດສາກົນຕີລາຄາສູງຕໍ່ບົດບາດຂອງ ປະເທດ ຫວຽດນາມ ພາຍໃດການກຳນົດທິດທາງອະນາຄົດຂອງ ASEAN

ປະເທດ ໄທ ຊຸກຍູ້ການຫັນບັນດາຂໍ້ຕົກລົງຮ່ວມມືຮ່ວມກັບ ຫວຽດນາມ ໃຫ້ເປັນຮູບປະທຳ
ປະເທດ ຫວຽດນາມ ສະເໜີໃຫ້ ຍີ່ປຸ່ນ ມຸ່ງໜ້າສູ່ການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ຫວຽດນາມ

ອີງຕາມ ບົດລາຍງານຂອງ ໜັງສືພິມຕ໋ຽນຟອງ ແລ້ວ, ທ່ານເອກອັກຄະລັດຖະທູດການາດາ ປະຈຳ ປະເທດ ຫວຽດນາມ Jim Nickel ຖືວ່າ, ສານກ່ຽວກັບສັນຕິພາບ, ຄວາມວັດທະນາຖາວອນ ແລະ ອະນາຄົດທີ່ເອົາມະນຸດເປັນສູນກາງ ແມ່ນມີຄວາມໝາຍສຳຄັນເປັນພິເສດ ພາຍໃດສະພາບການປັດຈຸບັນ. ຕາມທ່ານແລ້ວ, ASEAN ໃນນາມເປັນປະຊາຄົມພາກພື້ນ ແມ່ນສາມາດປະກອບສ່ວນຢ່າງຕັ້ງໜ້າ ບໍ່ພຽງແຕ່ໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງພາກພື້ນເທົ່ານັ້ນ ແຕ່ຍັງລວມເຖິງທົ່ວໂລກອີກດ້ວຍ.

ອີງຕາມທ່ານເອກອັກຄະລັດຖະທູດ Jim Nickel, ການທີ່ ASEAN ແລະ ການາດາ ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດ ແມ່ນຂີດໝາຍແຫ່ງກ້າວຂະຫຍາຍຕົວອັນສຳຄັນ ພາຍຫຼັງເກືອບ 50 ປີ ທີ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນການເຈລະຈາຮ່ວມກັນ. ທ່ານຖືວ່າ ພື້ນຖານຂອງສາຍພົວພັນນີ້ ແມ່ນບັນດາຄຸນຄ່າ ແລະ ຜົນປະໂຫຍດຮ່ວມກັນ, ກໍຄືວິທີການເຂົ້າເຖິງທີ່ມີຄວາມຄ້າຍຄືກັນ ຕໍ່ກັບບັນດາບັນຫາສາກົນ.

ທ່ານເອກອັກຄະລັດຖະທູດການາດາ ໄດ້ເນັ້ນໜັກວ່າ ປັດຈຸບັນໂລກພວມປະເຊີນໜ້າກັບການເພີ່ມທະວີການແຂ່ງຂັນທາງດ້ານພູມສາດການເມືອງ, ທ່າອ່ຽງການແຕກແຍກທາງດ້ານເສດຖະກິດ ແລະ ການເສື່ອມຖອຍຂອງບັນດາກົດລະບຽບ, ມາດຕະຖານ ກໍຄືບັນດາສະຖາບັນພຫຸພາຄີ. ພາຍໃດສະພາບການດັ່ງກ່າວນັ້ນ, ບັນດາເວທີປາໄສ ຄື ເວທີປາໄສອະນາຄົດ ASEAN ແມ່ນມີຄວາມໝາຍເປັນພິເສດ ພາຍໃດການຊອກຫາສຽງເວົ້າຮ່ວມກັນ ແລະ ຊຸກຍູ້ການຮ່ວມມືສາກົນ.

ເພື່ອນມິດສາກົນຕີລາຄາສູງຕໍ່ບົດບາດຂອງ ປະເທດ ຫວຽດນາມ ພາຍໃດການກຳນົດທິດທາງອະນາຄົດຂອງ ASEAN
ທ່ານເອກອັກຄະລັດຖະທູດການາດາ ປະຈຳ ປະເທດ ຫວຽດນາມ Jim Nickel.

