ທັດສະນະຂອງຊ່ຽວຊານອິນໂດເນເຊຍ: ຫວຽດນາມ ນັບມື້ນັບຢືນຢັນບົດບາດຂອງຕົນ ພາຍໃດບັນດາບັນຫາພາກພື້ນ ແລະ ໂລກ
![]() |
| ທ່ານ Veeramalla Anjaiah - ນັກຄົ້ນຄວ້າອາວຸໂສ ຈາກສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (CSEAS) ໃຫ້ສຳພາດຕໍ່ກັບນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ Jakarta. ພາບເອກະສານ: ຮືວຈຽນ (Hữu Chiến)/ນັກຂ່າວ TTXVN ປະຈຳ Jakarta. |
ພາຍໃດການໃຫ້ສຳພາດຕໍ່ກັບນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳຢູ່ນະຄອນຫຼວງຈາກາຕາ, ທ່ານ Veeramalla Anjaiah, ນັກຄົ້ນຄວ້າອາວຸໂສ ຈາກສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (CSEAS) ປະຈຳປະເທດອິນໂດເນເຊຍ ໄດ້ຕີລາຄາວ່າ ບົດກ່າວປາໄສອັນມີຄວາມໝາຍຄວາມສຳຄັນນີ້ ແມ່ນໄດ້ຖືກຍົກຂຶ້ນມາຢ່າງຖືກຕ້ອງກັບເວລາ ແລະ ພາຍໃດເວທີປາໄສທີ່ມີຄວາມໝາຍເປັນພິເສດ ຕໍ່ກັບບັນດາບັນຫາທາງດ້ານຄວາມສະຫງົບພາກພື້ນ ແລະ ໂລກ.
ຕາມທ່ານ Anjaiah ແລ້ວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ມີການກ່າວເຖິງໂດຍກົງ ຕໍ່ກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງ ທີ່ໂລກພວມຜະເຊີນໜ້າ ໄດ້ແກ່: ວິກິດການທາງດ້ານລະບຽບການສາກົນ, ວິກິດການທາງດ້ານຮູບແບບການພັດທະນາ ແລະ ວິກິດການທາງດ້ານຄວາມໄວ້ເນື້ອເຊື່ອໃຈທາງດ້ານຍຸດທະສາດ.
ນັກຄົ້ນຄວ້າຊາວອິນໂດເນເຊຍທ່ານນີ້ ຖືວ່າ ບົດກ່າວປາໄສໄດ້ສະທ້ອນໃຫ້ແຫັນຢ່າງຖືກຕ້ອງ ຕໍ່ກັບສະພາບຄວາມເປັນຈິງຂອງໂລກໃນປັດຈຸບັນ ເມື່ອສະພາບຄວາມເຄັ່ງຕຶງ ແລະ ການປະທະກັນ ພວມມີການເພີ່ມທະວີຂຶ້ນຢູ່ພາຍໃດຫຼາກຫຼາຍພາກພື້ນ. ພາຍໃດສະພາບແວດລ້ອມດັ່ງກ່າວ, ການທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງປັດໃຈແກ່ນສານ ເຊິ່ງແມ່ນການຄຸ້ມຄອງຄວາມແຕກຕ່າງພາຍໃຕ້ຂອບເຂດຂອງກົດລະບຽບ, ເຮັດໃຫ້ການແຂ່ງຂັນມີຂອບເຂດ, ມີຄວາມຮັບຜິດຊອບ ແລະ ສາມາດຄາດຄະເນລ່ວງໜ້າໄດ້ ນັ້ນແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ.
ທ່ານ Anjaiah ແມ່ນໄດ້ສະແດງຄວາມຕີລາຄາສູງເປັນພິເສດ ຕໍ່ກັບບັນດາຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການຂະຫຍາຍບັນດາຊ່ອງທາງການປຶກສາຫາລືທີ່ແຕກຕ່າງກັນ, ບັນດາກົນໄກຄົນກາງທີ່ມີຄວາມຢືດຢຸ່ນ, ບັນດາກຸ່ມຕິດຕໍ່ປະສານງານເມື່ອມີເຫດການເກີດຂຶ້ນ, ບັນດາເວທີປາໄສເຄິ່ງທາງການ ແລະ ບັນດາຂໍ້ລິເລີ່ມພາຍໃດການສ້າງຕັ້ງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ກອງທັບ, ຄວາມສະຫງົບ, ກຳລັງຈັດຕັ້ງປະຕິບັດກົດໝາຍ, ນັກວິຊາການ, ວິສາຫະກິດ ແລະ ບັນດາອົງການຈັດຕັ້ງທາງດ້ານສັງຄົມ. ຕາມທ່ານແລ້ວ, ບັນດາຂໍ້ລິເລີ່ມເຫຼົ່ານີ້ ຈະສາມາດສ້າງໃຫ້ມີ “ທາງອອກທາງດ້ານການທູດ” ທີ່ມີຄວາມໜ້າເຊື່ອຖື, ຊ່ວຍສະກັດກັ້ນຄວາມສ່ຽງແຫ່ງການປີນກ່ຽວຄວາມເຄັ່ງຕຶງ ທີ່ຈະນຳໄປສູ່ທ່າອ່ຽງແຫ່ງການຜະເຊີນໜ້າ ແລະ ການປະທະກັນ.
ກ່ຽວກັບບົດບາດຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ທ່ານ Anjaiah ຖືວ່າ ທັດສະນະຂອງທ່ານເລຂາທິການໃຫຍ, ປະທານປະເທດ ໂຕເລິມ ກ່ຽວກັບບົດບາດເປັນສູນກາງຂອງອາຊຽນ ທີ່ວ່າບໍ່ໄດ້ເກີດຂຶ້ນມາເອງຕາມທຳມະຊາດ ແລະ ກໍບໍ່ສາມາດຄົງຕົວຢູ່ໄດ້ດ້ວຍຕົວມັນເອງ ນັ້ນແມ່ນມີຄວາມຖືກຕ້ອງຢ່າງສິ້ນເຊີງ. ທ່ານໄດ້ຮ່ວມເຫັນດີກັບທັດສະນະຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ວ່າ ຄວາມກວມຮວມຕ້ອງຕິດພັນກັບປະສິດທິຜົນ, ການເຈລະຈາຕ້ອງສ້າງໃຫ້ເກີດການກະທຳ, ແລະ ຄວາມເຫັນພ້ອມເປັນເອກະພາບ ຕ້ອງຊ່ວຍໃຫ້ພາກພື້ນມີການຕອບສະໜອງຢ່າງທັນການ ຕໍ່ກັບບັນດາບັນຫາຮ່ວມ.
ພາຍໃດການຕີລາຄາກ່ຽວກັບບັນດາສານແຫ່ງການເຈລະຈາ, ການຮ່ວມມື ແລະ ການເຄົາລົບກົດໝາຍສາກົນ ທີ່ໄດ້ຮັບການເນັ້ນໜັກພາຍໃດບົດກ່າວປາໄສ, ນັກຄົ້ນຄວ້າຊາວອິນໂດເນເຊຍ ຖືວ່າ ນີ້ແມ່ນບັນດາຫຼັກການທີ່ມີຄວາມໝາຍເປັນພິເສດ ພາຍໃດສະພາບແວດລ້ອມແຫ່ງການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ ນັບມື້ນັບມີການເພີ່ມທະວີຂຶ້ນ. ຕາມທ່ານ ອັນຈາຢາ ແລ້ວ, ໂລກໃນປັດຈຸບັນພວມກ້າວເຂົ້າສູ່ໄລຍະແຫ່ງການແຂ່ງຂັນທີ່ດຸເດືອດກວ່າເກົ່າ, ຍ້ອນຄືແນວນັ້ນ ບັນດາຫຼັກການແຫ່ງການເຈລະຈາ, ການຮ່ວມມື ແລະ ການເຄົາລົບກົດໝາຍສາກົນ ຈຶ່ງໄດ້ກາຍເປັນພື້ນຖານອັນສຳຄັນ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງໂລກ. ທ່ານໄດ້ຍົກຕົວຢ່າງຢັ້ງຢືນວ່າ ຖ້າຫາກປາກົດມີບັນດາກົນໄກການເຈລະຈາທີ່ມີປະສິດທິຜົນສູງກວ່າເກົ່າ, ບາງການປະທະກັນລະຫວ່າງຊາດ ກໍອາດຈະສາມາດໄດ້ຮັບການສະກັດກັ້ນ ຫຼື ຫຼຸດຜ່ອນລົງໄດ້.
