09:33 | 06/06/2026

ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ອານຢາງ (An Giang) ກັບ ລາວ ແລະ ກຳປູເຈຍ

ນາຍົກລັດຖະມົນຕີ ລາວ ແລະ ກຳປູເຈຍ ກຽມເດີນທາງຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ
ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ

ທາງຝ່າຍກຳປູເຈຍ ມີທ່ານ Ho Sivyong- ສະມາຊິກລັດຖະບານ, ອະທິບໍດີກົມໃຫຍ່ການບໍລິການສະໜັບສະໜູນການຄ້າ ກະຊວງການຄ້າ; ທ່ານ Vei Samnang - ເຈົ້າແຂວງໆຕາແກ້ວ; ທ່ານYong Sovathana - ຮອງເຈົ້າແຂວງໆຕາແກ້ວ; ທ່ານ Khon Sereiratha - ຮອງເຈົ້າແຂວງໆກັນດານ; ທ່ານ Khiev Rithiphorn - ຮອງເຈົ້າແຂວງໆກຳປົດ.

ຄຽງຄູ່ກັນນັ້ນ, ຍັງມີການເຂົ້າຮ່ວມຂອງທ່ານ ໂດ໋ຫວຽດເຟືອງ (Đỗ Việt Phương) - ທີ່ປຶກສາຝ່າຍການຄ້າ, ຫົວໜ້າອົງການທູດຝ່າຍການຄ້າຫວຽດນາມ ປະຈຳກຳປູເຈຍ ແລະ ທ່ານ ຫງວຽນວັນເກືອງ (Nguyễn Văn Cường) - ຮອງປະທານສະມາຄົມ ຂະແມ - ຫວຽດນາມ ປະຈຳກຳປູເຈຍ.

ພາຍໃດການກ່າວປາໄສໃນວາລະການຕ້ອນຮັບ, ທ່ານ ຫງວຽນແທັງຟອງ (Nguyễn Thanh Phong) - ຮອງປະທານປະຈຳການ ຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ມີໂອກາດຕ້ອນຮັບບັນດາຜູ້ນຳທ້ອງຖິ່ນຈາກ ລາວ, ກຳປູເຈຍ ແລະ ຕົວແທນຈາກສະມາຄົມ ຂະແມ - ຫວຽດນາມ ປະຈຳກຳປູເຈຍ ທີ່ໄດ້ເດີນທາງມາເຂົ້າຮ່ວມລາຍການແລກປ່ຽນ ແລະ ເຂົ້າຢ້ຽມຄຳນັບອຳລາພົບປະສະໜິດສະໜົມໃນຄັ້ງນີ້.

ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ອານຢາງ (An Giang) ກັບ ລາວ ແລະ ກຳປູເຈຍ
ບັນດາຜູ້ແທນຮ່ວມຖ່າຍພາບທີ່ລະນຶກ. (ພາບ: NN)

ທ່ານ ຫງວຽນແທັງຟອງ ຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ບັນດາຝ່າຍຮ່ວມກັນທົບທວນຄືນບັນດາໝາກຜົນແຫ່ງການຮ່ວມມືໃນທາງບວກພາຍໃດໄລຍະຜ່ານມາ, ພ້ອມທັງເປີດຮູບແບບການຮ່ວມມືໃໝ່ ທີ່ມີຄວາມຮອບດ້ານ ແລະ ເລິກເຊິ່ງກວ່າເກົ່າພາຍໃດໄລຍະແຫ່ງການພັດທະນາທີ່ຈະມາເຖິງ.

ຕາມທ່ານ ຫງວຽນແທັງຟອງ ແລ້ວ, ການປາກົດຕົວຂອງບັນດາກຸ່ມຜູ້ແທນ ລາວ ແລະ ກຳປູເຈຍ ຢູ່ທີ່ງານວາງສະແດງການຄ້າສາກົນ ຕິ້ງບຽນ - ອານຢາງ ປະຈຳປີ 2026 ແມ່ນຫຼັກຖານອັນມີຊີວິດຊີວາ ສຳລັບສາຍພົວພັນມິດຕະພາບມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ ແລະ ກຳປູເຈຍ; ພ້ອມທັງສະແດງໃຫ້ແຫັນເຖິງການຕິດພັນອັນນັບມື້ນັບສະໜິດແໜ້ນ ລະຫວ່າງແຂວງ ອານຢາງ ກັບບັນດາທ້ອງຖິ່ນຂອງສອງປະເທດເພື່ອນມິດ.

ທ່ານຮອງປະທານປະຈຳການ ຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ເນັ້ນໜັກວ່າ, ພາຍໃດວິວັດທະນາການແຫ່ງການພັດທະນາ, ອານຢາງ ແມ່ນຍາມໃດກໍກຳນົດວ່າ ລາວ ແລະ ກຳປູເຈຍ ແມ່ນບັນດາຄູ່ຮ່ວມມືຍຸດທະສາດ, ທີ່ຮ່ວມເດີນທາງຮ່ວມກັບທ້ອງຖິ່ນພາຍໃດບັນດາກິດຈະກຳການເຊື່ອມຕໍ່ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ. ຫຼາກຫຼາຍກິດຈະກຳຂະໜາດໃຫຍ່ ທີ່ຈັດຕັ້ງໂດຍການປະສານງານລະຫວ່າງບັນດາກະຊວງ, ຂະແໜງການສູນກາງ ຢູ່ທີ່ທ້ອງຖິ່ນ ແມ່ນຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ ແລະ ເຊື້ອເຊີນບັນດາແຂວງເພື່ອນມິດເຂົ້າຮ່ວມ, ປະກອບສ່ວນອັນສຳຄັນເຂົ້າໃສ່ຄວາມສຳເລັດຮ່ວມ.

