16:27 | 08/06/2026

ເອົາຄວາມເພິ່ງພໍໃຈຂອງປະຊາຊົນ ເປັນໄມ້ຫຼາຕີລາຄາປະສິດທິຜົນການເຄື່ອນໄຫວຂອງແນວໂຮມ

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ: ລາວ ໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນກັບ ຫວຽດນາມ
ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ

ບົດປາໄສຊີ້ນຳຢູ່ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ແນວໂຮມປະເທດຊາດຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ: "ແນວໂຮມຕ້ອງເອົາປະຊາຊົນເປັນສູນກາງພາຍໃດທຸກໆການເຄື່ອນໄຫວ"; "ທັງຕ້ອງນຳເອົາແນວທາງອັນຖືກຕ້ອງຂອງພັກ, ນະໂຍບາຍອັນຖືກຕ້ອງຂອງລັດ ໄປເຖິງຖັນແຖວປະຊາຊົນ, ທັງຕ້ອງນຳເອົາສຽງເວົ້າ, ຄວາມມຸ່ງມາດປາດຖະໜາ, ຂໍ້ລິເລີ່ມ, ຄວາມຄັງແຄ້ນອັນຊອບທຳຂອງປະຊາຊົນ ມາສະເໜີຕໍ່ພັກ ແລະ ລັດ".

ກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ກຳນົດວ່າ: "ປະຊາຊົນແມ່ນສູນກາງ, ແມ່ນເຈົ້າການ, ແມ່ນຄາດໝາຍ ແລະ ແມ່ນກຳລັງຂັບເຄື່ອນຂອງການປ່ຽນແປງໃໝ່ວຽກງານແນວໂຮມ". ເມື່ອທຽບໃສ່ກັບບັນດາວາລະດຳລົງຕຳແໜ່ງທີ່ຜ່ານມາ, ຄວາມຮຽກຮ້ອງຕ້ອງການນີ້ແມ່ນໄດ້ຮັບການຫັນເປັນຮູບປະທຳຢ່າງຈະແຈ້ງກວ່າເກົ່າ ໂດຍຜ່ານບັນດາດັດສະນີທີ່ຕິດພັນໂດຍກົງກັບສິດການມີສ່ວນຮ່ວມ, ສິດການຕິດຕາມກວດກາ ແລະ ລະດັບການໄດ້ຮັບຜົນປະໂຫຍດຂອງປະຊາຊົນ. ບັນດາເນື້ອໃນ ເປັນຕົ້ນແມ່ນ "ເດືອນຮັບຟັງສຽງປະຊາຊົນ", "ປະຕູຂໍ້ມູນແນວໂຮມດີຈີຕອນ" ຫຼື ຊຸດດັດສະນີຄວາມເຊື່ອໝັ້ນທາງສັງຄົມ ໄດ້ສະແດງໃຫ້ແຫັນວ່າ ຈຸດສຸມຂອງວາລະດຳລົງຕຳແໜ່ງໃໝ່ ແມ່ນບໍ່ໄດ້ນອນຢູ່ບ່ອນການຈັດຕັ້ງກິດຈະກຳເພີ່ມເຕີມ, ແຕ່ຫາກແມ່ນການເຮັດໃຫ້ສຽງເວົ້າຂອງປະຊາຊົນໄດ້ຮັບການຮັບຟັງຢ່າງຄົບຖ້ວນກວ່າເກົ່າ ແລະ ໄດ້ຮັບການຕອບສະໜອງຢ່າງມີປະສິດທິຜົນກວ່າເກົ່າ.

ເອົາຄວາມເພິ່ງພໍໃຈຂອງປະຊາຊົນ ເປັນໄມ້ຫຼາຕີລາຄາປະສິດທິຜົນການເຄື່ອນໄຫວຂອງແນວໂຮມ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ກ່າວປາໄສຊີ້ນຳກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ XI. (ພາບ: ໜັງສືພິມລັດຖະບານ)

