10:30 | 27/05/2026

"ແຂນສອກແຫ່ງການເຊື່ອມຕໍ່" ໃນການປ້ອງກັນ ແລະ ຕ້ານ HIV/AIDS

ຄວາມຍຸຕິທຳ, ສະເໝີພາບໃນການເຂົ້າເຖິງການບໍລິການປ້ອງກັນ, ຕ້ານ HIV ແລະການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ
ຄວາມຍຸຕິທຳ ແລະຄວາມສະເໝີພາບໃນການເຂົ້າເຖິງການບໍລິການປ້ອງກັນຕ້ານ HIV ແລະ ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ

ຜູ້ທີ່ອອກຊອກຫາ ແລະ ເຊື່ອມຕໍ່ຜູ້ປ່ວຍ HIV

ນັບຕັ້ງແຕ່ຕອນທີ່ເປັນຜູ້ເຂົ້າເຖິງຊຸມຊົນ ຈົນກາຍມາເປັນຫົວໜ້າກຸ່ມ CBO ຮາດຢົ້ງ ຢູ່ແຂວງບິ່ງເຢືອງ ໃນເມື່ອກ່ອນ (ປັດຈຸບັນຂຶ້ນກັບ ນະຄອນໂຮ່ຈີມິນ ພາຍຫຼັງການຮວມເຂົ້າກັນ), ທ່ານ ຫງວຽນວັນແທັງ ໄດ້ມີຄວາມລຶ້ງເຄີຍກັບບັນດາສາຍໂທລະສັບໃນຍາມເດິກຄ້ອຍຄ່ຳ. ນັ້ນມັກຈະແມ່ນຊ່ວງເວລາທີ່ຜູ້ທີ່ມີຄວາມສ່ຽງສູງໃນການຕິດເຊື້ອ HIV, ໂດຍສະເພາະແມ່ນ ຊາຍທີ່ມີເພດສຳພັນກັບຊາຍ (MSM), ເລີ່ມຮ່ວມແບ່ງປັນຄວາມກັງວົນໃຈ ພາຍຫຼັງທີ່ມີພຶດຕິກຳທີ່ບໍ່ປອດໄພ.

CBO ຮາດຢົ້ງ ເຂົ້າເຖິງລູກຄ້າຜ່ານເຄືອຂ່າຍສັງຄົມອອນລາຍ, ບັນດາແອັບພລິເຄຊັນ ເປັນຕົ້ນແມ່ນ Blued, Facebook, Zalo, TikTok; ພ້ອມກັນນັ້ນ ກໍສະໜັບສະໜູນການໃຫ້ຄຳປຶກສາ, ເຊື່ອມຕໍ່ການກວດຫາເຊື້ອ HIV, ການປິ່ນປົວດ້ວຍຢາ ARV ແລະ ການນຳໃຊ້ຢາປ້ອງກັນກ່ອນການສຳຜັດເຊື້ອ (PrEP). ຢູ່ທີ່ການແລກປ່ຽນກັບສື່ມວນຊົນ, ທ່ານ ແທັງ ໃຫ້ຮູ້ວ່າ, ສະເລ່ຍໃນແຕ່ລະເດືອນ ກຸ່ມສາມາດກວດພົບຜູ້ມີຜົນກວດ HIV ເປັນບວກ ປະມານ 6 ກໍລະນີ ແລະ ສົ່ງຕໍ່ປະມານ 10 ກໍລະນີ ເພື່ອເຂົ້າເຖິງການນຳໃຊ້ PrEP.

