10:17 | 02/06/2026

ກອງປະຊຸມໃຫຍ່ ຄັ້ງທີ XIV ສະຫະພັນກຳມະບານຫວຽດນາມ: ດັດແປງໃໝ່ເພື່ອຮ່ວມເດີນທາງໄປພ້ອມກັບຜູ້ອອກແຮງງານ ໃນຍຸກສະໄໝໃໝ່

ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ
ຢືນຢັນກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ ໃນຍຸກສະໄໝໃໝ່

ໍຕາມແຜນການ, ກອງປະຊຸມໃຫຍ່ ສະຫະພັນກຳມະບານຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031 ຈະດຳເນີນໄປຢູ່ສູນປະຊຸມແຫ່ງຊາດ (ຮ່າໂນ້ຍ), ດ້ວຍການເຂົ້າຮ່ວມຂອງຜູ້ແທນສົມບູນ 780 ທ່ານ ທີ່ເປັນຕົວແທນໃຫ້ແກ່ສະມາຊິກກຳມະບານ, ຜູ້ອອກແຮງງານຫຼາຍລ້ານຄົນໃນທົ່ວປະເທດ. ຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສ້າງຕັ້ງ 51 ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຕາມບັນດາຂັ້ນສະຫະພັນແຮງງານແຂວງ, ນະຄອນ; ກຳມະບານຂະແໜງການສູນກາງ; ກຳມະບານກຸ່ມບໍລິສັດເສດຖະກິດ ແລະ ກຳມະບານບໍລິສັດໃຫຍ່ ທີ່ຂຶ້ນກັບໂດຍກົງ.

ກອງປະຊຸມໃຫຍ່ດຳເນີນໄປໃນທ່າມກາງສະ can ທີ່ສະມາຊິກກຳມະບານ, ຜູ້ອອກແຮງງານໃນທົ່ວປະເທດ ພວມພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວທະຫານ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ; ທົ່ວປະເທດຫາກໍ່ຈັດຕັ້ງການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນບັນດາຂັ້ນ ອາຍຸການ 2026 - 2031 ຢ່າງສຳເລັດຜົນ, ປັບປຸງບູລະນະບັນດາອົງການຈັດຕັ້ງລັດ ແລະ ອຳນາດການປົກຄອງບັນດາຂັ້ນ. ນີ້ໄດ້ຮັບການຖືວ່າແມ່ນເຫດການການເມືອງທີ່ສຳຄັນຂອງຊົນຊັ້ນກຳມະກອນ ແລະ ການຈັດຕັ້ງສະຫະພັນກຳມະບານຫວຽດນາມ ໃນທ່າມກາງສະພາບການທີ່ປະເທດຊາດສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ປັບປຸງໂຄງປະກອບຕະຫຼາດແຮງງານ ພາຍໃຕ້ຜົນສະທ້ອນຂອງການຫັນເປັນດິຈິຕອນ.

ກອງປະຊຸມໃຫຍ່ມີຄວາມໝາຍຄວາມສຳຄັນເປັນພິເສດ ໃນການກຳນົດທິດທາງການເຄື່ອນໄຫວກຳມະບານ, ເບິ່ງແຍງດູແລ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງສະມາຊິກກຳມະບານ, ຜູ້ອອກແຮງງານ; ທັງຢັ້ງຢືນບົດບາດຂອງການຈັດຕັ້ງກຳມະບານ ໃນການສ້າງສາຊົນຊັ້ນກຳມະກອນຫວຽດນາມ ທີ່ທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ. ດ້ວຍຄຳຂວັນ “ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ດັດແປງໃໝ່ - ພັດທະນາ”, ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ຮັບການຄາດຫວັງວ່າຈະສ້າງພື້ນຖານໃຫ້ແກ່ການຫັນປ່ຽນໃໝ່ໆ ໃນການເຄື່ອນໄຫວກຳມະບານ, ຍົກສູງປະສິດທິຜົນການເປັນຕົວແທນ, ເບິ່ງແຍງດູແລ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານ ໃນໄລຍະແຫ່ງການພັດທະນາໃໝ່.