ບົດລາຍງານການເມືອງທີ່ນຳສະເໜີຕໍ່ກອງປະຊຸມໃຫຍ່ ໄດ້ເບິ່ງບັນຫາຢ່າງກົງໄປກົງມາຕໍ່ກັບບາງຂໍ້ຈຳກັດພາຍໃດວາລະດຳລົງຕຳແໜ່ງທີ່ຜ່ານມາ: ວຽກງານການກຳແໜ້ນສະພາບການຂອງປະຊາຊົນຢູ່ບາງບ່ອນ ບາງຄັ້ງຍັງມີຄວາມຕັ້ງຮັບ, ບໍ່ທັນການ; ຍັງບໍ່ທັນມີມາດຕະການລົງໂທດທີ່ເຂັ້ມແຂງພຽງພໍ ຕໍ່ກັບບັນດາອົງການຈັດຕັ້ງທີ່ບໍ່ທັນຕອບສະໜອງຄຳສະເໜີແນະພາຍຫຼັງການຕິດຕາມກວດກາ, ວິພາກວິຈານສັງຄົມ. ບົດລາຍງານຍັງໄດ້ຊີ້ແຈ້ງວ່າ ກົດລະບຽບວ່າດ້ວຍສິດເປັນເຈົ້າຂອງປະຊາຊົນ ແມ່ນຍັງບໍ່ທັນໄດ້ຮັບການຫັນເປັນກົດໝາຍຢ່າງຄົບຖ້ວນ, ບາງຄັ້ງ ບາງບ່ອນກໍຍັງມີການລະເມີດ.

ຈາກພາກປະຕິບັດຕົວຈິງດັ່ງກ່າວນັ້ນ, ວາລະດຳລົງຕຳແໜ່ງປີ 2026-2031 ໄດ້ວາງຄວາມຮຽກຮ້ອງຕ້ອງການພາຍໃດການປ່ຽນແປງໃໝ່ຮູບແບບການເຄື່ອນໄຫວຂອງແນວໂຮມ ຕາມທິດທາງການໃກ້ຊິດຕິດແທດກັບປະຊາຊົນກວ່າເກົ່າ, ໃກ້ຊິດ ກັບຮາກຖານກວ່າເກົ່າ, ເປີດກວ້າງການເຈລະຈາ ແລະ ຍົກສູງຄວາມຮັບຜິດຊອບພາຍໃດການຕອບສະໜອງຕໍ່ກັບບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ.

ເປີດກວ້າງພື້ນທີ່ເພື່ອໃຫ້ປະຊາຊົນເຂົ້າມີສ່ວນຮ່ວມ

ພາຍໃດໂຄງສ້າງການເຄື່ອນໄຫວພາຍໃດວາລະດຳລົງຕຳແໜ່ງປີ 2026-2031, ໃນແຕ່ລະປີ 100% ຂອງແນວໂຮມປະເທດຊາດຫວຽດນາມແຕ່ລະຂັ້ນ ຕ້ອງຈັດຕັ້ງ "ເດືອນຮັບຟັງສຽງປະຊາຊົນ". ຄຽງຄູ່ກັນນັ້ນ, 100% ຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາອົງການຈັດຕັ້ງສະມາຊິກ ຕ້ອງຜັນຂະຫຍາຍ "ປະຕູຂໍ້ມູນແນວໂຮມດີຈີຕອນ" ເພື່ອຮັບຄຳສະເໜີແນະຕະຫຼອດ 24/7; ສູ້ຊົນໃຫ້ 100% ຂອງຕາແສງ, ແຂວງ ສ້າງຕັ້ງໜ້າເຄືອຂ່າຍສັງຄົມ ເພື່ອປະຕິສັນຖານໂດຍກົງກັບປະຊາຊົນ, ຮັບຄຳສະທ້ອນ, ຄຳຄິດຄຳເຫັນ, ຄຳສະເໜີແນະຂອງປະຊາຊົນ.

ບັນດາດັດສະນີເຫຼົ່ານີ້ ໄດ້ນຳເອົາວຽກງານການຮັບຟັງປະຊາຊົນ ຈາກຄວາມຮຽກຮ້ອງຕ້ອງການທົ່ວໄປ ໃຫ້ກາຍເປັນກົນໄກການຜັນຂະຫຍາຍເປັນປະຈຳ ຢູ່ພາຍໃດທົ່ວລະບົບແນວໂຮມ. ປະຊາຊົນມີຊ່ອງທາງເພີ່ມເຕີມເພື່ອສະທ້ອນ, ສະເໜີແນະ; ແນວໂຮມມີເຄື່ອງມືເພີ່ມເຕີມເພື່ອກຳແໜ້ນສະພາບການ, ສັງລວມຄຳຄິດຄຳເຫັນ ແລະ ຕິດຕາມກວດກາຂະບວນການແກ້ໄຂ.