ທ່ານ ຫງວຽນກາວແທັງ, ຫົວໜ້າກຸ່ມ CBO Hat Yong (Hat Yom). (ພາບ: TTXVN)

ຂອບເຂດການເຄື່ອນໄຫວຂອງບັນດາກຸ່ມຊຸມຊົນໃນປັດຈຸບັນກໍມີຄວາມແຕກຕ່າງຈາກເມື່ອກ່ອນ. ແທນທີ່ຈະລໍຖ້າໃຫ້ຜູ້ທີ່ມີຄວາມສ່ຽງຊອກຫາມາຫາສະຖານທີ່ບໍລິການທາງການແພດ, ຜູ້ເຂົ້າເຖິງຊຸມຊົນຫຼາກຫຼາຍທ່ານແມ່ນຕ້ອງໄດ້ "ອອກຊອກຫາ" ລູກຄ້າຢູ່ເທິງເຄືອຂ່າຍສັງຄົມອອນລາຍ, ແອັບພລິເຄຊັນນັດພົບ ຫຼື ບັນດາກຸ່ມປິດ – ເຊິ່ງແມ່ນສະຖານທີ່ທີ່ຄົນຮຸ່ນໜຸ່ມ, ແຮງງານຍົກຍ້າຍຖິ່ນຖານ ຫຼື MSM ມັກເຊື່ອມຕໍ່ຫາກັນ.

ໂຄງການ "ກ້າວອອກສູ່ແສງສະຫວ່າງ" ທີ່ຈັດຕັ້ງປະຕິບັດໂດຍກຸ່ມ CBO ຮາດຢົ້ງ ນັບຕັ້ງແຕ່ປີ 2022 ໄດ້ຈັດຕັ້ງຫຼາກຫຼາຍກິດຈະກຳໂຄສະນາເຜີຍແຜ່ໃຫ້ແກ່ນັກສຶກສາ ແລະ ຄົນຮຸ່ນໜຸ່ມຢູ່ ນະຄອນໂຮ່ຈີມິນ. ພາຍຫຼັງບັນດາວາລະໂຄສະນາເຜີຍແຜ່, ຫຼາກຫຼາຍທ່ານໄດ້ເປັນເຈົ້າການຊອກຮູກ່ຽວກັບ PrEP, ການກວດຫາເຊື້ອ HIV ແລະ ການປິ່ນປົວປ້ອງກັນ.

ຫຼາກຫຼາຍທ່ານແມ່ນພຽງແຕ່ຊອກຫາມາຮ້ອງຂໍການສະໜັບສະໜູນ ເມື່ອຕົນເອງໄດ້ຕົກຢູ່ໃນສະພາບເຄັ່ງຕຶງແກ່ຍາວ ຫຼື ເລີ່ມມີອາການຜິດປົກກະຕິທາງດ້ານສຸຂະພາບ. ຕາມການໃຫ້ຮູ້ຂອງບັນດາກຸ່ມຊຸມຊົນວ່າ, ສິ່ງທີ່ຍາກທີ່ສຸດໃນປັດຈຸບັນ ບໍ່ແມ່ນການຂາດເຂີນບໍລິການທາງການແພດ, ແຕ່ແມ່ນການເຮັດໃຫ້ຜູ້ທີ່ມີຄວາມສ່ຽງສາມາດກ້າວຂ້າມຈິດວິທະຍາຢ້ານກົວການຖືກຕີລາຄາຈຳແນກ ເພື່ອໄປກວດຫາເຊື້ອ ຫຼື ປິ່ນປົວ.

ສະຖິຕິຂອງກະຊວງສາທາລະນະສຸກສະແດງໃຫ້ເຫັນວ່າ, ສະເພາະໃນປີ 2024 ທົ່ວປະເທດກວດພົບກໍລະນີຕິດເຊື້ອ HIV ໃໝ່ຫຼາຍກວ່າ 13.300 ກໍລະນີ. ປັດຈຸບັນ ບັນຫາ HIV/AIDS ບໍ່ໄດ້ສຸມໃສ່ຕົ້ນຕໍຢູ່ພຽງແຕ່ບາງກຸ່ມຄືກັບໄລຍະທຳອິດອີກຕໍ່ໄປ ແຕ່ໄດ້ປະກົດມີຫຼາຍຂຶ້ນໃນບັນດາກຸ່ມປິດ, ກຸ່ມທີ່ເຂົ້າເຖິງຍາກ ຫຼື ເຄື່ອນໄຫວຕົ້ນຕໍຢູ່ເທິງຂອບເຂດເຄືອຂ່າຍອອນລາຍ.

