00:14 | 25/05/2026

ປັນຍາຊົນຫວຽດນາມ ຢູ່ ສິງກະໂປ ຮ່ວມແຮງຮ່ວມໃຈສ້າງສາການປ່ຽນແປງໃໝ່ ແລະ ນະວັດຕະກຳ

ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ: ເອົາການເຊື່ອມໂຍງວິສາຫະກິດ ແລະ ນະວັດຕະກໍາເປັນຫຼັກຂອງການເຄື່ອນໄຫວໃນປີ 2026.
ຫວຽດນາມ - ສິງກະໂປ ຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດຂະຫນາດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ຊຸມຊົນ

ຕາມຄະນະຈັດຕັ້ງແລ້ວ, ເວທີປາໄສປີນີ້ແມ່ນໝາຍເຖິງບາດກ້າວຫັນປ່ຽນຍຸດທະສາດຂອງປະຊາຄົມຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈາກການພຽງແຕ່ຢຸດຢູ່ທີ່ບັນດາກິດຈະກຳ "ເຊື່ອມຕໍ່" ມະຫາພາກ, ກ້າວໄປສູ່ການກາຍເປັນ "ຄູ່ຮ່ວມມືຮ່ວມກັນສ້າງສາ", ນຳເອົາບັນດາທາງອອກທີ່ແທດຕົວຈິງມາສູ່ບ້ານເກີດເມືອງນອນ.

ປັນຍາຊົນຫວຽດນາມ ຢູ່ ສິງກະໂປ ຮ່ວມແຮງຮ່ວມໃຈສ້າງສາການປ່ຽນແປງໃໝ່ ແລະ ນະວັດຕະກຳ

ປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ໃນປັດຈຸບັນແມ່ນປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດລຸ້ນໃໝ່, ເຕົ້າໂຮມລະດັບຄວາມຮູ້ສູງຫຼາຍ. ແທນທີ່ຈະຂະຫຍາຍຂະໜາດແບບທົ່ວໄປ, VSIF 2026 ແມ່ນໄດ້ກຳນົດຕຳແໜ່ງເປັນສະຖານທີ່ເຕົ້າໂຮມຍອດຍິ່ງ, ຕິດພັນບັນດາຊ່ຽວຊານຊາວຫວຽດນາມຊັ້ນນຳຂອງເຂດ ແລະ ໃນໂລກ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ປະເທດເກາະສິງໂຕ.

ຈຸດເດັ່ນໃຈກາງຂອງເວທີປາໄສແມ່ນວາລະເສວະນາ "ການຖ່າຍທອດເຕັກໂນໂລຊີແກນຫຼັກ ແລະ ແກ້ໄຂໂຈດລະດັບຊາດ" ສຸມໃສ່ແຫຼ່ງພະລັງເຂົ້າໃນບັນດາຂະແໜງການປາຍແຫຼມບຸລິມະສິດ, ເຕົ້າໂຮມບັນດາຊ່ຽວຊານ: ຮສ.ດຣ. ລິວແອັງຕວນ (ມະຫາວິທະຍາໄລເຕັກໂນໂລຊີ Nanyang - NTU); ຮສ.ດຣ. ເລທິຫງວຽດມິນ ແລະ ຮສ.ດຣ. ເຢືອງມິນຫາຍ (ມະຫາວິທະຍາໄລແຫ່ງຊາດສິງກະໂປ - NUS); ດຣ. ຫ່າເຊີນຕຸ່ງ (A*STAR); ດຣ. ລິວເທ້ເລີຍ (Kyber Network).

ຢູ່ທີ່ນີ້, ບັນດາຊ່ຽວຊານຊັ້ນນຳຈະຮ່ວມກັນນັ່ງຄືນໃໝ່ເພື່ອສົນທະນາ ແລະ ສະເໜີແນວທາງແກ້ໄຂບັນດາໂຈດທີ່ແທດຕົວຈິງຈາກ ສູນນວັດຕະກຳແຫ່ງຊາດ (NIC), ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ), ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະ VinUni.

ບັນດາເນື້ອໃນສົນທະນາແມ່ນສຸມໃສ່ຫຼາຍຂະແໜງການປາຍແຫຼມ ເຊັ່ນ ປັນຍາປະດິດ, ເຕັກໂນໂລຊີເຄິ່ງຕົວນຳ, ກວນຕຳ, ເຕັກໂນໂລຊີຊີວະການແພດ, ວັດສະດຸຂຽວ, ເສດຖະກິດໝູນວຽນ, ບລັອກເຊນ ແລະ ການເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ ແລະ ນວັດຕະກຳ.

ຕາງໜ້າໃຫ້ແກ່ຈິດໃຈແຫ່ງການກະທຳ, ທ່ານ ເລແອັງດຶກ, ຊ່ຽວຊານ AI - Google APAC ຈະຂຶ້ນສະເໜີບົດທາຕາທິການ "ສ້າງສາລະບົບນິເວດປັນຍາຊົນຫວຽດນາມ" ແລະ ແນະນຳໂດຍກົງກ່ຽວກັບ V-NEXUS – ທາງອອກເຕັກໂນໂລຊີ ໂດຍຄະນະຕິດຕໍ່ພົວພັນປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ສົມທົບກັບ ກະຊວງສຶກສາທິການ ແລະ ກີລາ ແລະ ບັນດາມະຫາວິທະຍາໄລພາຍໃນປະເທດ ສ້າງສາຂຶ້ນມາ ແນໃສ່ເພີ່ມທະວີການເຊື່ອມຕໍ່ແຫຼ່ງພະລັງຊ່ຽວຊານຊາວຫວຽດນາມໃນທົ່ວໂລກ.