ພາຍໃດການຕີລາຄາກ່ຽວກັບຈຸດຢືນຂອງຫວຽດນາມ ພາຍໃດວຽກງານການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈທາງດ້ານຍຸດທະສາດ ແລະ ຫຼຸດຜ່ອນຄວາມສ່ຽງແຫ່ງການປະທະກັນ, ທ່ານ ອັນຈາຢາ ຖືວ່າ ນີ້ແມ່ນບັນດາເສົາຄ້ຳທີ່ມີຄວາມໝາຍທາງດ້ານຍຸດທະສາດ ຕໍ່ກັບອະນາຄົດແຫ່ງການພັດທະນາຂອງຫວຽດນາມ. ຕາມທ່ານແລ້ວ, ສົງຄາມຍາມໃດກໍຫຼົງເຫຼືອໄວ້ເຊິ່ງຜົນສະທ້ອນອັນໜັກໜ່ວງ ແລະ ສາມາດເຮັດໃຫ້ຂັ້ນຕອນແຫ່ງການພັດທະນາຂອງປະເທດໃດໜຶ່ງຫຼ້າຊ້າໄປເປັນເວລາຫຼາຍປີ, ໃນຂະນະທີ່ການພັດທະນາເສດຖະກິດ ປັດຈຸບັນແມ່ນບຸລິມະສິດອັນດັບໜຶ່ງຂອງຫວຽດນາມ. ຍ້ອນຄືແນວນັ້ນ, ວຽກງານການຮັກສາສັນຕິພາບ ແລະ ສະຖຽນລະພາບ ແມ່ນເງື່ອນໄຂອັນຈຳເປັນ ເພື່ອໃຫ້ຫວຽດນາມ ປະຕິບັດບັນດາຄາດໝາຍການພັດທະນາໄລຍະຍາວ, ພາຍໃດນັ້ນມີຄາດໝາຍການກາຍເປັນປະເທດພັດທະນາພາຍໃນປີ 2045.
ທ່ານ Anjaiah ໄດ້ມີທັດສະນະວ່າ ຫວຽດນາມ ຕ້ອງສືບຕໍ່ສ້າງຕັ້ງຄວາມໄວ້ເນື້ອເຊື່ອໃຈທາງດ້ານຍຸດທະສາດຮ່ວມກັບບັນດາປະເທດມະຫາອຳນາດ, ພ້ອມທັງປະກອບສ່ວນພາຍໃດການຫຼຸດຜ່ອນຄວາມສ່ຽງແຫ່ງການປະທະກັນ ຢູ່ທີ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເພື່ອແນໃສ່ສ້າງຕັ້ງສະພາບແວດລ້ອມອັນສະດວກສະບາຍ ໃຫ້ແກ່ການເຕີບໂຕ ແລະ ການພັດທະນາ.
ຕາມນັກຄົ້ນຄວ້າຈາກສູນ CSEAS ແລ້ວ, ບັນດາຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການເພີ່ມທະວີການເຈລະຈາ, ການສ້າງຕັ້ງຄວາມໄວ້ເນື້ອເຊື່ອໃຈ ແລະ ການເຄົາລົບກົດໝາຍສາກົນ ຈະສາມາດມີການປະກອບສ່ວນໃນທາງບວກ ເຂົ້າໃສ່ວຽກງານການສ້າງຮູບແບບໂຄງສ້າງພາກພື້ນທີ່ມີຄວາມກວມຮວມ, ມີສະຖຽນລະພາບ ແລະ ມີຄວາມຍືນຍົງກວ່າເກົ່າ ຢູ່ທີ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືພາກພື້ນອາຊີ - ປາຊີຟິກ. ທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນ ທີ່ຈະຕ້ອງຍົກສູງຂີດຄວາມສາມາດພາຍໃດການສະກັດກັ້ນວິກິດການຕັ້ງແຕ່ຫົວທີ ແລະ ຈາກທາງໄກ, ຍ້ອນສະພາບຄວາມເປັນຈິງໄດ້ສະແດງໃຫ້ເຫັນວ່າ ຫຼາກຫຼາຍວິກິດການອັນໃຫຍ່ຫຼວງຢູ່ໃນໂລກ ແມ່ນມີຕົ້ນກຳເນີດມາຈາກຄວາມເຂົ້າໃຈຜິດທີ່ບໍ່ທັນໄດ້ຮັບການແກ້ໄຂ, ບັນດາສັນຍານທີ່ຖືກຕີຄວາມໝາຍແບບຜິດພາດ ຫຼື ບັນດາກົນໄກປ້ອງກັນພະຍາດທີ່ບໍ່ໄດ້ຮັບການກະຕຸ້ນໃຫ້ເຄື່ອນໄຫວຢ່າງທັນການ. ຄຽງຄູ່ກັນນັ້ນ, ວຽກງານການຮັກສາສາຍພົວພັນອັນດີງາມຮ່ວມກັບບັນດາປະເທດມະຫາອຳນາດທັງໝົດ ກໍໄດ້ຮັບການຕີລາຄາຈາກທ່ານວ່າ ເປັນປັດໃຈອັນສຳຄັນ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.
