10:01 | 26/05/2026

ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ”

​ເພີ່ມ​ທະວີ​ການ​ພົວພັນ ​ແລະ ສະໜັບສະໜູນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ
ເວທີປາໄສ Startup ແຫ່ງຊາດ ນະວັດຕະກໍາ ຄັ້ງທີ 5

ໃນຕອນບ່າຍວັນທີ 24 ພຶດສະພາ, ຢູ່ທີ່ນະຄອນຫຼວງ ໂຕກຽວ ຂອງປະເທດຍີ່ປຸ່ນ, ສະມາຄົມວັດທະນະທຳສິລະປະມູນເຊື້ອຫວຽດນາມ ປະຈຳ ຍີ່ປຸ່ນ (BETORAKU) ໄດ້ຈັດຕັ້ງເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ” ພາຍໃຕ້ຫົວຂໍ້ “ພາກພູມໃຈຮ່ວມແຮງຮ່ວມໃຈ - ສະດຸດີການອຸທິດຕົນ”, ຕາມ 2 ຮູບແບບ ຄືແບບເຊິ່ງໜ້າ ແລະ ແບບອອນລາຍ.

ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ”

ການເສວະນາເຜີຍແຜ່ພາສາຫວຽດນາມ. ຮູບ: ນັກຂ່າວ/VOV-Tokyo

ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ” ແມ່ນເວທີແຫ່ງການເຈລະຈາ ແລະ ປະເຊີນໜ້າໂດຍກົງ ກ່ຽວກັບບັນດາບັນຫາທີ່ຮີບດ່ວນທີ່ສຸດ ຂອງປະຊາຄົມຊາວຫວຽດນາມ ປະຈຳ ຍີ່ປຸ່ນ. ເສັ້ນທາງວັດທະນະທຳນີ້ ເລີ່ມຕົ້ນດ້ວຍການວາງສະແດງຂອງປະຊາຄົມ, ເຊິ່ງແມ່ນສະຖານທີ່ທີ່ບັນດາຂີດໝາຍອັນພິເສດ ແລະ ສິ່ງຍອດຍິ່ງແຫ່ງເອກະລັກຫວຽດນາມ ຜ່ານບັນດາສະໄໝ ໄດ້ຮັບການຈຳລອງຄືນໃໝ່ຢ່າງມີຊີວິດຊີວາ. ຖັດຈາກນັ້ນ ແມ່ນພິທີມອບລາງວັນການແຂ່ງຂັນ “ເລົ່າເລື່ອງຮ່ວມກັບນ້ອງນ້ອຍ - ຮັກສາພາສາຫວຽດນາມໃນວັນນີ້”.

ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ”

ທູດພິເສດ ທ່ານ ຟ້າມກວາງຫ້ຽວ ກ່າວຄຳເຫັນໃນເຫດການ. ຮູບ: ນັກຂ່າວ/VOV-Tokyo

ທູດພິເສດຫວຽດນາມ ປະຈຳ ຍີ່ປຸ່ນ ທ່ານ ຟ້າມກວາງຫ້ຽວ ໄດ້ເນັ້ນໜັກວ່າ: “ນັບທັງໃນອະດີດ, ປັດໄຈວັດທະນະທຳ ກໍຊ່ວຍໃຫ້ສອງປະເທດ, ສອງຊາດ ມີຄວາມໃກ້ຊິດຕິດພັນກັນກວ່າເກົ່າ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນອະນາຄົດ, ສາຍໃຍວັດທະນະທຳ, ຂົວຕໍ່ວັດທະນະທຳ, ຄວາມຄ້າຍຄືກັນທາງດ້ານວັດທະນະທຳ ກໍຈະຊ່ວຍໃຫ້ການພົວພັນລະຫວ່າງສອງປະເທດ ກ້າວເຂົ້າສູ່ລວງເລິກກວ່າເກົ່າ, ກ້າວໄປໄກກວ່າເກົ່າ”.

ໃນຂອບເຂດຂອງເຫດການ, ສະມາຄົມວັດທະນະທຳສິລະປະມູນເຊື້ອຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ປະກາດຍຸດທະສາດການພັດທະນາ 2026 – 2027 ດ້ວຍບັນດາກິດຈະກຳທີ່ແທດຕົວຈິງ, ເຊັ່ນ: “Concert ຮັກຊາດ” ຄັ້ງທີ 2, ໂຄງການ MV ວັດທະນະທຳ ຫວຽດ - ຍີ່ປຸ່ນ ແລະ ເທດສະການໄຫວ້ພະຈັນ ແລະ ອາຫານຫວຽດນາມ, ລາຍການສິລະປະ ລະດູໃບໄມ້ປົ່ງແຫ່ງບ້ານເກີດເມືອງນອນ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຍສໝ - ວັນທີ 27 ແລະ 28 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເຫັນດີຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ...

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22062.html

In bài biết