15:26 | 19/05/2026

ຊຸກຍູ້ການຮ່ວມມືທາງດ້ານການປ້ອງກັນຊາດ ຫວຽດນາມ - ອິນເດຍ

ສ້າງການບຸກທະລຸທາງດ້ານຍຸດທະສາດ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ
ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື
ຊຸກຍູ້ການຮ່ວມມືທາງດ້ານການປ້ອງກັນຊາດ ຫວຽດນາມ - ອິນເດຍ
ທ່ານ ພົນເອກ ຟານວັນຢາງ (Phan Văn Giang), ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ໃນພິທີຕ້ອນຮັບ - ພາບ: VGP/Nguyen Hoang

ພິທີຕ້ອນຮັບຢ່າງເປັນທາງການ ຄະນະຜູ້ແທນຂັ້ນສູງ ອິນເດຍ ໂດຍແມ່ນພົນເອກ ຟານວັນຢາງ (Phan Văn Giang) ເປັນປະທານ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 19 ພຶດສະພາ ຢູ່ທີ່ສໍານັກງານກະຊວງປ້ອງກັນປະເທດ.

ພາຍຫຼັງພິທີຕ້ອນຮັບ, ພົນເອກ ຟານວັນຢາງ (Phan Văn Giang), ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ດຳເນີນການເຈລະຈາຮ່ວມກັບທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ.

ພົນເອກ ຟານວັນຢາງ ຢັ້ງຢືນວ່າ, ການເດີນທາງມາຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ມີຄວາມໝາຍເປັນພິເສດ ໃນເວລູທີ່ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຮອບ 10 ປີ ແລະ ຫາກໍ່ໄດ້ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການຮັດແໜ້ນ ບົນຈິດໃຈ "ແບ່ງປັນວິໄສທັດ, ເຕົ້າໂຮມຍຸດທະສາດ, ຮ່ວມມືແທດຕົວຈິງ" ເນື່ອງໃນໂອກາດການເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ນັບຕັ້ງແຕ່ວັນທີ 5-8 ພຶດສະພາ 2026. ພ້ອມກັນນັ້ນ, ທ່ານກໍໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ເຫັນປະຈັກຕາບັນດາໝາກຜົນອັນຍິ່ງໃຫຍ່ ໃນພາລະກິດການພັດທະນາປະເທດຊາດຂອງ ອິນເດຍ, ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກ ທີ່ມີຜົນສຳເລັດທາງດ້ານວິທະຍາສາດເຕັກໂນໂລຊີຢ່າງຫຼວງຫຼາຍ; ພ້ອມທັງມີບົດບາດ ແລະ ຕຳແໜ່ງທີ່ນັບມື້ນັບສູງຂຶ້ນ ຢູ່ໃນພາກພື້ນ ແລະ ເວທີສາກົນ.

ຊຸກຍູ້ການຮ່ວມມືທາງດ້ານການປ້ອງກັນຊາດ ຫວຽດນາມ - ອິນເດຍ
ພິທີຕ້ອນຮັບຢ່າງເປັນທາງການ ຄະນະຜູ້ແທນຂັ້ນສູງ ອິນເດຍ - ພາບ: VGP/Nguyen Hoang

ເມື່ອທົບທວນຄືນບັນດາໝາກຜົນອັນຕັ້ງໜ້າ ຂອງການຮ່ວມມືທາງດ້ານການປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ, ທ່ານ ພົນເອກ ຟານວັນຢາງ (Phan Văn Giang) ຖືວ່າ, ບົນພື້ນຖານການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນ, ໂດຍສະເພາະແມ່ນ ຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຮ່ວມມືເປັນຄູ່ຮ່ວມມືດ້ານການປ້ອງກັນຊາດ ຫວຽດນາມ - ອິນເດຍ ຮອດປີ 2030 ທີ່ໄດ້ລົງນາມໃນປີ 2022 ໃນໂອກາດການເດີນທາງມາຢ້ຽມຢາມ ຫວຽດນາມ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ນັ້ນ, ການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍ ແມ່ນໄດ້ຮັບການຊຸກຍູ້ໃນທຸກໆຂົງເຂດ ແລະ ບັນລຸໄດ້ໝາກຜົນທີ່ເປັນຮູບປະທຳຢ່າງຫຼວງຫຼາຍ.