ພາຍໃດການຕີລາຄາກ່ຽວກັບຄວາມໝາຍທີ່ກວ້າງຂວາງກວ່າຂອງບົດກ່າວປາໄສ, ທ່ານ Anjaiah ຖືວ່າ ບັນດາເນື້ອໃນທີ່ໄດ້ຮັບການນຳສະເໜີໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ນັ້ນ ແມ່ນໄດ້ສະທ້ອນໃຫ້ແຫັນເຖິງບົດບາດ ແລະ ຕຳແໜ່ງອັນນັບມື້ນັບມີການເພີ່ມທະວີຂຶ້ນຂອງຫວຽດນາມ ພາຍໃດສະພາບແວດລ້ອມທີ່ໂລກພວມມີການຫັນປ່ຽນຢ່າງວ່ອງໄວ. ຕາມທ່ານແລ້ວ, ປັດຈຸບັນ ຫວຽດນາມ ແມ່ນໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຮ່ວມກັບຫຼາກຫຼາຍປະເທດທີ່ມີຄວາມໝາຍຄວາມສຳຄັນ, ຮັກສາອັດຕາການເຕີບໂຕທາງດ້ານເສດຖະກິດໃນລະດັບສູງ, ດຶງດູດແຫຼ່ງທຶນການລົງທຶນຈາກຕ່າງປະເທດຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງພາຍໃດການຂະຫຍາຍການຄ້າສາກົນ.
ທ່ານ Anjaiah ຍັງໄດ້ເນັ້ນໜັກເພີ່ມຕື່ມວ່າ ຫວຽດນາມ ພວມກາຍເປັນຈຸດໝາຍປາຍທາງອັນມີແຮງດຶງດູດສູງ ສຳລັບນັກທ່ອງທ່ຽວສາກົນ, ພ້ອມທັງຮັກສາສາຍພົວພັນມິດຕະພາບຮ່ວມກັບບັນດາປະເທດເພື່ອນບ້ານໃກ້ຄຽງ. ເຖິງແມ່ນວ່າຈະເປັນຮ່ວມກັບປະເທດຈີນ, ສາຍພົວພັນທາງດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ ກໍຍັງຄົງສືບຕໍ່ມີການພັດທະນາຢ່າງແຂງແຮງ. ໃນຂະນະດຽວກັນ, ສະຫະລັດອາເມລິກາ ປັດຈຸບັນແມ່ນໜຶ່ງໃນບັນດາຄູ່ຮ່ວມມືທາງດ້ານການຄ້າອັນສຳຄັນອັນດັບຕົ້ນໆຂອງຫວຽດນາມ.
ຕາມທ່ານ Anjaiah ແລ້ວ, ການທີ່ຫວຽດນາມ ມາມາດຕະຖານຮັກສາສາຍພົວພັນອັນມີຄວາມດຸນດ່ຽງຮ່ວມກັບບັນດາຄູ່ຮ່ວມມືລາຍໃຫຍ່, ພ້ອມທັງດຳເນີນນະໂຍບາຍການຕ່າງປະເທດແຫ່ງສັນຕິພາບ, ການຮ່ວມມື ແລະ ການພັດທະນາ ແມ່ນໄດ້ມີການປະກອບສ່ວນພາຍໃດການຍົກສູງບົດບາດທາງດ້ານຍຸດທະສາດຂອງປະເທດຊາດ ຢູ່ໃນເວທີສາກົນຢ່າງຫຼວງຫຼາຍ. ບົດກ່າວປາໄສຢູ່ທີ່ເວທີການເຈລະຈາ ຊັງກຼີ-ລາ ຄັ້ງທີ 23, ຕາມທ່ານແລ້ວ, ແມ່ນຫຼັກຖານອັນຈະແຈ້ງ ສະແດງໃຫ້ແຫັນເຖິງບົດບາດ ແລະ ອິດທິພົນອັນນັບມື້ນັບໃຫຍ່ຫຼວງຂອງຫວຽດນາມ ພາຍໃດບັນດາບັນຫາພາກພື້ນ ແລະ ໂລກ.
| ເສດຖະກິດຫວຽດນາມເລັ່ງຕົວທ່າມກາງຄວາມບໍ່ແນ່ນອນຂອງໂລກ ຍສໝ - ຜົນການເຕີບໂຕຂອງຫວຽດນາມແມ່ນລື່ນກາຍຄາດຄະເນຂອງຫຼາຍອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ. |
| ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນຕົວຈິງ ລະຫວ່າງ ຫວຽດນາມ ແລະ ອັງໂກລາ ຍສໝ - ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປາດຖະໜາວ່າ ອັງໂກລາ ຈະກາຍເປັນຂົວຕໍ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນຕົວຈິງ ລະຫວ່າງ ຫວຽດນາມ ກັບ ສະຫະພາບອາຟຣິກາ ແລະ ສະແດງຄວາມພ້ອມແລ້ວທີ່ຈະເປັນຂົວຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ອັງໂກລາ ກັບ ອາຊຽນ. |