ເອົາຄວາມເພິ່ງພໍໃຈຂອງປະຊາຊົນ ເປັນໄມ້ຫຼາຕີລາຄາປະສິດທິຜົນການເຄື່ອນໄຫວຂອງແນວໂຮມ
ສະຫະພັນແມ່ຍິງຕາແສງ ລາມແທ່ງ (Lam Thành), ແຂວງ ເຫງ້ອານ ຈັດຕັ້ງກອງປະຊຸມແນະນຳການເຂົ້າຮ່ວມ “ຫ້ອງຮຽນລຶບລ້າງຄວາມບໍ່ຮູ້ໜັງສືດີຈີຕອນ” ໃຫ້ແກ່ພະນັກງານ, ສະມາຊິກສະຫະພັນແມ່ຍິງ ພ້ອມດ້ວຍປະຊາຊົນເປັນຈຳນວນຫຼວງຫຼາຍພາຍໃດທ້ອງຖິ່ນ, ເດືອນພຶດສະພາ ປີ 2026. (ພາບ: ໜັງສືພິມແມ່ຍິງຫວຽດນາມ)

ພາກປະຕິບັດຕົວຈິງຈາກບັນດາທ້ອງຖິ່ນໄດ້ສະແດງໃຫ້ແຫັນວ່າ ທິດທາງນີ້ແມ່ນມີພື້ນຖານພາຍໃດການຜັນຂະຫຍາຍ. ນະຄອນ ດານັງ ໄດ້ຮ່ວມແບ່ງປັນຢູ່ທີ່ກອງປະຊຸມໃຫຍ່ ກ່ຽວກັບບົດຮຽນການນຳໃຊ້ເຕັກໂນໂລຊີ ພາຍໃດການເກັບໂຮມ ແລະ ສັງລວມຄຳຄິດຄຳເຫັນ, ຄຳສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ອີງຕາມນັ້ນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຕ່ລະຂັ້ນພາຍໃດທ້ອງຖິ່ນຂອງນະຄອນ ໄດ້ສ້າງລະບົບນິເວດດີຈີຕອນໂດຍຜ່ານ "ປະຕູຂໍ້ມູນແນວໂຮມດີຈີຕອນ" ພ້ອມກັບບັນດາແພລັດຟອມ ເປັນຕົ້ນແມ່ນ fanpage ແນວໂຮມ, OA ແນວໂຮມດານັງ, ປະຕູຮັບຄຳຄິດເຫັນ 1022... ຫຼາກຫຼາຍຄຳສະທ້ອນຈາກປະຊາຊົນ ໃນປັດຈຸບັນແມ່ນໄດ້ຖືກສົ່ງໂດຍກົງຜ່ານບັນດາແພລັດຟອມເຫຼົ່ານີ້. ບັນດາບັນຫາທີ່ຕິດພັນກັບວຽກງານອະນາໄມຫາດຊາຍ, ຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ຫຼື ບັນດາໂຄງການທີ່ຜັນຂະຫຍາຍຊັກຊ້າ ຍາມໃດກໍໄດ້ຮັບການບັນທຶກໄວ້ແຕ່ຫົວທີຢູ່ພາຍໃດສະພາບແວດລ້ອມເຄືອຂ່າຍອິນເຕີເນັດ. ວິທີການເຮັດແບບນີ້ ໄດ້ຊ່ວຍໃຫ້ແນວໂຮມເປີດກວ້າງຂີດຄວາມສາມາດພາຍໃດການຮັບຂໍ້ມູນຂ່າວສານຈາກຮາກຖານ ແລະ ມີຄວາມເປັນເຈົ້າການກວ່າເກົ່າ ພາຍໃດການກຳແໜ້ນບັນດາບັນຫາທີ່ພວມມີຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ກໍຢູ່ທີ່ກອງປະຊຸມໃຫຍ່ຄັ້ງນີ້, ແຂວງ ເຫງ້ອານ ໄດ້ແນະນຳຮູບແບບ “ຫ້ອງຮຽນລຶບລ້າງຄວາມບໍ່ຮູ້ໜັງສືດີຈີຕອນ”, ສະໜັບສະໜູນຜູ້ສູງອາຍຸ, ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງສະພາບແວດລ້ອມດີຈີຕອນ ເພື່ອສາມາດເຂົ້າຮ່ວມບັນດານະໂຍບາຍ ແລະ ສະທ້ອນຄຳສະເໜີແນະ. ນະຄອນຫຼວງ ຮາໂນ້ຍ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການພາຍໃດການເພີ່ມທະວີຄວາມທັນສະໄໝ ແລະ ຄວາມເຫັນດີເຫັນພ້ອມທາງສັງຄົມ ທ່າມກາງສະພາບການຫັນເປັນດີຈີຕອນ, ໃນເວລາທີ່ຂໍ້ມູນຂ່າວສານຢູ່ເທິງເຄືອຂ່າຍສັງຄົມ ສາມາດສົ່ງຜົນກະທົບຢ່າງວ່ອງໄວ ແລະ ແຮງກ້າຕໍ່ກັບສະພາບຈິດໃຈຂອງສັງຄົມ.

