15:30 | 22/05/2026

ຂະຫຍາຍຄວາມຮັກຕໍ່ກັບທະເລ ແລະ ເກາະດອນ ຂອງຫວຽດນາມ ຜ່ານງານວາງສະແດງຮູບພາບຢູ່ ປະເທດເຢຍລະມັນ

ໂຄສະນາ ແລະ ຂະຫຍາຍພາບພົດຂອງ ຫວຽດນາມ “ຄວາມສຸກຈາກສິ່ງງ່າຍໆ” ໄປສູ່ເພື່ອນມິດໃນທົ່ວໂລກ
ການນຳເຂົ້າ-ສົ່ງອອກ ຂອງຫວຽດນາມ ໃກ້ຈະບັນລຸຕົວເລກ 400 ຕື້ໂດລາສະຫະລັດ

“ທະເລ ແລະ ເກາະດອນ ຫວຽດນາມ ໃນດວງໃຈຂອງພວກເຮົາ” ແມ່ນຫົວຂໍ້ຂອງງານວາງສະແດງຮູບພາບ ທີ່ພວມຈັດຂຶ້ນຢູ່ ນະຄອນຫຼວງແບກແລງ (ສາທາລະນະລັດ ສະຫະພັນ ເຢຍລະມັນ). ເຫດການດັ່ງກ່າວ ແມ່ນຈັດຂຶ້ນໂດຍ ສະໂມສອນ ເຈື່ອງຊາ (Trường Sa) ປະຈຳ ເຢຍລະມັນ ປະສານສົມທົບກັບ ຄະນະຕິດຕໍ່ພົວພັນຄົນຫວຽດນາມ ຢູ່ເອີຣົບ “ເພື່ອທະເລ ແລະ ເກາະດອນ ຫວຽດນາມ” ເພື່ອແນໃສ່ຍົກຍ້ອງສັນເສີນຄວາມງາມຂອງທະເລແລະເກາະດອນບ້ານເກີດເມືອງນອນ, ຂະຫຍາຍຈິດວິນຍານແຫ່ງຄວາມຮັກຊາດ ແລະ ເຊື່ອມຕໍ່ນ້ຳໃຈໄມຕີຈິດຂອງຄະນະພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ ທີ່ຫວນຄິດເຖິງສະຖານທີ່ແນວໜ້າ (ບ່ອນທີ່ມີຄື້ນຟົມແລະລົມແຮງ).

ຂະຫຍາຍຄວາມຮັກຕໍ່ກັບທະເລ ແລະ ເກາະດອນ ຂອງຫວຽດນາມ ຜ່ານງານວາງສະແດງຮູບພາບຢູ່ ປະເທດເຢຍລະມັນ
ຮູບພາບຂອງສິລະປິນນັກຖ່າຍພາບ ໝີຢຸງ (Mỹ Dũng) ທີ່ນຳມາວາງສະແດງຢູ່ພາຍໃນງານ. (ພາບ: TTXVN)

ງານວາງສະແດງຄັ້ງນີ້ ໄດ້ມີການວາງສະແດງຜົນງານຫຼາຍກວ່າ 40 ອັນ ຂອງສິລະປິນນັກຖ່າຍພາບ ໝີຢຸງ (Mỹ Dũng), ເຊິ່ງໄດ້ບັນທຶກພາບຄວາມງາມທາງທຳມະຊາດ ແລະ ຊີວິດການເປັນຢູ່ຂອງຊາວປະມົງ ຕາມແຄມຝັ່ງທະເລຂອງປະເທດ ນັບຕັ້ງແຕ່ ໝອງກາຍ (Móng Cái) ຈົນຮອດ ກ່າເມົາ (Cà Mau) ໄວ້ຢ່າງຈິງແທ້ ແລະ ເຕັມໄປດ້ວຍຄວາມຮູ້ສຶກ. ດ້ວຍການນຳໃຊ້ໂທນສີດຳ-ຂາວ ເປັນຫຼັກ, ຊຸດຮູບພາບດັ່ງກ່າວ ໄດ້ຊ່ວຍໃຫ້ຜູ້ຊົມໄດ້ສຳຜັດ ແລະ ເຂົ້າໃຈຢ່າງຈະແຈ້ງ ເຖິງຊີວິດການທຳມາຫາກິນອັນທຸກຍາກລຳບາກ ແລະ ຄວາມທົນທານໜຽວແໜ້ນ ຂອງບັນດາຜູ້ຄົນທີ່ຜູກພັນທັງຊີວິດຂອງຕົນເອງໄວ້ຮ່ວມກັບທະເລ. ນອກຈາກບັນດາຜົນງານຂອງສິລະປິນນັກຖ່າຍພາບ ໝີຢຸງ ແລ້ວ, ມວນຊົນຍັງໄດ້ຮັບຊົມຮູບພາບຫຼາກຫຼາຍອັນ ທີ່ບັນທຶກໂດຍບັນດາສະມາຊິກຂອງສະໂມສອນ ເຈື່ອງຊາ ປະຈຳ ເຢຍລະມັນ ໃນຊ່ວງການເດີນທາງຕົວຈິງໄປສູ່ ເຈື່ອງຊາ ອີກດ້ວຍ.

