15:23 | 22/05/2026

ໂຄສະນາ ແລະ ຂະຫຍາຍພາບພົດຂອງ ຫວຽດນາມ “ຄວາມສຸກຈາກສິ່ງງ່າຍໆ” ໄປສູ່ເພື່ອນມິດໃນທົ່ວໂລກ

ການນຳເຂົ້າ-ສົ່ງອອກ ຂອງຫວຽດນາມ ໃກ້ຈະບັນລຸຕົວເລກ 400 ຕື້ໂດລາສະຫະລັດ
ຫວຽດນາມ - ບັງກະລາເທດ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ
ໂຄສະນາ ແລະ ຂະຫຍາຍພາບພົດຂອງ ຫວຽດນາມ “ຄວາມສຸກຈາກສິ່ງງ່າຍໆ” ໄປສູ່ເພື່ອນມິດໃນທົ່ວໂລກ
ທ່ານນາງ ຈິ້ງທິຖຸຍ (Trịnh Thị Thủy), ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ກ່າວຄຳເຫັນໃນພິທີປຸກລະດົມ. (ພາບ: ເລເຟືອງ/VOV5)

ລາງວັນດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ຄົ້ນຫາ, ຍົກຍ້ອງສັນເສີນ ແລະ ຂະຫຍາຍຄຸນຄ່າອັນດີງາມຂອງຊີວິດການເປັນຢູ່ທາງສັງຄົມ ຫວຽດນາມ; ຢັ້ງຢືນເຖິງບັນດາຜົນສຳເລັດອັນໂດດເດັ່ນຂອງປະເທດຊາດ ໃນການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດໃນທຸກໆຂົງເຂດ.

ການແຂ່ງຂັນຄັ້ງນີ້ ແມ່ນເປີດຮັບສຳລັບຜູ້ສ້າງຜົນງານທັງແບບມືອາຊີບ ແລະ ມືສະໝັກຫຼິ້ນ, ທັງຄົນຫວຽດນາມ ແລະ ເພື່ອນມິດສາກົນ, ໂດຍສົ່ງຜົນງານປະເພດຮູບພາບ ຫຼື ວິດີໂອຄລິບ ທີ່ບັນທຶກຊ່ວງເວລາອັນມີຄວາມໝາຍຂອງຊີວິດການເປັນຢູ່ຢູ່ ຫວຽດນາມ, ນັບຕັ້ງແຕ່ວິຖີຊີວິດອັນຄຶກຄື້ນຢູ່ຕາມຕົວເມືອງ, ຄວາມປ່ຽນແປງຢູ່ເຂດຊົນນະບົດ, ໄປຈົນຮອດເລື່ອງລາວຊີວິດປະຈຳວັນຢູ່ເຂດພູດອຍ, ຊາຍແດນ, ເກາະດອນ; ຫຼື ຄວາມປ່ຽນແປງໃນທາງບວກຂອງຊີວິດການເປັນຢູ່ພາຍໃນຊຸມຊົນ... ທຸກສິ່ງທຸກຢ່າງລ້ວນແຕ່ຮ່ວມກັນສ້າງເປັນພາບທີ່ຈິງແທ້ ແລະ ຫຼາກຫຼາຍສີສັນ ກ່ຽວກັບ ຫວຽດນາມ ທີ່ມີສັນຕິພາບ, ການພັດທະນາ ແລະ ມີຄວາມສຸກ, ສອດຄ່ອງກັບຫົວຂໍ້ “ຄວາມສຸກຈາກສິ່ງງ່າຍໆ”.

ທ່ານນາງ ຈິ້ງທິຖຸຍ (Trịnh Thị Thủy), ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ໄດ້ເນັ້ນໜັກວ່າ: "ໃນຍຸກດິຈິຕອນ, ດ້ວຍໂທລະສັບສະຫຼາດ (Smartphone), ພ້ອມກັບໂຄງລ່າງພື້ນຖານດິຈິຕອນ ແລະ ແພລດຟອມດິຈິຕອນທີ່ນັບມື້ນັບພັດທະນາ, ປະຊາຊົນແຕ່ລະຄົນລ້ວນແຕ່ສາມາດກາຍເປັນ “ທູດສື່ສານ”; ຜົນງານແຕ່ລະອັນກໍສາມາດກາຍເປັນ “ຈຸດປ່ອຍສັນຍານ” ເພື່ອຂະຫຍາຍພາບພົດຂອງ ຫວຽດນາມ ອອກສູ່ໂລກ. ລາງວັນນີ້ເອງແມ່ນບ່ອນເພື່ອປຸກກະຕຸ້ນຄວາມຄິດສ້າງສັນ, ໃຫ້ໄດ້ຮັບການເຜີຍແຜ່ ແລະ ປະກອບສ່ວນສ້າງພາບພົດຂອງຊາດ. ເມື່ອເລື່ອງລາວໃນທາງບວກເປັນຫຼາຍລ້ານເລື່ອງໄດ້ຖືກແບ່ງປັນ ແລະ ຂະຫຍາຍອອກໄປພ້ອມໆກັນ, ພວກເຮົາບໍ່ພຽງແຕ່ໂຄສະນາພາບພົດຂອງປະເທດຊາດເທົ່ານັ້ນ, ແຕ່ຫາກຍັງປະກອບສ່ວນຮັດແໜ້ນຄວາມເຊື່ອໝັ້ນທາງສັງຄົມ, ເພີ່ມທະວີຄວາມເຫັນພ້ອມເປັນເອກະພາບ, ຍົກສູງອິດທິພົນຂອງຊາດ ແລະ ເປັນເຈົ້າການໃນການຕໍ່ສູ້ກັບບັນດາຂໍ້ມູນທີ່ຜິດພາດ, ບິດເບືອນກ່ຽວກັບ ຫວຽດນາມ ໃນເວທີສາກົນ".

