19:42 | 31/05/2026

ເສັ້ນທາງນຳພາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນມາຈາກປະເທດເພື່ອນມິດ

ADN ເປີດຄວາມຫວັງເພີ່ມເຕີມໃນການກຳນົດເອກະລັກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
ຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນເພື່ອຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ

ເສັ້ນທາງການຄົ້ນຫາເພື່ອນຮ່ວມຮົບຢູ່ບົນຜືນແຜ່ນດິນເພື່ອນມິດ

ນັບຕັ້ງແຕ່ບັນດາຜືນປ່າຊາຍແດນກຳປູເຈຍ ໄປຈົນເຖິງເຂດລຽບຕາມລຳນ້ຳເຊກອງ ຢູ່ທາງພາກໃຕ້ຂອງລາວ, ຫຼາຍທິມງານເກັບໂຮມ ແມ່ນຍັງຄົງຄົ້ນຫານຳຮອຍຕາມຂໍ້ມູນຂອງພະຍານບຸກຄົນໃນແຕ່ລະວັນ ເພື່ອຄົ້ນຫາເພື່ອນຮ່ວມຮົບ ທີ່ໄດ້ເສຍສະຫຼະຊີວິດເມື່ອຫຼາຍທົດສະວັດກ່ອນ.

ຕາມ VNA, ວັນທີ 12 ພຶດສະພາ, ຢູ່ທີ່ ດ່ານສາກົນບິ່ງຮຽບ, ແຂວງໄຕນິງ ໄດ້ຈັດພິທີຕ້ອນຮັບອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເປັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 158 ທ່ານ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍ ກັບຄືນສູ່ປະເທດ ໃນຊຸດທີ 2, ໄລຍະ XXV (ລະດູແລ້ງ 2025-2026). ບັນດາອັດຖິດັ່ງກ່າວ ແມ່ນໂດຍ ທິມງານ K71 ແລະ K73 ຄົ້ນຫາ, ເກັບໂຮມ ຢູ່ບົນເຂດແຄວ້ນຂອງກຳປູເຈຍ. ນີ້ແມ່ນໜຶ່ງໃນບັນດາຊຸດການເກັບໂຮມ ທີ່ມີຈຳນວນອັດຖິເປັນຈຳນວນຫຼວງຫຼາຍ ຂອງລະດູແລ້ງ 2025-2026.

ເສັ້ນທາງນຳພາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນມາຈາກປະເທດເພື່ອນມິດ

ບັນດາພະເຖລານຸເຖລະ ຂອງສະມາຄົມພຸດທະສາສະໜາຫວຽດນາມ ແຂວງໄຕນິງ ດຳເນີນພິທີສູດອຸທິດສ່ວນກຸສົນ ໃຫ້ແກ່ບັນດາວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເສຍສະຫຼະຊີວິດຢູ່ກຳປູເຈຍ ຜ່ານບັນດາສະໄໝ. (ຮູບ: ໜັງສືພິມຂ່າວສານ ແລະ ຊົນເຜົ່າ)

ປະຈຸບັນ ໄຕນິງ ແມ່ນໜຶ່ງໃນບັນດາທ້ອງຖິ່ນ ທີ່ຜັນຂະຫຍາຍບັ້ນຮົບຢ່າງແຂງແຮງ ພ້ອມທັງຮັກສາການເຄື່ອນໄຫວຄົ້ນຫາ ແລະ ເກັບໂຮມ ຢູ່ກຳປູເຈຍ ເປັນເວລາຫຼາຍປີລຽນຕິດ. ໜັງສືພິມເຍີນເຊີນ ໃຫ້ຮູ້ວ່າ, ບັນດາທິມງານເກັບໂຮມຂອງແຂວງ ແມ່ນຍັງຄົງເຄື່ອນຍ້າຍເຂົ້າເລິກໃນເຂດປ່າເຂົາ ບ່ອນທີ່ເຄີຍເກີດເສິກສົງຄາມເປັນປະຈຳ, ເພື່ອຢັ້ງຢືນຂໍ້ມູນກ່ຽວກັບສະຖານທີ່ຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຢູ່ທາງທິດທຳນັກຕາເວັນອອກສ່ຽງເໜືອຂອງກຳປູເຈຍ, ທິມງານ K52 ສັງກັດກອງບັນຊາການທະຫານແຂວງຢາລາຍ ແມ່ນສືບຕໍ່ຂະຫຍາຍການຄົ້ນຫາ ຢູ່ບັນດາແຂວງ ລັດຕະນະຄີຣີ, ສະຕຶງແຕຣງ ແລະ ພຣະວິຫານ.

