ປະຊາຄົມຊາວຫວຽດນາມ ເຂົ້າຮ່ວມ “ເທດສະການດິນແດນແຫ່ງສີສັນ” ຢູ່ ສາທາລະນະລັດ ເຊັກ
ເມື່ອວານນີ້ (23 ພຶດສະພາ), ຢູ່ທີ່ນະຄອນ Most, ເຂດ Ústí nad Labem, ສາທາລະນະລັດ ເຊັກ, ປະຊາຄົມບັນດາເຜົ່າ ຄື: ຫວຽດນາມ, ຮົງກາຣີ, ໂຣມາເນຍ, ອູແກຣນ… ໄດ້ຮ່ວມກັນເຂົ້າຮ່ວມຫຼາຍກິດຈະກຳທີ່ມີຄວາມໝາຍ ໃນຂອບເຂດ “ເທດສະການດິນແດນແຫ່ງສີສັນ”. ເຫດການດັ່ງກ່າວ ແມ່ນຈັດຕັ້ງຮ່ວມກັນໂດຍ ສະພາແຂວງ Most ແລະ ສູນປະສົມປະສານເຂດ Ústí nad Labem.
![]() |
| ຕາງໜ້າສະຖານທູດ, ສະຫະພັນບັນດາສະມາຄົມ ແລະ ສະມາຄົມຊາວຫວຽດນາມ ປະຈຳ Usti nad Labem ພ້ອມດ້ວຍແຂກທ່ອງທ່ຽວ, ປະຊາຊົນທ້ອງຖິ່ນເປັນຈຳນວນຫຼວງຫຼາຍ ເຂົ້າຮ່ວມເຫດການ. ຮູບ: VOV-Praha |
“ເທດສະການດິນແດນແຫ່ງສີສັນ” ແມ່ນເຫດການທີ່ໄດ້ຈັດຕັ້ງຂຶ້ນເປັນປະຈຳທຸກປີ ຢູ່ບັນດານະຄອນຂອງເຂດ Ústí nd Labem. ໃນປີນີ້, ເປັນຄັ້ງທຳອິດທີ່ເຫດການໄດ້ຈັດຕັ້ງຂຶ້ນຢູ່ທີ່ນະຄອນ Most, ເຕົ້າໂຮມເອົາຫຼາຍຮ້ານວາງສະແດງ ແລະ ລາຍການສະແດງສິລະປະອັນພິເສດ ຈາກປະຊາຄົມບັນດາເຜົ່າຢູ່ ເຊັກ.
![]() |
| ອາຫານທີ່ເປັນເອກະລັກສະເພາະຫຼາຍເຍື່ອງຂອງບັນດາປະເທດ ໄດ້ຮັບການວາງສະແດງຢູ່ທີ່ບັນດາຮ້ານວາງສະແດງອາຫານ. ຮູບ: VOV-Praha |
ຢູ່ທີ່ເທດສະການ, ແຂກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນ ມີໂອກາດຄົ້ນຫາວັດທະນະທຳ, ຮີດຄອງປະເພນີ, ຊຸດກາຍະແຕ່ງກາຍມູນເຊື້ອ ແລະ ຊີມບັນດາເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍເອກະລັກຊາດ ແລະ ບັນດາການສະແດງຮ້ອງລຳທຳເພງ, ຟ້ອນລຳພື້ນເມືອງ ທີ່ເປັນເອກະລັກສະເພາະ ມາຈາກຫຼາຍພື້ນຖານວັດທະນະທຳທີ່ແຕກຕ່າງກັນ.
![]() |
| ຮ້ານວາງສະແດງຊຸດກາຍະແຕ່ງກາຍ ແລະ ອາຫານມູນເຊື້ອຢູ່ທີ່ເຫດການ. ຮູບ: VOV-Praha |
ເຂົ້າຮ່ວມເຫດການໃນປີນີ້, ປະຊາຄົມຊາວຫວຽດນາມ ໄດ້ຈັດຕັ້ງຮ້ານວາງສະແດງອາຫານດ້ວຍອາຫານມູນເຊື້ອຫຼາຍເຍື່ອງ, ເຊັ່ນ: ຢໍຈືນ, ເຂົ້າໜົມຈືນ… ທັງສະແດງບັນດາລາຍການສິລະປະທີ່ເຕັມໄປດ້ວຍເອກະລັກວັດທະນະທຳຫວຽດນາມ. ບັນດາກິດຈະກຳດັ່ງກ່າວ ແມ່ນແນໃສ່ປະກອບສ່ວນໂຄສະນາວັດທະນະທຳ, ອາຫານການກິນຂອງຫວຽດນາມ ເຖິງປະຊາຄົມບັນດາເຜົ່າສ່ວນໜ້ອຍຢູ່ ເຊັກ ເວົ້າສະເພາະ ແລະ ປະຊາຊົນປະເທດເຈົ້າພາບເວົ້າລວມ.
| ປະຊາຄົມຊາວຫວຽດນາມ ຢູ່ ແບນຊິກ ສະຫຼອງບຸນປີໃໝ່ປະຈຳຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ ຍສໝ - ຕອນບ່າຍວັນທີ 2 ກຸມພາ (ເປັນວັນທີ 5 ເດືອນຈຽງ ຈັນທະປະຕິທິນ ປີມະເສັງ), ສະມາຄົມໃຫຍ່ຊາວຫວຽດນາມ ປະຈຳ ແບນຊິກ (UGVB) ໄດ້ຈັດຕັ້ງງານບຸນປີໃໝ່ປະຈຳຊາດ, ດຶງດູດຊາວຫວຽດນາມຢູ່ຕ່າງປະເທດ ເປັນຈໍານວນຫຼວງຫຼາຍທີ່ພວມອາໄສ, ຮໍ່າຮຽນ ແລະ ເຮັດວຽກຢູ່ ແບນຊິກ ກໍ່ຄືຈາກບັນດາປະເທດໃກ້ຄຽງມາຮ່ວມມ່ວນຊື່ນ. |
| ປະຊາຄົມຊາວຫວຽດນາມ ອາໄສຢູ່ ບຣາຊິນ ມີຄວາມສຸກໃນລະດູບານໃໝ່ບ້ານເກີດເມືອງນອນ 2025 ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2025) ແລະ ຂ່ຳນັບຮັບຕ້ອນລະດູບານໃໝ່ ປີມະເສັງ, ວັນທີ 11 ມັງກອນ, ຢູ່ນະຄອນ São Paulo (ບຣາຊິນ), ສະຖານທູດ ຫວຽດນາມ ... |
ແທັງຮັ່ງ