ບັນດາວິທີການເຮັດຂ້າງເທິງນັ້ນ ໄດ້ສະທ້ອນໃຫ້ແຫັນເຖິງຄວາມຮຽກຮ້ອງຕ້ອງການທີ່ພວມວາງອອກສໍາລັບລະບົບແນວໂຮມ: ການປັບໂຕໃຫ້ສອດຄ່ອງກັບການປ່ຽນແປງພາຍໃດຮູບແບບການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການສະແດງຄວາມຄິດເຫັນຂອງປະຊາຊົນ. ເມື່ອພື້ນທີ່ດີຈີຕອນນັບມື້ນັບກາຍເປັນບ່ອນສ້າງຫາງສຽງສັງຄົມ, ວຽກງານການກຳແໜ້ນຄວາມຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ກໍຈຳເປັນຕ້ອງມີບັນດາຮູບແບບໃໝ່ ທີ່ມີຄວາມຄ່ອງຕົວ ແລະ ທັນການກວ່າເກົ່າ. ນັ້ນບໍ່ພຽງແຕ່ແມ່ນເລື່ອງລາວຂອງການນຳໃຊ້ເຕັກໂນໂລຊີເທົ່ານັ້ນ, ແຕ່ມັນຍັງແມ່ນການປ່ຽນແປງແນວທາງການເຂົ້າຫາປະຊາຊົນພາຍໃດເງື່ອນໄຂໃໝ່.

ບໍ່ຢຸດຢູ່ບ່ອນການຮັບຂໍ້ມູນ, ໃນແຕ່ລະໄຕມາດ, 100% ຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຕ່ລະຂັ້ນ ແລະ ບັນດາອົງການຈັດຕັ້ງສະມາຊິກ ຕ້ອງມີບົດລາຍງານສະທ້ອນໃຫ້ທັນການກ່ຽວກັບສະພາບການຂອງປະຊາຊົນ, ໃນຂະນະດຽວກັນກໍສະເໜີວິທີການແກ້ໄຂ, ທິດທາງການແກ້ໄຂກັບຂັ້ນທີ່ມີສິດອຳນາດ. ໃນແຕ່ລະປີ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມຂັ້ນແຂວງ ຕ້ອງຈັດຕັ້ງຢ່າງໜ້ອຍໜຶ່ງຮູບແບບຈຸດສຸມກ່ຽວກັບການເຈລະຈາທາງສັງຄົມ; ບັນດາອົງການຈັດຕັ້ງສະມາຊິກຢູ່ແຕ່ລະຂັ້ນ ຕ້ອງຈັດຕັ້ງຢ່າງໜ້ອຍໜຶ່ງກອງປະຊຸມເຈລະຈາໂດຍກົງ ລະຫວ່າງສະມາຊິກກອງຮ້ອຍ, ສະມາຊິກສະມາຄົມ ກັບຄະນະພັກ, ອຳນາດການປົກຄອງຂັ້ນດຽວກັນ.