ເວທີປາໄສເປັນກຽດຢ່າງສູງທີ່ໄດ້ຮັບສານຈາກທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ ເຈິ່ນເຟືອກແອັງ (ແຂກຜູ້ມີກຽດ) ແລະ ບົດສະຫຼຸບສັງລວມຢ່າງເລິກເຊິ່ງຈາກ ຮສ. ວູມິນຄືອງ (ທີປຶກສາອາວຸໂສ), ຢັ້ງຢືນເຖິງການຮ່ວມເດີນທາງຢ່າງສະໜິດແໜ້ນລະຫວ່າງບັນດາຂັ້ນການນຳ ແລະ ປະຊາຄົມ.

ແບ່ງປັນກັບ TG&VN ກ່ຽວກັບວິໄສທັດຂອງ VSIF 2026, ທ່ານນາງ ຕ້າຖຸຍລຽນ, ຫົວໜ້າຄະນະຕິດຕໍ່ພົວພັນປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ, ເນັ້ນໜັກວ່າ, ປັນຍາຊົນຫວຽດນາມອາໄສຢູ່ຕ່າງປະເທດແຕ່ລະທ່ານບໍ່ພຽງແຕ່ພັດທະນາອາຊີບສ່ວນຕົວຢູ່ສະພາບແວດລ້ອມສາກົນເທົ່ານັ້ນ ແຕ່ຍັງແມ່ນ "ທູດປະຊາຊົນ", ຮັກສາບົດບາດສຳຄັນໃນເຄືອຂ່າຍປັນຍາຊົນທົ່ວໂລກຂອງຫວຽດນາມ.

ຕາມທ່ານນາງແລ້ວ, ປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ແມ່ນແຫຼ່ງພະລັງພາຍໃນທີ່ມີລັກສະນະຍຸດທະສາດ ແລະ VSIF 2026 ແນໃສ່ສ້າງຂົວຕໍ່ເຊື່ອມຕໍ່ຢ່າງແທດຕົວຈິງເພື່ອຖ່າຍທອດເຕັກໂນໂລຊີແກນຫຼັກໂດຍກົງ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງປະເທດຊາດ.

ດ້ວຍຫົວຂໍ້ "ເຊື່ອມຕໍ່ປັນຍາຊົນຫວຽດນາມ ເພື່ອການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ແລະ ນວັດຕະກຳແຫ່ງຊາດ", VSIF 2026 ຈະດຳເນີນໄປໃນວັນທີ 23 ພຶດສະພາ ຢູ່ NUS. ເຫດການນີ້ຄາດວ່າຈະເຊື່ອມຕໍ່ປັນຍາຊົນ, ການປ່ຽນແປງໃໝ່ ແລະ ນວັດຕະກຳຢ່າງມີລວງເລິກ, ປະກອບສ່ວນຊຸກຍູ້ການຮ່ວມມືວິທະຍາສາດເຕັກໂນໂລຊີ ລະຫວ່າງ ຫວຽດນາມ ກັບ ປະຊາຄົມຊ່ຽວຊານຊາວຫວຽດນາມໃນທົ່ວໂລກ.

ຊຸກຍູ້ການຮ່ວມມືຂອງຫວຽດນາມ ກັບ ສິງກະໂປ ແລະ ຍີ່ປຸ່ນ ໃນບັນດາຊ່ອງທາງລັດຖະສະພາ ຊຸກຍູ້ການຮ່ວມມືຂອງຫວຽດນາມ ກັບ ສິງກະໂປ ແລະ ຍີ່ປຸ່ນ ໃນບັນດາຊ່ອງທາງລັດຖະສະພາ

ຍສໝ - ຕາມ​ແຈ້ງການ​ຂອງ​ຄະນະ​ກຳມາທິການ​ການ​ຕ່າງປະ​ເທດ ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Seah Kian Peng ​ປະທານ​ສະພາ​ແຫ່ງ​ຊາດ ສິງກະ​ໂປ ​ແລະ ທ່ານ​ Sekiguchi Masakazu ປະທານ​ສະພາ​ສູງ ຍີ່ປຸ່ນ, ທ່ານ ເຈີ່ນແທັງເມິ້ນ ປະທານ​ສະພາ​ແຫ່ງ​ຊາດ ແລະ ພັນລະຍາ ຈະໄປຢ້ຽມຢາມສາທາລະນະລັດສິງກະໂປ ແລະ ຍີ່ປຸ່ນຢ່າງເປັນທາງການແຕ່ວັນທີ ...

ອົງການຈັດຕັ້ງກອງປະຊຸມແນະນຳກຳລັງບົ່ມຊ້ອນຂອງທ້ອງຕະຫຼາດຫຼັກຊັບ ຫວຽດນາມ ຢູ່ ສິງກະໂປ ອົງການຈັດຕັ້ງກອງປະຊຸມແນະນຳກຳລັງບົ່ມຊ້ອນຂອງທ້ອງຕະຫຼາດຫຼັກຊັບ ຫວຽດນາມ ຢູ່ ສິງກະໂປ

ຍສໝ - ຄະນະ​ກຳມະການ​ຫຼັກ​ຊັບ​ແຫ່ງ​ລັດ ຫວັງ​ວ່າ​ ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອົງການ​ຄຸ້ມຄອງເງິນຕາ ສິງກະ​ໂປ ​ເພື່ອ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະຊຸມ​ ​ແລະ ບັນດາຄວາມເຫັນເພື່ອ​ປະ​ກອບ​ສ່ວນ​​ໃນ​ການ​ພັດ​ທະ​ນາ​ທ້ອງຕະ​ຫຼາດ​ຫຼັກ​ຊັບ ​ຫວຽດ​ນາມ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-22052.html

In bài biết