ກອງປະຊຸມໃຫຍ່ ຄັ້ງທີ XIV ສະຫະພັນກຳມະບານຫວຽດນາມ: ດັດແປງໃໝ່ເພື່ອຮ່ວມເດີນທາງໄປພ້ອມກັບຜູ້ອອກແຮງງານ ໃນຍຸກສະໄໝໃໝ່

ໂລໂກ້ຢ່າງເປັນທາງການ ຂອງກອງປະຊຸມໃຫຍ່ ຄັ້ງທີ XIV ສະຫະພັນກຳມະບານຫວຽດນາມ, ອາຍຸການ 2026-2031. (ຮູບ: ສະຫະພັນກຳມະບານຫວຽດນາມ)

ສຸມໃສ່ສ້າງຕັ້ງການຈັດຕັ້ງສະຫະພັນກຳມະບານໃຫ້ເຂັ້ມແຂງຮອບດ້ານ

ຕາມຮ່າງບົດລາຍງານຂອງຄະນະບໍລິຫານງານສະຫະພັນໃຫຍ່ແຮງງານຫວຽດນາມ ທີ່ຈະຍື່ນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIV, ອາຍຸການ 2026-2031 ໄດ້ກຳນົດເປົ້າໝາຍຈຸດສຸມແມ່ນ ສືບຕໍ່ພັດທະນາສະມາຊິກກຳມະບານ, ປັບປຸງບູລະນະຮູບແບບການຈັດຕັ້ງ, ຍົກສູງປະສິດທິຜົນການເຄື່ອນໄຫວກຳມະບານ; ລົງທຶນແຫຼ່ງທຶນ ແລະ ດັດແປງໃໝ່ ວິທີການປະຕິບັດໜ້າທີ່ເປັນຕົວແທນ, ເບິ່ງແຍງດູແລ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງສະມາຊິກກຳມະບານ, ຜູ້ອອກແຮງງານ.

ການຈັດຕັ້ງສະຫະພັນກຳມະບານ ກໍ່ຈະຊຸກຍູ້ການປະຕິບັດປະຊາທິປະໄຕ ຢູ່ສະຖານທີ່ເຮັດວຽກ; ຍູ້ແຮງການໂຄສະນາ, ປຸກລະດົມຜູ້ອອກແຮງງານໃຫ້ມີການປະດິດສ້າງໃໝ່, ນຳໜ້າໃນການປະຍຸກໃຊ້ວິທະຍາສາດ - ເຕັກໂນໂລຊີ, ເຂົ້າຮ່ວມການສ້າງກຳລັງການຜະລິດໃໝ່ ແລະ ຍົກສູງສະມັດຖະພາບແຮງງານ.

ເພື່ອເຮັດໃຫ້ບັນດາເປົ້າໝາຍນີ້ປະກົດຜົນເປັນຈິງ, ອາຍຸການໃໝ່ໄດ້ກຳນົດສອງຂໍ້ບຸກທະລຸຈຸດສຸມ:

ທີໜຶ່ງ, ຍົກສູງຄຸນນະພາບຂອງຖັນແຖວພະນັກງານກຳມະບານ, ເປັນພິເສດແມ່ນພະນັກງານວິຊາສະເພາະ ແລະ ປະທານກຳມະບານຮາກຖານ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງ ໃນວຽກງານເປັນຕົວແທນ, ເຈລະຈາ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານ.

ທີສອງ, ປະຍຸກໃຊ້ວິທະຍາສາດ - ເທັກໂນໂລຊີຢ່າງແຂງແຮງ, ການຫັນເປັນດິຈິຕອນ ໃນການເຄື່ອນໄຫວກຳມະບານ, ທັງນຳໃຊ້ເຕັກໂນໂລຊີຄືດັ່ງເຄື່ອງມືຊຸກຍູ້ປະສິດທິຜົນການຜະລິດດຳເນີນທຸລະກິດຂອງວິສາຫະກິດ ແລະ ພື້ນຖານເສດຖະກິດ.

ບັນດາກຸ່ມໜ້າທີ່, ມາດຕະການຈຸດສຸມໃນອາຍຸການຕໍ່ໜ້າ ກໍ່ສຸມໃສ່ການຍົກສູງປະສິດທິຜົນການເຄື່ອນໄຫວເປັນຕົວແທນ, ເບິ່ງແຍງດູແລ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານ; ເສີມຂະຫຍາຍບົດບາດກຳມະບານໃນການເຂົ້າຮ່ວມຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ - ສັງຄົມ; ເພີ່ມທະວີການທັກທ້າຍ, ກວດກາ, ຕິດຕາມກວດກາ; ເປີດກວ້າງການຮ່ວມມືສາກົນ ແລະ ສືບຕໍ່ດັດແປງໃໝ່ ວິທີການເຄື່ອນໄຫວຢູ່ບັນດາຂັ້ນກຳມະບານ.