ໃນນັ້ນ, ອັນໂດດເດັ່ນແມ່ນບັນດາກິດຈະກຳແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ການຮັກສາກົນໄກການປຶກສາຫາລື, ການເຈລະຈາ; ການຝຶກອົບຮົມ, ການກໍ່ສ້າງບຸກຄະລາກອນ; ການຮ່ວມມືລະຫວ່າງບັນດາເຫຼົ່າທັບແລະຂະແໜງການທະຫານ; ການຮັກສາສັນຕິພາບຂອງອົງການສະຫະປະຊາຊາດ; ອຸດສາຫະກຳປ້ອງກັນຊາດ; ສານທະຫານ; ແລະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ຢູ່ໃນບັນດາເວທີປາໄສຫຼາຍຝ່າຍສາກົນ...

ຊຸກຍູ້ການຮ່ວມມືທາງດ້ານການປ້ອງກັນຊາດ ຫວຽດນາມ - ອິນເດຍ
ທ່ານ ພົນເອກ ຟານວັນຢາງ (Phan Văn Giang), ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະទេດ ແລະ ທ່ານ Rajnath Singh ລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ກວດແຖວທະຫານກອງກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ - ພາບ: VGP/Nguyen Hoang

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພົນເອກ ຟານວັນຢາງ (Phan Văn Giang) ໄດ້ສະແດງຄວາມຂອບໃຈຢ່າງຈິງຈັງ ຕໍ່ກະຊວງປ້ອງກັນປະເທດ ອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫຼືອຝ່າຍ ຫວຽດນາມ ຢ່າງມີປະສິດທິຜົນສູງ ໃນການຍົກສູງຄຸນນະພາບການກໍ່ສ້າງ ແລະ ການຮຽນ-ການສອນ ຢູ່ຕາມບັນດາໂຮງຮຽນທະຫານ; ສະໜອງບ້ວງທຶນຊ່ວຍເຫຼືອລ້າ 1 ລ້ານໂດລາສະຫະລັດ ເພື່ອສ້າງຫ້ອງຮຽນພາສາຕ່າງປະເທດ (ໂຮງຮຽນນາຍທະຫານອາກາດ) ກໍຄືການຊ່ວຍເຫຼືອບ້ວງສິນເຊື່ອບຸລິມະສິດອື່ນໆ.

ພົນເອກ ຟານວັນຢາງ ໄດ້ສະແດງຄວາມມຸ່ງມາດປາດຖະໜາວ່າ ໃນຕໍ່ໜ້າ, ທັງສອງຝ່າຍຈະສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບກັນ, ໂດຍສຸມໃສ່ຂົງເຂດຕ່າງໆ ລວມມີ: ການຮັກສາປະສິດທິຜົນຂອງການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ບັນດາກົນໄກການຮ່ວມມືປະຈຳປີ ເພື່ອແນໃສ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍໃຫ້ເຂົ້າສູ່ລວງເລິກຍິ່ງຂຶ້ນ; ເພີ່ມທະວີການຮ່ວມມືດ້ານການກໍ່ສ້າງບຸກຄະລາກອນ.

ບົນພື້ນຖານໜັງສືສະແດງເຈດຈຳນົງກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ການກໍ່ສ້າງ ທີ່ໄດ້ລົງນາມຮ່ວມກັນໃນປີ 2024, ພົນເອກ ຟານວັນຢາງ ຫວັງວ່າ ຝ່າຍ ອິນເດຍ ຈະສືບຕໍ່ມອບທຶນການສຶກສາທີ່ມີຢູ່ແລ້ວໃຫ້ແກ່ກະຊວງປ້ອງກັນປະເທດ ຫວຽດນາມ, ພ້ອມທັງພິຈາລະນາ, ເພີ່ມໂກຕາໃຫ້ແກ່ບາງຂະແໜງການສອນສະເພາະທາງ ທີ່ກະຊວງປ້ອງກັນປະເທດ ຫວຽດນາມ ມີຄວາມຕ້ອງການ.