ບົດປາໄສຄຳເຫັນຂອງແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ຢູ່ທີ່ກອງປະຊຸມໃຫຍ່ໄດ້ຢືນຢັນວ່າ: "ເອົາການຜົນປະໂຫຍດຂອງປະຊາຊົນເປັນພື້ນຖານພາຍໃດການກໍ່ສ້າງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ". ທັດສະນະນີ້ແມ່ນຕິດພັນກັບຄວາມຮຽກຮ້ອງຕ້ອງການພາຍໃດການຍົກສູງຄຸນນະພາບການຮັບໃຊ້ປະຊາຊົນ, ເປີດກວ້າງການເຈລະຈາທາງສັງຄົມ ແລະ ເສີມຂະຫຍາຍບົດບາດການມີສ່ວນຮ່ວມຂອງປະຊາຊົນ ພາຍໃດຂະບວນການກໍ່ສ້າງ, ຈັດຕັ້ງປະຕິບັດ, ຕິດຕາມກວດກາບັນດາແນວທາງ, ນະໂຍບາຍທີ່ຕິດພັນໂດຍກົງກັບຊີວິດການເປັນຢູ່ຂອງຕົນ.

ການເບິ່ງແຍງດູແລຊີວິດການເປັນຢູ່, ເພື່ອໃຫ້ປະຊາຊົນຕິດຕາມກວດກາ ແລະ ຕີລາຄາ

ພາຍໃດບົດປາໄສຊີ້ນຳຢູ່ທີ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ: "ແນວໂຮມບໍ່ສາມາດເຂັ້ມແຂງໄດ້ ຫາກຫ່າງໄກຈາກປະຊາຊົນ"; "ບໍ່ສາມາດເປັນຕົວແທນໃຫ້ແກ່ປະຊາຊົນໄດ້ ຫາກບໍ່ສາມາດຮັບຟັງສຽງທີ່ແທ້ຈິງຂອງປະຊາຊົນ".

ປະສິດທິຜົນຂອງວຽກງານແນວໂຮມ ຍ້ອນແນວນັ້ນຈຶ່ງຕ້ອງໄດ້ຮັບການວັດແທກດ້ວຍຄວາມເຊື່ອໝັ້ນ, ຄວາມເພິ່ງພໍໃຈ, ລະດັບການມີສ່ວນຮ່ວມຂອງປະຊາຊົນ ແລະ ຜົນສຳເລັດສະເພາະຕົວຈິງ ພາຍໃດການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີງາມຂຶ້ນ.

ອີງຕາມໂຄງການເຄື່ອນໄຫວພາຍໃດວາລະດຳລົງຕຳແໜ່ງປີ 2026-2031, ແນວໂຮມໄດ້ວາງຄາດໝາຍລະດົມທຶນໃຫ້ໄດ້ຫຼາຍກວ່າ 50.000 ຕື້ດົ່ງ ສໍາລັບບັນດາກິດຈະກຳສະຫວັດດິການສັງຄົມ ແລະ ສະໜັບສະໜູນຄະນະຊຸມຊົນ. ແຫຼ່ງຊັບພະຍາກອນນີ້ແມ່ນມຸ່ງໄປສູ່ຜູ້ທຸກຍາກ, ຄອບຄົວໃກ້ທຸກຍາກ, ປະຊາຊົນຢູ່ເຂດໄພທຳມະຊາດ, ບັນດາເປົ້າໝາຍທີ່ຜະເຊີນກັບຄວາມຫຍຸ້ງຍາກ, ດ້ອຍໂອກາດ; ໃນຂະນະດຽວກັນກໍສະໜັບສະໜູນການກໍ່ສ້າງບັນດາກິດຈະກຳປະຊາຊົນທີ່ຈຳເປັນຢູ່ຮາກຖານ.

ແຕ່ລະຂັ້ນແຂວງຕ້ອງມີຢ່າງໜ້ອຍໜຶ່ງຮູບແບບຈຸດສຸມກ່ຽວກັບສະຫວັດດິການຊຸມຊົນ. ແຕ່ລະຕາແສງ, ແຂວງກໍຕ້ອງມີຢ່າງໜ້ອຍໜຶ່ງຮູບແບບທີ່ຄ້າຍຄືກັນ. ໃນແຕ່ລະປີ, 100% ຂອງຄະນະວຽກງານແນວໂຮມ ຕ້ອງສູ້ຊົນໃຫ້ມີຢ່າງໜ້ອຍໜຶ່ງກິດຈະກຳ ຫຼື ວຽກງານສ່ວນໜຶ່ງ ທີ່ປະກອບສ່ວນກໍ່ສ້າງເຂດຊຸມຊົນໃຫ້ມີຄວາມສະຫວ່າງ, ຂຽວ, ສະອາດ, ງາມ, ມີຄວາມປອດໄພ, ສະຫງົບສຸກ, ອີ່ມໜຳສຳລານ ແລະ ມີຄວາມສຸກ.