ໜ້າສົນໃຈແມ່ນ, ບາງໂຄງການໃຫຍ່ ທີ່ຄາດວ່າຈະຜັນຂະຫຍາຍໃນໄລຍະ 2026-2031 ຈະສຸມໃສ່ຍົກສູງປະສິດທິຜົນການເຈລະຈາ, ການປຶກສາຫາລືລວມໝູ່; ຊຸກຍູ້ການມີວຽກເຮັດງານທຳທີ່ໝັ້ນຄົງ, ລາຍຮັບທີ່ຍືນຍົງ; ຍູ້ແຮງການຫັນເປັນດິຈິຕອນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໃນການເຄື່ອນໄຫວກຳມະບານ; ສ້າງຮູບແບບການຈັດຕັ້ງກຳມະບານຕາມທິດເປີດ, ຄ່ອງຕົວ ແລະ ແທດເໝາະກັບສະພາບການເສດຖະກິດໃໝ່.

ໃນທ່າມກາງສະພາບການທີ່ລັດຖະບານວາງເປົ້າໝາຍການເຕີບໂຕສູງໃນໄລຍະຕໍ່ໜ້າ, ການຈັດຕັ້ງສະຫະພັນກຳມະບານ ກໍ່ໄດ້ຮັບການຄາດຫວັງວ່າຈະຮ່ວມເດີນທາງຢ່າງແຂງແຮງກວ່າອີກ ຄຽງຄູ່ກັບວິສາຫະກິດ ແລະ ຜູ້ອອກແຮງງານ ແນໃສ່ຍົກສູງສະມັດຖະພາບແຮງງານ, ປັບປຸງຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ ແລະ ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການເຕີບໂຕເສດຖະກິດເປັນຕົວເລກສອງຫຼັກ.

ດັດແປງໃໝ່ເພື່ອແທດເໝາະກັບຄົນລຸ້ນຜູ້ອອກແຮງງານໃໝ່

ກອງປະຊຸມໃຫຍ່ ຄັ້ງທີ XIV ສະຫະພັນກຳມະບານຫວຽດນາມ: ດັດແປງໃໝ່ເພື່ອຮ່ວມເດີນທາງໄປພ້ອມກັບຜູ້ອອກແຮງງານ ໃນຍຸກສະໄໝໃໝ່

ປອ. ຫງວຽນງອກເອິນ, ປະທານສະຫະພັນກຳມະບານການສຶກສາຫວຽດນາມ. (ຮູບພາບ: ສະຫະພັນກຳມະບານການສຶກສາຫວຽດນາມ)

ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການອັນໃຫຍ່ຫຼວງ ທີ່ວາງອອກສໍາລັບການຈັດຕັ້ງສະຫະພັນກຳມະບານໃນປັດຈຸບັນ ແມ່ນຕ້ອງແທດເໝາະກັບການປ່ຽນແປງຢ່າງວ່ອງໄວຂອງກຳລັງແຮງງານ, ເປັນພິເສດແມ່ນພາຍໃຕ້ຜົນສະທ້ອນຂອງການຫັນເປັນດິຈິຕອນ, ປັນຍາປະດິດ ແລະ ບັນດາຮູບແບບການມີວຽກເຮັດງານທຳໃໝ່. ຕາມທ່ານ ດຣ. ຫງວຽນງອກເອິນ, ປະທານສະຫະພັນກຳມະບານການສຶກສາຫວຽດນາມ, ການສ້າງຕັ້ງກຳລັງແຮງງານໃໝ່ ທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ ແລະ ການຫັນເປັນດິຈິຕອນ ພວມກາຍເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ.