ຕົ້ນເດືອນ ພຶດສະພາ ປີ 2026, ທິມງານ K52 ໄດ້ເກັບໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຕື່ມອີກ 2 ທ່ານ ຢູ່ທີ່ແຂວງລັດຕະນະຄີຣີ. ສິ່ງທີ່ໜ້າເອົາໃຈໃສ່ແມ່ນ ຂໍ້ມູນໃນເບື້ອງຕົ້ນແມ່ນໄດ້ຮັບການສະໜອງໂດຍປະຊາຊົນທ້ອງຖິ່ນກຳປູເຈຍ. ຄຽງຄູ່ກັບອັດຖິ, ກໍາລັງເກັບໂຮມຍັງໄດ້ຄົ້ນພົບວັດຖຸສິ່ງຂອງເຄື່ອງໃຊ້ທີ່ລະນຶກຫຼາຍຢ່າງ ເຊັ່ນ: ກະຕິກນ້ຳ, ກະຕຸກຢາ, ບີກ, ແກ້ວຢາ, ຫຼຽນເງິນຫວຽດນາມ ແລະ ເຄື່ອງໃຊ້ຕ່າງໆຂອງທະຫານຫວຽດນາມໃນສະໄໝສົງຄາມ. ບັນດາຕົວຢ່າງຊີວະພາບກໍໄດ້ຮັບການເກັບກຳ ເພື່ອຮັບໃຊ້ໃຫ້ແກ່ວຽກງານການກວດສອບ ADN.

ຕາມກອງບັນຊາການທະຫານແຂວງຢາລາຍ, ນັບຕັ້ງແຕ່ຕົ້ນລະດູແລ້ງ 2025-2026 ມາຮອດປະຈຸບັນ, ທິມງານ K52 ໄດ້ເກັບໂຮມໄດ້ 18 ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເປັນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍ.

ເສັ້ນທາງການຄົ້ນຫາເພື່ອນຮ່ວມຮົບແມ່ນຍັງຄົງສືບຕໍ່ຢູ່ບົນຜືນແຜ່ນດິນລາວ. ໃນບໍ່ເທົ່າໃດວັນມານີ້, ບັນດາກຳລັງເກັບໂຮມແມ່ນສືບຕໍ່ຄົ້ນພົບອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຫຼາຍທ່ານ ຢູ່ບັນດາແຂວງພາກໃຕ້ຂອງລາວ, ໃນນັ້ນມີເຂດລຽບຕາມລຳນ້ຳເຊກອງ - ບ່ອນທີ່ເຄີຍເກີດມີຫຼາຍບັ້ນຮົບຢ່າງດຸເດືອດ. ຫຼາຍເຂດການຄົ້ນຫາມີພູມສັນຖານທີ່ອັນຕະລາຍ, ວຽກງານການຢັ້ງຢືນສະຖານທີ່ຝັງສົບແມ່ນອີງໃສ່ຄວາມຊົງຈຳຂອງພະຍານບຸກຄົນ ແລະ ຂໍ້ມູນທີ່ປະຊາຊົນທ້ອງຖິ່ນສະໜອງໃຫ້ເປັນຕົ້ນ.

ໃນຂອບເຂດຂອງບັ້ນຮົບ, ກຳລັງທີ່ກ່ຽວຂ້ອງ ແມ່ນເກັບໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 28 ທ່ານ ຢູ່ບົນເຂດແຄວ້ນຂອງສອງແຂວງ ປະເທດລາວ.

ເລັ່ງລັດການກຳນົດເອກະລັກດ້ວຍ ADN

ຄຽງຄູ່ກັບການເລັ່ງລັດການຄົ້ນຫາ, ເກັບໂຮມ ຢູ່ພາຍໃນ ແລະ ຕ່າງປະເທດ, ຫຼາຍທ້ອງຖິ່ນ ແມ່ນພວມເລັ່ງລັດການເກັບກຳຕົວຢ່າງຊີວະພາບ, ຫັນເປັນດິຈິຕອນທາງດ້ານຂໍ້ມູນ ແລະ ການກວດສອບ ADN ເພື່ອແນໃສ່ກຳນົດເອກະລັກອັດຖິຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ.

ເສັ້ນທາງນຳພາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນມາຈາກປະເທດເພື່ອນມິດ

ການຂຸດຄົ້ນ ແລະ ເກັບໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດບ້ານຝູບິ່ງ, ຕາແສງແທັງອານ, ນະຄອນໂຮ່ຈີມິນ. (ຮູບ: VNA)