ພ້ອມກັນນັ້ນ, ທັງສອງຝ່າຍກໍຈະຊຸກຍູ້ການຮ່ວມມືລະຫວ່າງບັນດາເຫຼົ່າທັບແລະຂະແໜງການທະຫານ; ອຸດສາຫະກຳປ້ອງກັນຊາດ; ການຮັກສາສັນຕິພາບຂອງອົງການສະຫະປະຊາຊາດ; ຄວາມປອດໄພທາງໄຊເບີ; ການແພດທະຫານ; ການກູ້ໄພກູ້ຊີບ; ແລະ ສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ຢູ່ໃນບັນດາເວທີປາໄສຫຼາຍຝ່າຍສາກົນ...

ເນື່ອງໃນໂອກາດນີ້, ພົນເອກ ຟານວັນຢາງ ໄດ້ເຊື້ອເຊີນການນຳກະຊວງປ້ອງກັນປະເທດ ແລະ ບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດຂອງ ອິນເດຍ ເຂົ້າຮ່ວມ ແລະ ວາງສະແດງຜະລິດຕະພັນ ຢູ່ທີ່ງານມະຫະກຳວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 3, ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ ທັນວາ ປີ 2026, ເພື່ອປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງເຫດການດັ່ງກ່າວ.

ໃນວາລະການເຈລະຈາ, ທັງສອງຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບສະພາບການສາກົນ ແລະ ພາກພື້ນ. ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພົນເອກ ຟານວັນຢາງ ຢັ້ງຢືນວ່າ, ຫວຽດນາມ ຍຶດໝັ້ນແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ ແລະ ຫຼາຍຮູບແບບໃນການພົວພັນຕ່າງປະເທດ; ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ; ເດັດດ່ຽວໃນນະໂຍບາຍປ້ອງກັນຊາດ "4 ບໍ່" (Bốn không); ມີທັດສະນະແກ້ໄຂທຸກຂໍ້ພິພາດ ແລະ ຄວາມເຫັນທີ່ແຕກຕ່າງກັນຢູ່ທະເລຕາເວັນອອກ (Biển Đông) ດ້ວຍມາດຕະການສັນຕິພາບ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາອົງການສະຫະປະຊາຊາດກ່ຽວກັບກົດໝາຍທະເລ ປີ 1982 (UNCLOS 1982); ພ້ອມທັງມຸ່ງຫວັງໃຫ້ການເຈລະຈາສິ້ນສຸດລົງໂດຍໄວ ເພື່ອລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່ມີເນື້ອໃນແທດຈິງ, ມີຜົນສັກສິດ ແລະ ມີປະສິດທິຜົນ.

ຕາງໜ້າໃຫ້ຄະນະຜູ້ແທນກ່າວຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກພົນເອກ ຟານວັນຢາງ ກໍຄືກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ສະແດງຄວາມເປັນກຽດຢ່າງຍິ່ງ ທີ່ການເດິນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ແມ່ນຖືກຕ້ອງກັບໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຄົບຮອບ 136 ປີ ຂອງປະທານ ໂຮ່ຈີມິນ - ຜູ້ນຳທີ່ຍິ່ງໃຫຍ່ ທີ່ມີວິໄສທັດອັນກວ້າງໄກ ແລະ ເປັນທີ່ເຄົາລົບຮັກ, ຊົມເຊີຍຂອງປະຊາຊົນ ອິນເດຍ.

ໂດຍເນັ້ນໜັກວ່າ ອິນເດຍ ແລະ ຫວຽດນາມ ມີສາຍພົວພັນມິດຕະພາບຮ່ວມກັນ ບົນພື້ນຖານເສົາຄ້ຳຂອງການຮ່ວມມືດ້ານການປ້ອງກັນຊາດ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ, ທ່ານ Rajnath Singh ຢັ້ງຢືນວ່າ ການມາຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ ມີຄວາມໝາຍສຳຄັນເປັນພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຄົບຮອບ 10 ປີ, ເຊິ່ງຜ່ານນັ້ນ ໄດ້ປະກອບສ່ວນສະແດງໃຫ້ເຫັນເຖິງລວງເລິກ ແລະ ຄວາມໃກ້ຊິດສະໜິດສະໜົມ ໃນສາຍພົວພັນສອງຝ່າຍລະຫວ່າງສອງປະເທດ.