ທ່ານເຫັນວ່າ ການສຶກສາ ແລະ ການຝຶກອົບຮົມ ແມ່ນຂໍ້ກຸນແຈຕັດສິນຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດໃນອະນາຄົດ; ໃນນັ້ນ, ຖັນແຖວຄູອາຈານ, ນັກວິທະຍາສາດ, ພະນັກງານຄົ້ນຄວ້າ ຢູ່ບັນດາສະຖານການສຶກສາ ມີບົດບາດເປັນແກນນຳ ໃນການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ແນວໃດກໍ່ຕາມ, ຄຽງຄູ່ກັບກາລະໂອກາດ ກໍ່ປະກົດມີບັນດາສິ່ງທ້າທາຍໃໝ່ ຕໍ່ກັບການຈັດຕັ້ງສະຫະພັນກຳມະບານ, ເປັນພິເສດແມ່ນການປ່ຽນແປງວິທີການເຂົ້າເຖິງ ໃນການເບິ່ງແຍງດູແລ, ຊ່ວຍເຫຼືອ ແລະ ຮ່ວມເດີນທາງກັບສະມາຊິກກຳມະບານ. “ວິທີການເຂົ້າເຖິງໃໝ່ ແມ່ນການຄົ້ນພົບຂໍ້ຍຸ້ງຍາກໃນການອອກແຮງງານວິຊາຊີບຂອງສະມາຊິກກຳມະບານແຕ່ລະຄົນ; ສ້າງກົນໄກນະໂຍບາຍ ເພື່ອໃຫ້ນັກວິທະຍາສາດທຸ່ມເທຈິດໃຈ, ສະບາຍໃຈ ແລະ ມີຄວາມໝັ້ນໃຈໃນການຄົ້ນຄວ້າ, ປະດິດສ້າງ”, ທ່ານ ດຣ. ຫງວຽນງອກເອິນ ເນັ້ນໜັກ.

ຕາມທ່ານແລ້ວ, ການຈັດຕັ້ງສະຫະພັນກຳມະບານ ຈຳເປັນຕ້ອງປ່ຽນແປງວິທີການເຂົ້າເຖິງໜ້າທີ່, ປ່ຽນແປງວິທີການຈັດຕັ້ງການເຄື່ອນໄຫວຢູ່ຮາກຖານ ແລະ ດັດແປງໃໝ່ ວິທີການຊີ້ນຳນຳພາຈາກຂັ້ນເທິງ ເພື່ອໃຫ້ແທດເໝາະກັບຕົວຈິງໃໝ່.

ທ່ານ ດຣ. ຫງວຽນງອກເອິນ ກໍ່ຄາດຫວັງວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຈະກຳນົດໄດ້ຢ່າງຈະແຈ້ງກວ່າເກົ່າ ກ່ຽວກັບຄຸນລັກສະນະຂອງຄົນລຸ້ນກຳມະກອນ, ຜູ້ອອກແຮງງານໃນເງື່ອນໄຂໃໝ່, ຈາກນັ້ນກຳນົດບັນດາການພົວພັນແຮງງານໃໝ່ ແລະ ສ້າງບັນດາເຄື່ອງມືກຳມະບານທີ່ມີປະສິດທິຜົນພຽງພໍ ເພື່ອແຊກແຊງ, ຊ່ວຍເຫຼືອຜູ້ອອກແຮງງານ.

“ສິ່ງທີ່ຄາດຫວັງຢູ່ກອງປະຊຸມໃຫຍ່ ຄັ້ງທີ XIV ແມ່ນການກຳນົດຖັນແຖວພະນັກງານກຳມະບານແມ່ນຂໍ້ກຸນແຈຕັດສິນ. ພະນັກງານກຳມະບານບໍ່ພຽງແຕ່ຕ້ອງການຄວາມກະຕືລືລົ້ນ, ສະຕິແຫ່ງການອຸທິດຕົນເທົ່ານັ້ນ ແຕ່ຍັງຕ້ອງມີລະດັບຄວາມຮູ້, ຄວາມສາມາດພຽງພໍເພື່ອໂນ້ມນ້າວຜູ້ອອກແຮງງານ ແລະ ແກ້ໄຂບັນດາສິ່ງທ້າທາຍໃໝ່”, ທ່ານ ດຣ. ຫງວຽນງອກເອິນ ໃຫ້ຮູ້.