ຕາມສຳນັກຂ່າວສານຫວຽດນາມ VNA, ໃນບັ້ນຮົບນີ້, ແຂວງກວາງຈິ ແມ່ນສູ້ຊົນຄົ້ນຫາ, ເກັບໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ແຕ່ 360 ຫາ 590 ທ່ານ. ຄຽງຄູ່ກັບວຽກງານການຄົ້ນຫາ, ເກັບໂຮມ, ກວາງຈິ ໄດ້ວາງເປົ້າໝາຍຈະເຮັດໃຫ້ສໍາເລັດວຽກງານການເກັບກຳຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ສຳລັບບັນດາຂຸມຝັງສົບທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້ ຢູ່ທີ່ປ່າຊ້າຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 100% ໃນທົ່ວທ້ອງຖິ່ນ, ກໍຄືບັນດາອັດຖິທີ່ເກັບໂຮມໄດ້ໃນບັ້ນຮົບ. ພ້ອມກັນນັ້ນ, ແມ່ນຈະສ້າງຕັ້ງ ແລະ ເປີດນຳໃຊ້ຖານຂໍ້ມູນແຊນ ຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້, ເພື່ອສ້າງເປັນພື້ນຖານທາງດ້ານວິທະຍາສາດ ຮັບໃຊ້ໃຫ້ແກ່ວຽກງານການກຳນົດເອກະລັກໃນຕໍ່ໜ້າ.

ຮຶງອຽນ ປະຈຸບັນມີຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດເກືອບ 35.000 ຂຸມ ຢູ່ທີ່ປ່າຊ້າ 230 ແຫ່ງ, ໃນນັ້ນມີຫຼາຍກວ່າ 4.200 ສ່ວນຂຸມຝັງສົບທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້. ແຂວງໄດ້ວາງເປົ້າໝາຍຈະເຮັດໃຫ້ສໍາເລັດວຽກງານການເກັບຕົວຢ່າງຊີວະພາບ ກ່ອນເດືອນ ມີນາ ປີ 2027.

ຫາຍຟອງ ປະຈຸບັນມີຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດເກືອບ 56.000 ຂຸມ ຢູ່ທີ່ປ່າຊ້າ 383 ແຫ່ງ, ໃນນັ້ນຍັງມີ 2.730 ສ່ວນຂຸມຝັງສົບທີ່ບໍ່ທັນມີຂໍ້ມູນ ທີ່ຈຳເປັນຕ້ອງໄດ້ເກັບຕົວຢ່າງ ເພື່ອຮັບໃຊ້ໃຫ້ແກ່ວຽກງານການກວດສອບ ADN. ນະຄອນແມ່ນໄດ້ຮັບການຄັດເລືອກຈາກ ຄະນະຊີ້ນຳ 515 (ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ) ຂອງເຂດທະຫານ 3 ໃຫ້ເປັນທ້ອງຖິ່ນຜັນຂະຫຍາຍກ່ອນ ວຽກງານການເກັບຕົວຢ່າງ, ການມອບຮັບຕົວຢ່າງ ແລະ ຫັນເປັນດິຈິຕອນທາງດ້ານຂໍ້ມູນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອຖອດຖອນບົດຮຽນ ແລະ ຂະຫຍາຍຜົນອອກໄປໃນທົ່ວເຂດທະຫານ. ຫາຍຟອງ ໄດ້ວາງເປົ້າໝາຍຈະເຮັດໃຫ້ສໍາເລັດໜ້າທີ່ ກ່ອນວັນທີ 31 ມັງກອນ ປີ 2027.

ລາວກາຍ ກໍພວມຕັ້ງໜ້າຜັນຂະຫຍາຍແຜນການເກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອຮັບໃຊ້ໃຫ້ແກ່ວຽກງານການກວດສອບ ADN, ກຳນົດເອກະລັກຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ ຢູ່ທີ່ບັນດາປ່າຊ້າໃນທົ່ວແຂວງ. ຕາມແຜນການ, ນັບແຕ່ສະໄໝນີ້ຈົນຮອດວັນທີ 27 ກໍລະກົດ ປີ 2027, ທົ່ວແຂວງແມ່ນສູ້ຊົນເຮັດໃຫ້ສຳເລັດວຽກງານການເກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ສຳລັບ 1.241 ສ່ວນຂຸມຝັງສົບທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້ ຢູ່ທີ່ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ 16 ແຫ່ງ ແລະ ບັນດາອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ຮັບການຄົ້ນຫາ, ເກັບໂຮມ ເພື່ອຮັບໃຊ້ໃຫ້ແກ່ວຽກງານການກວດສອບ ADN.

ຈັດຕັ້ງປະຕິບັດບັ້ນຮົບ, ແຂວງແທັງຮວ້າ ໄດ້ວາງເປົ້າໝາຍຄົ້ນຫາ, ເກັບໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ແຕ່ 40 ຫາ 45 ທ່ານ, ໃນນັ້ນມີອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ 33 ທ່ານ ຢູ່ປະເທດລາວ.