ຢູ່ທີ່ກອງປະຊຸມໃຫຍ່, ບົດປາໄສຂອງແນວໂຮມປະເທດຊາດຫວຽດນາມ ແຂວງ ດ້ຽນບຽນ ໄດ້ຮ່ວມແບ່ງປັນບົດຮຽນພາຍໃດການຜັນຂະຫຍາຍຂະບວນການ "ຮ່ວມແຮງຮ່ວມໃຈລຶບລ້າງເຮືອນຊົ່ວຄາວ, ເຮືອນຊຸດໂຊມ". ພາຍໃດເງື່ອນໄຂພູມສັນຖານທີ່ຖືກແບ່ງແຍກ, ຫຼາກຫຼາຍບ້ານຍັງມີຄວາມຫຍຸ້ງຍາກທາງດ້ານການຄົມມະນາຄົມ, ແນວໂຮມທ້ອງຖິ່ນໄດ້ເສີມຂະຫຍາຍບົດບາດຊຸມຊົນໂດຍຜ່ານຮູບແບບ "ອຳນາດການປົກຄອງ - ປະຊາຊົນ - ກໍາລັງປະກອບອາວຸດ ຮ່ວມກັນປຸກສ້າງເຮືອນ", ລະດົມໄດ້ຫຼາຍກວ່າ 100.000 ວັນກຳມະກອນຈາກຊຸມຊົນປະຊາຊົນ. ນັບຕັ້ງແຕ່ປີ 2024 ມາຮອດປັດຈຸບັນ, ຫຼາຍກວ່າ 10.800 ຄອບຄົວນໂຍບາຍ, ຄອບຄົວທຸກຍາກ ແລະ ຄອບຄົວໃກ້ທຸກຍາກ ແມ່ນໄດ້ຮັບການສະໜັບສະໜູນປຸກສ້າງໃໝ່ ຫຼື ສ້ອມແປງເຮືອນຢູ່ ດ້ວຍຍອດງົບປະມານຫຼາຍກວ່າ 575 ຕື້ດົ່ງ.

ໂຄງການເຄື່ອນໄຫວກໍສືບຕໍ່ວາງບັນດາດັດສະນີສະເພາະກ່ຽວກັບການຕິດຕາມກວດກາ ແລະ ການວິພາກວິຈານທາງສັງຄົມ. ໃນແຕ່ລະປີ, ແນວໂຮມປະເທດຊາດຫວຽດນາມຂັ້ນແຂວງ ຕ້ອງຈັດຕັ້ງຢ່າງໜ້ອຍ 5 ໂຄງການ, ເນື້ອໃນການຕິດຕາມກວດກາສັງຄົມ ແລະ ວິພາກວິຈານສັງຄົມຢ່າງໜ້ອຍ 5 ຮ່າງເອກະສານທາງການ. ຢູ່ຂັ້ນຕາແສງ, ດັດສະນີທີ່ສອດຄ່ອງກັນແມ່ນຢ່າງໜ້ອຍ 3 ໂຄງການ, ເນື້ອໃນການຕິດຕາມກວດກາສັງຄົມ ແລະ ວິພາກວິຈານສັງຄົມຢ່າງໜ້ອຍ 3 ຮ່າງເອກະສານທາງການ.