ທ່ານຍັງໄດ້ເນັ້ນຢ້ຳວ່າ, ຄຽງຄູ່ກັບບັນດາໂອກາດທີ່ເຕັກໂນໂລຊີ ແລະ ປັນຍາປະດິດນຳມານັ້ນ, ປະຊາຄົມສາກົນຈຳເປັນຕ້ອງຮັບປະກັນໃຫ້ບັນດາເຕັກໂນໂລຊີໃໝ່ ໄດ້ຮັບການນຳໃຊ້ເພື່ອຮັບໃຊ້ຜົນປະໂຫຍດຂອງມະນຸດ.

ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈຳ ປະເທດ ຫວຽດນາມ Olivier Brochet ກໍໄດ້ຮັບຮູ້ວ່າ ເວທີປາໄສອະນາຄົດ ASEAN ພວມຄ່ອຍໆກາຍເປັນເຫດການດ້ານການຕ່າງປະເທດອັນສຳຄັນຂອງພາກພື້ນ. ພາຍໃດສະພາບການທີ່ບັນດາວິກິດການສາກົນ ນັບຕັ້ງແຕ່ເອີຣົບ ໄປຮອດຫຼາກຫຼາຍພາກພື້ນອື່ນໆ ພວມເຮັດໃຫ້ຄວາມບໍ່ສະຖຽນລະພາບທົ່ວໂລກເພີ່ມທະວີຂຶ້ນ, ບັນດາສານກ່ຽວກັບການຮ່ວມມື, ການເປີດກວ້າງ ແລະ ສະຖຽນລະພາບ ທີ່ໄດ້ສົ່ງອອກມາຈາກ ASEAN ແມ່ນມີຄວາມໝາຍສຳຄັນເປັນພິເສດ ຕໍ່ກັບປະຊາຊົນ ກໍຄືການຂະຫຍາຍຕົວຂອງພາກພື້ນ.

ເພື່ອນມິດສາກົນຕີລາຄາສູງຕໍ່ບົດບາດຂອງ ປະເທດ ຫວຽດນາມ ພາຍໃດການກຳນົດທິດທາງອະນາຄົດຂອງ ASEAN
ທ່ານເອກອັກຄະລັດຖະທູດຟິລິບປິນ ປະຈຳ ປະເທດ ຫວຽດນາມ Francisco Noel R. Fernandez III. (ພາບ: VOV).

ແບ່ງປັນໃນ VOV, ທ່ານເອກອັກຄະລັດຖະທູດຟິລິບປິນ ປະຈຳ ປະເທດ ຫວຽດນາມ Francisco Noel R. Fernandez III ຖືວ່າ AFF ແມ່ນຂໍ້ລິເລີ່ມທີ່ມີຄວາມໝາຍ ເມື່ອໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາທ່າອ່ຽງ ແລະ ໂອກາດໃນອະນາຄົດຂອງ ASEAN. ຕາມທ່ານແລ້ວ, ໃນຂະນະທີ່ ASEAN ພວມກຽມຮັບເອົາ Timor-Leste ເຂົ້າເປັນສະມາຊິກທີ 11, ການຮ່ວມກັນປຶກສາຫາລືກ່ຽວກັບວິໄສທັດການພັດທະນາຂອງສະມາຄົມພາຍໃດ 10-20 ປີຕໍ່ໜ້າ ແມ່ນມີຄວາມຈຳເປັນຢ່າງຍິ່ງ. ທ່ານຕີລາຄາວ່າ ເວທີປາໄສດັ່ງກ່າວ ໄດ້ຊ່ວຍເພີ່ມທະວີຄວາມມີປະສິດທິຜົນໃຫ້ແກ່ບັນດາກົນໄກການຮ່ວມມືທີ່ມີຢູ່ໃນປັດຈຸບັນຂອງ ASEAN ໂດຍການມຸ່ງເນັ້ນຄວາມເອົາໃຈໃສ່ເຂົ້າໃສ່ບັນດາສິ່ງທ້າທາຍ ແລະ ໂອກາດໃນໄລຍະຍາວ.