ຢູ່ເບື້ອງຫຼັງຂອງບັນດາຕົວເລກເຫຼົ່ານັ້ນ ແມ່ນການປະສານງານຢ່າງມີຄວາມອົດທົນ ແລະ ຕໍ່ເນື່ອງ ລະຫວ່າງ ກໍາລັງທີ່ກ່ຽວຂ້ອງຂອງຫວຽດນາມ ກັບ ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນລາວ, ກຳປູເຈຍ. ຫຼາຍສະຖານທີ່ຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນໄດ້ຮັບການຢັ້ງຢືນຈາກຄວາມຊົງຈຳຂອງບັນດາພະຍານບຸກຄົນຜູ້ອາວຸໂສ, ຜູ້ທີ່ເຄີຍເຂົ້າຮ່ວມການຝັງສົບໂດຍກົງ ຫຼື ໄດ້ຮູ້ເຫັນບັນດາບັ້ນຮົບເມື່ອຫຼາຍສິບປີກ່ອນ.

ໃນເສັ້ນທາງນັ້ນ, ເຕັກໂນໂລຊີ ກໍພວມເປີດຄວາມຫວັງຕື່ມອີກໃຫ້ແກ່ຫຼາຍພັນຄອບຄົວຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ໜຶ່ງໃນບັນດາໜ້າທີ່ຂອງບັ້ນຮົບ ແມ່ນການເພີ່ມທະວີການກວດສອບ ADN, ເຊື່ອມຕໍ່ທະນາຄານແຊນ ຂອງຍາດຕິພີ່ນ້ອງ ກັບ ຖານຂໍ້ມູນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.

ດຳເນີນໄປນັບແຕ່ວັນທີ 15 ມີນາ ປີ 2026 ຮອດວັນທີ 27 ກໍລະກົດ ປີ 2027, ບັ້ນຮົບໄດ້ວາງເປົ້າໝາຍຄົ້ນຫາ, ເກັບໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ປະມານ 7.000 ທ່ານ; ເຮັດໃຫ້ສຳເລັດວຽກງານການເກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດเพื่อຊາດ ສຳລັບບັນດາຂຸມຝັງສົບທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້ ຢູ່ຕາມປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດໃນທົ່ວປະເທດ; ກວດສອບ ADN ໃຫ້ໄດ້ປະມານ 18.000 ຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.

ບັ້ນຮົບກໍແນໃສ່ການສ້າງຕັ້ງໃຫ້ສົມບູນ ແລະ ເປີດນຳໃຊ້ຖານຂໍ້ມູນແຊນ ຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້ ຮັບໃຊ້ໃຫ້ແກ່ວຽກງານການສົມທຽບກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ; ເລັ່ງລັດວຽກງານການກວດກູ້ລະເບີດ ແລະ ວັດຖຸແຕກເພື່ອຄົ້ນຫາ, ເກັບໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ເປັນຕົ້ນແມ່ນຢູ່ບັນດາທ້ອງຖິ່ນຈຸດສຸມ, ເຂດແກນກາງຢູ່ແຂວງຕວຽນກວາງ, ແຂວງລາວກາຍ, ແຂວງລັງເຊິນ…

ທະຫານເຂດ 7 ເປັນຈຸດເລີ່ມຕົ້ນໃນພິທີເຄື່ອນທັບຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ກໍາປູເຈຍ ທະຫານເຂດ 7 ເປັນຈຸດເລີ່ມຕົ້ນໃນພິທີເຄື່ອນທັບຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ກໍາປູເຈຍ

ຍສໝ - ວັນທີ 7 ພະຈິກ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ໂນນພູ 82 (ແຂວງໄຕນິງ), ກອງບັນຊາການທະຫານເຂດ 7 ໄດ້ຈັດຕັ້ງພິທີເຄື່ອນທັບ, ມອບໝາຍໜ້າທີ່ໃຫ້ກອງ K ຊອກຄົ້ນອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກໍາປູເຈຍ ກັບຄືນປະເທດໄລຍະ XXIV ໃນລະດູແລ້ງ 2024-2025.

ການເດີນທາງຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ປະເທດເພື່ອນ ລາວ ການເດີນທາງຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ປະເທດເພື່ອນ ລາວ

ຍສໝ - ແຕ່ລະປີ, ພະນັກງານ ແລະ ນາຍທະຫານ 80 ຄົນຂອງກອງເຕົ້າໂຮມ ໄດ້ໄປສູ່ປະເທດເພື່ອນ ລາວ ເພື່ອຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ແຕ່ວ່າ, ພູມສັນຖານສ່ວນຫຼາຍແມ່ນເປັນພູຜາປ່າດົງ ແລະ ຂໍ້ມູນກ່ຽວກັບຂຸມຝັງສົບແມ່ນນັບມື້ນັບຫນ້ອຍລົງ, ເຮັດໃຫ້ການເຕົ້າໂຮມປະສົບກັບຄວາມຫຍຸ້ງຍາກ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22085.html

In bài biết