ຢູ່ທີ່ແຂວງ ລາວາຍ , ໄລຍະ 2020-2025, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໄດ້ຈັດຕັ້ງປະຕິບັດ 3.518 ຄັ້ງການຕິດຕາມກວດກາ, ປະກາດໃຊ້ 1.450 ເອກະສານຄຳສະເໜີແນະ; ອັດຕາສ່ວນອົງການຈັດຕັ້ງທີ່ມີໜ້າທີ່ຮັບເອົາ ແລະ ແກ້ໄຂແມ່ນບັນລຸໄດ້ຫຼາຍກວ່າ 90%. ຢູ່ທີ່ແຂວງ ຝູເທາະ , ຄະນະກວດກາປະຊາຊົນ ໄດ້ຈັດຕັ້ງປະຕິບັດ 1.586 ຄັ້ງການຕິດຕາມກວດກາ; ຄະນະຕິດຕາມກວດກາການລົງທຶນຂອງຊຸມຊົນ ເຂົ້າຮ່ວມການຕິດຕາມກວດກາ 2.348 ກິດຈະກຳ, ໂຄງການ; ຫຼາກຫຼາຍພັນຄຳຄິດຄຳເຫັນ, ຄຳສະເໜີແນະຂອງປະຊາຊົນ ແມ່ນໄດ້ຮັບການຮັບເອົາ, ສັງລວມ ແລະ ສົ່ງຕໍ່ໄປຍັງອົງການທີ່ມີສິດອຳນາດເພື່ອແກ້ໄຂ. ຢູ່ຕາແສງ ຮົ່ງຫລົກ, ແຂວງ ຮ່າຕິ້ງ , ແແນວໂຮມ ແລະ ບັນດາອົງການຈັດຕັ້ງອົງຄະນະ ໄດ້ຕິດຕາມກວດກາໂດຍກົງບັນດາບັນຫາທີ່ສະເພາະເຈາະຈົງ ເປັນຕົ້ນແມ່ນ ການເກັບ - ຈ່າຍ ພາຍໃດໂຮງຮຽນ, ການແກ້ໄຂຂັ້ນຕອນການບໍລິຫານ, ການສະໜັບສະໜູນປະຊາຊົນພາຍຫຼັງໄພທຳມະຊາດ, ການຕິດຕາມກວດກາກິດຈະກຳການລົງທຶນກໍ່ສ້າງພື້ນຖານ.

ບົດລາຍງານການເມືອງໄດ້ກຳນົດວ່າ ຈະສືບຕໍ່ຊຸກຍູ້ການຕິດຕາມກວດກາ, ວິພາກວິຈານສັງຄົມ ຕາມທິດທາງການເປັນເຈົ້າການ, ແຕ່ຫົວທີ, ແຕ່ໄກ; ສຸມໃສ່ໃສ່ບັນດາແນວທາງ, ນະໂຍບາຍໃຫຍ່, ບັນດາບັນຫາທີ່ຕິດພັນໂດຍກົງກັບສິດ, ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງປະຊາຊົນ. ວຽກງານການຕິດຕາມ, ກວດກາຂະບວນການຮັບເອົາ, ຊີ້ຂາດຄຳສະເໜີແນະພາຍຫຼັງການຕິດຕາມກວດກາ, ວິພາກວິຈານ ກໍໄດ້ຮັບການວາງອອກຢ່າງຈະແຈ້ງກວ່າເກົ່າ, ແນໃສ່ແກ້ໄຂສະພາບການທີ່ຄຳສະເໜີແນະຖືກຕອບສະໜອງຊັກຊ້າ ຫຼື ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖັງ.

ໜຶ່ງພາຍໃດບັນດາເນື້ອໃນໃໝ່ທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກແມ່ນ ໃນແຕ່ລະປີ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຈະຈັດຕັ້ງການຕີລາຄາແບບເອກະລາດ ຕໍ່ກັບຊຸດດັດສະນີຄວາມເຊື່ອໝັ້ນທາງສັງຄົມຂັ້ນແຂວງ, ປະກາດຜົນສຳເລັດສະຫວັດດິການຊຸມຊົນ, ຈັດຕັ້ງປະຕິບັດ "3 ເປີດເຜີຍ - 3 ຕິດຕາມກວດກາ". ເຖິງວ່າ ມາດຖານ ແລະ ວິທີການຕີລາຄາຈະສືບຕໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບພາຍໃດຂະບວນການຜັນຂະຫຍາຍ, ແຕ່ການນຳເອົາເຄື່ອງມືນີ້ເຂົ້າມານຳໃຊ້ ໄດ້ສະແດງໃຫ້ແຫັນເຖິງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂຶ້ນ ຕໍ່ກັບປະສິດທິຜົນການເຄື່ອນໄຫວຂອງລະບົບແນວໂຮມ.