ຄະນະກຳມະການຈັດງານຈະເປີດຮັບຜົນງານການປະກວດນັບຕັ້ງແຕ່ຕອນນີ້ ຈົນເຖິງໝົດວັນທີ 31 ສິງຫາ. ພິທີມອບລາງວັນຄາດວ່າຈະຈັດຂຶ້ນໃນໄຕມາດທີ IV ປີ 2026 ຢູ່ທີ່ຮ່ານ້ອຍ.

ໃນຂອບເຂດຂອງລາງວັນ “ຫວຽດນາມມີຄວາມສຸກ - Happy Vietnam 2026” ຍັງຈະມີການຈັດກິດຈະກຳສື່ສານຂະໜາດໃຫຍ່ເປັນໄລຍະພັນ ເປັນຕົ້ນແມ່ນ: ງານບຸນຫວຽດນາມມີຄວາມສຸກ (Happy Fest); ການວາງສະແດງຜົນງານອັນດີເດັ່ນ; ບັນດາເຫດການຮ່ວມສະເຫຼີມສະຫຼອງຢູ່ຫຼາກຫຼາຍທ້ອງຖິ່ນ ແລະ ກິດຈະກຳໂຄສະນາໃນແພລດຟອມສື່ມວນຊົນທັງພາຍໃນ ແລະ ສາກົນ; ກິດຈະກຳແລ່ນເພື່ອຄວາມສຸກ Happy Run... ບັນດາກິດຈະກຳເຫຼົ່ານີ້ແມ່ນເພື່ອແນໃສ່ປະກອບສ່ວນນຳເອົາພາບພົດຂອງ ຫວຽດນາມ, ເຊິ່ງເປັນປະເທດທີ່ເຄົາລົບ, ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ໃຫ້ເຂົ້າໃກ້ກັບເພື່ອນມິດໃນທົ່ວໂລກຍິ່ງຂຶ້ນ.

ລາງວັນປະຈຳປີ 2026 ແມ່ນເປີດຮັບຜົນງານການປະກວດຢູ່ທີ່ເວັບໄຊ: https://happy.vietnam.vn. ບັນດາຜົນງານຈຳເປັນຕ້ອງຮັບປະກັນຄວາມຈິງແທ້, ມີຄຸນຄ່າທາງດ້ານສິລະປະ ແລະ ການສື່ສານ, ສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງບັນດາຜົນສຳເລັດໃນການພັດທະນາຂອງປະເທດຊາດ, ພ້ອມທັງສົ່ງຕໍ່ສານໃນທາງບວກ, ມະນຸດສະທຳ ທີ່ມີແຮງຂະຫຍາຍຕົວຢ່າງກວ້າງຂວາງໃນສັງຄົມ. ຜູ້ເຂົ້າຮ່ວມແມ່ນພົນລະເມືອງ ຫວຽດນາມ ແລະ ຄົນຕ່າງປະເທດ ທີ່ມີອາຍຸແຕ່ 15 ປີຂຶ້ນໄປ.

ມິດໃຫຍ່ຂອງວົງການຮູບເງົາ ແລະ ປະຊາຊົນຫວຽດນາມ ມິດໃຫຍ່ຂອງວົງການຮູບເງົາ ແລະ ປະຊາຊົນຫວຽດນາມ

ຍສໝ - ເວລາໄດ້ລ່ວງເລີຍຜ່ານໄປກວ່າເຄິ່ງທົດສະວັດແລ້ວ ນັບຕັ້ງແຕ່ມື້ທີ່ທ່ານ Ajdar Ibrahimov ຜູ້ກຳກັບຮູບເງົາຜູ້ມີພອນສະຫວັນຊາວ ອາແຊກບາຍຊານ ໄດ້ເດີນທາງມາຢຽບແຜ່ນດິນ ຫວຽດນາມ, ແຕ່ມໍລະດົກຕ່າງໆ ທີ່ທ່ານໄດ້ປະໄວ້ໃຫ້ນັ້ນ ຍັງຄົງປຽບເໝືອນຟີມຮູບເງົາສີທີ່ມີຊີວິດຊີວາ, ເຊິ່ງໄດ້ບັນທຶກ ແລະ ຮັກສານ້ຳໃຈໄມຕີຈິດອັນດູດດື່ມ ລະຫວ່າງ ສອງປະຊາຊາດໄວ້ຢ່າງສົມບູນແບບ.

ຜູ້ນຳຮຸ່ນໜຸ່ມຂອງລາວ ຕີລາຄາສູງຕໍ່ລະດັບຄວາມເຕີບໃຫຍ່ ແລະ ຍຸກສະໄໝແຫ່ງການພັດທະນາຂອງ ຫວຽດນາມ ຜູ້ນຳຮຸ່ນໜຸ່ມຂອງລາວ ຕີລາຄາສູງຕໍ່ລະດັບຄວາມເຕີບໃຫຍ່ ແລະ ຍຸກສະໄໝແຫ່ງການພັດທະນາຂອງ ຫວຽດນາມ

ຍສໝ - ເນື່ອງໃນໂອກາດທີ່ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຈັດກອງປະຊຸມເຜີຍແຜ່ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ໃນຕົ້ນເດືອນພຶດສະພາ ຜ່ານມານີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ໄດ້ມີການຮ່ວມແລກປ່ຽນຄຳເຫັນແບບເຈາະເລິກຮ່ວມກັບ ສະຫາຍ ທອງລີ ສີສຸລິດ, ກຳມະການສູນກາງພັກ, ...

Link: https://huunghivietlao.thoidai.com.vn/detail-article-22049.html

In bài biết