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບ (EU) ປະຈຳ ປະເທດ ຫວຽດນາມ Julien Guerrier ຕີລາຄາວ່າ ບັນດາສານທີ່ໄດ້ຍົກຂຶ້ນຢູ່ພາຍໃດເວທີປາໄສ ແມ່ນໄດ້ສະແດງໃຫ້ເຫັນເຖິງວິໄສທັດທີ່ມຸ່ງໜ້າສູ່ອະນາຄົດ, ເປັນພິເສດແມ່ນເປົ້າໝາຍການກໍ່ສ້າງບັນດາສູນປະດິດສ້າງໃໝ່ ແລະ ການຮ່ວມກັນກຳນົດທິດທາງບັນດາມາດຕະຖານສຳລັບໂລກ ທີ່ຈະສືບຕໍ່ດຳເນີນໄປບົນພື້ນຖານກົດໝາຍສາກົນ.

ແບ່ງປັນທັດສະນະທີ່ຄ້າຍຄືກັນໃນ TTXVN, ທ່ານນາງ ໂຕນທິຫງອກເຮຶອງ ຫົວໜ້າຄະນະຜູ້ແທນ ປະເທດ ຫວຽດນາມ ປະຈຳ ASEAN ໄດ້ຮັບຮູ້ວ່າ AFF ໄດ້ກາຍເປັນຂໍ້ລິເລີ່ມດ້ານການຕ່າງປະເທດທີ່ໜ້າສົນໃຈ, ເຊິ່ງສະທ້ອນໃຫ້ເຫັນເຖິງວິວັດທະນາການແຫ່ງການຫັນປ່ຽນຂອງ ປະເທດ ຫວຽດນາມ ຈາກການເປັນສະມາຊິກທີ່ເຂົ້າຮ່ວມຢ່າງຕັ້ງໜ້າ ກາຍມາເປັນປະເທດທີ່ມີການປະກອບສ່ວນເຂົ້າໃສ່ການສ້າງວາລະກອງປະຊຸມຍຸດທະສາດຂອງ ASEAN. ຕາມທ່ານນາງແລ້ວ, ສິ່ງນີ້ໄດ້ປະກອບສ່ວນເຂົ້າໃສ່ການຮັດແໜ້ນບົດບາດໃຈກາງຂອງ ASEAN ກໍຄືການຊຸກຍູ້ການເຈລະຈາພາຍໃດສະພາບການແຂ່ງຂັນທາງດ້ານພູມສາດການເມືອງທີ່ນັບມື້ນັບເພີ່ມທະວີຂຶ້ນ.

ຈາກມຸມມອງຂອງຄູ່ຮ່ວມມືນອກພາກພື້ນ, ທ່ານຮອງເອກອັກຄະລັດຖະທູດເບລາຣຸດ ປະຈຳ ປະເທດ ຫວຽດນາມ Oleg Shloma ໄດ້ຕີລາຄາສູງຕໍ່ກັບວິທີການເຂົ້າເຖິງແບບເປັນເຈົ້າການຂອງ ປະເທດ ຫວຽດນາມ ພາຍໃດການຊຸກຍູ້ການເຈລະຈາ ແລະ ການສ້າງຕັ້ງຄວາມໄວ້ເນື້ອເຊື່ອໃຈ. ທ່ານຖືວ່າ AFF ໄດ້ສ້າງຂອບເຂດເພື່ອໃຫ້ບັນດາປະເທດຊອກຫາຜົນປະໂຫຍດຮ່ວມກັນ, ຮັດແຄບຄວາມແຕກຕ່າງ ແລະ ປຶກສາຫາລືກ່ຽວກັບທາງອອກສຳລັບບັນດາສິ່ງທ້າທາຍທົ່ວໂລກ ໂດຍຜ່ານການເຈລະຈາ ແທນທີ່ຈະແມ່ນການປະເຊີນໜ້າກັນ. ຕາມທ່ານແລ້ວ, ນີ້ແມ່ນການປະກອບສ່ວນຕົວຈິງຂອງ ປະເທດ ຫວຽດນາມ ຕໍ່ກັບຄວາມພະຍາຍາມເພີ່ມທະວີການຮ່ວມມື ແລະ ການຮັກສາສັນຕິພາບ, ສະຖຽນລະພາບພາຍໃດພາກພື້ນ ກໍຄືໃນທົ່ວໂລກ.