ຊຸກຍູ້ການຮ່ວມມືທາງດ້ານການປ້ອງກັນຊາດ ຫວຽດນາມ - ອິນເດຍ
ໃນວາລະການເຈລະຈາ, ທັງສອງຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບສະພາບການສາກົນ ແລະ ພາກພື້ນ - ພາບ: VGP/Nguyen Hoang

ຄຽງຄູ່ກັນນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນອັນຕັ້ງໜ້າ ຂອງການຮ່ວມມືທາງດ້ານການປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ, ໂດຍຖືວ່າໝາກຜົນທີ່ບັນລຸໄດ້ນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈອັນສູງສົ່ງລະຫວ່າງສອງຝ່າຍ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນດ້ານການປ້ອງກັນຊາດໃຫ້ມີຄວາມເຂັ້ມແຂງ, ເພື່ອຜົນປະໂຫຍດຮ່ວມກັນ ແລະ ມຸ່ງໄປສູ່ອະນາຄົດ.

ທ່ານລັດຖະມົນຕີ Rajnath Singh ມຸ່ງມາດປາດຖະໜາຢາກໃຫ້ໃນຕໍ່ໜ້າ, ທັງສອງຝ່າຍສືບຕໍ່ປະສານສົມທົບ ແລະ ຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມືທີ່ໄດ້ເຫັນດີເປັນເອກະພາບກັນໃຫ້ມີປະສິດທິຜົນ, ໂດຍຈຸດສຸມແມ່ນການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ການຮ່ວມມືດ້ານການກໍ່ສ້າງ, ການຝຶກອົບຮົມ, ການຍົກສູງຂີດຄວາມສາມາດ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບແລະຂະແໜງການທະຫານ; ພ້ອມທັງຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ອິນເດຍ ຍາມໃດກໍພ້ອມແລ້ວທີ່ຈະຮ່ວມມື ແລະ ມອບທຶນການສຶກສາຝຶກອົບຮົມໃຫ້ແກ່ກະຊວງປ້ອງກັນປະເທດ ຫວຽດນາມ, ເຊິ່ງຜ່ານນັ້ນຈະປະກອບສ່ວນຊຸກຍູ້ໃຫ້ການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຕົວຈິງ, ສົມຄູ່ກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການຮັດແໜ້ນ ລະຫວ່າງ ຫວຽດນາມ - ອິນເດຍ.

ໃນຕອນທ້າຍຂອງວາລະການເຈລະຈາ, ພົນເອກ ຟານວັນຢາງ (Phan Văn Giang) ແລະ ທ່ານລັດຖະມົນຕີ Rajnath Singh ໄດ້ຮ່ວມກັນຕັດແຖບຜ້າສະຫຼອງເປີດນຳໃຊ້ຫ້ອງຮຽນພາສາຕ່າງປະເທດ ຂອງໂຮງຮຽນນາຍທະຫານອາກາດ (ເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ) ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ອິນເດຍ ແລະ ຮ່ວມເປັນສັກຂີພິຍານໃນພິທີມອບ-ຮັບຂໍ້ຕົກລົງການຮ່ວມມື ລະຫວ່າງ ມະຫາວິທະຍາໄລການສື່ສານ ຫວຽດນາມ ແລະ ມະຫາວິທະຍາໄລເຕັກນິກການສື່ສານທາງການທະຫານ ອິນເດຍ.

ຊາວຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວສົດອັນງົດງາມ 136 ດອກ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຊາວຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວສົດອັນງົດງາມ 136 ດອກ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ

ຍສໝ - ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ.

ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ

ຍສໝ - ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໄດ້ນຳເອົາຫຼາຍສານຂໍ້ຄວາມອັນເລິກເຊິ່ງມາໃຫ້ຜູ້ເຂົ້າຮ່ວມ. ນີ້ແມ່ນໂອກາດເພື່ອເຊີດຊູຄວາມງາມອັນມີສະເໜ່, ສະຕິປັນຍາ, ຄວາມໝັ້ນໃຈ ແລະ ຄວາມກ້າຫານ ຂອງແມ່ຍິງຫວຽດນາມ.

Link: https://huunghivietlao.thoidai.com.vn/detail-article-22036.html

In bài biết