ສິ່ງດັ່ງກ່າວໄດ້ເຮັດໃຫ້ວິທີການເຂົ້າຫາດ້ວຍການໂຄສະນາເຜີຍແຜ່ແບບທົ່ວໄປ ຫຼື ການລໍຖ້າໃຫ້ປະຊາຊົນເດີນທາງມາຫາສະຖານທີ່ບໍລິການທາງການແພດດ້ວຍຕົນເອງ ນັ້ນ ນັບມື້ນັບຍາກທີ່ຈະບັນລຸປະສິດທິຜົນໄດ້ຄືກັບເມື່ອກ່ອນ. ໃນຂະນະດຽວກັນ, ບັນດາກຸ່ມຊຸມຊົນພັດມີທ່າແຮງທາງດ້ານຄວາມໃກ້ຊິດສະໜິດສະໜົມ, ຄວາມສາມາດໃນການຮັກສາຄວາມລັບຂອງຂໍ້ມູນ ແລະ ຄວາມເຂົ້າອົກເຂົ້າໃຈຕໍ່ກັບຈິດວິທະຍາຂອງກຸ່ມທີ່ມີຄວາມສ່ຽງ.

ຫຼາກຫຼາຍວຽກງານທີ່ເຄີຍໄດ້ຮັບການຖືວ່າແມ່ນຂອງລະບົບສາທາລະນະສຸກ ນັ້ນ ປັດຈຸບັນກໍພວມມີການເຂົ້າຮ່ວມເພີ່ມເຕີມຈາກກຳລັງແຮງນີ້: ການໃຫ້ຄຳປຶກສາດ້ານການກວດຫາເຊື້ອ HIV, ການເຊື່ອມຕໍ່ເຂົ້າສູ່ການປິ່ນປົວດ້ວຍຢາ ARV, ການສະໜັບສະໜູນການນຳໃຊ້ PrEP, ການຊອກຫາຜູ້ທີ່ລະເລີຍການປິ່ນປົວເພື່ອປຸກລະດົມໃຫ້ກັບຄືນສູ່ສະຖານທີ່ບໍລິການທາງການແພດ ຫຼື ການສະໜັບສະໜູນການແຊກແຊງເພື່ອຫຼຸດຜ່ອນຄວາມສ່ຽງ.

ຕາມການຄາດຄະເນຂອງກົມປ້ອງກັນພະຍາດ, ບັນດາອົງການຈັດຕັ້ງຊຸມຊົນສາມາດປະກອບສ່ວນນັບຕັ້ງແຕ່ 25-50% ຕໍ່ກັບບາງບໍລິການປ້ອງກັນ ແລະ ຕ້ານ HIV/AIDS ຢູ່ຫວຽດນາມ.

ການຈັດຊື້ບໍລິການປ້ອງກັນ ແລະ ຕ້ານ HIV/AIDS ຈາກບັນດາອົງການຈັດຕັ້ງສັງຄົມ

ຢູ່ທີ່ແຂວງດ້ຽນບ້ຽນ, ບົດບາດຂອງບັນດາກຸ່ມຊຸມຊົນໄດ້ຮັບການສະແດງໃຫ້ເຫັນຢ່າງຈະແຈ້ງ ໂດຍຜ່ານຕົວແບບທົດລອງການຈັດຊື້ບໍລິການປ້ອງກັນ ແລະ ຕ້ານ HIV/AIDS ທີ່ສະໜອງໂດຍອົງການຈັດຕັ້ງສັງຄົມ.