ຂະຫຍາຍຄວາມຮັກຕໍ່ກັບທະເລ ແລະ ເກາະດອນ ຂອງຫວຽດນາມ ຜ່ານງານວາງສະແດງຮູບພາບຢູ່ ປະເທດເຢຍລະມັນ
ພິທີມອບທຸງຊາດປິຕິພູມ ທີ່ມີການປະທັບຕາຂອງບັນດາຈຸດເກາະ ແລະ ເຂດທະເລ ໃຫ້ແກ່ສະໂມສອນ ເຈື່ອງຊາ (Trường Sa). (ພາບ: TTXVN)

ເນື່ອງໃນໂອກາດນີ້, ກຸ່ມສະມາຊິກຂອງສະໂມສອນ ເຈື່ອງຊາ ປະຈຳ ເຢຍລະມັນ ທີ່ຫາກກໍເດີນທາງກັບຄືນມາຈາກການໄປຢ້ຽມຢາມ ເຈື່ອງຊາ ໄດ້ມອບທຸງຊາດປິຕິພູມ ທີ່ມີການປະທັບຕາຂອງບັນດາຈຸດເກາະ ແລະ ເຂດທະເລ ທີ່ຄະນະຜູ້ແທນໄດ້ເດີນທາງຜ່ານ ໃຫ້ແກ່ທາງສະໂມສອນ. ບັນດາສະມາຊິກໄດ້ຮ່ວມແບ່ງປັນວ່າ ສຳລັບພວກເຂົາແລ້ວ, ຜືນທຸງນີ້ບໍ່ພຽງແຕ່ແມ່ນຂອງຝາກເປັນອະນຸສອນ ພາຍຫຼັງການເດີນທາງທາງທະເລເທົ່ານັ້ນ, ແຕ່ຫາກຍັງແມ່ນຄວາມພາກພູມໃຈ, ແມ່ນຄວາມຮັກ ແລະ ຄວາມຄິດຮອດບ້ານເກີດເມືອງນອນ ຂອງບັນດາຄົນຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ.

ຫວຽດນາມ - ບັງກະລາເທດ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ ຫວຽດນາມ - ບັງກະລາເທດ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ນະຄອນຫຼວງ ດາກາ (Dhaka) ຂອງປະເທດ ບັງກະລາເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ປະສານສົມທົບກັບ ສະຖານເອກອັກຄະລັດຖະທູດ ແລະ ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ບັງກະລาເທດ ຈັດຕັ້ງເວທີປາໄສການຮ່ວມມືດ້ານການຄ້າ ລະຫວ່າງ ວິສາຫະກິດ ຫວຽດນາມ – ບັງກະລາເທດ ...

ມິດໃຫຍ່ຂອງວົງການຮູບເງົາ ແລະ ປະຊາຊົນຫວຽດນາມ ມິດໃຫຍ່ຂອງວົງການຮູບເງົາ ແລະ ປະຊາຊົນຫວຽດນາມ

ຍສໝ - ເວລາໄດ້ລ່ວງເລີຍຜ່ານໄປກວ່າເຄິ່ງທົດສະວັດແລ້ວ ນັບຕັ້ງແຕ່ມື້ທີ່ທ່ານ Ajdar Ibrahimov ຜູ້ກຳກັບຮູບເງົາຜູ້ມີພອນສະຫວັນຊາວ ອາແຊກບາຍຊານ ໄດ້ເດີນທາງມາຢຽບແຜ່ນດິນ ຫວຽດນາມ, ແຕ່ມໍລະດົກຕ່າງໆ ທີ່ທ່ານໄດ້ປະໄວ້ໃຫ້ນັ້ນ ຍັງຄົງປຽບເໝືອນຟີມຮູບເງົາສີທີ່ມີຊີວິດຊີວາ, ເຊິ່ງໄດ້ບັນທຶກ ແລະ ຮັກສານ້ຳໃຈໄມຕີຈິດອັນດູດດື່ມ ລະຫວ່າງ ສອງປະຊາຊາດໄວ້ຢ່າງສົມບູນແບບ.

Link: https://huunghivietlao.thoidai.com.vn/detail-article-22050.html

In bài biết