ຢັ້ງຢືນເຖິງບົດບາດ, ຖານະບົດບາດ ແລະ ບັນດາການປະກອບສ່ວນຂອງ ຫວຽດນາມ ຕໍ່ກັບສັນຕິພາບ, ຄວາມໝັ້ນຄົງ ແລະ ການຂະຫຍາຍຕົວພັດທະນາຂອງພາກພື້ນ
![]() |
| ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໃຫ້ສຳພາດ. ພາບ: VOV |
ສິ່ງດັ່ງກ່າວ ໄດ້ຮັບການຢັ້ງຢືນຈາກ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໃນມື້ວານນີ້ (1/6), ພາຍໃຕ້ວາລະການໃຫ້ສຳພາດ ກ່ຽວກັບໝາກຜົນແຫ່ງຖ້ຽວຢ້ຽມຢາມ ໄທ, ສິງກະໂປ, ຟີລິບປິນ, ເຂົ້າຮ່ວມ ແລະ ກ່າວປາໄສຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ແຕ່ວັນທີ 27/5-1/6).
ຕາມທັດສະນະ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ແລ້ວ, ພາຍໃນບັນດາຖ້ຽວຢ້ຽມຢາມດັ່ງກ່າວ, ບັນດາຜູ້ນຳ ຫວຽດນາມ, ໄທ, ສິງກະໂປ ແລະ ຟີລິບປິນ ໄດ້ມີຄວາມເຫັນພ້ອມເປັນເອກະພາບຮ່ວມກັນ ຈັດສັນບັນດາກົນໄກແບບໃໝ່, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນທາງດ້ານການເມືອງ, ການຮ່ວມມືທີ່ກ້າວເຂົ້າສູ່ລວງເລິກ; ຮັດແໜ້ນຢ່າງຮອບດ້ານ, ຊຸກຍູ້ການຮ່ວມມືທີ່ມີຄວາມຕັ້ງໜ້າ ແລະ ມີປະສິດທິຜົນ ຮ່ວມກັບທັງສາມປະເທດ ຢູ່ເທິງທຸກຊ່ອງທາງທັງ ພັກ, ລັດ, ສະພາແຫ່ງຊາດ ແລະ ການໄປມາຫາສູ່ກັນຂອງປະຊາຊົນ.
ໄປຄຽງຄູ່ກັນນັ້ນ, ແມ່ນການເພີ່ມທະວີຄວາມຜູກພັນ, ການເຊື່ອມໂຍງ ລະຫວ່າງ ຫວຽດນາມ ຮ່ວມກັບບັນດາປະເທດ ແລະ ລະຫວ່າງບັນດາປະເທດສະມາຊິກ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຊຸກຍູ້ບັນດາບາດກ້າວບຸກທະລຸ, ການຂະຫຍາຍຕົວພັດທະນາແບບໃໝ່ທາງດ້ານຄຸນນະພາບ ຢູ່ເທິງບັນດາຂົງເຂດການຮ່ວມມື ລະຫວ່າງ ຫວຽດນາມ ແລະ 3 ປະເທດ ກ່ຽວກັບ: ປ້ອງກັນຊາດ - ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ, ເຕັກໂນໂນຊີ ແລະ ນະວັດຕະກຳ, ວັດທະນະທຳ, ການສຶກສາ - ອົບຮົມ, ການທ່ອງທ່ຽວ;
ປັນຍາປະດິດ (AI), ການຫັນເປັນດິຈິຕອນ, ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ, ການຫັນປ່ຽນພະລັງງານຢ່າງຍຸດຕິທຳ, ລັດຖະບານເອເລັກໂຕຣນິກ, ການທ່ອງທ່ຽວ ແລະ ການເຊື່ອມຕໍ່ລະຫວ່າງທ້ອງຖິ່ນ...
ຄວາມສຳເລັດ ຂອງຖ້ຽວຢ້ຽມຢາມໃນຄັ້ງນີ້ ຍັງແມ່ນຂໍ້ພິສູດອັນຈະແຈ້ງ ໃຫ້ແກ່ການຍົກສູງຖານະບົດບາດ ກໍຄືບົດບາດຂອງ ຫວຽດນາມ ຢູ່ເທິງເວທີສາກົນ, ໂດຍມີການປະກອບສ່ວນຢ່າງເປັນເຈົ້າການ ແລະ ຕັ້ງໜ້າ ເຂົ້າໃນການແກ້ໄຂບັນດາບັນຫາລວມຂອງສາກົນ.
ຈຸດເດັ່ນອັນສຳຄັນ ແມ່ນບົດກ່າວປາໄສນຳພາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ຕໍ່ກັບທັດສະນະຄຳເຫັນຂອງ ຫວຽດນາມ ກ່ຽວກັບສະພາບການຂອງໂລກໃນປັດຈຸບັນ; ສືບຕໍ່ຢັ້ງຢືນຢ່າງສະເໝີຕົ້ນສະເໝີປາຍ ຕໍ່ກັບແນວທາງທີ່ຍາມໃດກໍໃຫ້ຄວາມສຳຄັນ ຕໍ່ສາຍພົວພັນຮ່ວມກັບບັນດາປະເທດເພື່ອນບ້ານໃກ້ຄຽງ ແລະ ບັນດາປະເທດ ອາຊຽນ, ສະແດງໃຫ້ເຫັນເຖິງບົດບາດອັນເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ພາຍໃຕ້ການຮັດແໜ້ນຄວາມສາມັກຄີ, ເພີ່ມທະວີບົດບາດຄວາມເປັນກາງຂອງ ອາຊຽນ, ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການຂະຫຍາຍຕົວພັດທະນາຢູ່ພາຍໃນພາກພື້ນ; ສະແດງໃຫ້ເຫັນຢ່າງເດັ່ນຊັດ ເຖິງບົດບາດຂອງ ຫວຽດນາມ ພາຍໃຕ້ຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ເປັນສຽງເວົ້າທີ່ມີອິດທິພົນຊື່ສຽງ ພາຍໃຕ້ບັນດາບັນຫາດ້ານສັນຕິພາບ, ຄວາມໝັ້ນຄົງ ແລະ ການຂະຫຍາຍຕົວພັດທະນາ ຂອງພາກພື້ນ ກໍຄືຂອງທົ່ວໂລກ.
| ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຍສໝ - ວັນທີ 25 ມີນາ 2025, ຢູ່ນະຄອນ ໂຮ່ຈິມິນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ອົດສະຕາລີ ແລະ ການາດາ ຈັດຕັ້ງການສຳມະນາເວທີປາໄສພາກພື້ນ ອາຊຽນ (ARF) ກ່ຽວກັບຫົວຂໍ້ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຄັ້ງທີ 2 ດ້ວຍຮູບແບບໂດຍກົງສົມທົບກັບທາງອອນລາຍ. |
| ອາຊຽນ: ປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຂັ້ມແຂງ ຍສໝ - ກອງປະຊຸມຄັ້ງນີ້ແມ່ນໂອກາດທີ່ດີເພື່ອໃຫ້ບັນດາເຈົ້າໜ້າທີ່ປ້ອງກັນປະເທດບັນດາປະເທດສະມາຊິກອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະສາກົນ, ທິດທາງແຜນການຮ່ວມມືດ້ານການທະຫານອາຊຽນ ແລະບັນຫາທີ່ກ່ຽວຂ້ອງອື່ນ. |