ຕາມການໃຫ້ຮູ້ຂອງກົມປ້ອງກັນພະຍາດວ່າ, ແຂວງດ້ຽນບ້ຽນ ແມ່ນໜຶ່ງໃນ 9 ແຂວງທີ່ເຂົ້າຮ່ວມໂຄງການທົດລອງການຈັດຊື້ບັນດາບໍລິການປ້ອງກັນ ແລະ ຕ້ານ HIV/AIDS ຮ່ວມກັບບັນດາອົງການຈັດຕັ້ງສັງຄົມ ນັບຕັ້ງແຕ່ເດືອນມິຖຸນາ ປີ 2022 ຮອດເດືອນພະຈິກ ປີ 2023. ສູນຄວບຄຸມ ແລະ ປ້ອງກັນພະຍາດແຂວງດ້ຽນບ້ຽນ (CDC ດ້ຽນບ້ຽນ) ໄດ້ລົງນາມໃນສັນຍາຮ່ວມກັບສາມກຸ່ມ CBO ລວມມີ ຮວາບານຈັ້ງ, ຮຶ້ງເຢືອງ ແລະ ບິ່ງມິງ ເພື່ອຈັດຕັ້ງປະຕິບັດການສະໜອງບໍລິການປ້ອງກັນ ແລະ ຕ້ານ HIV/AIDS ຢູ່ພາຍໃນຂອບເຂດທົ່ວແຂວງ.

ການໃຫ້ຄຳປຶກສາດ້ານການປິ່ນປົວ HIV ໃຫ້ແກ່ຜູ້ປ່ວຍ. (ພາບ: KT)

ບັນດາກຸ່ມເຫຼົ່ານີ້ ໄດ້ເຂົ້າຮ່ວມໃນການເຂົ້າເຖິງຊຸມຊົນ, ການໂຄສະນາເຜີຍແຜ່, ການໃຫ້ຄຳປຶກສາດ້ານການກວດຫາເຊື້ອ HIV ພາຍໃນຊຸມຊົນ; ການແຈກຢາຍອຸປະກອນແຊກແຊງເພື່ອຫຼຸດຜ່ອນຄວາມສ່ຽງ ເປັນຕົ້ນແມ່ນ ເຂັມສັກຢາທີ່ສະອາດ, ຖົງຢາງອະນາໄມ, ເຈລຫຼໍ່ລື່ນ; ການສົ່ງຕໍ່ຜູ້ທີ່ມີຄວາມຕ້ອງການໃຫ້ເຂົ້າເຖິງການປິ່ນປົວດ້ວຍ ເມທາໂດນ (Methadone), ການກວດຢັ້ງຢືນຜົນ HIV ແລະ ການປິ່ນປົວດ້ວຍຢາ ARV. ສໍາລັບກຸ່ມເປົ້າໝາຍທີ່ໄດ້ຮັບການເຂົ້າເຖິງ ລວມມີ ຜູ້ຕິດຢາເສບຕິດດ້ວຍວິທີສັກ, ຜູ້ຍິງບໍລິການທາງເພດ, ຊາຍທີ່ມີເພດສຳພັນກັບຊາຍ (MSM) ແລະ ຄູ່ຮັກ/ຄູ່ຮ່ວມເພດ ຂອງຜູ້ຕິດເຊື້ອ HIV ຫຼື ຂອງຜູ້ຕິດຢາເສບຕິດດ້ວຍວິທີສັກ.

ຕາມບົດລາຍງານໃນກອງປະຊຸມສໍາມະນາສະຫຼຸບໂຄງການ, ຮອດເດືອນພະຈິກ ປີ 2023, ແຂວງດ້ຽນບ້ຽນ (Điện Biên) ໄດ້ບັນທຶກຕົວເລກສະສົມຜູ້ຕິດເຊື້ອ HIV ທັງໝົດ 7.775 ຄົນ, ໃນນັ້ນມີ 3.399 ຄົນ ທີ່ຍັງມີຊີວິດຢູ່; ມີ 121 ຈາກທັງໝົດ 129 ຕາແສງ, ແຂວງ, ເມືອງ ທີ່ມີຜູ້ຕິດເຊື້ອ HIV/AIDS. ນີ້ກໍແມ່ນແຂວງຈຸດສຸມທີ່ເປັນຈຸດໜັກໜ່ວງ ກ່ຽວກັບບັນຫາຢາເສບຕິດ ແລະ HIV/AIDS.