ໂຄງການເຄື່ອນໄຫວໄດ້ກຳນົດວ່າ ມາຮອດທ້າຍວາລະດຳລົງຕຳແໜ່ງ, 100% ຂອງພະນັກງານແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາສະມາຄົມມະຫາຊົນ ທີ່ໄດ້ຮັບການມອບໝາຍໜ້າທີ່ຈາກພັກ, ລັດ ຈະໄດ້ຮັບການບຳລຸງສ້າງຄວາມຮູ້, ທັກສະວຽກງານແນວໂຮມ ແລະ ທັກສະດີຈີຕອນ. ບົດລາຍງານການເມືອງຮຽກຮ້ອງໃຫ້ກໍ່ສ້າງຖັນແຖວພະນັກງານແນວໂຮມທີ່ມີຄວາມເປັນມືອາຊີບ, ມີຄວາມຈົງຮັກພັກດີ, ມີຄວາມສາມາດພຽງພໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃດສະພາບການໃໝ່; ໃກ້ຊິດຕິດແທດກັບປະຊາຊົນ, ໃກ້ຊິດ ກັບຮາກຖານ, ຮ່ວມເດີນທາງໄປພ້ອມກັບປະຊາຊົນ ແລະ ມີການເຄື່ອນໄຫວຢ່າງມີປະສິດທິຜົນຢູ່ເທິງພື້ນທີ່ດີຈີຕອນ.

ຜົນສຳເລັດການເຄື່ອນໄຫວຂອງແນວໂຮມພາຍໃດວາລະດຳລົງຕຳແໜ່ງຕໍ່ໜ້າ ຈະໄດ້ຮັບການຕີລາຄາໂດຍຜ່ານລະດັບຄວາມເຫັນດີເຫັນພ້ອມທາງສັງຄົມ, ຄວາມເຊື່ອໝັ້ນຂອງປະຊາຊົນ ແລະ ບັນດາການຫັນປ່ຽນສະເພາະຕົວຈິງພາຍໃດຊີວິດການເປັນຢູ່, ຄຽງຄູ່ກັບບັນດາຂະບວນການ, ການປຸກລະດົມທີ່ຖືກຜັນຂະຫຍາຍ. ເມື່ອສຽງເວົ້າຂອງປະຊາຊົນໄດ້ຮັບການຮັບເອົາຢ່າງທັນການກວ່າເກົ່າ, ບັນດາຄຳຄິດຄຳເຫັນ, ຄຳສະເໜີແນະໄດ້ຮັບການຕອບສະໜອງຢ່າງຄົບຖ້ວນກວ່າເກົ່າ ແລະ ບັນດາໂຄງການສະຫວັດດິການສັງຄົມໄປເຖິງຖືກຕ້ອງເປົ້າໝາຍ, ແນວທາງ "ເອົາປະຊາຊົນເປັນສູນກາງ" ຈະໄດ້ຮັບການສະແດງອອກດ້ວຍບັນດາການປ່ຽນແປງທີ່ສາມາດສຳຜັດໄດ້ພາຍໃດຊີວິດການເປັນຢູ່ປະຈຳວັນ.

ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026 ເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ສ້າງຜົນງານອັນພົ້ນເດັ່ນ ຢູ່ທີ່ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026

ຍສໝ - ບໍ່ດົນມານີ້, ຄະນະຜູ້ແທນເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026 (Global Summit of Women 2026) ທີ່ຖືກຈັດຂຶ້ນຢູ່ທີ່ Istanbul, ປະເທດ ຕວກກີ.

AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ AFF 2026: ຊຸກຍູ້ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເອົາປະຊາຊົນເປັນສູນກາງ

ຍສໝ - ຕາມການໃຫ້ຮູ້ຂອງ ທ່ານ ຫງວຽນແມ້ງເກືອງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 (AFF 2026) ຈະເປັນເວທີເປີດກວ້າງໃຫ້ແກ່ບັນດາຜູ້ນຳ, ນັກວິຊາການ, ວິສາຫະກິດ, ຊາວໜຸ່ມ ພ້ອມດ້ວຍບັນດາຄູ່ຮ່ວມມື ໄດ້ຮ່ວມກັນປຶກສາຫາລືກ່ຽວກັບວິທີການແກ້ໄຂ ແນໃສ່ຮັດແໜ້ນບົດບາດສູນກາງຂອງອາຊຽນ, ເພີ່ມທະວີຂີດຄວາມສາມາດພາຍໃດການເຂັ້ມແຂງດ້ວຍຕົນເອງ ແລະ ຊຸກຍູ້ການພັດທະນາໂດຍເອົາປະຊາຊົນເປັນສູນກາງ ທາມກາງສະພາບແວດລ້ອມພາກພື້ນ ແລະ ທົ່ວໂລກທີ່ມີການຜັນແປຢ່າງຫຼາກຫຼາຍ.

Link: https://huunghivietlao.thoidai.com.vn/detail-article-22142.html

In bài biết