ກອງປະຊຸມໃຫຍ່ ຄັ້ງທີ XIV ສະຫະພັນກຳມະບານຫວຽດນາມ ດັ່ງນັ້ນ ບໍ່ພຽງແຕ່ແມ່ນບາດກ້າວໝາຍຂອງອາຍຸການໃໝ່ເທົ່ານັ້ນ ແຕ່ຍັງແມ່ນບາດກ້າວການກະກຽມອັນສຳຄັນ ມຸ່ງໄປເຖິງບັນດາຂີດໝາຍອັນໃຫຍ່ຫຼວງຂອງປະເທດຊາດ ເຊັ່ນ: ສະເຫຼີມສະຫຼອງ 100 ປີ ແຫ່ງວັນສ້າງຕັ້ງສະຫະພັນກຳມະບານຫວຽດນາມ, 100 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ 100 ປີ ແຫ່ງວັນສະຖາປະນາປະເທດຊາດ. ໃນສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການດັດແປງໃໝ່ການຈັດຕັ້ງສະຫະພັນກຳມະບານ ບໍ່ພຽງແຕ່ມາຈາກຄວາມຮຽກຮ້ອງຕ້ອງການພາຍໃນເທົ່ານັ້ນ ແຕ່ຍັງມາຈາກການປ່ຽນແປງຢ່າງແຂງແຮງຂອງພື້ນຖານເສດຖະກິດ ແລະ ກຳລັງແຮງງານ ໃນຍຸກສະໄໝແຫ່ງການພັດທະນາໃໝ່ອີກດ້ວຍ.

ທ່ານ ຫງວຽນແທ່ງຫງີ: ການປະກອບສ່ວນຂອງຄະນະກຳມະການຈະເປັນສິ່ງຕັດສິນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃຫ້ປະສົບຜົນສຳເລັດ. ທ່ານ ຫງວຽນແທ່ງຫງີ: ການປະກອບສ່ວນຂອງຄະນະກຳມະການຈະເປັນສິ່ງຕັດສິນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃຫ້ປະສົບຜົນສຳເລັດ.

ຍສໝ -​ ຍຸກສະໄໝແຫ່ງການພັດທະນາປະເທດຊາດໄດ້ນຳສະເໜີຄວາມຕ້ອງການໃໝ່ ແລະ ທ້າທາຍໃຫ້ແກ່ປະເທດ, ເຊິ່ງຮຽກຮ້ອງໃຫ້ມີວິໄສທັດທີ່ແຕກຕ່າງຈາກແຕ່ກ່ອນຢ່າງແທ້ຈິງ. ໃນສະພາບການນີ້, ການຕັດສິນໃຈຂອງກົມການເມືອງໃນການສ້າງຕັ້ງຄະນະກຳມະການນະໂຍບາຍ ແລະ ຍຸດທະສາດສູນກາງຖືກເຫັນວ່າເປັນທາງອອກ ແລະ ເປັນຄວາມຫວັງໃນການວາງແຜນຍຸດທະສາດໄລຍະຍາວສຳລັບຫວຽດນາມ. ໃນໂອກາດປີໃໝ່ເຕດ 2026, ວາຍະສານ ຍຸກສະໄໝ ໄດ້ສຳພາດທ່ານ ຫງວຽນແທ່ງຫງີ, ກຳມະການກົມການເມືອງ, ຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ, ກ່ຽວກັບຄວາມຮັບຜິດຊອບທີ່ສຳຄັນ ແລະ ແຜນການໃນອະນາຄົດຂອງອົງການທີ່ສຳຄັນນີ້.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ: ກອງປະຊຸມໃຫຍ່ແຫ່ງການກະທຳ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ: ກອງປະຊຸມໃຫຍ່ແຫ່ງການກະທຳ

ຍສໝ - ຫຼັງຈາກເຮັດວຽກເປັນເວລາຫ້າມື້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມໄດ້ສິ້ນສຸດລົງທີ່ຮ່າໂນ້ຍໃນຕອນບ່າຍຂອງວັນທີ 23 ມັງກອນ. ກ່າວຄຳປາໄສໃນກອງປະຊຸມຂ່າວສາກົນທັນທີຫຼັງຈາກກອງປະຊຸມປິດ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ກ່າວວ່າ ກອງປະຊຸມໃຫຍ່ຄັ້ງທີ 14 "ປະສົບຜົນສຳເລັດຢ່າງງົດງາມ, ເປັນຜົນສຳເລັດອັນຍິ່ງໃຫຍ່ຫຼາຍ".

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22088.html

In bài biết