ພາຍໃດການໃຫ້ຂໍ້ມູນກ່ຽວກັບງານວາງສະແດງການຄ້າສາກົນ ຕິ້ງບຽນ - ອານຢາງ ປະຈຳປີ 2026 ທີ່ຈັດຕັ້ງໂດຍການປະສານງານລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບຄະນະກຳມະການປະຊາຊົນແຂວງ ອານຢາງ, ທ່ານ ຫງວຽນແທັງຟອງ ໃຫ້ຊາບວ່າ ນີ້ບໍ່ພຽງແຕ່ແມ່ນກິດຈະກຳປະຈຳປີເທົ່ານັ້ນ ແຕ່ຍັງແມ່ນໂອກາດເພື່ອຊຸກຍູ້ການແລກປ່ຽນການຄ້າ, ສະໜັບສະໜູນວິສາຫະກິດຂອງບັນດາປະເທດພາຍໃດການສະແຫວງຫາຄູ່ຮ່ວມມື, ຂະຫຍາຍຕະຫຼາດ ແລະ ເພີ່ມທະວີການຮ່ວມມືພັດທະນາ.

ຜູ້ນຳແຂວງ ອານຢາງ ໄດ້ຢືນຢັນວ່າຈະສືບຕໍ່ຮ່ວມເດີນທາງ, ສ້າງເງື່ອນໄຂອັນສະດວກສະບາຍ ເພື່ອຍູ້ແຮງບັນດາກິດຈະກຳການແລກປ່ຽນທາງດ້ານເສດຖະກິດ, ວັດທະນະທຳ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຕິດພັນລະຫວ່າງ ອຳນາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນຂອງ ຫວຽດນາມ, ລາວ ແລະ ກຳປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ພາຍໃດວາລະການເຮັດວຽກ, ທ່ານ ສຸກສະຫວັນ ວິໄລວົງ, ຮອງເລຂາຄະນະພັກແຂວງ, ເຈົ້າແຂວງໆຈຳປາສັກ ໄດ້ຕີລາຄາສູງຕໍ່ກັບບົດບາດຂອງງານວາງສະແດງການຄ້າສາກົນ ຕິ້ງບຽນ - ອານຢາງ ປະຈຳປີ 2026 ພາຍໃດວຽກງານການຊຸກຍູ້ການແລກປ່ຽນການຄ້າ, ການຮ່ວມມືການລົງທຶນລະຫວ່າງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ. ທ່ານຖືວ່າ ກິດຈະກຳດັ່ງກ່າວໄດ້ສ້າງເງື່ອນໄຂອັນສະດວກສະບາຍ ເພື່ອໃຫ້ວິສາຫະກິດມີການແລກປ່ຽນສິນຄ້າ, ຂະຫຍາຍການຮ່ວມມືທາງດ້ານເສດຖະກິດ, ພ້ອມທັງປະກອບສ່ວນຮັດແໜ້ນຈິດໃຈສາມັກຄີ, ມິດຕະພາບມູນເຊື້ອລະຫວ່າງສາມປະຊາຊາດ.

ໃນຂະນະດຽວກັນ, ທ່ານ Vei Samnang - ເຈົ້າແຂວງໆຕາແກ້ວ, ໄດ້ຮັບຮູ້ບັນດາການສະໜັບສະໜູນໃນທາງບວກຂອງແຂວງ ອານຢາງ ທີ່ມີຕໍ່ກັບບັນດາທ້ອງຖິ່ນຂອງກຳປູເຈຍພາຍໃດໄລຍະຜ່ານມາ. ຕາມທ່ານແລ້ວ, ວຽກງານການສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ແລະ ປະຊາຊົນກຳປູເຈຍ ໄດ້ເຂົ້າຮ່ວມການໂຄສະນາຜະລິດຕະພັນ, ສະແຫວງຫາຄູ່ຮ່ວມມື ແລະ ຂະຫຍາຍຕະຫຼາດ ແມ່ນໄດ້ມີການປະກອບສ່ວນພາຍໃດການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຂອງບັນດາແຂວງຂອງກຳປູເຈຍ.

ປ່ຽນ ປ່ຽນ "ຄວາມໃກ້ຊິດທາງດ້ານພູມສາດ" ໃຫ້ກາຍເປັນ "ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ" ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ

ຍສໝ - ວັນທີ 08 ພຶດສະພາ, ໃນໂຄງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ ເຊບູ (Cebu), ຟີລິບປິນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີການຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ...

ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ

ຍສໝ - ວັນທີ 18 ເມສາ 2026, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຄ້າຍພົບປະແລກປ່ຽນນັກສຶກສາ ຫວຽດນາມ – ລາວ – ກຳປູເຈຍ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງຕໍ່ເນື່ອງ ເຊັ່ນ: ການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ, ການເຄື່ອນໄຫວສະຫວັດດີການສັງຄົມ, ການປົກປັກຮັກສາສະພາບແວດລ້ອມ ແລະ ການພົບປະແລກປ່ຽນລວມໝູ່. ໂຄງການດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ ລະຫວ່າງຊາວໜຸ່ມສາມປະເທດ, ພ້ອມທັງແຜ່ຂະຫຍາຍຈິດໃຈແຫ່ງຄວາມຮັບຜິດຊອບ ...

Link: https://huunghivietlao.thoidai.com.vn/detail-article-22123.html

In bài biết