ໃນເມື່ອກ່ອນ, ສ່ວນໃຫຍ່ຂອງບັນດາກຸ່ມຊຸມຊົນແມ່ນເຄື່ອນໄຫວໂດຍອີງໃສ່ບັນດາໂຄງການຊ່ວຍເຫຼືອລ້າໃນໄລຍະສັ້ນ. ເມື່ອໂຄງການສິ້ນສຸດລົງ, ຫຼາກຫຼາຍກຸ່ມຕ້ອງໄດ້ຊອກຫາວິທີດິ້ນຮົນດ້ວຍຕົນເອງ ເພື່ອຮັກສາກຳລັງບຸກຄະລາກອນ ແລະ ກິດຈະກຳສະໜັບສະໜູນພາຍໃນທ້ອງຖິ່ນ. ການຈັດຕັ້ງປະຕິບັດທົດລອງການຈັດຊື້ບໍລິການປ້ອງກັນ ແລະ ຕ້ານ HIV/AIDS ທີ່ສະໜອງໂດຍບັນດາອົງການຈັດຕັ້ງສັງຄົມ ນັ້ນ ໄດ້ສະແດງໃຫ້ເຫັນວ່າ ວິທີການເຂົ້າຫາພວມຄ່ອຍໆມີການຫັນປ່ຽນ: ຊຸມຊົນບໍ່ໄດ້ຢືນຢູ່ນອກເຄືອຂ່າຍສະໜັບສະໜູນອີກຕໍ່ໄປ ແຕ່ໄດ້ເລີ່ມເຂົ້າຮ່ວມໂດຍກົງ ໃນຂະບວນການສະໜອງບໍລິການຢູ່ຂັ້ນຮາກຖານ.

ໃນບໍລິບົດທີ່ແຫຼ່ງທຶນຊ່ວຍເຫຼືອສາກົນຫຼາກຫຼາຍແຫຼ່ງ ສຳລັບວຽກງານ HIV/AIDS ພວມຖືກຮັດແຄບລົງ, ການລະດົມແຫຼ່ງກຳລັງເພີ່ມເຕີມຈາກຊຸມຊົນ ແມ່ນທິດທາງເດີນອັນຈຳເປັນ ເພື່ອຫຼຸດຜ່ອນແຮງກົດດັນໃຫ້ແກ່ຂະແໜງສາທາລະນະສຸກຂັ້ນຮາກຖານ ແລະ ຂະຫຍາຍຂີດຄວາມສາມາດໃນການເຂົ້າເຖິງກຸ່ມທີ່ມີຄວາມສ່ຽງ.

ແນວໃດກໍດີ, ຂະບວນການຈັດຕັ້ງປະຕິບັດກໍໄດ້ສະແດງໃຫ້ເຫັນເຖິງຄວາມຫຍຸ້ງຍາກບໍ່ໜ້ອຍ. ຕາມບົດລາຍງານຂອງ ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ແຂວງດ້ຽນບ້ຽນ, ຫຼາກຫຼາຍກຸ່ມຊຸມຊົນແມ່ນຍັງບໍ່ທັນມີຖານະເປັນນິຕິບຸກຄົນ, ຂີດຄວາມສາມາດດ້ານການຄຸ້ມຄອງຍັງມີຄວາມຈຳກັດ, ບໍ່ທັນມີແຫຼ່ງລາຍຮັບທີ່ເປັນປົກກະຕິ ເພື່ອຮັກສາການເຄື່ອນໄຫວ; ການເຂົ້າເຖິງກຸ່ມເປົ້າໝາຍ ແລະ ການເກັບກຳຂໍ້ມູນຂອງລູກຄ້າ ກໍຜະເຊີນກັບອຸປະສັກຫຼາກຫຼາຍປະການ.