ໃນຂະນະດຽວກັນ, ຝ່າຍລາວກໍໄດ້ຮັບຮູ້ເຖິງບັນດາການປະກອບສ່ວນຂອງ ປະເທດ ຫວຽດນາມ ຕໍ່ກັບວິວັດທະນາການແຫ່ງການຮ່ວມມື ASEAN ບາງ. ຕົວແທນຂອງກະຊວງການຕ່າງປະເທດລາວ ໄດ້ຢືນຢັນວ່າ ປະເທດ ຫວຽດນາມ ໄດ້ແລະພວມມີບົດບາດອັນສຳຄັນພາຍໃດການຊຸກຍູ້ການຮ່ວມມື, ເພີ່ມທະວີຄວາມສາມັກຄີພາຍໃດກຸ່ມ ແລະ ຮັດແໜ້ນຈິດໃຈແຫ່ງຄວາມຮັບຜິດຊອບຮ່ວມກັນຂອງບັນດາປະເທດສະມາຊິກ. ພ້ອມກັນນັ້ນ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ຄຽງຄູ່ກັບບັນດາຂໍ້ລິເລີ່ມທີ່ມີລັກສະນະສ້າງສັນຂອງ ປະເທດ ຫວຽດນາມ ແລະ ບັນດາປະເທດສະມາຊິກ, ASEAN ຈະສືບຕໍ່ຂະຫຍາຍຕົວເປັນປະຊາຄົມທີ່ເຂັ້ມແຂງ, ມີສຽງເວົ້າທີ່ນັບມື້ນັບມີຄວາມສຳຄັນຢູ່ບົນເວທີສາກົນ.

ບັນດາການຕີລາຄາໃນທາງບວກຈາກບັນດາທ່ານເອກອັກຄະລັດຖະທູດ ແລະ ນັກການທູດສາກົນ ໄດ້ສະແດງໃຫ້ເຫັນເຖິງການຮັບຮູ້ຕໍ່ກັບບັນດາການປະກອບສ່ວນທີ່ນັບມື້ນັບສະແດງໃຫ້ເຫັນຢ່າງຈະແຈ້ງຂອງ ປະເທດ ຫວຽດນາມ ພາຍໃດ ASEAN ພາຍຫຼັງ 30 ປີແຫ່ງການເຂົ້າຮ່ວມສະມາຄົມ. ໂດຍຜ່ານບັນດາຂໍ້ລິເລີ່ມຄື AFF, ປະເທດ ຫວຽດນາມ ໄດ້ສືບຕໍ່ຢືນຢັນບົດບາດເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃສ່ການກຳນົດທິດທາງການພັດທະນາຂອງ ASEAN ພາຍໃດໄລຍະໃໝ່.

ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ

ຍສໝ - ວັນທີ 17 ເມສາ, ໃນການເຮັດວຽກລະຫວ່າງ ເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກັບ ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ ອາກຊັງຕິນ ທ່ານ ປາໂບຼ ກີໂນ (Pablo Quirno) ຢູ່ທີ່ນະຄອນຫຼວງ ບົວໂນສໄອເຣສ (Buenos Aires), ...

ໄຊຊະນະໃນວັນທີ 30 ເມສາ 1975 ແມ່ນໄຊຊະນະລວມຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ ໄຊຊະນະໃນວັນທີ 30 ເມສາ 1975 ແມ່ນໄຊຊະນະລວມຂອງ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ

ຍສໝ - ສິ່ງສຳຄັນທີ່ພາໄປເຖິງໄຊຊະນະໃນວັນທີ 30 ເມສາ 1975 ແມ່ນມີການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ສືບທອດພາລະກິດຂອງປະທານໂຮ່ຈີມິນ, ນຳການປະຕິວັດຫວຽດນາມ ຍາດເອົາໄຊຊະນະ. ໄຊຊະນະໃນວັນທີ 30 ເມສາ 1975 ຍັງໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະການຮ່ວມສໍາພັນສູ້ຮົບລະຫວ່າງ 3 ປະເທດອິນດູຈີນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ

Link: https://huunghivietlao.thoidai.com.vn/detail-article-22160.html

In bài biết