ບັນດານັກຊ່ຽວຊານຖືວ່າ, ເພື່ອໃຫ້ບັນດາກຸ່ມຊຸມຊົນສາມາດເສີມຂະຫຍາຍບົດບາດໄດ້ໃນໄລຍະຍາວ, ຈຳເນີຍຕ້ອງມີກົນໄກທາງດ້ານການເງິນທີ່ມີຄວາມສະຖຽນລະພາບກວ່າເກົ່າ ສຳລັບບັນດາກິດຈະກຳທີ່ໄດ້ຮັບການພິສູດແລ້ວວ່າມີປະສິດທິຜົນ ເປັນຕົ້ນແມ່ນ ການເຂົ້າເຖິງກຸ່ມທີ່ມີຄວາມສ່ຽງ, ການໃຫ້ຄຳປຶກສາດ້ານການກວດຫາເຊື້ອ, ການສົ່ງຕໍ່ເຂົ້າສູ່ການປິ່ນປົວດ້ວຍຢາ ARV ແລະ ຢາ PrEP (ຢາປ້ອງກັນກ່ອນການສຳຜັດເຊື້ອ).

ຄຽງຄູ່ກັນນັ້ນ ແມ່ນການເພີ່ມທະວີການຝຶກອົບຮົມທັກສະ, ການຫັນກະບວນການຮັກສາຄວາມລັບຂອງຂໍ້ມູນໃຫ້ເປັນມາດຕະຖານ, ການເຊື່ອມຕໍ່ຢ່າງແໜ້ນແຟ້ນກວ່າເກົ່າກັບຂະແໜງສາທາລະນະສຸກຂັ້ນຮາກຖານ ແລະ ສືບຕໍ່ຫຼຸດຜ່ອນການລັງກຽດຈຳແນກ ໃນການເຂົ້າເຖິງບໍລິການດ້ານ HIV/AIDS.

ການຮ່ວມສຳພັນ ເພື່ອປຸກຕື່ນທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ EWEC ການຮ່ວມສຳພັນ ເພື່ອປຸກຕື່ນທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ EWEC

ຍສໝ - ຈາກບັນດາຖ້ຽວລົດຂ້າມແດນ ທີ່ເຊື່ອມຕໍ່ ແຂວງກວາງຈິ (ຫວຽດນາມ) ກັບ ສະຫວັນນະເຂດ, ວຽງຈັນ ແລະ ທ່າແຂກ (ລາວ), ມຸກດາຫານ, ນະຄອນພະນົມ ຫຼື ອຸດອນທານີ (ໄທ), ເສັ້ນທາງເດີນທ່ຽວໃໝ່ ຂອງການທ່ອງທ່ຽວພາກພື້ນ ພວມຄ່ອຍໆໄດ້ຮັບການສ້າງຕັ້ງຂຶ້ນ. ແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ (EWEC) – ເສັ້ນທາງເຊື່ອມຕໍ່ທະລຸອາຊີ ...

ການຕ່າງປະເທດພົບປະປະຊາຊົນ ຊ່ວຍໃຫ້ສາຍພົວພັນ ຫວຽດນາມ – ບູນກາຣີ ມີຄວາມໝັ້ນຄົງ ແລະ ຍືນຍົງ ການຕ່າງປະເທດພົບປະປະຊາຊົນ ຊ່ວຍໃຫ້ສາຍພົວພັນ ຫວຽດນາມ – ບູນກາຣີ ມີຄວາມໝັ້ນຄົງ ແລະ ຍືນຍົງ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນວັດທະນະທຳ, ການສຶກສາ ບູນກາຣີ ແລະ ອັກສອນ Slavơ (25 ພຶດສະພາ), ທ່ານ ຮວີ່ງກວຽດຖັງ, ປະທານສະມາຄົມມິດຕະພາບ ຫວຽດນາມ – ບູນກາຣີ ໄດ້ເນັ້ນໜັກວ່າ ການຕ່າງປະເທດພົບປະປະຊາຊົນ ຈຳເປັນຕ້ອງໄດ້ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະກອບສ່ວນນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ – ບູນກາຣີ ກ້າວເຂົ້າສູ່ລວງເລິກ, ...

Link: https://huunghivietlao.thoidai.com.vn/detail-article-22069.html

In bài biết